(vovworld) - ປີ 2011 ຜ່ານມາ, ປະລິມານການຜະລິດ ປາຈາ ຂອງ ຫວຽດນາມ ບັນລຸເກືອບ 1,2 ລ້ານໂຕນ, ການສົ່ງອອກບັນລຸກວ່າ 600.000 ໂຕນ, ວົງເງິນສົ່ງອອກບັນລຸກວ່າ 1,8 ຕຶ້ USD. ຕາມແຜນການແລ້ວ, ປີນີ້ ຫວຽດນາມສູ້ຊົນບັນລຸປະລິມານການຜະລິດປາຈາແຕ່ 1,2 - 1,5 ລ້ານໂຕນ ດ້ວຍວົງເງິນສົ່ງອອກບັນລຸ 2 ຕຶ້ USD. ບັນດາກະຊວງ ຂະແຫນງການກ່ຽວຂ້ອງ ໄດ້ຍົກອອກຫລາຍມາດຕະການແທດຈິງ ເພື່ອບັນລຸຄາດໝາຍດັ່ງກ່າວໃຫ້ໄດ້.
ປະຈຸບັນ ຫວຽດນາມ ສົ່ງປາຈາ, ປາບາຊາ ໄປຂາຍຢູ່ 135 ປະເທດໃນໂລກ, ໃນນັ້ນ ອາເມລິກາ ແລະ ອີຢູ ຍັງຄົງແມ່ນປະເທດນຳເຂົ້າປາຈາຂອງຫວຽດນາມຫລາຍກວ່າໝູ່, ຕະຫລາດສອງແຫ່ງນີ້ກວມ 47% ຍອດມູນຄ່າການສົ່ງອອກປາຈາຂອງຫວຽດນາມ ໃນປີ 2011. ປີ 2011 ຜ່ານມາ ຫວຽດນາມ ມີ ວິສາຫະກິດ ກວ່າ 230 ແຫ່ງໄດ້ເຂົ້າຮ່ວມການສົ່ງອອກປາຈາ. ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ໄດ້ຕີລາຄາວ່າ ປີ 2012 ເສດຖະກິດໂລກສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແຕ່ຂະແຫນງປາຈາ ຍັງຄົງບັນລຸຜົນງານໄດ້ຫລາຍຢ່າງ. ຍ້ອນວ່າ ປະຈຸບັນ ປາຈາຂອງຫວຽດນາມ ພວມມີກຳລັງແກ້ງແຍ້ງສູງໃນຂະແຫນງອາຫານທົ່ວໂລກ. ພາບພົດປາຈາ ກໍຄ່ອຍໆໄດ້ຮັບການປົວແປງຜ່ານເລື່ອງ ອົງການ WWF ຮັບຮູ້ວ່າ ປາຈາແມ່ນປະເພດສິນໃນນ້ຳທີ່ໄດ້ລ້ຽງປູກແບບຍື່ນຍົງ, ສົ່ງເສີມຜູ້ບໍລິໂພກຢູ່ໃນໂລກນຳໃຊ້.
ການລ້ຽງປາຈາຢູ່ເຂດທົ່ງພຽງແມ່ນ້ຳຂອງ
ພາບປະກອບ (ຈາກ internet)
ຕາມແຜນການແລ້ວ ປີນີ້ ທົ່ວເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ ສູ້ຊົນເພື່ອໃຫ້ປະລິມານການຜະລິດປາຈາບັນລຸແຕ່ 1,2 - 1,5 ລ້ານໂຕນ, ດ້ວຍວົງເງິນສົ່ງອອກບັນລຸແຕ່ 1,85 - 2 ຕຶ້ USD. ເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວ, ໃນກອງປະຊຸມຄັ້ງຕ່າງໆ ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ໄດ້ຍົກອອກຫລາຍມາດຕະການຄື: ຍູ້ແຮງວຽກງານໂຄສະນາທາງພາຫະນະສື່ມວນຊົນ ແລະ ທາງການທູດ ເພື່ອແນໃສ່ຢືນຢັນວ່າ ປາຈາຂອງຫວຽດນາມ ແມ່ນຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ລາຄາກໍເໝາະສົມ. ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ໄດ້ພິຈາລະນາ ແລະ ແນະນຳລາຄາເພດານການສົ່ງອອກໃຫ້ແກ່ຕະຫລາດຕົ້ນຕໍ, ເປັນເຈົ້າການ, ຄົ້ນພົບຢ່າງທັນການ, ແກ້ໄຂຂໍ້ຕິດຂັດກ່ຽວກັບຕະຫລາດ, ຮົ້ວກີດຂວາງ, ການແກ້ງແຍ້ງດ້ານການຄ້າ, ພົ້ນເດັ່ນແມ່ນກໍລະນີຟ້ອງຮ້ອງຕ້ານການຂາຍບຸບລາຄາຢູ່ຕະຫລາດ ອາເມລິກາ ແລະ ຄຳນິຍາມ Catfish ຂອງກະຊວງກະສິກຳ ອາເມລິກາ, ຮັກສາຕະຫລາດ ສືບຕໍ່ເປີດກວ້າງຕະຫລາດໃຫມ່ຕື່ມອີກ ແລະ ເປີດກວ້າງຮູບການສົ່ງອອກ, ຫັນຜະລິດຕະພັນການສົ່ງອອກເປັນຫລາຍຮູບຫລາຍແບບ, ເພີ່ມອັດຕາສ່ວນວົງເງິນສົ່ງອອກສຳລັບບັນດາປະເພດສິນຄ້າມີມູນຄ່າເພີ່ມ, ສືບຕໍ່ພັດທະນາຕະຫລາດພາຍໃນປະເທດ, ກວດກາຄຸນນະພາບວັດຖຸສົ້ນເຂົ້າຄື: ຫົວອາຫານ, ແນວພັນ, ຢຸກຢາ, ປົວແປງສິ່ງແວດລ້ອມ. ທ່ານ ຫງວຽນຫືວຢູງ, ຮອງປະທານສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ໃຫ້ຮູ້ວ່າ: ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ຈະພິຈາລະນາ ແລະ ແນະນຳລາຄາເພດານການສົ່ງອອກໃຫ້ແກ່ຕະຫລາດຕົ້ນຕໍຈຳນວນຫນຶ່ງ, ເປັນເຈົ້າການ, ຄົ້ນພົບ ແກ້ໄຂຂໍ້ຕິດຂັດກ່ຽວກັບຕະຫລາດ, ຮົ້ວກີດຂວາງ, ການແກ້ງແຍ້ງດ້ານການຄ້າຢ່າງທັນການ .
“ຂ້າພະເຈົ້າຄິດວ່າ ຄວນສຸມໃສ່ການຮ່ວມສຳພັນລະຫວ່າງບັນດາຂັ້ນຕອນໃນການຜະລິດ. ຍ້ອນວ່າ ເຮັດໄດ້ສິ່ງນີ້ ຈະຊ່ວຍການຜະລິດປາຈາເປັນເອກະພາບຈາກການຜະລິດແນວພັນ, ຫົວອາຫານ, ການລ້ຽງ ແລະ ປຸງແຕ່ງ .”
ຫນຶ່ງໃນບັນດາສາຍເຫດທີ່ກໍ່ຜົນສະທ້ອນເຖິງຈຸດໝາຍສົ່ງອອກປາຈາຂອງ ຫວຽດນາມ ບັນລຸ 2 ຕຶ້ USD ນັ້ນແມ່ນການເຫນັງຕີງຂອງຕະຫລາດໄດ້ສົ່ງຜົນກະທົບໂດຍກົງເຖິງຂະແຫນງການຜະລິດ, ຜູ້ລ້ຽງປາ. ຄຽງຂ້າງນັ້ນ, ແມ່ນລາຄາຫົວລ້ຽງອາຫານປາຈາ ເພີ່ມຂຶ້ນສະເລ່ຍ 5% ແລະ ນະໂຍບາຍຮັດກຸ່ມສິນເຊື່ອຂອງລັດ ພ້ອມກັບການເຫນັງຕີງຂອງເງິນຕາຕ່າງປະເທດ ໄດ້ເຮັດໃຫ້ຜູ້ລຽງປາຈາ ແລະ ລາຄາຖືກຜົນສະທ້ອນໄປນຳ. ທີ່ກອງປະຊຸມສະຫລຸບການຜະລິດ, ຈຳຫນ່າຍປາຈາປີ 2011 ແລະ ຜັນຂະຫຍາຍແຜນການປີ 2012, ຜູ້ລ້ຽງປາຈາ, ບັນດາວິສາຫະກິດຜະລິດ, ຈຳຫນ່າຍ ແລະ ສົ່ງອອກປາຈາ ໄດ້ສະເຫນີຫລາຍບັນຫາທີ່ຮີບເຮັ່ງ ຮຽກຮ້ອງໃຫ້ລັດຖະບານຕ້ອງມີມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກນີ້. ທ່ານ ຫວໍວັນອົກ ຜູ້ລ້ຽງປາຈາ ຢູ່ ເມືອງ ທົດນົດ ນະຄອນ ເກີນເທີ ເວົ້າວ່າ:
“ພວກຂ້າພະເຈົ້າສະເຫນີຕໍ່ລັດ ຄວນສຳຫລວດກວດກາຄືນ ວິສາຫະກິດແຫ່ງໃດມີກຳລັງຄວາມສາມາດໃນການພັດທະນາ. ທາງລັດກໍຄວນຫນູນຊ່ວຍເພື່ອຊື້ປາຈາໃຫ້ແກ່ຊາວກະສິກອນ. ຄອບຄົວໃດນອນໃນເຂດລ້ຽງປາ ແລະ ມີສີມືລ້ຽງປາ ທາງລັດກໍພິຈາລະນາໃຫ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍຕ່ຳ.”
ຄຽງຂ້າງບັນດາຄວາມຫຍຸ້ງຍາກດັ່ງກ່າວ, ສິ່ງທີ່ກີດຂວາງທີ່ສຸດໃນປະຈຸບັນ ແມ່ນສະພາບຂາດແຄນທຶນຮອນ. ສະພາບການຂາດແຄນທຶນຮອນໃນໄລຍະຍາວນີ້ ໄດ້ເຮັດໃຫ້ຄອບຄົວລ້ຽງປູກສິນໃນນ້ຳ ແລະ ວິສາຫະກິດ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ໃນນັ້ນ ມີວິສາຫະກິດຂະຫນາດນ້ອຍຈຳນວນຫນຶ່ງ, ກຳລັງຄວາມສາມາດພາຍໃນຍັງອ່ອນ ອາດຈະເກີດຄວາມສ່ຽງເພື່ອຢຸດຕິການເຄື່ອນໄຫວ. ການກູ້ຢືມທຶນປະຈຸບັນ ສ່ວນຫລາຍແມ່ນອີງໃສ່ການຊັບສິນຄ້ຳປະກັນຫລາຍ ຫລື ຫນ້ອຍ ແຕ່ທຶນກູ້ຢືມຈາກທະນາຄານພຽງແຕ່ຕອບສະຫນອງບໍ່ຮອດເຄິ່ງຫນຶ່ງຂອງລາຍຈ່າຍການລົງທຶນເທົ່ານັ້ນ. VASEP ຖືວ່າ ຖ້າຫາກແກ້ໄຂຄວາມຫຍຸ້ງຍາກກ່ຽວກັບດ້ານທຶນຮອນໄດ້ ພ້ອມທັງຫລຸດຜ່ອນອັດຕາດອກເບ້ຍລົງຕຳ່ກວ່າລະດັບ 15 %/ປີ ລາຄາຜະລິດຕະພັນສຳເລັດຮູບສາມາດແກ້ງແຍ້ງໄດ້, ວົງເງິນສົ່ງອອກ 2 ຕຶ້ USD ໃນປີນີ້ ຈະປະກົດຜົນເປັນຈິງ.
ຫວີງຟອງ