ມານະພະຍາຍາມແຊກຊຶມເຂົ້າຕະຫຼາດສະຫະພັນເສດຖະກິດອາຊີ-ເອີລົບ

(VOVWORLD) - ໃນໄລຍະ 2 ປີມໍ່ໆມານີ້, ໂດຍສະເພາະແມ່ນໃນໄລຍະ 6 ເດືອນຕົ້ນປີ 2017, ການແລກປ່ຽນການຄ້າ 2 ຝ່າຍລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ໄດ້ມີການເຕີບໂຕຢ່າງແຮງ.

ມານະພະຍາຍາມແຊກຊຶມເຂົ້າຕະຫຼາດສະຫະພັນເສດຖະກິດອາຊີ-ເອີລົບ - ảnh 1  ຫວຽດນາມ ຢືນອັນດັບ 2 ກ່ຽວກັບວົງເງິນສົ່ງອອກ ແລະ ສົ່ງອອກເກີນດູນໄປຍັງລັດເຊຍ

(ພາບປະກອບ: thuonggiaonline.vn)

ໃນບັນດາປະເທດອາຊຽນ, ຫວຽດນາມ ຢືນອັນດັບ 2 ກ່ຽວກັບວົງເງິນສົ່ງອອກ ແລະ ສົ່ງອອກເກີນດູນໄປຍັງລັດເຊຍ. ສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ - ເອີລົບ ມີຜົນສັກສິດເມື່ອວັນທີ 05 ຕຸລາ 2016, ດ້ວຍພາສີ 90% ປະເພດພາສີຖືກຫຼຸດລົງຕາມແຜນການ, ອັນໄດ້ສ້າງກຳລັງແກ່ງແຍ້ງໃຫ້ສິນຄ້າຂອງທັງ 2 ຝ່າຍໃຫ້ເປັນຢ່າງດີກວ່າ.

        ປີ 2016, ວົງເງິນການຄ້າ 2 ຝ່າຍລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ບັນລຸໄດ້ 2,7 ຕື້ USD, ໃນນັ້ນການສົ່ງອອກຂອງຫວຽດນາມ ບັນລຸ 1,7 ຕື້ USD, ເພີ່ມຂຶ້ນ 12%. ໃນ 6 ເດືອນຕົ້ນປີ 2017, ວົງເງິນສົ່ງອອກລະຫວ່າງ 2 ປະເທດສືບຕໍ່ເພີ່ມຂຶ້ນຢ່າງແຮງ, ບັນລຸເກືອບ 1,7 ຕື້ USD, ເພີ່ມຂຶ້ນ 26,5%, ໃນນັ້ນການສົ່ງອອກຂອງຫວຽດນາມ ໄປຍັງລັດເຊຍ ບັນລຸ 1,2 ຕື້ USD, ເພີ່ມຂຶ້ນ 34%. ບັນດາປະເພດສິນຄ້າທີ່ໄດ້ຮັບຄວາມນິຍົມແມ່ນ: ສິນໃນນ້ຳ, ຜັກ, ໝາກໄມ້, ກາເຟ, ເຄື່ອງຕຳແຜ່ນຕັດຫຍິບ… ຕາມທ່ານ ເຢືອງຮ່ວາງມິງ, ທີ່ປຶກສາດ້ານການຄ້າຫວຽດນາມ ປະຈຳສະຫະພັນລັດເຊຍ ແລ້ວ, ນອກຈາກບັນດາຄວາມສະດວກກ່ຽວກັບການຫຼຸດຜ່ອນພາສີຍ້ອນ FTA ລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ - ເອີລົບ ນຳມາໃຫ້ແລ້ວ, ຍັງມີປັດໃຈສຳຄັນອື່ນອີກທີ່ເຮັດໃຫ້ການສົ່ງອອກຂອງຫວຽດນາມ ໄປຍັງສະຫະພັນລັດເຊຍ ມີການຫັນປ່ຽນຢ່າງຕັ້ງໜ້າ.

        “ໃນໄລຍະຜ່ານມາ, 2 ຝ່າຍໄດ້ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ພິເສດແມ່ນໃນທ້າຍເດືອນມິຖຸນາ ແລະ ຕົ້ນເດືອນກໍລະກົດ ຜ່ານມາ, ຄະນະຜູ້ແທນຂັ້ນສູງຂອງທ່ານປະທານປະເທດຫວຽດນາມ ໄປຢ້ຽມຢາມລັດເຊຍ. ນີ້ແມ່ນການເຄື່ອນໄຫວທີ່ໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ. ໃນຂອບເຂດການຢ້ຽມຢາມໄດ້ລົງນາມໃນຂໍ້ຕົກລົງ, ສັນຍາເສດຖະກິດຫຼາຍສະບັບ, ອັນເປັນພື້ນຖານໃຫ້ແກ່ການເປີດກວ້າງການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ໃນໄລຍະຈະມາເຖິງ. ຄຽງຂ້າງນັ້ນ, ມີການເຄື່ອນໄຫວສົ່ງເສີມການຄ້າຫຼາຍຢ່າງກໍຖືກດຳເນີນ, ການຈັດຕັ້ງບັນດາງານຕະຫຼາດນັດ, ງານວາງສະແດງຢູ່ສູນການຄ້າຮ່າໂນ້ຍ - ມົດສະກູ”.

        ຄຽງຂ້າງນັ້ນ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ມີການເຄື່ອນໄຫວຫຼາຍຢ່າງເຊິ່ງສະຖານທູດຫວຽດນາມ ປະຈຳລັດເຊຍ ໄດ້ເຊື່ອມຕໍ່ກັບບັນດາແຂວງຂອງລັດເຊຍຄື: Iaroxlap, ແຂວງ Xvetlop, Kursk, ປະເທດສາທາລະນະລັດ Bashkortostan (ຂຶ້ນກັບສະຫະພັນລັດເຊຍ)…, ຜ່ານນັ້ນໄດ້ຊ່ວຍໃຫ້ບັນດາວິສາຫະກິດທ້ອງຖິ່ນຂອງລັດເຊຍ ຊອກຮູ້ຕະຫຼາດຂອງຫວຽດນາມ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາວິສາຫະກິດຫວຽດນາມ ຢ່າງແຮງກວ່າ. ສິ່ງທີ່ເປັນໜ້າພາກພູມໃຈອີກນັ້ນແມ່ນ ປະຈຸບັນ ມີບັນດາວິສາຫະກິດຫວຽດນາມ ພວມສ້າງບັນດາການພົວພັນທຳມາຫາກິນຢ່າງເປັນລະບົບຢູ່ຕະຫຼາດລັດເຊຍ. ບໍລິສັດໃຫຍ່ຕຳແຜ່ນຕັດຫຍິບ 10 ແມ່ນຕົວຢ່າງໜຶ່ງ. ທ່ານ ເທີນດຶກຫວຽດ, ຮອງຜູ້ອຳນວຍການໃຫຍ່ ຢືນຢັນວ່າ.

        “ພວກຂ້າພະເຈົ້າໄດ້ແຊກຊຶມເຂົ້າຕະຫຼາດຢ່າງເປັນລະບົບ, ຜ່ານບັນດາບໍລິສັດແຟຊັນ ຫາກບໍ່ແມ່ນຕະຫຼາດ. ເມື່ອທຽບໃສ່ອາເມລິກາ, ເອີລົບ ແມ່ນຍັງນ້ອຍຢູ່, ແຕ່ລັດເຊຍ ແມ່ນຕະຫຼາດພິເສດສະເພາະ, ສະນັ້ນຕົວເລກນີ້ບໍ່ແມ່ນນ້ອຍ. ພວກຂ້າພະເຈົ້າບໍ່ພຽງແຕ່ຊອກຫາວິສາຫະກິດລັດເຊຍ ເທົ່ານັ້ນ, ຫາກຍັງຮ່ວມມືກັບບັນດາວິສາຫະກິດຂອງຫວຽດນາມ ພວມຜະລິດຢູ່ລັດເຊຍ ເພື່ອສຳພັດກັບຕະຫຼາດເທື່ອລະກ້າວ, ຜ່ານທູດການຄ້າ ຫຼື ບັນດາຊາວຫວຽດນາມ ອາໄສຢູ່ລັດເຊຍ ເຊິ່ງແມ່ນຜູ້ທີ່ເຂົ້າໃຈເຖິງຄວາມຕ້ອງການຂອງຜູ້ບໍລິໂພກ, ອຸປະໂພກ ຊາວລັດເຊຍ…”

ອາດຈະເຫັນແຈ້ງແລ້ວວ່າ, ການພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ເວົ້າສະເພາະ, ບັນດາປະເທດຂຶ້ນກັບສະຫະພັນເສດຖະກິດອາຊີ - ເອີລົບ ເວົ້າລວມ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ແຕ່ໝາກຜົນທີ່ບັນລຸໄດ້ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງບັນດາຝ່າຍເທື່ອ. ທ່ານ ດັ້ງຮ່ວາງຫາຍ, ຫົວໜ້າກົມຕະຫຼາດເອີລົບ, ກະຊວງອຸດສາຫະກຳການຄ້າຖືວ່າ, ໜຶ່ງໃນບັນດາຂໍ້ຕິດຂັດໃຫຍ່ແມ່ນການກວດໂລກລະບາດ, ກວດກາຄຸນນະພາບຜະລິດຕະພັນ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ.

“ວິສາຫະກິດສົ່ງອອກສິນໃນນ້ຳຫາກໍ່ມີ 25 ບໍລິສັດ ໃນຈຳນວນ 200 ບໍລິສັດຈົດທະບຽນສົ່ງອອກໄປຍັງຕະຫຼາດລັດເຊຍ. ນີ້ແມ່ນຕົວເລກໜ້ອຍທີ່ສຸດເມື່ອທຽບໃສ່ຕົວເລກ 500 ບໍລິສັດສົ່ງອອກໄປຍັງອີຢູ. ດ້ານອື່ນ, 2 ອົງການກວດກາໂລກລະບາດ, ຄຸນນະພາບຜະລິດຕະພັນສະບຽງອາຫານ NAFIQUAD ຂອງ 2 ຝ່າຍ ຍັງບໍ່ທັນມີກົນໄກເຮັດວຽກຢ່າງຈະແຈ້ງເທື່ອ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຫວັງວ່າ, ຈະມີສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືລະຫວ່າງອົງການກວດກາຄຸນນະພາບ… ຖ້າຫາກຮົ້ວກີດຂວາງດ້ານເຕັກນິກໄດ້ຮັບການລົບລ້າງ, ຄວາມສາມາດເຕີບໂຕໃນການສົ່ງອອກ, ນຳເຂົ້າຈະໄວກວ່າ”.

ໃນເດືອນ ມິຖຸນາ ແລະ ກໍລະກົດ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ລັດຖະມົນຕີບັນດາປະເທດມາຊິກ ອື່ນໃນສະຫະພັນເສດຖະກິດອາຊີ - ເອີລົບ ໄດ້ເປັນປະທານກອງປະຊຸມຂອງຄະນະກຳມະການກວດກາທຸກບັນຫາ ເພື່ອແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ. ເຖິງວ່າຍັງມີຄວາມຫຍຸ້ງຍາກ, ຂໍ້ຕິດຂັດຫຼາຍຢ່າງກໍ່ຕາມ, ແຕ່ສະຫະພັນລັດເຊຍ ເວົ້າສະເພາະ, ພັນທະມິດເສດຖະກິດອາຊີ - ເອີລົບ ເວົ້າລວມ ຍັງແມ່ນຕະຫຼາດທີ່ກວ້າງໃຫຍ່, ສ້າງຄວາມຫວັງຈະມີກາລະໂອກາດຫຼາຍຢ່າງເພື່ອໃຫ້ຫວຽດນາມ ຍູ້ແຮງການສົ່ງອອກສິນຄ້າໄປຍັງຕະຫຼາດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ