ມາດຕະການຊ່ວຍບັນດາວິສຫາະກິດຫລຸດຜ່ອນສິນຄ້າຄ້າງສາງຢ່າງວ່ອງໄວ


(vovworld) - ຕາມ​ກົມ​ໃຫຍ່ສະຖິຕິ ຫວຽດນາມ​ ​ແລ້ວ, ນັບ​ແຕ່​ຕົ້ນ​ປີ 2012 ມາ​ຮອດ​ປະຈຸ​ບັນ, ດັດຊະນີ​ສິນຄ້າ​ຄ້າງ​ສາງ​ໃນ​ບັນດາ​ວິ​ສາ​ຫະກິດ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ປະ​ລິ​ມານ​ສິນຄ້າ​ຄ້າງ​ສາງ​ເປັນ​ຈຳ​ນວນ​ຫລາຍ​ພໍ​ສົມຄວນ​ໃນ​ສະພາບ​ທີ່​ຕະຫລາດ​ຈຳຫນ່າຍນັບ​ມື້​ນັບຖື​ກຮັດ​ແຄບ ພວມ​​ເຮັດ​ໃຫ້​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຕົກ​ເຂົ້າ​ສູ່​ສະພາບ​ຫຍຸ້ງຍາກ. ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ນີ້, ລັດຖະບານ ຫວຽດນາມ ​ໄດ້ ​ແລະ ພວມ​ຊີ້​ນຳ​ໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພ້ອມ​ກັບ​ບັນດາ​ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫລຸດຜ່ອນ​ສິນຄ້າ​ຄ້າງ​ສາງ​ດ້ວຍ​ເລື່ອງ​ຍູ້​ແຮງ​ການ​ອຸປະ​ໂພ​ກສິນຄ້າ, ການ​ສົ່ງ​ອອກ, ຟື້ນ​ຟູ​ການ​ຜະລິດ, ສູ້​ຊົນ​ຮັບປະກັນ​ຄາດໝາຍ​​ແຜນກາ​ນພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ.

ມາດຕະການຊ່ວຍບັນດາວິສຫາະກິດຫລຸດຜ່ອນສິນຄ້າຄ້າງສາງຢ່າງວ່ອງໄວ - ảnh 1
ຫລຸດລາຄາສິນຄ້າກໍແມ່ນມາດຕະການແກ້ໄຂສະພາບສິນຄ້າຄ້າງສາງ
ພາບ: internet

        ບັນດາ​ຂໍ້​ມູນ​ໃນ 6 ​ເດືອນ​ຕົ້ນ​ປີ​ສະ​ແດງ​ໃຫ້​ເຫັນ​ວ່າ ປະລິມານ​ສິນຄ້າ​ໃນ​ບັນດາ​ວິ​ສາ​ຫະກິດ​ເວົ້າ​ລວມ​ໄດ້​ເພີ່ມ​ຂຶ້ນ​ແຕ່ 20 - 25% ​ເມື່ອ​ທຽບ​ໃສ່​ປີ 2011, ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ປະ​ເພດສິນຄ້າຄື: ຊີມັງ, ​ເຫລັກ​ກ້າ, ​ເຄື່ອງ​ເອ​ເລັກ​ໂນ​ຕິກ, ​ເຄື່ອງ​ໃຊ້​ສອຍ… ສິ່ງ​ທ່ີ​ເປັນ​ຫນ້າ​ສົນ​ໃຈ​ນັ້ນ​ແມ່ນ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລາຄາ​ສິນຄ້າ​ຫລາຍ​ປະ​ເພດ​ບໍ່​ເພີ່ມ​ຂຶ້ນ, ຊ້ຳ​ບໍ່​ໜຳຍັງ​ຫລຸດ​ລົງ ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລາຄາ​ສິນຄ້າ​​ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນຖານ.  ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ ກຳລັງ​ຊື້​ສິນຄ້າ​ຍັງ​ຫລຸດ​ລົງ, ​ເຮັດ​ໃຫ້​ປະລິມານ​ສິນຄ້າ​ຄ້າງ​ສາງ​ເພີ່ມ​ຂຶ້ນ​ສູງ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ແລ້ວ, ກຳລັງ​ຊື້​ສິນຄ້າ​ຫລຸດ​ລົງ ຍ້ອນ​ລາຄາ​ສິນຄ້າ​, ການບໍລິການ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ໄລຍະ​ກ່ອນ​ນີ້​ໄດ້​ເຮັດ​ໃຫ້​ກຳລັງ​ຊື້​ຫລຸດ​ລົງ. ສະພາບ​ນີ້​ແກ່ຍາວ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ຂະ​ແຫນງ​ຜະລິດ​ສິນຄ້າ, ​ເພາະສະ​ນັ້ນ ຜູ້​ຊ່ຽວຊານ​ເສດຖະກິດ​ຫລາຍ​ທ່ານ​ຖື​ວ່າ: ຄວນ​ຊຸກຍູ້​ກຳລັງ​ຊື້​ສິນຄ້າ, ​ເຮັດ​ຄື​ແນວ​ນັ້ນ​ຈຶ່ງ​ຫລຸດຜ່ອນ​ປະລິມານ​ສິນຄ້າ​ຄ້າງ​ສາງ​ຢູ່​ບັນດາ​ວິ​ສາ​ຫະກິດ​ໄດ້. ​ດຣ Vu Dinh Anh ຜູ້​ຊ່ຽວຊານ​ເສດຖະກິດ​ຖື​ວ່າ:

        “ຕ້ອງ​ສ້າງ​ແຫ​ລ່ງຄວາມຕ້ອງການທີ່​ສາມາດ​ຊຳລະ​ຜ່ານ​ບັນດາ​ມາດ​ຕະການ​ປັບປຸງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ທີ​ສອງ ຕ້ອງ​ຊອກ​ວິທີ​ຫລຸດ​ລາຄາ​ສິນຄ້າ, ພິ​ເສດ ​ແມ່ນ​ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ, ​ເຮັດ​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ລະດັບ​ລາຍ​ຮັບ, ຄວາມ​ສາມາດ​ຊຳລະຂອງ​ປະຊາຊົນ ຊຶ່ງ​ແມ່ນ​ຜູ້​ອຸປະ​ໂພ​ກຕົ້ນຕໍ​ຂອງຕະຫລາດ​ພາຍ​ໃນ​ປະ​ເທດ.”

        ຜູ້​ຊ່ຽວຊານ​​ເສດຖະກິດຈຳນວນຫນຶ່ງ​ຍັງ​ຖື​ວ່າ: ພ້ອມ​ກັບ​ການ​ຫນູນ​ຊ່ວຍ​ກຳລັງ​ຊື້, ສ້າງ​ເງື່ອນ​ໄຂ​ອຸປະ​ໂພ​ກສິນຄ້າ, ລັດ ຫວຽດນາມ ກໍ​ຄວນ​ຍູ້​ແຮງ​ບັນດາ​ນະ​ໂຍບາຍ​ກະຕຸກ​ຊຸກຍູ້​ການ​ໃຊ້​ສອຍ, ​ເປັນ​ຕົ້ນ​ແມ່ນ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ລັດ. ນີ້​ແມ່ນ​ບັນດາ​ມາດ​ຕະການ​ສຳຄັນ​ເພື່ອ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​ສິນຄ້າ, ​ເປັນ​ຕົ້ນ​ແມ່ນ​ປະ​ເພດ​ສິນຄ້າ​ຄ້າງ​ສາງ​ເປັນ​ຈຳນວນ​ຫລວງຫລາຍ​ຄື: ​ເຫລັກ​ກ້າ, ຊີມັງ… ທ່ານ Phan The Rue ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ, ປະຈຸ​ບັນ ​ແມ່ນ​ປະທານ​ສະຫະ​ສະມາຄົມ​ຂາຍຍ່ອຍ ຫວຽດນາມ ຖື​ວ່າ:

        “​ເມື່ອ​ຄວາມ​ຕ້ອງການ​ໄດ້​ຮັບ​ການ​ກະຕຸ້ນ, ບັນດາ​ກິດຈະກຳ​ລົງທຶນ​ຂອງ​ລັດ​ຈະ​​ສົ່ງຜົນ​ສະທ້ອນ​ເຖິງບັນຫາ​ຕ່າງໆ​ຄື: ສະຫນອງ​ວັດ​ສະ​ດຸ​, ຄວາມ​ຕ້ອງການກ່ຽວ​ກັບແຮງ​ງານ, ບັນຫາ​ອຸປະ​ໂພ​ກ​ໃຫ້​ແກ່​ຄົນ​ງານ.”

ມາດຕະການຊ່ວຍບັນດາວິສຫາະກິດຫລຸດຜ່ອນສິນຄ້າຄ້າງສາງຢ່າງວ່ອງໄວ - ảnh 2
ຊີມັງ ກໍແມ່ນປະເພດສິນຄ້າຄ້າງສາງເປັນຈຳນວນຫລາຍ
ພາບ:baohaiquan.com

        ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຫວ່າງ​ມໍ່ໆ​ມານີ້ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຍື່ນ​ສ​ະ​ເຫ​ນີຕໍ່​ນາຍົກລັດຖະມົນຕີ​ແຜນ​ຮ່າງ​ທີ່​ເຕື້ອງ​ເຖິງ​ບັນດາ​ມາດ​ຕະການ​ຕົ້ນຕໍ ຊ່ວຍ​ວິ​ສາ​ຫະກິດ​ຄົງ​ຕົວ ​ແລະ ພັດທະນາ. ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມີ 2 ​ເນື້ອ​ໃນ​ສຳຄັນ​ສິ່ງ, ທີ​ຫນຶ່ງ​ແມ່ນສຸມ​ໃສ່​ເຂົ້າ​ໃນ​ໝວດ​ມາດ​ຕະການ​ແກ້​ໄຂ​ຢ່າງ​ທັນ​ການ, ກ່ອນ​ອື່ນໝົດ ​ເພື່ອ​ຫລຸດຜ່ອນ​ສິນຄ້າ​ຄ້າງ​ສາງ​ຂອງ​ບັນດາ​ວິ​ສາ​ຫະກິດ, ນັ້ນ​ແມ່ນ​ຍູ້​ແຮງ​ການ​ອຸປະ​ໂພກ, ປະກອບສ່ວນ​ຍູ້​ແຮງ​ກາ​ນຜະລິດ ​ແລະ ​ເນື້ອ​​ໃນ​ທີ 2 ​ແມ່ນ: ​ໃນ​ບັນດາ​ເປົ້າ​ໝາຍ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ, ໝວດ​ມາດ​ຕະການ​ສຸ່ມ​ໃສ່​ເຂົ້າ​ໃນ​ບັນດາ​ວິ​ສາ​ຫະກິດ​​ຂະຫນາດກາງ ​ແລະ ນ້ອຍ. ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ 2 ​ເນື້ອ​ໃນ​ສຳຄັນ​ໃນ​ແຜ​ນຮ່າງ​ຊຶ່ງ​ພວກ​ຂ້າພະ​ເຈົ້າ​ພວມ​ສ້າງ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ.”

        ຄຽງ​ຄູ່​ກັບ​ບັນດາ​ມາດ​ຕະການ​ໃນ​ຕໍ່ຫນ້າ, ​ເພື່ອ​ປະຕິບັດ​ບັນດາ​ມາດ​ຕະການ​ຍາວ​ນານ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ​ພວມ​ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ມີ​ລັກສະນະ​ຍື່ນ​ຍົງ. ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄຈ້​ແຍກ​ວ່າ:

        “​ໃນ​ບັນດາ​ມາດ​ຕະການ​ຈຳຫນ່າຍ​ມາດ​ຕະການ​ຈຳ​ຫນ້ຍສິນຄ້າ​ພາຍ​ໃນ​ປະ​ເທດ ​ແລະ ມາດ​ຕະການ​ຊຸກຍູ້​ການ​ສົ່ງ​ອອກ. ໝວດ​ມາດ​ຕະການ​ຈຳ​ຫນ່າຍພາຍ​ໃນ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ພາຍ​​ໃນ​ປະ​ເທດ, ກ່ຽວ​ຂ້ອງ​ເຖິງ​ການ​ປະຕິບັດ​ບັນດາ​ໂຄງການ​ຂົນຂວາຍ​ທີ່​ທົ່ວ​ປະ​ເທດ​ໄດ້​ປຸກລະດົມ​ຄື: ຊາວ​ຫວຽດນາມ ບຸລິມະສິດ​ຊົມໃຊ້​ສິນຄ້າ ຫວຽດນາມ, ​ໃນ​ນັ້ນ ພວກ​ເຮົາ​ເພີ່​ມທະວີ​ການຊົມໃຊ້​ຜະລິດ​ຕະພັນ​ສິນຄ້າ​ຊຶ່ງ​ຫວຽດນາມ ຜະລິດ​ແທນ​ທີ່​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ​ເລື່ອງ​ຊົມໃຊ້​ສິນຄ້າ​ພາຍ​ໃນ​ປະ​ເທດ ກໍ​ແມ່ນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ບື​ນຂຶ້ນ ບໍ່​ພຽງ​ແຕ່​ມີ​ຈຸດ​ຢືນ​​ຢູ່​ຕະຫລາດ​ພາຍ​ໃນ​ເທົ່າ​ນັ້ນ ຫາກ​ສຳ​ພັດ​ກັບ​ບັນດາ​ຕະຫລາດ​ສາກົນ​ອີກ​ດ້ວຍ.”

                ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ເນັ້ນ​ຫນັກ​ວ່າ: ມາດ​ຕະການ​ຊ່ວຍ​ວິ​ສາ​ຫະກິດ​​ໄດ້​ກູ້​ຢືມ​ທຶນ​ດ​້ວຍອັດຕາ​ດອ​ກ​ເບ້ຍ​ຕຳ່​ຢ່າງ​ວ່ອງ​ໄວ ​ແລະ ​ອຸປະ​ໂພ​ກສິນຄ້າ​ໃນ​ວິວັດ​ການ​ຜະລິດ. ດ້ວຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ແລະ ພ້ອມ​ກັບ​ການ​ປະ​ສານ​ສົມທົບ​ຢ່າງ​ທັນ​ການ, ລັດຖະບານ ​ແລະ ກະຊວງ​ອຸດສາຫະກຳ ການ​ຄ້າ ປາດ​ຖະຫນາ​ວ່າ ຈະ​ສ້າງ​ກຳລັງ​ຫນູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເທື່ອ​ລະ​ກ້າວ, ຮັບປະກັນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ຖືກ​ທິດ ​ແລະ ຍືນ​ຍົງ./.

To Tuan

ຕອບກັບ

ຂ່າວ/ບົດ​ອື່ນ