ພາສີເອເລັກໂຕນິກເພື່ອຜົນປະໂຫຍດຂອງວິສາຫະກິດ

(vovworld)- ​​ການປະຕິບັດ​ລະບຽບການພາສີ​ເອ​ເລັກ​ໂຕ​ນິກ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ວິ​ສາ​ຫະກິດ, ຕອບ​ສະຫນອງ​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ​ລັດຖະບານ. ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ໃຫຍ່​ພາສີ ຫວຽດນາມ ​ແລ້ວ, ພາຍຫລັງ 10 ​ເດືອນ​ແຫ່ງ​ການ​ປະຕິບັດ​ພາສີ​ເອ​ເລັກ​ໂຕ​ນິກ ​​ແມ່ນຕອບ​ສະຫນອງ​​ໄດ້ຈຸດໝາຍ​ຫັນ​ເປັນ​ຂະ​ແຫນງ​ພາສີທີ່ທັນ​ສະ​ໄຫມ ກໍ​ຄື ຊ່ວຍ​ໃຫ້​ວຽກ​ງານ​ຂາ​ອອກ​ຂາ​ເຂົ້າສິນຄ້າຂອງ​ບັນດາ​ວິ​ສາ​ຫະກິດ​ຢ່າງ​ວ່ອງ​ໄວ, ມີ​ປະສິດທິ​ຜົນ​.

        ປະຈຸ​ບັນ, ລະບຽບ​ການ​ພາສີ​ເອ​ເລັກ​ໂຕ​ນິກ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ 34 ກົມ​ພາສີ​ທັງ​ໝົດໃນ​ທົ່ວ​ປະ​ເທດ​. ຈຳນວນ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ລະບຽບການ​ພາສີ​ເອ​ເລັກ​ໂຕ​ນິກ ​ແມ່ນ ກວ່າ 45.000 ​ແຫ່ງ, ກວມ​ອັດຕາ​ກວ່າ 95% ຈຳນວນ​ວິ​ສາ​ຫະກິດ​ປະຕິບັດ​ຂາ​ອອກ​ຂາ​ເຂົ້າ. ​ໃນ​ນັ້ນ, ມີ ວິ​ສາ​ຫະກິດ 6.300 ​ແຫ່ງມີ​ເງິນ​ລົງທຶນ​​ໂດຍ​ກົງ​ຂອງ​ຕ່າງປະ​ເທດ(FDI), ກວມ 14%. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ຜົນ​ປະ​ໂຫຍ​ດຈາກ​ພາສີ​ເອ​ເລັກ​ໂຕ​ນິກນຳ​ມາ​ໃຫ້, ທ່ານ​ນາງ ຫວູຫາຍ​ລີງ, ຮອງ​ຜູ້ອຳນວຍການ​ບໍລິສັດ ມີ​ງທາຍ ຈຳກັດ ​ແບ່ງປັນ​ວ່າ: ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້, ວິ​ສາ​ຫະກິດ ຕ້ອງ​ລໍຖ້າ​ໝາກຜົນ​ແບ່ງ​ສາຍ​​ເຮັດ​ລະບຽບ​ການ​ພາສີ ​ເພື່ອ​ຮູ້​ຈັກວ່າ ບໍລິສັດຂອງ​ຕົນຕ້ອງ​ກວດກາ​ສິນຄ້າ​ຫລື​ບໍ່, ​ແຕ່​ມາ​ຮອດ​ປະຈຸ​ບັນ ວິ​ສາ​ຫະກິດ​ໄດ້​ຮັບຄຳຕອບ​ໃນ​ທັນ​ທີ່ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ​ໄລຍະ​ເຮັດ​ລະບຽບ​ການ​ພາສີ​​ແມ່ນ​ວ່ອງ​ໄວ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ.

        “​ເຂົ້າ​ຮ່ວມ​ພາສີ​ເອ​ເລັກ​ໂຕ​ນິກ, ວິ​ສາ​ຫະກິດ​ພວກ​ຂ້າພະ​ເຈົ້າ​ບໍ່​ຕ້ອງການ​ມາ​ເຮັດ​ລະບຽບ​ການໂດຍ​ກົງ​ຢູ່​ສຳນັກງານ​ພາສີ ຫາກ​ສາມາດ​ເຮັດ​ລະບຽບ​ການ​ພາສີ​ຢູ່​ບໍລິສັດ. ຄຽງ​ຄູ່​ກັນ​ນັ້ນ ກໍ​ໄດ້​ຍົກ​ເວັ້ນການ​ກວດກາ​ເອກະສານ ​ແລະ ສິນຄ້າ. ພິ​ເສດ ວິ​ສາ​ຫະກິດ​ໃດ​ເຂົ້າ​ຮ່ວມ​ພາສີ​ເອ​ເລັກ​ໂຕ​ນິກກໍ​ລ້ວນ​ແຕ່​ເຫັນ​ໄດ້​ວ່າ: ວິ​ສາຫະກິດ​ຖືກ​ຫລຸດຜ່ອນ​ເວລາ ​ແລະ ລາ​ຍຈາ​່ຍ​ເຮັດລະບຽບການ​ພາສີ. ດ້ານ​ອື່ນ, ວິ​ສາ​ຫະກິດ​ສາມາດ​ເປັ​ນ​ເຈົ້າ​ການ​ໃນ​ວິວັດ​ການ​ແຈ້ງ ​ແລະ ​ເສຍ​ທຳນຽມພາສີ.”

ພາສີເອເລັກໂຕນິກເພື່ອຜົນປະໂຫຍດຂອງວິສາຫະກິດ - ảnh 1
ພາສີ​ເອ​ເລັກ​ໂຕ​ນິກ
photo:internet

        ທ່ານ ​ເຈີ​ນກວກ​ດີ້​ງ, ຮອງ​ຫົວຫນ້າ​ພະ​ແນ​ກປະຕິ​ຮູບ​ພາສີ​ໃຫ້​ທັນ​ສະ​ໄຫມ ສັງກັດ ກົມ​ໃຫຍ່​ພາສີ ຫວຽດນາມ ​ໃຫ້​ຮູ້​ວ່າ: ລະບຽບ​ການ​ພາສີ​ເອ​ເລັກ​ໂຕ​ນິກ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໂດຍ​ອີງ​ໃສ່​ພື້ນຖານ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ຂັ້ນ​ຕອນ​ວິຊາ​ສະ​ເພາະ​ທີ່​ງາຍ​ດາຍ, ກົມ​ກຽວ, ​ເປັນ​ເອກະ​ພາບ ​ແລະ ​ເໝາະ​ສົມ​ກັບ​ມາດຖານ ​ແລະ ທຳນຽ​ມສາກົນ.

        “ກົ​ມ​ໃຫຍ່​ພາສີ​ຫວຽດນາມ​ ໄດ້ຊີ້​ນຳ​ບັນດາ​ກົມ​ພາສີ​ ຕ້ອງເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ແຜນການ ​ແລະ ປະຕິບັດ​ການ​ຫັນ​ລະບຽບ​ການ​ພາສີຈາກ​ເຮັດລະບຽບການ​ທຳ​ມະ​ດາຫັນ​ມາ​​ເຮ​ັດທົດ​ລອງ​ຜ່ານລະບົບ​ເອ​ເລັກ​ໂຕ​ນິກສຳລັບ​ສາຂາ​ກົມ​ທີ່​ຂຶ້ນ​ກັບ​ກົມ​ໃຫຍ່ ພາຍ​ໃຕ້​ການ​ຊີ້​ນຳ, ​ແນະນຳ​ຂອງ​ກົມ​ໃຫຍ່​ພາສີ. ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ​້ຕິດ​ຂັດ​ໃນ​ວິວັດ​ການ​ປະຕິ​ບັດ ລະບຽບ​ການ​ພາສີ​ເອ​ເລັກ​ໂຕ​ນິກ ກໍ​ໄດ້​ຮັບ​ການ​ຮັບ​ຮູ້,​ ສ່ອງ​ແສງ ​ແລະ ​ແກ້​ໄຂ​ຢ່າງ​ທັນ​ການ.”

        ບົນ​ພື້ນຖານ​ຍຸດ​ທະ​ສາດ​ພັດທະນາ​ພາສີ​ຮອດ​ປີ 2020, ​ແຜນການ​ປະຕິ​ຮູບ, ພັດທະນາ ​ແລະ ​ຫັນພາສີ​ເປັນ ທັນ​ສະ​ໄຫມ ​ໄລຍະ 2011-2015 ພ້ອມ​ກັບ​ຄວາມ​ມຸ່ງ​ຫວັງ​ສ້າງ​ບາດກ້າວ​ບຸ​ກທະລຸ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ນັບ​ແຕ່​ວັນ​ທີ 1/4/2014, ກົມ​ໃຫຍ່​ພາສີ ຈະ​ຜັນ​ຂະຫຍາຍ​ການນຳ​ໃຊ້​ລະບົບ​ເຮັດ​ລະບຽບ​ການ​ພາສີ​ອັດຕະ​ໂນ​ມັດ ​ແລະ ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ ​ເພື່ອ​ນຳ​ໃຊ້​ໃຫ້​ແກ່​ຈຸດປະສົງ​ເຮັດ​ລະບຽບ​ການ​ພາສີ​ຂາ​ອອກ​ຂາ​ເຂົ້າ (VNACCS/VCIS-VietNam Automated Cargo Clearance System). ປະຈຸ​ບັນ​ລະບົບພາສີ​ເອ​ເລັກ​ໂຕ​ນິກ ພຽງ​ສຸມ​ໃສ່​ຂອດພາຍ​ໃນ ​ແລະ ພາຍຫລັງ​ການ​ປະຕິ​ບັດ​ລະບຽບການ​ພາສີ ​ໃນ​ຂະນະ​ນັ້ນ ລະບົບ VNACCS ​ກໍ່ເປີດ​ກວ້າງ​ບັນດາ​ບົດບາ​ດຫນ້າ​ທີ່, ລະບຽບການ​ໃຫມ່​ຄື: ລະບຽບ​ການ​ຈົດ​ທະບຽນ​ບັນຊີ​ລາຍ​ຊື່​ສິນຄ້າ​ຖືກ​ຍົກ​ເວັ້ນພາສີ, ລະບຽບ​ການ​ນຳ​ໃຊ້​ລວມນັບ​ທັງ​ສິນຄ້າ​ຮັບ​ໃຊ້​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ບໍ່​ດຳ​ເນີນ​ທຸລະ​ກິດ, ລະບຽບ​ການ​ງາຍ​ດາຍ​ສຳລັບ​ສິນຄ້າ​ມີ​ມູນ​ຄ່າ​ຕຳ່, ບົດບາດ​ຫນ້າ​ທີ່​ການ​ຄຸ້ມ​ຄອງ​ສິນຄ້າ​ນຳ​ເຂົ້າ​ເພື່ອ​ສົ່ງ​​ໄປ​ຂາຍ​ຢູ່​ປະ​ເທດ​ທີ 3. ລະບົບ VNACCS ກໍ​ອະນຸຍາດ​ເຊື່ອມ​ຕໍ່​ບາງກະຊວງ, ຂະ​ແຫນງ​ການ​ຕາມ​ກົນ​ໄກ​ປະຕູ​ດຽວ.

        ຕາມ​ທ່ານ ​ເຈີ​ນກວກ​ດີ້​ງ, ຮອງ​ຫົວຫນ້າ​ພະ​ແນ​ກປະຕິ​ຮູບ​ການ​ຫັນ​ພາສີ​ເປັນ​ທັນ​ສະ​ໄຫມ​ແລ້ວ, ກົມ​ໃຫຍ່​ພາສີ ຫວຽດນາມ, ລະບົບ VNACCS/VCIS ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​​ໂດຍ​ມີ​ການ​ຊ່ວຍ​ເຫລືອ​ຂອງ​ຍີ່​ປຸ່ນ ​ແລະ ຈະ​ສ້າງ​ບາດ​ລ້ຽວ​ໃນ​ວິວັດ​ການ​ຫັນ​ພາສີ​ເປັນ​ທັນ​ສະ​ໄຫມ. ພ້ອມ​ກັນ​ນັ້ນ ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ, ປົກ​ປ້ອງ​ຄວາມ​ປອດ​ໄພດ້ານ​ເສດຖະກິດ, ການ​ຄ້າ, ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ.

        “​ເມື​່ອນຳ​​ໃຊ້​ລະບົບ VNACCS/VCIS, ສຳລັບ​ວິ​ສາ​ຫະກິດຈະ​ເຮັດ​ລະບຽບ​ຢ່າງ​ວ່ອງ​ໄວ ​ແລະ ສະດວກ. ວິ​ສາ​ຫະກິດນຳ​ໃຊ້​ສຳ​ເນົາ​ເອກະສານ​ບໍ່​ຫລາຍ ຫາກ​ຫັນ​ມາ​ລົງ​ລາຍ​ເຊັນ​ເອ​​​ເລັກ​ໂຕ​ນິກ. ລະບົບ​ດັ່ງກ່າວກໍ​ຈັດ​​ແບ່ງປະ​ເພດສິນຄ້າ​ແບບ​ອັດຕະ​ໂນ​ມັດ. ພິ​ເສດ ​ເມື່ອ​ລະບົບ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ, ວິ​ສາ​ຫະກິດ​ພຽງ​ແຕ່​ແຈ້ງ​ຂໍ້​ມູນ​ຂ່າວສານ​​ໃນເທື່ອ​ຫນຶ່ງ​ເທົ່າ​ນັ້ນ.”

        ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ປະຕິບັດ​ລະບຽບການ​ພາສີ​ເອ​ເລັກ​ໂຕ​ນິກ, ຂະ​ແຫນງ​ພາສີ ຫວຽດນາມ ຈະ​ສຳ​ເລັດ​ພື້ນຖານ​ໂຄງ​ລ່າງ, ຊັບພະຍາກອນ​ມະນຸດ ​ແລະ ສ້າງ​ແຜນການ, ຜັນ​ຂະຫຍາຍ​ລະບຽບ​ການ​ພາສີຢ່າງ​ຄົບ​ຊຸດ. ນອກ​ນັ້ນ ຈະ​ຍູ້​ແຮງ​ການ​ໂຄສະນາ​ລະບຽບການ​ພາສີ​ເອ​ເລັກ​ໂຕ​ນິກ​ເຖິງ​ປະຊາ​ຄົມ​ວິ​ສາ​ຫະກິດ​ຕະຫລອດ​ຮອດ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ. ຈາກ​ນັ້ນ ຊ່ວຍ​ວຽກ​ງານ​ຂາ​ອອກ​ຂາ​ເຂົ້າ​ສິນຄ້າ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ມື້​ນັບ​ສະດວກ, ວ່ອງ​ໄວ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ