ພົບປະກັບນັກວິທະຍາສາດປະສົມພັນເຂົ້າ ST25

(VOVWORLD) -ພາຍຫຼັງມານະພະຍາຍາມເປັນເວລາກວ່າ 25 ປີ, ນັກວິສະວະກອນ ໂຮ່ກວາງກົວ ພ້ອມກັບເພື່ອນຮ່ວມງານ ໄດ້ປະສົມພັນເຂົ້າ ST25 ຢ່າງສຳເລັດຜົນ ອັນໄດ້ນຳແນວພັນເຂົ້າ ST25 ຂອງ ຫວຽດນາມ ຖືກຈັດເຂົ້າໃນຕາຕະລາງຈັດອັນດັບເຂົ້າສານແຊບກວ່າໝູ່ໃນໂລກ ປີ 2019. ເມື່ອພົບປະກັບນັກຂ່າວເມື່ອບໍ່ດົນມານີ້, ໃຫ້ກຳເນີດແນວພັນເຂົ້າ ST25 ໄດ້ແບ່ງປັນດ້ວຍຄວາມເບີກບານໃຈ ກ່ຽວກັບບັນດາໄລຍະທາງທີ່ແກ່ຍາວ ເປັນເວລາກວ່າສອງທົດສະວັດ ເພື່ອນຳປະເພດເຂົົ້າສານຂອງ ຫວຽດນາມ ກາຍເປັນເຂົ້າສານຊະນິດທີ່ແຊບກວ່າໝູ່ໃນໂລກ. 
ພົບປະກັບນັກວິທະຍາສາດປະສົມພັນເຂົ້າ ST25 - ảnh 1 ນັກວິສະວະກອນ ໂຮ່ກວາງກົວ

ລີ່ມຕົ້ນການແລກປ່ຽນ, ນັກວິສະວະກອນ ໂຮ່ກວາງກົວ ໄດ້ເລົ່າຄືນສູ່ຟັງກ່ຽວກັບໄລຍະທາງໄປເຖິງການຜະລິດແນວພັນເຂົ້າ ST25 ເຊິ່ງໄດ້ເລີ່ມປະຕິບັດນັບແຕ່ປີ 1991 ຄາວນັ້ນໃນຖານະເປັນນັກວິທະຍາສາດຊາວກະສິກອນ, ທ່ານ ກົວ ແລະ ເພື່ອຮ່ວມງານໄດ້ຕັດສິນໃຈ ຟື້ນຟູແນວພັນເຂົ້າທີ່ມີຊື່ສຽງເປັນໄລຍະໜຶ່ງຂອງແຂວງ ຊັອກຈັງ. ທ່ານ ໂຮ່ກວາງກົວ ເວົ້າວ່າ:

       “ເພື່ອໄດ້ຮັບນາມມະຍົດເຂົ້າສານແຊບກວ່າໝູ່ໃນໂລກນັ້ນ ພວກຂ້າພະເຈົ້າ ກໍ່ໄດ້ມີໄລຍະທາງອັນຍາວໄກ ຄືເປັນເວລາກວ່າ 25 ປີ. ຊັອກຈັງ ແມ່ນແຫ່ງໄດ້ຜະລິດເຂົ້າສານແຊບ ທີ່ສົ່ງໄປຂາຍຢູ່ເອີລົບ ນັບຕັ້ງແຕ່ຊຸມປີຕົ້ນສະຕະວັດທີ XX ແລະ ພາຍຫຼັງມາກໍ່ຖືກສູນຫາຍໄປ. ຄວາມຄາດຫວັງຂອງພວກຂ້າພະເຈົ້າ ແມ່ນຢາກຟື້ນຟູເຂົ້າສານຊະນິດນີ້”.

      ພາຍຫຼັງເຮັດວຽກດ້ວຍຄວາມມານະພະຍາຍາມ ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເຊິ່ງແກ່ຍາວເປັນເວລາກວ່າສອງສະຕະວັດເຄິ່ງ, ສະຕິປັນຍາ ແລະ ເຫື່ອແຮງຂອງນັກວິສະວະກອນ ໂຮ່ກວາງກົວ ແລະ ຈຸນັກວິທະຍາສາດ ໄດ້ຮັບການຕອບແທນ. ຕາມນັ້ນແລ້ວ ໃນສາມປີຢ່າງລຽນຕິດຄື 2107 ຫາ 2019 ແນວພັນເຂົ້າ ST ໄດ້ຖືກຈັດເຂົ້າໃນ Top ເຂົ້າສານສາມຊະນິດທີ່ແຊບກວ່າໝູ່ໃນໂລກ ແລະ ພິເສດໃນປີ 2019 ໄດ້ຮັບກາບເຊີດຊູແມ່ນເຂົ້າສານຊະນິດແຊບກວ່າໝູ່ໃນໂລກ, ພິເສດນີ້ເປັນຄັ້ງທຳອິດທີ່ແນວພັນເຂົ້າໄລຍະສັ້ນ ໄດ້ຮັບການປົວແປງທາງດ້ານສະມັດຕະພາບສູງ ຂອງອາຊີຕາເວັນອອກສຽງໃຕ້ ໄດ້ຮັບການເຊີດຊູ ແມ່ນເຂົ້າສານຊະນິດກວ່າໝູ່ໃນໂລກ. ນັກວິສະວະກອນ ໂຮ່ກວາງກົວ ເວົ້າວ່າ:

     “ພວກຂ້າພະເຈົ້າ ແລະ ບັນດາເພື່ອນຮ່ວມອາຊີບ ໄດ້ມີຄວາມມານະພະຍາຍາມປັບປຸງ, ຮຽນຮູ້ກ່ຽວກັບບັນດາບົດຮຽນປະສົບການຂອງແຫ່ງອື່ນໆ. ເຖິງປີ 2017 ພວກຂ້າພະເຈົ້າກໍ່ໄດ້ບັນລຸເປົ້າໝາຍ. ນີ້ກໍ່ແມ່ນຄັ້ງທຳອິດຢູ່ອາຊີຕາເວັນອອກສຽງໃຕ້ ໄດ້ມີແນວພັນເຂົ້າໄລຍະສັ້ນທີ່ມີການປັບປຸງທາງດ້ານສະມັດຕະພາບສູງ ແລະ ຖືກຈັດເຂົ້າໃນບັນຊີລາຍຊື່ ເຂົ້າສານຊະນິດແຊບກວ່າໝູ່ໃນໂລກ”.

     ຜູ້ໃຫ້ກຳເນີດແນວພັນເຂົ້າ ສານ ST25 ໃຫ້ຮູ້ວ່າ ລາວມີຄວາມປະຫຼາດໃຈ ເມື່ອເຫັນວ່າຜູ້ບໍລິໂພກ ຫວຽດນາມ ໃນຊຸມມື້ທີ່ຜ່ານມາພັດມີຄວາມສົນໃຈເຖິງເຫດການນີ້ຢ່າງ ຫຼວງຫຼາຍເຊັ່ນນັ້ນ. ເພາະວ່າ ແຕ່ດົນນານມາແລ້ວ ມີຜູ້ບໍລິໂພກຊາວ ຫວຽດນາມ ຈຳນວນບໍ່ໜ້ອຍ ເຄີຍມັກບໍລິໂພກສິນຄ້ານຳເຂົ້າຈາກຕ່າງປະເທດ ເຂົາເຈົ້າໄດ້ໄປຊອກຫາເຂົ້າສານ ກຳປູເຈຍ, ເຂົ້າສານ ໄທມາກິນ. ແຕ່ພາຍຫຼັງທີ່ເຂົ້າສານ ຫວຽດນາມ ໄດ້ຮັບລາງວັນເຂົ້າສານແຊບກວ່າໝູ່ໃນໂລກນັ້ນ, ທຸກໆ ຄົນກໍ່ໄດ້ພາກັນຊອກຊື້ເຂົ້າສານ ST25. ທ່ານ ໂຮ່ກວາງກົວ ໃຫ້ຮູ້ອີກວ່າ:

        “ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ຊາວຫວຽດນາມ ມີຄວາມເອກອ້າງທະນົງໃຈຂອງຊາດ, ເຂົາເຈົ້າມີຄວາມສຳນຶກວ່າ ຊາວຫວຽດນາມ ຕ້ອງຊົມໃຊ້ສິນຄ້າ ຫວຽດນາມ, ບໍ່ແມ່ນວ່າເຂົາເຈົ້າພຽງແຕ່ມັກຊອກຊື້ເຂົ້າສານຂອງ ກຳປູເຈຍ, ໄທ ເພື່ອກິນ. ເປັນວ່າເມື່ອກ່ອນນີ້ ບັນດານັກວິທະຍາສາດ, ນັກທຸລະກິດເຮັດບໍ່ທັນສຸດກົກສຸດປາຍເທື່ອ, ຍັງບໍ່ທັນໄດ້ຮັບການຢັ້ງຢືນ, ດັ່ງນັ້ນຜູ້ບໍລິໂພກຍັງບໍ່ເຊື່ອໝັ້ນຕໍ່ສິນຄ້າຂອງ ຫວຽດນາມ ເທື່ອ”.

       ໂດຍມີຄວາມເອກອ້າງທະນົງໃຈຕໍ່ໝາກຜົນທີ່ບັນລຸໄດ້, ແຕ່ນັກວິສະວະກອນ ໂຮ່ກວາງກົວ ກໍ່ຍັງມີຄວາມເປັນຫ່ວງວ່າ ເຮັດແນວໃດເພື່ອຈະຮັກສາແນວພັນເຂົ້າສານທີ່ແຊບ ເພື່ອຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງ. ຕາມທ່ານແລ້ວ ບັນຫານີ້ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳ ຈາກບັນດາອົງການສຳນັກງານແຫ່ງລັດ, ລັດຖະບານ. ຄວາມຮັບຜິດຊອບໃນປັດຈຸບັນ ແມ່ນຂຶ້ນກັບທັງສັງຄົມ. ໃນນັ້ນການຮ່ວມມືຊາວກະສິກອນ - ລັດ - ນັກວິທະຍາສາດ - ນັກທຸລະກິດ ແມ່ນສຳຄັນທີ່ສຸດ. ນັກວິສະວະກອນ ໂຮ່ກວາງກົວ ແບ່ງປັນວ່າ:

       “ພວກຂ້າພະເຈົ້າດ້ວຍບົດບາດແມ່ນນັກວິທະຍາສາດ, ພວກຂ້າພະເຈົ້າຈະພະຍາຍາມຮັກສາຄຸນນະພາບຂອງແນວພັນເຂົ້າໃຫ້ເປັນຢ່າງດີ ເພື່ອໃຫ້ຄົນລຸ້ນຫຼັງສາມາດຮັກສາບັນດາຜົນງານທີ່ຫາຍາກນີ້. ວຽກງານນີ້ແມ່ນຕ້ອງມີການເຂົ້າຮ່ວມຂອງຫຼາຍພາກສ່ວນ ໃນສັງຄົມຈຶ່ງສາມາດສ້າງ ແລະ ຮັກສາເຄື່ອງໝາຍເຂົ້າສານທີ່ແຊບທີ່ສຸດ ໃຫ້ແກ່ປະເທດຊາດ”.

      ເຊື່ອໝັ້ນວ່າດ້ວຍຄວາມສຸມຈິດສຸມໃຈ ແລະ ຄວາມເກັ່ງກ້າສາມາດຂອງຕົນ, ນັກວິສະວະກອນ ໂຮ່ກວາງກົວ ແລະ ບັນດານັກວິທະຍາສາດອື່ນໆ ຈະສືບຕໍ່ຮັກສາແນວພັນເຂົ້າ ST25 ໃຫ້ເປັນຢ່າງດິ ກໍ່ຄືປະສົມພັນເຂົ້າໃໝ່ທີ່ແຊບກວ່ານີ້ອີກ ເພື່ອຢັ້ງຢືນບົດບາດທີ່ຕັ້ງຂອງເຂົ້າສານ ເວົ້ົ້ົ້າສະເພາະ ແລະ ຜະລິດຕະພັນກະເສດຂອງ ຫວຽດນາມ ເວົ້າລວມ ໃນຕະຫຼາດວາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ