ພັດທະນາແບບຍືນຍົງ ແລະ ສ້າງເຄື່ອງໝາຍກາການຄ້າເຟຫວຽດນາມ

(vovworld)-ປະ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ປະ​ເທດ​ສົ່ງ​ອອກ​ກາ​ເຟ​ ຢືນ​ອັນ​ດັບ​ທີ​ສອງ​ໃນ​ໂລກ ແລະ ແມ່ນ​ປະ​ເທດນຳ​ຫ​ນ້າ​ກ່ຽວ​ກັບ​ການ​ສົ່ງ​ອອກ ກາ​ເຟ robusta. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ການ​ສົ່ງ​ອອກ​ກາ​ເຟ​ຂອງ​ຫວຽດ​ນາມ ສ່ວນ​ຫລາຍ​ແມ່ນ​ວັດ​ຖຸ​ດິບ, ສະ​ນັ້ນ ມູນ​ຄ່າ​ການ​ສົ່ງ​ອອກບໍ່​ທັນ​ສູງ ແລະ ​ຫລາຍ​ປະ​ເທດ​ໃນ​ໂລກບໍ່​ທັນ​ຮູ້​ຈັກ​ເຖິງເຄື່ອງ​ໝາຍ​​ກາ​ນ​ຄ້າກາ​ເຟຫວຽດ​ນາມ. ນີ້​ກໍ​ແມ່ນ​ບັນ​ຫາ​ຊື່ງ​ລັດ​ຖະ​ບານ ແລະ ຂະ​ແຫນງ​ກາ​ເຟ ຫວຽດ​ນາມ ພວມ​ເອົາ​ໃຈ​ໃສ່ ເພື່ອ​ສ້າງ​ເຄື່ອງ​ໝາຍ​​ການ​ຄ້າກ​າ​ເຟ, ຜ່ານນັ້ນ ຍົກ​ສູງ​ມູນ​ຄ່າ​ເພີ່ມ​ໃນ​ການ​ສົ່ງ​ອອກ​ກາ​ເຟ.
ພັດທະນາແບບຍືນຍົງ ແລະ ສ້າງເຄື່ອງໝາຍກາການຄ້າເຟຫວຽດນາມ - ảnh 1
ປີ 2014 ການ​ສົ່ງ​ອອກ​ກາ​ເຟ​ຂອງ​ຫວຽດ​ນາມ
ບັນ​ລຸ​ວົງ​ເງິນ 3,4 ຕື້ USD
ພາບ:http://congdongcaphe.vn

        ປະ​ຈຸ​ບັນ ຫວຽດ​ນາມ ມ​ີ​ເນື້ອ​ທີ່​ດິນ​ປູກ​ກາ​ເຟກວ່າ 640.000 ເຮັກ​ຕາ, ສ່ວນ​ຫລາຍ​ແມ່ນ​ຢູ່​ເຂດ​ໄຕ​ງວຽນ. ກາ​ເຟ ຂອງ​ຫວຽດ​ນາມ ໄດ້​ສົ່ງ​ອອກ​ເຖິງ 60 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ປີ 2014 ການ​ສົ່ງ​ອອກ​ກາ​ເຟ​ຂອງ​ຫວຽດ​ນາມ ບັນ​ລຸ​ວົງ​ເງິນ 3,4 ຕື້ USD. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ວິ​ວັດ​ການ​ຜະ​ລິດ ແລະ ສົ່ງ​ອອກ​ກາ​ເຟ ຫວຽດ​ນາມ ຍັງ​ຂາດ​ຕົກ​ບົກ​ຜ່ອງ. ຂອບ​ຂະ​ຫ​ນາດ​ການ​ພັດ​ທະ​ນາບໍ່​ທັນ​ເປັນ​ປົກ​ກະ​ຕິ, ຍັງ​ມີ​ຫລາຍ​ບັນ​ຫາບໍ່​ປະ​ຕິ​ບັດ​ຕາມ​ແຜນການ, ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ກໍ​ຄື​ການ​ຕິດ​ຕາມ​ຂັ້ນ​ຕອນ​ປູກ ແລະ ປຸງ​ແຕ່ງບໍ່​ທັນ​ແຫ​ນ້ນ​ແຟ້ນ. ປະ​ຈຸ​ບັນ ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ພວມ​ເກັບ​ຊື້​ປະ​ມານ 60% ຍອດ​ປະ​ລິ​ມານ​ກາ​ເຟ ຫວຽດ​ນາມ, ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ FDI ພວ​ມມີ​ທ່າ​ໄດ້​ປ​ຽບ​ໃນ​ການ​ເກັບ​ຊື້​ກາ​ເຟ​ສົ່ງ​ອອກ​ຢູ່​ຫວຽດ​ນາມ. ເພາະ​ສະ​ນັ້ນ ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ພັດ​ທະ​ນາ​ກາ​ເຟ​ແບບ​ຍືນ​ຍົງ, ຮຽກ​ຮ້ອງ​ຕ້ອງ​ມີ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ແຮງ, ບືນ​ຂຶ້ນ​ຢືດ​ຄອງ​ຕະ​ຫລາດ​ແກ້ງ​ແຍ້ງ. ຢາກ​​​ເຮັດໄດ​້ຄື​ແນວນັ້ນ, ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ, ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ລົງ​ທຶນ​ດ້ານ​ເຕັ​ກ​ໂນ​ໂລ​ຊີ​ປຸງ​ແຕ່ງ ແລະ ເປັນ​ຕົ້ນ​ແມ່ນ​ເອົາ​ໃຈ​ໃສ່​​ເຖິງການກໍ່​ສ້າງ ແລະ ພັດ​ທະ​ນາ​ເຄື່ອງ​ໝາຍກາ​ເຟ. ທ່ານ ຫງວຽນ​ແທງ​ຕວຽນ, ພະ​ນັກ​ງານ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​ກາ​ເຟ​ແບບ​ຍືນ​ຍົງ​ຢູ່​ແຂວງ ດັກ​ລັກ ໃຫ້​ຮູ້​ວ່າ:

        “ຫວຽດ​ນາມ ພວມ​ຢືນ​ອັນ​ດັບ​ຫນຶ່ງ​ກ່ຽວ​ກັບ​ການ​ຜະ​ລິດ​ກາ​ເຟ robusta ​ນັບ​ທັງ​ດ້ານປະ​ລິ​ມານ​ການ​ຜ​ະ​ລິດ​ກໍ​ຄື​ການ​ສົ່ງ​ອອກ, ແຕ່​ລາ​ຄາ​​ກາ​ເຟຍັງ​ຕ່ຳ​ຢູ່. ສາຍ​ເຫດ​ ຍ້ອນ​ຫວຽດ​ນາມ ສົ່ງ​ອອກ​ກາ​ເຟ​ຫລາຍ, ແຕ່ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ອອກ​ຫນັງ​ສື   ຢັ້​ງຢືນ​ຕົ້ນ​ກຳ​ເນີດ​​ພູມ​ສາດ, ຄຸນ​ນະ​ພາບ​ໃຫ້​ແກ່​ຜູ້​ປູກ​ກາ​ເຟ​ກໍ​ຄື​ບັນ​ດາ​ຮາກ​ຖານ​ປູກ, ປຸງ​ແຕ່ງ​ກາ​ເຟ. ສະ​ນັ້ນ ຜູ້​ດື່ມ​ກາ​ເຟ​ກໍ​ຄື​ຜູ້​ຈຳ​ຫນ່າຍ​ກາ​ເຟ​ໃນ​ໂລກບໍ່​ທັນ​ຮູ້​ຈັກ​ເຖິງ​ກາ​ເຟ​ຂອງ​ຫວຽດ​ນາມ, ​ຫລືບໍ່​ຮູ້​ວ່າ​ຫວຽດ​ນາມ ຜະ​ລິດ​ກາ​ເຟ​ຫລືບໍ່. ຍ້ອນ​ເຫດນັ້ນ ພວກ​ເຮົາ​ຕ້ອງ​ໂຄ​ສະ​ນາ​ກ່ຽວ​ກັບ​ເຄືີ່ອງ​ໝາຍ​ກາ​ເຟ, ເຮັດ​ຄື​ແນວນັ້ນ ຈຶ່ງ​ຫລິກ​ລ້ຽງ​ຄວາມ​ສ່ຽງ ແລະ ເພີ່ມ​ມູນ​ຄ່າ​ໃຫ້​ແກ່​ກາ​ເຟ​ສົ່ງ​ອອກ.”

        ບັນ​ຫາ​ໃຫຍ່​ຊຶ່ງ​ຂະ​ແຫນງ​ ປູກ​ກາ​ເຟ ຫວຽດ​ນາມ ພວມ​ເອົາ​ໃຈ​ໃສ່ ນັ້ນ​​​ແມ່ນ​ເລື່ອງ​ປູກ​ກາ​ເຟ​ຄືນ​ໃຫມ່​ໃນເນື້ອ​ທີ່ 150.000 ເຮັກ​ຕາ,  ຖ້າບໍ່​ດັ່ງ​ນັ້ນ ປະ​ລິ​ມານ​ກາ​ເຟ​ຂອງ​ຫວຽດ​ນາມ ອາດ​ຈະ​ຖືກ​ຊຸດ​ໂຊມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຄຽງ​ຄູ່​ກັນ​ນັ້ນ, ລັດ​ພວມ​ຍູ​້​ແຮງ​ນະ​ໂຍ​ບາຍ​ຊ່ວຍ​ຊາວ​ກະ​ສິ​ກອນເຮັດກະ​ເສດ​ສຸມ​ແບບ​ຍືນ​ຍົງ, ສົ່​ງ​ເສີມ​ການ​ນຳ​ໃຊ້​ບັນ​ດາ​ຄວາມ​ກ້າວ​ຫນ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ ແລະ ຍູ້​ແຮງ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ການ​ປຸງ​ແຕ່ງ, ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ດ້ວຍ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ. ເພື່ອ​ໃຫ້​ກາ​ເຟ ມີ​ເຄື່ອງ​ໝາຍ​ການ​ຄ້າ  ຮຽກ​ຮ້ອງ​ຜູ້​ຜະ​ລິດ​ກາ​ເຟ​ຫວຽດ​ນາມ ຕ້ອງ​ຕອບ​ສະ​ຫນອງ​ບັນ​ດາ​ເງື່ອນ​ໄຂ​ເຂັ້ມ​ງວດ​ກ່ຽວ​ກັບ​ເຕັກ​ນິກ, ສິ່ງ​ແວດ​ລ້ອມ, ໝາຍ​ຄວາມ​ວ່າ ຕ້ອງ​ມີ​ຫນັງ​ສືຢັ້ງ​ຢືນ​ຕົ້ນ​ກຳ​ເນີດ​ຂອງ​ກາ​ເຟ, ​​ຄວາມ​ປອດ​ໄພສຸ​ຂະ​ອະ​ນາ​​ດ້ານ​ອາ​ຫານ. ໃນ​ຊຸມ​ປີ​ຜ່ານ​ມາ, ຫວຽດ​ນາມ ພວມ​ປະ​ຕິ​ບັດຕາມທິດນີ້, ໃນ​ນັ້ນ ພະ​ຍາ​ຍາມ​ສ້າງ​ຫນັງ​ສືຢັ້ງ​ຢືນ​ຈາກ​ການ​ຜະ​ລິດ, ປູກ, ປຸງ​ແຕ່ງ ຕະ​ຫລອດ​ຮອດ​ການ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ​ກາ​ເຟ​ຕາມ​ລະ​ບົບ​ມູ​ນ​ຄ່າ, ຕອບ​ສະ​ຫນອ​ງ​ບັນ​ດາ​ມາດ​ຖາ​ນ​ສາ​ກົນ​ຄື: UZT, Rainfores...

        ໃນ​ໄລ​ຍະ​ຜ່ານ​ມາ, ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ຈຳ​ນວນ​ຫນຶ່ງ ໄດ້​ລົງ​ທຶນ​ສ້າງ​ລະ​ບົບ​ຮ້ານ​​ຂາຍ​ກາ​ເຟ​ທີ່​ມີຂອບ​ຂະ​ຫນາດ​ໃຫຍ່ ຢູ່​ຫວຽດ​ນາມ ຄື: Highland Coffee, Gloria Jean Cafe, Coffe Bean&Tea… ແລະ​ຫວ່າງ​ແລ້ວນີ້ ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າກາ​ເຟ​ ມີ​ຊື່​ສຽງ​ຄື: Leaf Starbucks ຂອງ​ອາ​ເມ​ລິ​ກາ ກໍ​ມີ​ຫນ້າ​ຢູ່​ຫວຽດ​ນາມ. ສິ່ງ​ດັ່ງ​ກ່າ​ວ​ສ້າງ​ກຳ​ລັງ​ດັນ​ແກ່​ການ​ແກ້ງ​ແຍ້ງ​ຢ່າງ​ແຮງ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ​ກາ​ເຟ​ພາຍ​ໃນ​ປະ​ເທດ.

ພັດທະນາແບບຍືນຍົງ ແລະ ສ້າງເຄື່ອງໝາຍກາການຄ້າເຟຫວຽດນາມ - ảnh 2
ຊາວ​ຊົນ​ເຜົ່າ​ຢູ່​ໄຕ​ງວຽນ ເກັບ​ກູ້​ກາ​ເຟ
ພາບ:http://congdongcaphe.vn

       ສະ​ນັ້ນ ເພື່ອ​ໃຫ້​ຂະ​ແຫນງ​ກາ​ເຟ​ປຸງ​ແຕ່ງ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫນຶ່ງ​ໃນ​ບັນ​ດາ​ຈຸດ​ໝາຍ​ຍຸດ​ທະ​ສາດ​ຕົ້ນ​ຕໍ ນັ້ນ​ແມ່ນ​ຕ້ອງ​ສ້າງ ແລະ ຮັກ​ສາ​ຕະ​ຫລາດ​ພາຍ​ໃນ, ເປັນ​ພື້ນ​ຖານ​​ເພື່ອເຂົ້າ​ຮ່ວມ​ຕະ​ຫລາດ​ໂລກ ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​ເຄື​່ອງ​ໝາຍ​ແຫ່ງ​ຊາດ​ໃຫ້​ແກ່​ກາ​ເຟ ຫວຽດ​ນາມ. ທ່ານ ດັ້ງ​ເລ​ຫງວຽນ​ຫວູ, ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ ກາ​ເຟ ຈູງ​ງວຽນ, ຊື່ງ​ແມ່ນ​ວິ​ສາ​ຫະ​ກິດ​ສ້າງ​ເຄື່ອງ​ໝາຍ​ກາ​ເຟ ຈູງ​ງວຽນ ສຳ​ເລັດ​ຜົນ ​ໄດ້ຖື​ວ່າ:

        “ຢາກ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ, ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​​ຂອງ​ທັງ​​ປະ​ເທດ​ອີກ​ດ້ວຍ, ໃນ​ນັ້ນ​ເລີ່ມ​ຈາກວິ​ໄສ​ທັດ​ຂອງ​ການ​ນຳ, ບັນ​ດານັກ​ຄົ້ນ​ຄ້​ວານ​ະ​ໂຍ​ບາຍ, ນັກ​ທຸ​ລະ​ກິດ ແລະ ຫລັງ​ຈາກນັ້ນ ແມ່ນ​ວົງ​ຄະ​ນາ​ຍາດ. ເພື່ອ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່​ງ​ຊາດ ຕ້ອງ​ຮູ້​ຈັກ​ໄດ້​ວ່າ ໂລກ​ສັງ​ເກດ ແລະ ຕີ​ລາ​ຄາ​ບັນ​ດາ​ຄຸນ​ຄ່າ​ກາ​ເຟ​ຫວຽດ​ນາມ ຄື​ແນວ​ໃດ, ຈາກນັ້ນ ພວກ​ເຮົາ​​ຈຶ່ງສ້າງ​ເຄື່ອງ​ໝາຍ​ການ​ຄ້າກາ​ເຟ ຫວຽດ​ນາມ.”

        ເພື່​ອ​ສ້າງ​ເຄື່ອງ​ໝາຍ​ກາ​ເຟ​ຫວຽດ​ນາມ ສຳ​ເລັດ​ຜົນ ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ຍາວ​ນານ, ສະ​ຖຽນ​ລະ​ພາບ ແລະ ຊຳ​ນານ​ງານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ອນ​ອື່ນ​ໝົດ ບັນ​ດາ​ວິ​ສາ​ຫະ​ກິດ ຕ້ອງ​ຜະ​ລິດກາ​ເຟ​ມີ​ຄຸນ​ນະ​ພາບ​ສູງກວ່າ​ເມື່ອ​ທຽບ​ໃສ່​ບັນ​ດາ​ຄູ່​ແຂ່ງ​ ​ແກ້ງ​ແຍ້ງ,ຄວນ​ກຳ​ນົດ​ນະ​ໂຍ​ບາຍ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ສອຍ. ຫວ່າງ​ແລ້ວນີ້ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ມີ​ດຳ​ລັດ​ເລກ​ທີ 210 ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ພິ​ເສດ​ສຸມ​ໃສ່​ຂອດ​ປຸງ​ແຕ່ງ​ກາ​ເຟ. ຕາມນັ້ນ​ແລ້ວ, ລັດ​ຖະ​ບານ ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ ຍົກ​ສູງ​ມູນ​ຄ່າ​ກາ​ເຟ ແລະ ຍົກ​ສູງ​ລະ​ດັບ​ຜົນ​ສະ​ທ້ອນ​ຂອງ​ເຄື່ອງ​ໝາຍ​ກາ​ເຟ​ຫວຽດ​ນາມ, ພ້ອມ​ທັງ​ສືບ​ຕໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຜະ​ລິດ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ