ພັດທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ: ຢັ້ງ​ຢືນ​ບົດ​ບາດ, ທີ່​ຕັ້ງ ຂອງ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ

(VOVWORLD) ດ້ວຍລະດັບການເຕີບໂຕ 2,9%, ລະດັບ GDP ຂອງຂະແຫນງກະສິກຳ ຍັງສູງກວ່າລະດັບການເຕີບໂຕຂອງທົ່ວປະເທດໃນປີ 2021, ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແຫນງກະສິກຳສ້າງກຳລັງຫນູນແກ່ການເຕີບໂຕ ຫວຽດນາມ ໃນປີ 2022.

ບົດບາດຂອງກະສິກຳໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນ 2 ປີຖືກໂລກລະບາດໂຄວິດ 19 ທີ່ສົ່ງຜົນກະທົບຢ່າງຫນັກຫນ່ວງຕໍ່ທັງໝົດພື້ນຖານເສດຖະກິດ, ສະນັ້ນ ກະສິກຳສວມບົດບາດແມ່ນ “ເສົາຄ້ຳ” ເພື່ອນຳພື້ນຖານເສດຖະກິດຜ່ານຫລາຍໄລຍະຫຍຸ້ງຍາກທີ່ສຸດ. ປີ 2022, ແມ່ນປີມີຄວາມໝາຍສຳຄັນພິເສດສຳລັບຂະແຫນງກະສິກຳ, ສ້າງພື້ນຖານປະຕິບັດບັນດາເປົ້າໝາຍ, ຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ 10 ປີຄືແຕ່ປີ 2021 – 2030  ແລະ ແຜນການພັດທະນາເສດຖະກິດ ສັງຄົມໄລຍະ 5 ປີຄືແຕ່ປີ 2021 – 2025; ທົ່ວຂະແຫນງສຸມໃສ່ປະຕິບັດຢ່າງຂ້ຽວຂາດການສ້າງໂຄງປະກອບຄືນໃຫມ່ ຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ ຕິດພັນກັບການຫັນປ່ຽນຮູບແບບເຕີບໂຕ ແລະ ກໍ່ສ້າງຊົນນະບົດໃຫມ່ ເພື່ອແນໃສ່ມຸ່ງໄປເຖິງການສ້າງພື້ນຖານ “ກະສິກຳຊີວະພາບ, ຊົນນະບົດທັນສະໄຫມ, ຊາວກະສິກອນສິວິໄລ”

ປະກອບສ່ວນເຂົ້າໃນການເຕີບໂຕລວມ, ປີ 2022 ຂະແຫນງກະສິກຳ ແລະ ພັດທະນາຊົນນະບົດ ວາງເປົ້າໝາຍສະມັດຕະພາບທັນຍາຫານໂດຍເປັນເມດແມ່ນບັນລຸ 48,3  ລ້ານໂຕນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບໝາຍ ແລະ ມີຄວາມເຊື່ອໝັ້ນຕໍ່ການສົ່ງອອກບັນດາຜະລິດຕະພັນຂອງຂະແຫນງກະສິກຳໃນປີ 2022 ຈະບັນລຸກວ່າ 50 ຕື້  USD.

ພັດທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ: ຢັ້ງ​ຢືນ​ບົດ​ບາດ, ທີ່​ຕັ້ງ ຂອງ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ - ảnh 1ທ່ານ ຫງວຽນວັນຫວຽດ, ຫົວຫນ້າກົມແຜນການ

         ເພື່ອບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ, ຫວ່າງແລ້ວນີ້ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ປະກາດຍຸດທະສາດພັດທະນາກະສິກຳ, ຊົນນະບົດແບບຍືນຍົງໄລຍະ 2021 – 2030, ວິໄສທັດຮອດປີ 2050. ຕາມທ່ານ ຫງວຽນວັນຫວຽດ, ຫົວຫນ້າກົມແຜນການແລ້ວ, ນີ້ແມ່ນຄັ້ງທຳອິດຂະແຫນງກະສິກຳມີຍຸດທະສາດລວມ.

“ຖ້າຫາກບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ບໍ່ເຂົ້າຮ່ວມ ຍຸດທະສາດນັ້ນພຽງຢູ່ໃນລາຍລັກອັກສອນຊື່ໆ ເພາະວ່າ ພຽງແຕ່ກະຊວງກະສິກຳເອງບໍ່ສາມາດຜັນຂະຫຍາຍໄດ້. ນີ້ແມ່ນຈິນຕະນາການໃຫມ່, ສິ່ງສຳຄັນທີ່ສຸດແມ່ນຍຸດທະສາດກ່ຽວຂ້ອງເຖິງຫລາຍກະຊວງ, ຂະແຫນງການ ເປັນຕົ້ນແມ່ນກົນໄກນະໂຍບາຍ. ສະນັ້ນ ບັນດາກະຊວງຄື: ແຜນການ ແລະ ການລົງທຶນ, ການເງິນ, ອຸດສາຫະກຳ ການຄ້າ, ຊັບພະຍາກອນມະນຸດ ແລະ ສິ່ງແວດລ້ອມ, ວິທະຍາສາດ, ເຕັກໂນໂລຊີ, ແຮງງານທະຫານເສຍອົງຄະ ແລະ ທະນາຄານແຫ່ງລັດ ຕ້ອງມີການແຜນສຳຫລວດກວດກາກົນໄກນະໂຍບາຍທັງໝົດຕາມແຕ່ລະຂົງເຂດຕົນຮັບຜິດຊອບ ແລະ ນາຍົກລັດຖະມົນຕີ ຈະເຊັນອະນຸມັດເພື່ອຊີ້ນຳທັງໝົດລະບົບຜັນຂະຫຍາຍຍຸດທະສາດ”

ຢັ້ງຢືນການຫັນຍຸດທະສາດພັດທະນາກະສິກຳຢ່າງທັນສະໄຫມໃຫ້ປະກົດຜົນເປັນຈິງ, ຍືນຍົງ, ທ່ານ ເລມີງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ຍຸດທະສາດ ໄດ້ວາງອອກແຜນການຈາກການຈັດຕັ້ງການຜະລິດຄືນໃຫມ່ເພື່ອພັດທະນາກະສິກຳ, ຊົນນະບົດ ຫລືສ້າງໂຄງປະກອບກະສິກຳຄືນໃຫມ່ ໂດຍເລີ່ມຕົ້ນການຈັດຕັ້ງການຜະລິດຄືນໃຫມ່. ຂະແຫນງກະສິກຳ ຈະຕ້ອງປ່ຽນໃຫມ່ຈີນຕະນາການໃນການຜະລິດ ຈາກນັ້ນ ຫັນຈາກຈີນຕະນາການການຜະລິດກະສິກຳໄປຍັງເສດຖະກິດກະສິກຳ, ສຸມໃສ່ເຂົ້າໃນການຍົກສູງຄຸນຄ່າ, ປະສິດທິຜົນ, ຫັນລະບົບມູນຄ່າເປັນຫລາຍຮູບແບບໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການຕະຫລາດ.

ພັດທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ: ຢັ້ງ​ຢືນ​ບົດ​ບາດ, ທີ່​ຕັ້ງ ຂອງ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ - ảnh 2ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມີງຮວານ

ຂະແຫນງກະສິກຳຈະມຸ່ງໄປສູ່ພື້ນຖານກະສິກຳຂຽວ, ກະສິກຳຊີວະພາບ ແລະ ຈະສ້າງອົງປະກອບການຜະລິດກະສິກຳຕິດພັນກັບທ່າໄດ້ປຽບການແກ້ງແຍ່ງ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫລາດ.  ທ່ານລັດຖະມົນຕີ ເລມີງຮວານ ເນັ້ນຫນັກວ່າ:

  “ ພວກເຮົາເຫັນວ່າ ບາງເທື່ອຂົງເຂດກະສິກຳເຕີບໂຕຢ່າງຊັກຊ້າ ແລະ ເຕັມໄປດ້ວຍຄວາມສ່ຽງ, ແຕ່ຫາກເບິ່ງຕົວເລກຊື່ໆເທົ່ານັ້ນ ພວກເຮົາອາດຈະຖືເບົາຂົງເຂດນີ້. ຍຸດທະສາດຄັ້ງນີ້ ຢັ້ງຢືນຄືນ ເຖິງວ່າ ປະກອບສ່ວນຢ່າງຫນ້ອຍ ແຕ່ກະສິກຳມີບົດບາດທີ່ຕັ້ງສຳຄັນຍິ່ງໃນການເຮັດໃຫ້ສັງຄົມມີຄວາມເປັນປົກກະຕິ ຍ້ອນປະຈຸບັນ ມີຈຳນວນພົນລະເມືອງ ຫວຽດນາມ ກວ່າ 60% ພວມຢູ່ຊົນນະບົດ ແລະ ແມ່ນຊາວກະສິກອນ”

ຍຸດທະສາດພັດທະນາກະສິກຳ ແລະ ຊົນນະບົດ ແບບຍືນຍົງ ໄລຍະ 2021 – 2030 ວິໄສທັດຮອດປີ 20ຮທ ໄດ້ວາງເປົ້າໝາຍລະອຽດຮອດປີ 2030, ລະດັບການເຕີບໂຕ GDP ກະສິກຳບັນລຸລະດັບສະເລ່ຍ ຈາກ 2,5% -3%/ປີ, ລາຍຮັບຂອງຊາວກະສິກອນສູງກວ່າ 2,5 ຫາ 3 ເທົ່າເມື່ອທຽບໃສ່ປີ 2020. ອັດຕາສ່ວນຄອບຄົວທຸກຍາກຢູ່ ຊົນນະບົດຫລຸດລົງລະດັບສະເລ່ຍ 1% - 1,5%/ປີ. ຮອດປີ 2050 ຫວຽດນາມ ສູ້ຊົນກາຍເປັນຫນຶ່ງໃນບັນດາປະເທດມີພື້ນຖານກະສິກຳແຖວຫນ້າໂລກ ດ້ວຍຂະແຫນງອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດທັນສະໄຫມ, ມີປະສິດທິຜົນ, ເປັນມິດກັບສິ່ງແວດລ້ອມ. ຊົນນະບົດຫວຽດນາມ ບໍ່ມີຄອບຄົວທຸກຍາກ ແລະ ກາຍເປັນ “ສະຖານທີ່ຫນ້າຢູ່”, ສິວິໄລ ແລະ ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ