ມີຫລາຍມາດຕະການພັດທະນາອາຊີບຂຸດຄົ້ນ ຫາສິນທະເລ

(VOVWORLD) -ໄລຍະຜ່ານມາ, ກົດໝາຍວ່າດ້ວຍສິນໃນນ້ຳ ໄດ້ຮັບການຜັນຂະຫຍາຍ, ບັນດາມາດຕະການ ຍົກເລີກ “ບັດເຫລືອງ” ຂອງຄະນະກຳມະການ ເອີລົບ ໄດ້ຮັບການປະຕິບັດຢ່າງຂ້ຽວຂາດຈາກບັນດາທ້ອງຖິ່ນ. ເຖິງວ່າ ມີການກະທົບເຖິງການເຄື່ອນໄຫວຂຸດຄົ້ນ ຫາສິນທະເລ ກໍຕາມ ແຕ່ບັນດາທ້ອງຖິ່ນຂອງເຂດທົ່ງພຽງແມ່ນ້ຳຂອງ ມີຫລາຍມາດຕະການແກ້ໄຂ.

ມີຫລາຍມາດຕະການພັດທະນາອາຊີບຂຸດຄົ້ນ ຫາສິນທະເລ - ảnh 1 ກຽນຢາງ ແມ່ນແຂວງ ມີປະລິມານກຳປັ່ນຫາປາຫລາຍສຸດຢູ່ຫວຽດນາມ. 

ກຽນຢາງ ແມ່ນແຂວງ ມີປະລິມານກຳປັ່ນຫາປາຫລາຍສຸດຢູ່ຫວຽດນາມ. ໃນຫລາຍປີຜ່ານມາ ຂົງເຂດຂຸດຄົ້ນ ຫາສິນທະເລ ຍາມໃດກໍ່ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງ.ເຖິງຢ່າງໃດກໍຕາມ ປີນີ້ ມີກຳປັ່ນຫາປາ ກວ່າ 1000 ລຳ ໃນຍອດຈຳນວນກວ່າ 9.800 ລຳຂອງແຂວງນີ້ ບໍ່ອອກຝັ່ງຫາປາ ຍ້ອນຫາປາບໍ່ໄດ້ຮັບຜົນ ຖືກລຸບທຶນ. ຢູ່ແຂວງ ກາເມົາ ຕາມຕົວເລກສະຖິຕິແລ້ວ ຮອດເດືອນ ຕຸລາ ປີ 2019 ຍອດປະລິມານສິນທະເລຂຸດຄົ້ນມາໄດ້ບັນລຸກວ່າ 154.000 ໂຕນ, ໃນນັ້ນປະລິມານກຸ້ງພຽງບັນລຸໄດ້ປະມານ 7000 ໂຕນ, ຫລຸດຜ່ອນ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.ສາຍເຫດນັ້ນແມ່ນ ສິນທະເລກໍ່ຖືກຫນ້ອຍລົງ ແລະ ຄວາມເຄັ່ງຄັດຈາກ ກົດໝາຍວ່າດ້ວຍສິນໃນນ້ຳ ພ້ອມກັບເລື່ອງບັນດາແຂວງຍູ້ແຮງເລື່ອງສະກັດກັ້ນການຂຸດຄົ້ນສິນທະເລຜິດກົດໝາຍ.

ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຊາວປະມົງ, ປະຈຸບັນ ບັນດາແຂວງ ມີທ່າແຮງຫາປາຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ດຳເນີນຫລາຍມາດຕະການ. ຄຽງຄູ່ກັບການຫນູນຊ່ວຍໃຫ້ຊາວປະມົງ ຫັນປ່ຽນອາຊີບຫາປາ ທິດຮ່ວມສຳພັນຕາມລະບົບເພື່ອຫລຸດຜ່ອນລາຍຈ່າຍຫາປາ ແລະຍົກສູງຄຸນຄ່າຜະລິດຕະພັນສົ່ງອອກກໍ່ໄດ້ຮັບການຍູ້ແຮງ. ສູນສົ່ງເສີມອຸດສາຫະກຳແຂວງກາເມົາ  ໄດ້ມີບັນດາການຫນູນຊ່ວຍໃຫ້ແກ່ບາງວິສາຫະກິດປຸງແຕ່ງ ສົ່ງອອກນຳເຂົ້າສິນໃນນ້ຳ.ທ່ານ ຫງວຽນຫືວຕວັດ, ພະນັກງານຄຸ້ມຄອງໂຮງງານປຸງແຕ່ງ ຂອງບໍລິສັດ ໝີທ່ວຽນ ຈຳກັດ ຊື່ງແມ່ນຫົວຫນ່ວຍຫນູນຊ່ວຍການລົງທຶນຈັກອົບແຫ້ງປາມຶກ ຕາມເຕັກໂນໂລຊີ ຍີ່ປຸ່ນ ໃຫ້ຮູ້ວ່າ: ຍ້ອນອີງໃສ່ເຕັກໂນໂລຊີປຸງແຕ່ງໃຫມ່ ຜະລິດຕະພັນປາມຶກຂອງບໍລິສັດມີຄຸນນະພາບດີ, ກຳລັງຄວາມສາມາດການຜະລິດກໍ່ສູງກວ່າ. ຈາກນັ້ນ ຫົວຫນ່ວຍຈຶ່ງເປີດກວ້າງຕະຫລາດສົ່ງອອກໄປຍັງຫລາຍປະເທດ.

“ຄວາມຕ້ອງການຜະລິດຕະພັນປາມຶກຂອງບໍລິສັດແມ່ນໃຫຍ່ຫລວງ ສະນັ້ນ ບໍລິສັດ ໄດ້ລົງທຶນອຸປະກອນທັນສະໄຫມ ເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າ. ຄວາມສາມາດບົ່ມຊ້ອນຂອງສິນຄ້າປະເພດນີ້ແມ່ນໃຫຍ່ຫລວງ ພວກຂ້າພະເຈົ້າພວມເປີດກວ້າງຕະຫລາດອອກສູ່ບັນດາປະເທດຄື: ສເກົາຫລີ, ຍີ່ປຸ່ນ ແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.”

ພະແນກກະສິກຳແລະພັດທະນາຊົນນະບົດ ແຂວງ ກຽນຢາງໃຫ້ຮູ້ວ່າ:ທາງແຂວງໄດ້ຮັດແຫນ້ນການປະຕິບັດບັນດາຂໍ້ກຳນົດໃນກົດໝາຍວ່າດ້ວຍສິນໃນນ້ຳ ແລະພວມປະກາດໃຊ້ຂໍ້ກຳນົດກ່ຽວກັບການຄຸ້ມຄອງເຄື່ອນໄຫວຂຸດຄົ້ນ ປົກປັກຮັກສາ ແລະ ພັດທະນາແຫລ່ງຜົນປະໂຫຍດຈາກສິນທະເລຢູ່ບໍລິເວນ.

ມີຫລາຍມາດຕະການພັດທະນາອາຊີບຂຸດຄົ້ນ ຫາສິນທະເລ - ảnh 2 ໂຮງານປຸງແຕ່ງສິນທະເລ ໝີທວຽນ

ພາບ:(camau.gov.vn)

ໃນນັ້ນ ມີທັງເລື່ອງສັບຊ້ອນໂຄງປະກອບບັນດາອາຊີບຂຸດຄົ້ນໃຫ້ເໝາະສົມກັບເຂດທະເລ. ກ່າວຄຳເຫັນທີ່ການເຮັດວຽກກັບແຂວງກຽນຢາງ ຫວ່າງແລ້ວນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ຊີ້ແຈ້ງວ່າ:

ໃນໄລຍະຍາວ ພວກເຮົາຕ້ອງສ້າງໂຄງປະກອບຂະແຫນງສິນໃນນ້ຳຄືນໃຫມ່.ໃນຍຸດທະສາດທະເລ, ພວກເຮົາຕ້ອງສຸມໃສ່ສ້າງໂຄງປະກອບຄືນໃຫມ່ ຕາມທິດເພີ່ມການລ້ຽງປູກ, ຫລຸດຜ່ອນໂຄງປະກອບການຂຸດຄົ້ນໃນເສດຖະກິດສິນທະເລ. ບັນດາທ້ອງຖິ່ນຄວນສຸມໃສ່ເພີ່ມປະລິມານການລ້ຽງປູກສິນໃນນ້ຳ”

ເພື່ອສົ່ງເສີມຊາວປະມົງຫາປາຖືກຕ້ອງກັບການກຳນົດ, ບັນດາທ້ອງຖິ່ນຢູ່ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ມີບັນດາມາດຕະການແຮງກວ່າອີກ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຊາວປະມົງ ແລະ ພັດທະນາອາຊີບຂຸດຄົ້ນ, ປຸງແຕ່ງສິນໃນນ້ຳ ສິນທະເລ.

 

ຕອບກັບ

ຂ່າວ/ບົດ​ອື່ນ