ມາດຕະການຫນູນຊ່ວຍວິສາຫະກິດຂອງລັດຖະບານເສີມຂະຫຍາຍ ຢ່າງມີປະສິດທິຜົນ

(vovworld) - ມະຕິ​ເລກທີ 13 ຂອງ​ລັດຖະບານ​ຫວຽດນາມໄດ້​ປະກາດ​ໃຊ້​ແຕ່​ເດືອນ 5 ປີ 2012 ດ້ວຍ​ບັນດາມາດ​ຕະການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຕະຫລາດ ​ໄດ້​​​ເປັນ​ການ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ຖື​ກກັບ​ຈຸດ​ເວລາ. ​ເຖິງ​ວ່າ ບໍ່​ມີ​ລັກສະນະ​ໂດຍກົງ​ກໍ​ຕາມ ​ແຕ່​ການ​ກະທົບ​ຈາກ​ບ້ວງ​​ເງິນ​ຫນູນ​ຊ່ວຍ 29.000 ຕື້​ດົ່ງ ພ້ອມ​ກັບ​ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ພວມ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຫລຸດ​ພົ້ນ​ອອກ​ຈາກ​ໄພ​ລົ້ມ​ລະລາຍ ພ້ອມ​ທັງ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເທື່ອ​ລະ​ກ້າວ.

ມາດຕະການຫນູນຊ່ວຍວິສາຫະກິດຂອງລັດຖະບານເສີມຂະຫຍາຍ ຢ່າງມີປະສິດທິຜົນ - ảnh 1
ບ້ວງ​​ເງິນ​ຫນູນ​ຊ່ວຍ ວິສາຫະກິດ ພ້ອມ​ກັບ​ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ພວມ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ,
ພາບປະກອບ: internet

        ຕາມ​ການ​ໄຈ້​ແຍກ 3 ບັນຫາ​ຫຍຸ້ງຍາກ​ທີ່​ສຸດ​ຊຶ່ງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ປະສົບ​ໃນ​ໄລຍະ​ຜ່ານ​ມາ ນັ້ນ​ແມ່ນສົ້ນ​ອອກ​ຜະລິດ​ຕະພັນ, ລາຍ​ຈ່າຍສົ້ນ​ເຂົ້າ​ເພີ່ມ​ຂຶ້ນ ​ແລະ ຄວາມ​ຫຍຸ້ງຍາກ​ໃນ​ການ​ກູ້​ຢືມທຶນ​. ຕໍ່ຫນ້າ​ຄວາມ​ຫຍຸ້ງຍາກ​ນີ້, ລັດຖະບານ​ໄດ້​ວາງ​ອອກ​ບັນດາ​ມາດ​ຕະການ​ສັງ​ລວມ ​ເພື່ອ​​​ເພີ່ມ​ພະລັງ​ໃຫ້​ແກ່​ວິ​ສາ​ຫະກິດ. ສຳ​ລັບ​ສົ້ນ​ອອກ, ລັດຖະບານ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ມາດ​ຕະການ​ເພີ່ມ​ຄວາມ​ຕ້ອງການ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂາຍ​ສິນຄ້າ​ໄດ້, ຫລຸດຜ່ອນ​ສະພາບສິນຄ້າ​ຄ້າງ​ສາງ, ​ເປັນ​ຕົ້ນ​ແມ່ນ​ປະ​ເພດ​ສິນຄ້າ​ຄ້າງ​ສ້າງ​​ເປັນ​ຈຳນວນ​ຫລາຍ​ຄື: ຊີມັງ, ​ເຫລັກ​ກ້າ. ​ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້, ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ມາດ​ຕະການ​ລາຍ​ຈ່າຍ​ຂອງ​ລັດ, ຍູ້​ແຮງ​ບັນດາ​ກິດຈະກຳ​ນຳ​ໃຊ້​ເງິນ​ລົງທຶນ​ຂອງ​ລັດ, ພ້ອມ​ກັນ​ນັ້ນ ປະຕິບັດ​ການ​ປ່ອຍ​ເງິນ​ຢ່າງ​ວ່ອງ​ໄວ​ທີ່​ສຸດ, ນັບ​ທັງ​​ທຶນມັດ​ຈຳຕາມ​ການ​ກຳນົດ​ເພື່ອ​ເຮັດ​ແນວ​ໃດ​ສ້າງ​ວຽກ​ເຮັດ​ງານ​ທຳ, ສ້າງ​ຕະຫລາດ​ຈຳຫນ່າຍສິນຄ້າ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ລັດຖະບານ​ກໍ​ໄດ້​​ເພີ່ມ​ເຕີມ​ເງິນ​ຈຳນວນ​ 2000 ຕື້​ດົ່ງ ຊຶ່ງ​ແມ່ນ​ທຶນ​ກູ້​ຢືມ​ບຸລິມະສິດ​ລົງທຶນ​ພັດທະນາ. ກ່ຽວ​ກັບ​ສົ້ນ​ເຂົ້າ, ກະຊວງ​ການ​ເງິນ​ປະຕິບັດ​ບັນດາ​ມາດ​ຕະການ​ຕໍ່​ກຳນົດ​ເວລາ​​ເສຍ​ອາກອນ​ມູນ​ຄ່າ​ເພີ່ມ, ພາສີ​ນຳ​ໃຊ້​ທີ່​ດິນ, ຫລຸດຜ່ອນ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ. ສຳລັບ​ຈຳນວນສິນຄ້າຄ້າງ​ສາງ, ທ່ານ Vuong Dinh Hue ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ ຖື​ວ່າ:

        “ນີ້​ແມ່ນ​ມາດ​ຕະການ​ສັງ​ລວມນັບ​ທັງ​ງົບປະມານ ​ແລະ ​ເງິນຕາ, ການ​ຫນູນ​ຊ່ວຍ​ສົ້ນ​ອອກ, ສົ້ນ​ເຂົ້າ ​ແລະ ບັນຫາ​ ​ກາ​ນຊຳລະ, ສະ​ນັ້ນ ບໍ່​ວ່າ​ວິ​ສາ​ຫະກິດ​ໃດ​ພວມ​ເຄື່ອນ​ໄຫວ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ການ​ຫນູນ​ຊ່ວຍ​ດັ່ງ​ກ່າວ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ແມ່ນ​ບ້ວງ​​ເງິນ​ຫນູນ​ຊ່ວຍ ຫາກ​ບໍ່​ແມ່ນ​ບ້ວງ​ເງິນ​ກູ້​ຊ່ວຍຫລື​ກະ​ຕຸ້ນ​ຄວາມ​ຕ້ອງການ. ສິ່ງ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນໃນ​ໄລຍະ​ຫຍຸ້ງຍາກ​ປະຈຸ​ບັນ ກ່ອນ​ອື່ນ​ໝົດ​ວິ​ສາ​ຫະກິດ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ລັດ​ພຽງ​ແຕ່​ສວມ​ບົດບາດ​ຫນູນ​ຊ່ວຍ​ເທົ່າ​ນັ້ນ. ນີ້​ກໍ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ​່ດ້ວຍ​ຕົ​ນ​ເອງ ​ແລະ ຈາກ​ການ​ຫນູນ​ຊ່ວຍ​ຂອງ​ລັດຖະບານ, ວິ​ສາ​ຫະກິດ​ໃດ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ປະຈຸ​ບັນ ຈະ​ສືບ​ຕໍ່​ດຳ​ເນີນ​ທຸລະ​ກິດ ​ແລະ ພັດທະນາ​ໄດ້.”

        ມາ​ຮອດ​ປະຈຸ​ບັນ, ​ມາດ​ຕະການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຕະຫລາດ ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ຈາກ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ​ ​ຖື​ວ່າ: ຄື​ສິ່ງ​ກະຕຸກ​ຊຸກຍູ້​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແກ້​ໄຂ​ສະພາບ​ຫຍຸ້ງຍາກ. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຖື​ວ່າ: ພ້ອມ​ກັບ​ມາດ​ຕະການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ, ຕໍ່​ກຳນົດ​ເວລາ​​ເສຍ​ອາກອນ, ລັດຖະບານ ຍັງ​ວາງ​ອອກ​ຫລາຍ​ມາດ​ຕະການ​ອື່ນ​ເພ່ືອ​ຊ່ວຍ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ຖ້າ​ຫາກ​ສັງ​ເກດ​ໃນ​​ແງ່ມ​ູມກວ້າງ​ກວ່າ, ລັດຖະບານ​ໄດ້​ຊ່ວຍ​ວິ​ສາ​ຫະກິດ​ຫລຸ​ດຜ່ອນ​ຄວາມ​ກົດ​ດັນ​ກ່ຽວ​ກັບ​ດ້ານ​ທຶນຮອນ ​ແລະ ຍົກ​ສູງ​ດັດຊະນີ​ແກ້ງ​ແຍ້​ງ. ທ່ານ Trinh Ngoc Hien ຜູ້ອຳ​ນວຍ​ການບໍລິສັດ Tu Thanh ຮ່າ​ໂນ້ຍ ຖື​ວ່າ:

        “ວິ​ສາ​ຫະກິດ​​ໃດໄດ້​ຮັບ​ການ​ຫນູນ​ຊ່ວຍ​ທີ່​ດີ ຈະ​​ເຮັດ​ໃຫ້​ວິ​ສາ​ຫະກິດ​ນັ້ນມີ​ລາຍ​ຮັບ, ມີ​ເງິນ​ເພື່ອ​ເບິ​ກຈ່າຍ​ເງິນ​ເດືອນ​ໃຫ້​ແກ່​ພະນັກງານ, ກຳມະກອນ, ນອກ​ນັ້ນ​ຍັງມີ​ເງິນ​​ສະ​ສົມ​ເພື່ອ​ລົງທຶນ​ເປີດ​ກວ້າງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.”

ສິ່ງ​ພິ​ເສດ​ຫນຶ່ງ​ອີກ ນັ້ນ​ແມ່ນ​ບ້ວງ​ເງິນ​ຫນູນ​ຊ່ວຍ​ພ້ອມ​ກັບ​ບັນ​ດາ​ມາດ​ຕະການ​ຫນູນ​ຊ່ວຍຂອງ​ລັດຖະບານ​ໄດ້ ​ແລະ ພວມ​ສ້າງ​ປະສິດທິ​ຜົນ​ຢ່າງ​ຕັ້ງຫນ້າ​ໃນ​ປະຊາ​ຄົມ​ວິ​ສາ​ຫະກິດ.

ມາດຕະການຫນູນຊ່ວຍວິສາຫະກິດຂອງລັດຖະບານເສີມຂະຫຍາຍ ຢ່າງມີປະສິດທິຜົນ - ảnh 2
ວິສາຫະກິດຕຳແຜ່ນຕັດຫຍິບ
ພາບ: internet

          ຕາມ​ການ​​ໄຈ້​ແຍກ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ດ້ວຍ​ຈຳນວນ​ວິ​ສາ​ຫະກິດ​ກວ່າ 400.000 ​ແຫ່ງ​ທີ່ພວມ​ເຄື່ອນ​ໄຫວ​ໃນ​ປະ​ຈຸ​ບັນ, ​ເລື່ອງ​​ວິ​ສາ​ຫະກິດ​ທີ່ໄດ້​ຮັບ​ການ​ຫນູນ​ຊ່ວຍ​ໂດຍກົງ​ຈາກ​ບ້ວງ​ເງິນ​​ດັ່ງກ່າວ​​ແມ່ນ​ຫນ້ອຍ​ທີ່​ສຸດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ການ​ປະ​ຈຸ​ບັນ ດ້ວຍ​ການ​ຫນູນ​ຊ່ວຍ​ຂອງ​ລັດຖະບານ, ຈະ​ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ເພື່ອ​ພັດທະນາ​ການ​ຜະລິດ ​ແຕ່​ກໍຍັງ​ມີ​ວິ​ສາ​ຫະກິດ​ບາງ​ແຫ່ງ​ຖືກ​ລົ້ມ​ລະລາຍ ຍ້ອນ​ວ່າ ຫວຽດນາມ ພວມ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ. ທ່ານ Nguyen Quan Thai  ຮອງ​ປະທານ​ສະຫະ​ສະມາຄົມ​ວິ​ທະຍາ​ສາດ​ເສດຖະກິດ ຫວຽດນາມ ຖື​ວ່າ:

        “ບໍ່​ແມ່ນ​ລັດຖະບານ​ນຳ​ເອົາ​ຈຳນວນ​ເງິນ​ດັ່ງກ່າວ​​ໃຫ້​ແກ່​ວິ​ສາ​ຫະກິດ​​ໃຊ້​ຈ່າຍ​ ຫາກ​ຈຳນວນ​ເງິນ​ນີ້​ສ່ວນ​ຫນຶ່ງ​ແມ່ນ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຜ່າ​ນຜ່າ​ຄວາມ​ຫຍຸ້ງຍາກ, ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ ​ເຮັດ​​ແນວ​​ໃດ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ.”

        ຕາມ​ຕົວ​ເລກ​ສະຖິຕິ​ທີ່​ຫາ​ກໍ່​​ໄດ້ຮັບ​ການປະກາດ​ແລ້ວ, GDP ​ໃນ 6 ​ເດືອນ​ຕົ້ນ​ປີ 2012 ບັນລຸ 4,38%, ​ໃນ​ຂະນະ​ນັ້ນ ​ໄພ​ເງິນ​ເຟີ້​ພຽງ​ໃນ​ລະດັບ 3% ຊຶ່ງ​ແມ່ນ​ລະດັບ​ຕຳ່​ສຸດ​ໃນ 3 ປີ ຜ່ານ​ມາ. ຕົວ​ເລກ​ນັ້ນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ບ້ວງ​ເງິນ​ຫນູນ​ຊ່ວຍ​        ວິ​ສາ​ຫະກິດ ​​ແມ່ນ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ຕັ້ງຫນ້າ​ໃນ​ເບື້ອງ​ຕົ້ນ ​ແລະ ພ້ອມ​ກັນ​ນັ້ນ ພື້ນຖານ​ເສດຖະກິດ ຫວຽດນາມ ພວມ​ຜ່ານ​ຜ່າ​ຈຸດ​ເວລາ​ຫຍຸ້ງຍາກ​ທີ່​ສຸດ ​ແລະ ​ເລີ່​ມຕົ້ນ​ທ່າ​ອ່ຽງພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ