ພັດທະນາເສດຖະກິດສັງຄົມແຂວງຮຶງອຽນຜ່ານບັນດາໂຄງການຄົມມະນາຄົມຈຸດສຸມ

(VOVWORLD) -ໂດຍກຳນົດພື້ນຖານໂຄງລ່າງຄົມມະນາຄົມແມ່ນພື້ນຖານໃຫ້ແກ່ວິວັດການພັດທະນາເສດຖະກິດສັງຄົມ. ມຸ່ງໄປເຖິງເປົ້າໝາຍໃຫ້ກາຍເປັນແຂວງອຸສາຫະກຳທັນສະໄຫມ, ໄລຍະຜ່ານມາພ້ອມກັບຜັນຂະຫຍາຍການປະຕິບັດບັນດາມາດຕະການພັດທະນາເສດຖະກິດສັງຄົມໃຫ້ຄົບຊຸດ, ແຂວງ ຮຶງອຽນສະຫງວນໃຫ້ຫລາຍແຫລ່ງກຳລັງລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເປັນຕົ້ນແມ່ນຄົມມະນາຄົມແລະພື້ນຖານໂຄງລ່າງບັນດາເຂດ, ກຸ່ມອຸດສາຫະກຳ. ມີຫລາຍໂຄງການ, ກິດຈະກຳຄົມມະນາຄົມໄດ້ຮັບການກໍ່ສ້າງດ້ວຍວິໄສທັດຍຸດທະສາດປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງແຂວງ, ຕອບສະຫນອງຄວາມຕ້ອງການການດຳເນີນຊີວິດ, ການຜະລິດຂອງປະຊາຊົນພ້ອມທັງເພີ່ມຄວາມງາມທີ່ທັນສະໄຫມໃຫ້ແກ່ແຂວງທົ່ງພຽງທີ່ເຕັມໄປດ້ວຍມູນເຊື້ອວັດ&a

ພັດທະນາເສດຖະກິດສັງຄົມແຂວງຮຶງອຽນຜ່ານບັນດາໂຄງການຄົມມະນາຄົມຈຸດສຸມ - ảnh 1ຂົວ ບັກຮຶງຫາຍ ແລະ ໂຄງການກໍ່ສ້າງເສັ້ນທາງຄົມມະນາຄົມເຊື່ອມຕໍ່ ຮ່າໂນ້ຍ - ຮຶງອຽນ. 7ພາບ: VOV)
 
 

ປີ 2021, ຮຶງອຽນ ໄດ້ປະກາດໃຊ້ມະຕິກ່ຽວກັບໂຄງການພັດທະນາຄົມມະນາຄົມ, ຂົນສົ່ງແຂວງ ຮຶງອຽນ ໄລຍະ 2021- 2025, ວິໄສທັດຮອດປີ 2030, ແຜນການກ່ຽວກັບການປະຕິບັດໂຄງການພັດທະນາຄົມມະນາຄົມ, ຂົນສົ່ງແຂວງ ຮຶງອຽນ ໄລຍະ 2021 -2025, ວິໄສທັດຮອດປີ 2030. ໃນນັ້ນ ສຸມໃສ່ຜັນຂະຫຍາຍການກໍ່ສ້າງບັນດາສາຍທາງຄົມມະນາຄົມຈຸດສຸມ, ສ້າງແລວເພື່ອສ້າງຕັ້ງບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳລວມສູນ, ຍົກສູງກຳລັງຄວາມສາມາດໃນການຈໍລະຈອນສິນຄ້າ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ຢູ່ ບັນດາເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ. ພ້ອມກັນນັ້ນ ກໍ່ສ້າງລະບົບຄົມມະນາຄົມຈຸດສຸມເຊື່ອມຕໍ່ກັບບັນດາດ່ານຊາຍແດນສາກົນ, ທ່າກຳປັ່ນ, ເດິ່ນບິນ, ດຶງດູດການລົງທຶນເຂົ້າ ຮຶງອຽນ, ສ້າງແຫລ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ, ສອດຄ່ອງກັບການວາງແຜນຜັງສັງລວມແຫ່ງການພັດທະນາເສດຖະກິດສັງຄົມເຂດເສດຖະກິດຈຸດສຸມ ພາກເຫນືອຮອດປີ 2020, ການກຳນົດທິດຮອດປີ 2030.

ປະຈຸບັນ, ຕາຫນ່າງຄົມມະນາຄົມທາງບົກໃນບໍລິເວນແຂວງ ແມ່ນມີຄວາມສະດວກ ດ້ວຍລະບົບເສັ້ນທາງຄວາມໄວສູງ, ທາງຫລວງ. ແຂວງກໍ່ນຳຫລາຍໂຄງການຄົມມະນາຄົມສຳຄັນ, ມີລັກສະນະເຊື່ອມຈອດລະຫວ່າງບັນດາແຂວງ, ນະຄອນໃນເຂດເຂົ້າເຄື່ອນໄຫວ. ທີ່ພິທີເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງທາງບົກເຊື່ອມຕໍ່ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ ກັບເສັ້ນທາງຄວາມໄວສູງ ເກົ່າແຢ໋ - ນິງບິ່ງ ແລະ ໂຄງການຍົກລະດັບ, ເປີດກວ້າງເສັ້ນທາງເຊື່ອມຕໍ່ແຂວງ ຮ່າໂນ້ຍ -  ຮຶງອຽນ ໄລຍະທາງແກ່ຍາວເພີ່ມ, ໄລຍະທາງຜ່ານແຂວງ ຮຶງອຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ:

 “ຮຶງອຽນ ໄດ້ມີການກຳນົດທີ່ຖືກຕ້ອງກັບຈຸດສຸມເພື່ອລົງທຶນ, ສະແດງໃຫ້ເຫັນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ 13ຢ່າງເຂັ້ມງວດ, ຖືກກັບຈຸດສຸມພັດທະນາແຂວງ ຮຶງອຽນໃຫ້ກາຍເປັນນະຄອນ ອຸດສາຫະກຳທັນສະໄຫມ. ຂ້າພະເຈົ້າຂໍຊົມເຊີຍເລື່ອງນີ້. ລວມຄວາມຍາວຂອງທາງ2 ເສັ້ນນີ້ແມ່ນກວ່າ 50 ກິໂລແມັດ ດ້ວຍຍອດຈຳນວນເງິນລົງທຶນກວ່າ 4.400 ຕື້ດົ່ງ, ຮຶງອຽນ ລະດົມໄດ້ 2/3, ສູນກາງ ຫນູນຊ່ວຍພຽງ 1/3, ຂ້າພະເຈົ້າຖືວ່າ ນີ້ແມ່ນຄວາມຕັດສິນໃຈຢ່າງສູງຂອງແຂວງ.

ເລື່ອງ ສອງໂຄງການຄົມມະນາຄົມຈຸດສຸມດັ່ງກ່າວເຂົ້າສູ່ການເຄື່ອນໄຫວ ຈະສ້າງບາດກ້າວບຸກທະລຸຢ່າງແຮງ, ປະກອບສ່ວນສ້າງສຳເລັດພື້ນຖານໂຄງລ່າງຄົມມະນາຄົມຂອງແຂວງ ແລະ ເຊື່ອມຕໍ່ເຂດຕາມທິດທັນສະໄຫມ, ຍູ້ແຮງການດຶງດູດການລົງທຶນ, ພັດທະນາເສດຖະກິດ ສັງຄົມຂອງແຂວງ ຮຶງອຽນ ໃນໄລຍະໃຫມ່. ທ່ານ ເຈີນກວັກວັນ, ປະທານ ຄະນະກຳມະການປະຊາຊົນ ແຂວງ ຮຶງອຽນ ໃຫ້ຮູ້ວ່າ:

ເພື່ອເສີມຂະຫຍາຍການລົງທຶນບັນດາເສັ້ນທາງກໍ່ຄືນຳໃຊ້ທີ່ດິນຢູ່ອ້ອມຂ້າງບໍລິເວນໂຄງການໃຫ້ມີປະສິດທິຜົນ, ແຂວງ ພວມວາງແຜນກຳນົດ ແລະ ຮຽກຮ້ອງບັນດານັກລົງທຶນຍຸດທະສາດປະຕິບັດບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ເຂດອຸດສາຫະກຳ, ພື້ນຖານໂຄງລ່າງຕົວເມືອງ, ບໍລິການ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ນຳໃຊ້ບັນດາແຫລ່ງກຳລັງລົງທຶນຢ່າງມີປະສິດທິຜົນ, ພັດທະນາ, ປະກອບສ່ວນຊຸກຍູ້ຫັນປ່ຽນໂຄງປະກອບເສດຖະກິດ, ສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາຂອງແຂວງ, ນຳແຂວງ ຮຶງອຽນກາຍເປັນແຂວງ ອຸດສາຫະກຳ, ທັນສະໄຫມ, ພັດທະນາວ່ອງໄວ ແລະ ຍືນຍົງ

ພັດທະນາເສດຖະກິດສັງຄົມແຂວງຮຶງອຽນຜ່ານບັນດາໂຄງການຄົມມະນາຄົມຈຸດສຸມ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງທາງບົກເຊື່ອມຕໍ່ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ. (ພາບ:VGP/ Nhật Bắc)

ໄລຍະ 2021 – 2025, ຄາດວ່າແຂວງຮຶງອຽນຈະມີ 106 ໂຄງການຄົມມະນາຄົມໄດ້ຮັບການຜັນຂະຫຍາຍ. ບັນດາໂຄງການນີ້ລ້ວນແຕ່ແມ່ນບັນດາເສັ້ນທາງສຳຄັນເຊື່ອມຕໍ່ກັບລະບົບຄົມມະນາຄົມແຫ່ງຊາດໃນບໍລິເວນແຂວງຮຶງອຽນ, ສ້າງບາດກ້າວບຸກທະລຸກ່ຽວກັບການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ. ທີ່ກອງປະຊຸມຄັ້ງທີ 8 ສະພາປະຊາຊົນແຂວງຮຶງອຽນຊຸດທີXVII,ອາຍຸການ 2021 –2026, ທ່ານ ເຈີນແທງເໝີ໋ນ, ຮອງປະທານ ປະຈຳການສະພາແຫ່ງຊາດຫວຽດນາມໄດ້ຕີລາຄາວ່າ:

 “ແຂວງ ຮຶງອຽນຄວນເສີມຂະຍາຍທ່າໄດ້ປຽບຂອງແຂວງຢ່າງສຸດຂີດໂດຍມີທີ່ຕັ້ງສະດວກແມ່ນປະຕູທາງທິດຕາເວັນອອກສ່ຽງໃຕ້ຂອງນະຄອນຫລວງເປັນຕົ້ນແມ່ນຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຄົມມະນາຄົມຈາກຮ່າໂນ້ຍເຖິງຮຶງອຽນຜ່ານເສັ້ນທາງອ້ອມຮອບຕົວເມືອງ ເລກ 4 - ເຂດນະຄອນຫລວງຮ່າໂນ້ຍ. ນີ້ແມ່ນກຳລັງນູນສຳຄັນເພື່ອສືບຕໍ່ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເຂດທົ່ງພຽງແມ່ນ້ຳຂອງເວົ້າລວມແລະແຂວງຮຶງອຽນເວົ້າສະເພາະ.

ຕາມຕາຕະລາງຈັດອັນດັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ(PCI) 2021ປະກາດເມື່ອເດືອນພຶດສະພາປີ 2022, ແຂວງຮຶອຽນເພີ່ມ 14 ຂັ້ນ, ຈັດອັນດັບທີ 39 ໃນຕາຕະລາງ. ມີຫລາຍດັດຊະນີສຳຄັນລ້ວແຕ່ເພີ່ມຄະແນນເມື່ອທຽບໃສ່ປີ 2020, ໃນນັ້ນມີດັດຊະນີນຳໃຊ້ທີ່ດິນ. ສິ່ງດັ່ງກ່າວເປັນການຢັ້ງຢືນເລື່ອງລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມໄດ້ຮັບຄວາມເຫັນດີເຫັນພ້ອມສູງຂອງປະຊາຊົນທຸກຊັ້ນວັນນະ. ບັນດາໂຄງການ, ກິດຈະກຳຄົມມະນາຄົມໄດ້ຮັບການກໍ່ສ້າງນັ້ນແມ່ນກຳລັງນູນເພື່ອໃຫ້ແຂວງຮຶງອຽນພັດທະນາວ່ອງໄວ,ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ