ວິສາຫະກິດ FDI ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫາຍຟ່ອງ

(VOVWORLD) - ບໍລິສັດຕ່ຳແຜ່ນຍ້ອມແພ Jasan ຫວຽດນາມ ຈຳກັດແມ່ນບໍລິສັດລູກ, ໄດ້ຮັບການສ້າງຕັ້ງຈາກບໍລິສັດແມ່ຢູ່ ຄ໋ານເຈົາ, ປະເທດ ຈີນ. ຍ້ອນມີບົດຮຽນຫລາຍຢ່າງໃນການຜະລິດຖົງຕີນ, ເມື່ອສັງເກດເຫັນຕະຫລາດ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ບໍລິສັດແມ່ Jasan ໄດ້ເລືອກເອົາ ຫາຍຟ່ອງ ແມ່ນສະຖານທີ່ລົງທຶນໃນການກຳນົດທິດເປີດກ້ວາງຕະຫລາດທົ່ວໂລກ.

ບໍລິສັດຕ່ຳແຜ່ນຍ້ອມແພ Jasan ຫວຽດນາມ ຈຳກັດ ໄດ້ຮັບການອະນຸຍາດເຄື່ອນໄຫວແຕ່ປີ 2014 ຢູ່ເຂດອຸດສາຫະກຳ VSIP ຫາຍຟ່ອງ. ບາດກ້າວກະໂດດຂັ້ນ ໃນການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງບໍລິສັດໃນຊຸມປີຜ່ານມາ ສ່ວນໃດສ່ວນໜຶ່ງໃຫ້ເຫັນ ສະພາບແວດລ້ອມແຫ່ງການລົງທຶນອັນດູດດື່ມ ແລະ ມີປະສິດທິຜົນຢູ່ນະຄອນ ຫາຍຟ່ອງ. ບົດຂຽນຂອງນັກຂ່າວ ທູຮວາ.

ວິສາຫະກິດ FDI ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫາຍຟ່ອງ - ảnh 1 ເຂດອຸດສາຫະກຳ VSIP ຫາຍຟ່ອງ

        ບໍລິສັດຕ່ຳແຜ່ນຍ້ອມແພ Jasan ຫວຽດນາມ ຈຳກັດແມ່ນບໍລິສັດລູກ, ໄດ້ຮັບການສ້າງຕັ້ງຈາກບໍລິສັດແມ່ຢູ່ ຄ໋ານເຈົາ, ປະເທດ ຈີນ. ຍ້ອນມີບົດຮຽນຫລາຍຢ່າງໃນການຜະລິດຖົງຕີນ, ເມື່ອສັງເກດເຫັນຕະຫລາດ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ບໍລິສັດແມ່ Jasan ໄດ້ເລືອກເອົາ ຫາຍຟ່ອງ ແມ່ນສະຖານທີ່ລົງທຶນໃນການກຳນົດທິດເປີດກ້ວາງຕະຫລາດທົ່ວໂລກ. ນັ້ນກໍ່ຍ້ອນວ່າ ຫາຍຟ່ອງ ມີຈຸດດີຫລາຍຢ່າງ, ຄົມມະນາຄົມສະດວກ, ມີທ່າກ່ຳປັ່ນ, ມີນະໂຍບາຍໜູນຊ່ວຍ, ລະດົມກຳລັງໃຈນັກລົງທຶນດີທີ່ສຸດ. ທ່ານນາງ ເຈີ່ນຖູ່ຍຈາງ, ຮອງຜູ້ອຳນວຍການບໍລິສັດຕ່ຳແຜ່ນຍ້ອມແພ Jasan ຫວຽດນາມ ຈຳກັດ ໃຫ້ຮູ້ວ່າ:

        “ບໍລິສັດເລືອກເຟັ້ນ ຫາຍຟ່ອງ ແມ່ນສະຖານທີ່ລົງທຶນ ຍ້ອນມີບັນດານະໂຍບາຍບຸລິມະສິດຂອງນະຄອນສຳລັບວິສາຫະກິດ FDI ແມ່ນດີທີ່ສຸດ, ຈະແຈ້ງທີ່ສຸດ. ຕົວຢ່າງຄື: ບໍລິສັດຂອງຂ້າພະເຈົ້າ ໄດ້ຮັບໜັງສືອະນຸຍາດລົງທຶນຢູ່ໃນເຂດເສດຖະກິດນັ້ນ ສິ່ງທີ່ນັກລົງທຶນພວກຂ້າພະເຈົ້າເຫັນໄດ້ ແມ່ນການຍົກເວັ້ນອາກອນລາຍຮັບວິສາຫະກິດ: ໃນ 4 ປີທຳອິດໄດ້ຮັບການຍົກເວັ້ນ, 9 ປີຕໍ່ໄປໄດ້ຫລຸດ 50%. ບັນດາພະນັກງານ, ກຳມະກອນ, ພາລະກອນໃນບໍລິສັດທັງໝົດກໍ່ໄດ້ຫລຸດຜ່ອນອາກອນລາຍຮັບວິສາຫະກິດບຸກຄົນ. ນອກນັ້ນ ການແລກປ່ຽນການຄ້າສະດວກສະບາຍແຕ່ ຫາຍຟ່ອງ ສົ່ງອອກໄປຍັງບັນດາປະເທດລ້ວນແຕ່ງ່າຍດາຍທີ່ສຸດ”.

        ທຳອິດເລື່ອງເຊົ່າທີ່ດິນຢູ່ VSIP, ບໍລິສັດຕ່ຳແຜ່ນຍ້ອມແພ Jasan ຫວຽດນາມ ຈຳກັດ ຄາດວ່າຈະເຊົ່າທີ່ດິນພຽງແຕ່ 3 ເຮັກຕາ ແລະ ເງິນລົງທຶນ 14 ລ້ານ USD ເພື່ອທຳການຜະລິດເທົ່າ. ຫລັງຈາກນັ້ນ, ທາງບໍລິສັດສັງເກດເຫັນໄດ້ສະພາບແວດລ້ອມແຫ່ງການລົງທຶນດີ ຈຶ່ງເປີດກ້ວາງຂະໜາດການຜະລິດເຕື່ມອີກ 7 ເຮັກຕາ ດ້ວຍຍອດຈຳນວນເງິນລົງທຶນ 50 ລ້ານ USD. ບັນດາລະບຽບການອອກໜັງສືອະນຸຍາດການລົງທຶນທັງໝົດນັ້ນ ໄດ້ອຳນາດການປົກຄອງທ້ອງຖິ່ນໄດ້ອຳນວຍຄວາມສະດວກ, ແກ້ໄຂຢ່າງວ່ອງໄວ. ທຸກຂໍ້ມູນຂ່າວສານກ່ຽວກັບລະບຽບການບໍລິຫານ ລ້ວນແຕ່ໄດ້ຄັດສະເໜີໃນປະຕູຖານຂໍ້ມູນເອເລັກໂຕນິກຂອງນະຄອນ, ທຸກຄວາມຂ້ອງໃຈຂອງບັນດານັກລົງທຶນ ລ້ວນແຕ່ໄດ້ຮັບການແກ້ໄຂພາຍໃນມື້ດຽວ ດັ່ງນັ້ນ Jasan ກໍ່ຄືບັນດານັກລົງທຶນຕ່າງປະເທດອື່ນໆລ້ວນແຕ່ມີຄວາມເພິ່ງພໍໃຈ. ທ່ານນາງ ເຈີ່ນຖູ່ຍຈາງ ໃຫ້ຮູ້ຕື່ມອີກວ່າ:

        “ຍັງມີອີກປັດໄຈສະດວກ ນັ້ນແມ່ນພວກຂ້າພະເຈົ້າມີຄວາມເພິ່ງພໍໃຈທີ່ສຸດ ເມື່ອຮັບສະໝັກພະນັກງານ, ກຳມະກອນ, ພາລະກອນ ຢູ່ ຫາຍຟ່ອງ, ຢູ່ເຂດອຸດສາຫະກຳ VSIP. ຈາກບັນດາພວກເພື່ອນທີ່ມີລະດັບຄວາມຮູ້ ຕະຫລອດຮອດກຳມະກອນອອກແຮງງານທຳມະດາ ລ້ວນແຕ່ມີສະຕິໃນການເຮັດວຽກດີທີ່ສຸດ, ມີຄວາມດຸໝັ່ນຂະຫຍັນພຽນ”.

        ປັດຈຸບັນ ບໍລິສັດຕ່ຳແຜ່ນຍ້ອມແພ Jasan ຫວຽດນາມ ຈຳກັດ ມີກຳມະກອນ 1500 ຄົນ ແລະ ມີແຜນການໃນທ້າຍປີ 2018 ຈະຍົກຈຳນວນກຳມະກອນຂຶ້ນເປັນ 3000 ຄົນ. ທາງບໍລິສັດກໍ່ມີການຊ່ວຍເຫຼືອບຸລິມະສິດທີ່ດີສຳລັບພະນັກງານ, ພາລະກອນຕາມປະສິດທິຜົນຂອງວຽກງານ, ລະບອບນະໂຍບາຍສະວັດດີການ ສະເພາະສຳລັບຊາວຜູ້ອອກແຮງງານຍິງ, ມີການຈັດຕັ້ງການເຄື່ອນໄຫວທ່ອງທ່ຽວໂດຍບໍ່ເສຍຄ່າໃນແຕ່ລະປີ, ມີເງິນລາງວັນ ໃນໂອກາດມື້ວັນບຸນ, ບຸນປີໃໝ່, ມອບບັນດາຜະລິດຕະພັນໃຫ້ຊາວຜູ້ອອກແຮງງານ, ເຮັດໃຫ້ຊາວຜູ້ອອກແຮງງານ ນັບມື້ນັບຜູກພັນກັບບໍລິສັດ, ນາງ ຟ້າມທິກິມເຫ້ວ, ຜູ້ຄຸ້ມຄອງເຂດຜະລິດຕ່ຳແຜ່ນ 2 ໃຫ້ຮູ້ວ່າ:

        “ໃນ 3 ປີຜ່ານມາ, ຂ້າພະເຈົ້າຈາກຕຳແໜ່ງຫົວໜ້າຝຽນໄດ້ຂຶ້ນຕຳແໜ່ງເປັນຫົວໜ້າໜ່ວຍງານ ແລະ ປັດຈຸບັນຮັບຜິດຊອບຕຳແໜ່ງຄຸ້ມຄອງເຂດຜະລິດຕ່ຳແຜ່ນ 2. ບໍລິສັດ Jasan ຈຳກັດ ມີລະບອບນະໂຍບາຍບຸລິມະສິດທີ່ດີ, ສະພາບແວດລ້ອມແຫ່ງການເຮັດວຽກສະດວກ ດັ່ງນັ້ນ ຂ້າພະເຂົ້າປາດຖະໜາຢາກເຮັດວຽກຢູ່ບໍລິສັດໃຫ້ຍາວນານ

        ດ້ວຍຊາວຜູ້ອອກແຮງງານ 1500 ຄົນ, ນັກຊ່ຽວຊານຕ່າງປະເທດ 40 ຄົນ, ບັນດາຕຳແໜງສຳຄັນຢູ່ບໍລິສັດຕ່ຳແຜ່ນຍ້ອມແພ Jasan ຫວຽດນາມ ຈຳກັດ ຄື: ຮອງຜູ້ອຳນວຍການໃຫຍ່, ບັນດາຫົວໜ້າຫ້ອງການ, ຫົວໜ້າຝຽນ…ລ້ວນແຕ່ເປັນຄົນ ຫວຽດນາມ. ປັດຈຸບັນ, ບໍລິສັດໄດ້ເພີ່ມທະວີການຮັບສະໝັກຊາວຜູ້ອອກແຮງງານ ຫວຽດນາມ ທີ່ມີລະດັບຄວາມຮູ້ເຂົ້າມາເຮັດວຽກຢູ່ບໍລິສັດ ແລະ ຖ່າຍທອດເຕັກໂນໂລຢີຕ່ຳແຜ່ນຍ້ອມແພໃຫ້ຄົນ ຫວຽດນາມ. ປະຈຸບັນ, ພວກສ່ວນສຳຄັນທີ່ສຸດຂອງບໍລິສັດ ແມ່ນພາກສ່ວນການເຕັກນິກ ໄດ້ມີ 12/21ເປັນຄົນ ຫວຽດນາມ. ຄາດຄະເນວ່າ ໃນທ້າຍປີນີ້, ບໍລິສັດຈະຫລຸດຈຳນວນຄົນຄຸ້ມຄອງ, ນັກຊ່ຽວຊານຕ່າງປະເທດໃຫ້ຫລາຍທີ່ສຸດ, ນຳໃຊ້ຄົນ ຫວຽດນາມ ເຂົ້າໃນທຸກຂັ້ນຕອນການຜະລິດຂອງບໍລິສັດໃຫ້ໄດ້ຫລາຍທີ່ສຸດ.

        ປະຈຸບັນ, ບໍລິສັດ Jasan ແມ່ນບໍລິສັດໜຶ່ງດຽວ ມີລະບົບການຜະລິດແຕ່ຂັ້ນວັດຖຸດິບຕະຫລາດຮອດຂັ້ນສຸດທ້າຍ ແຕ່ການຍ້ອມແພຕະຫລອດຮອດການສົ່ງອອກ. Jasan 1 ນຳເຂົ້າສູ່ເຄື່ອນໄຫວເມື່ອປີ 2015, Jasan 2 ເລີ່ມຕົ້ນການເຄື່ອນໄຫວໃນປີ 2017 ແລະ Jasan 3 ຈະນຳເຂົ້າການເຄື່ອນໄຫວໃນທ້າຍປີ 2018. ດ້ວຍຈັກຕ່ຳແຜ່ນ 2000 ອັນ, ປີ 2015 ເປັນປີທຳອິດນຳເຂົ້າເຄື່ອນໄຫວ, Jasan ໄດ້ຜະລິດ ແລະ ສົ່ງອອກຖົງຕີນ 20 ລ້ານຄູ່. ຄາດວ່າ ຮອດປີ 2020, ຕົວເລກນີ້ຈະແມ່ນ 120 ລ້ານຄູ່/ປີ. ຕາມຄຳຢືນຢັນຂອງທ່ານນາງ ເຈີ່ນຖູ່ຍຈາງ ແລ້ວ, Jasan ຈະສືບຕໍ່ເປີດກ້ວາງ ແລະ ຍົກສູງມູນຄ່າການລົງທຶນໃນປັດຈຸບັນແຕ່ປະມານ 50 ລ້ານ USD ຂຶ້ນ 120 ລ້ານ USD ໃນຊຸມປີຈະມາເຖິງຢ່າງແນ່ນອນ. ຜົນສຳເລັດຂອງບໍລິສັດ Jasan ຫວຽດນາມ ຈຳກັດ ກໍ່ແມ່ນຜົນສຳເລັດຂອງນະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດຢູ່ ຫາຍຟ່ອງ ເວົ້າສະເພາະ, ຫວຽດນາມ ເວົ້າລວມຢ່າງແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ