ວິ​ສາ​ຫະ​ກິດ ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ CPTPP ເປັນ​ຢ່າງ​ດີ

(VOVWORLD) -ພາຍຫລັງ 3 ປີເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP), ຫວຽດນາມ ໄດ້ຂຸດຄົ້ນກົນໄກຮ່ວມມືເສດຖະກິດຫລາຍຝ່າຍພາຍໃຕ້ຫລາຍແງ່ມູມຢ່າງມີປະສິດທິຜົນ. ໃນນັ້ນ ວົງເງິນສົ່ງອອກນຳເຂົ້າບັນລຸການເຕີບໂຕເປັນຫນ້າປະທັບໃຈ, ສ້າງສະຖິຕິໃຫມ່ຢ່າງຕໍ່ເນື່ອງ. ສິ່ງນີ້ສະແດງໃຫ້ເຫັນວ່າ ວິສາຫະກິດ ພວມຍາດແຍ່ງກາລະໂອກາດຈາກສັນຍາດັ່ງກ່າວເປັນຢ່າງດີ.
ວິ​ສາ​ຫະ​ກິດ ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ CPTPP ເປັນ​ຢ່າງ​ດີ - ảnh 1ພາບປະກອບ:baoquocte

ນັບແຕ່ເມື່ອເຂົ້າຮ່ວມສັນຍາ (CPTPP), ຫວຽດນາມ ໄດ້ເປັນເຈົ້າການ ແລະ ຕັ້ງຫນ້າຫັນປ່ຽນ, ມານະພະຍາຍາມຍົກລະດັບຕົນເອງນັບທັງຄຸນນະພາບລະບອບລະບຽບການ ແລະ ຄຸນນະພາບສິນຄ້າ ເພື່ອຕອບສະຫນອງມາດຕະຖານສູງຂອງສັນຍາ. ຍ້ອນເຫດນັ້ນ ສິນຄ້າຂອງຫວຽດນາມ ນັບມື້ນັບຕອບສະຫນອງມາດຕະຖານຂອງສັນຍາດີກວ່າ, ສະແດງໃຫ້ເຫັນຜ່ານວົງເງິນສົ່ງອອກບັນລຸລະດັບເຕີບໂຕປີນີ້ສູງກວ່າປີກອ່ນ.

ຕາມການສະຖິຕິຂອງສະຫະສະມາຄົມປຸງແຕ່ງສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ມີຫລາຍພື້ນຖານເສດຖະກິດສະມາຊິກໃນກຸ່ມ CPTPP ພວມແມ່ນບັນດາຕະຫລາດສົ່ງອອກສິນໃນນ້ຳໃຫຍ່ຂອງຫວຽດນາມ ຄື: ຍີ່ປຸ່ນ, ການາດາ, ອົດສະຕາລີ ແລະ ເມັກຊີໂກ. ທ່ານນາງ ເລຮັ່ງ, ຮອງຫົວຫນ້າສູນ VASEP.PRO (VASEP) ຕີລາຄາວ່າ:

“ຫວຽດນາມ ໄດ້ບືນຕົວຂຶ້ນຢືນອັນດັບທີ 3 ໃນຈຳນວນບັນດາປະເທດສົ່ງອອກສິນໃນນ້ຳແຖວຫນ້າໂລກ. ສິ່ງນີ້ສະແດງໃຫ້ເຫັນ ບັນດາວິສາຫະກິດໄດ້ຮູ້ຈັກຍາດແຍ່ງກາລະໂອກາດຈາກພາສີນຳເຂົ້າເປັນຢ່າງດີເພື່ອສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ຄົນງານ. ພວກຂ້າພະເຈົ້າຄິດວ່າ ການສົ່ງອອກສິນໃນນ້ຳຈະສືບຕໍ່ເພີ່ມຂຶ້ນໃນຊຸມປີຈະມາເຖິງ ຍ້ອນຂະແຫນງອຸດສາຫະກຳປຸງແຕ່ງສິນໃນນ້ຳພາຍໃນປະເທດ ນັບມື້ນັບພັດທະນາ ດ້ວຍເຕັກໂນໂລຊີປຸງແຕ່ງທັນສະໄຫມ, ຖັນແຖວແຮງງານມີສີມືສູງ ແລະ ທ່າໄດ້ປຽບຈາກພາສີນຳເຂົ້າພາຍຫລັງມີສັນຍາ EVFTA, CPTPP ແລະສັນຍາອື່ນ

ບົດລາຍງານຂອງຂະແຫນງອຸດສາຫະກຳ ການຄ້າ ໃຫ້ເຫັນວ່າ: ໃນສະພາບການຄວາມຫຍຸ້ງຍາກຍ້ອນໂຄວິດ 19 ເພື່ອໃຫ້ມີມູນຄ່າວົງເງິນນຳເຂົ້າສົ່ງອອກຂອງປີ 2021 ບັນລຸລະດັບສະຖິຕິເກືອບ 670  ຕື້ USD ແມ່ນມີການປະກອບສ່ວນສຳຄັນຂອງເລື່ອງເສີມຂະຫຍາຍປະສິດທິຜົນການປະຕິບັດບັນດາສັນຍາການຄ້າເສລີ (FTA), ໃນນັ້ນ ມີບັນດາສັນຍາ FTA ລຸ້ນໃຫມ່ ແລະ ມາດຕະຖານສູງຄື: CPTPP. ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳການຄ້າ ໄດ້ໃຫ້ຂໍ້ສັງເກດວ່າ: ນັບແຕ່ເມື່ອສັນຍາ CPTPP ມີຜົນສັກສິດ, ວົງເງິນສົ່ງອອກໄປຍັງບັນດາຕະຫລາດສະມາຊິກ CPTPP ຍາມໃດກໍ່ບັນລຸການເຕີບໂຕດີ, ສະແດງໃຫ້ເຫັນ ວິສາຫະກິດ ພວມຍາດແຍ່ງກາລະໂອກາດຈາກສັນຍາເປັນຢ່າງດີ.

   ຕາມຜູ້ຊ່ຽວຊານເສດຖະກິດຫລາຍທ່ານແລ້ວ, ບັນດາສັນຍາການຄ້າເສລີລຸ້ນໃຫມ່ ຄື: EVFTA ແລະ CPTPP ຈະສືບຕໍ່ເປີດອອກບັນດາບຸລິມະສິດກ່ຽວກັບດ້ານພາສີ, ສ້າງກຳລັງຫນູນດຶງດູດການລົງທຶນເພື່ອເພີ່ມກຳລັງຄວາມສາມາດການຜະລິດ, ຊ່ວຍໃຫ້ບັນດາວິສາຫະກິດສົ່ງອອກເປັນມືອາຊີບກວ່າໃນຕະຫລາດໂລກ. ຍ້ອນເຫດນັ້ນ ການສົ່ງອອກອາດຈະເຕີບໂຕດີໃນໄລຍະຈະມາເຖິງ, ແມ່ນຈຸດເດັ່ນຂອງພື້ນຖານເສດຖະກິດ ຮັບປະກັນວຽກເຮັດງານທຳໃຫ້ຄົນງານ ແລະ ຊ່ວຍຫວຽດນາມ ເຂົ້າຮ່ວມລະບົບສະຫນອງທົ່ວໂລກຢ່າງເລິກເຊິ່ງກວ່າ.

ວິ​ສາ​ຫະ​ກິດ ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ CPTPP ເປັນ​ຢ່າງ​ດີ - ảnh 2ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳການຄ້າ .ພາບ:TTXVN

ເຖິງຢ່າງໃດກໍຕາມ, ເພື່ອຍາດແຍ່ງຜົນປະໂຫຍດຈາກສັນຍາ CPTPP ໃຫ້ດີກວ່າ, ທັງວິສາຫະກິດ ແລະ ອົງການລັດ ຄວນສືບຕໍ່ມານະພະຍາຍາມຫລາຍກວ່າອີກ. ໃນນັ້ນ ບັນຫາປະຕິຮູບລະບອບລະບຽບການ, ສ້າງລະບົບກົດໝາຍໃຫ້ສົມບູນແບບ ເໝະສົມກັບທຳນຽມສາກົນ ຊື່ງໄດ້ວາງອອກຕາມຂັ້ນຕອນ ຄວນເອົາໃຈໃສ່ເປັນພິເສດ ແລະ ປະຕິບັດຢ່າງເຂັ້ມງວດ. ທ່ານ ເລແອງເຢືອງ ຫົວຫນ້າຄະນະຄົ້ນຄ້ວາສັງລວມ, ສະຖາບັນຄົ້ນຄ້ວາການບໍລິຫານເສດຖະກິດສູນກາງ ເນັ້ນຫນັກວ່າ:

“CPTPP ແມ່ນດີກວ່າບັນດາສັນຍາອື່ນ ຢູ່ບ່ອນວ່າ ມີບາງຂົງເຂດໃຫ້ຄຳໝັ້ນສັນຍາຢ່າງແຮງນັບທັງການຄ້າເອເລັກໂຕນິກ, ພາສີ, ຮົ້ວກີດຂວາງດ້ານເຕັກນິກ.. ແລະ ຫວຽດນາມເຂົ້າຮ່ວມ CPTPP ຕາມການຕີລາຄາຜົນປະໂຫຍດຫລາຍສຸດແມ່ນບັນດາຜົນປະໂຫຍດກ່ຽວກັບການປະຕິຮູບລະບຽບການບໍລິຫານ”

ພວກເຮົາມີຄວາມເຊື່ອໝັ້ນວ່າ  ດ້ວຍການຮັບຮູ້ຢ່າງຖືກຕ້ອງ, ອົງການຄຸ້ມຄອງລັດ ແລະ ປະຊາຄົມວິສາຫະກິດ ຈະມີບັນດາຍຸດທະສາດ, ບາດກ້າວເດີນເໝາະສົມ, ມີປະສິດທິຜົນ ເພື່ອສືບຕໍ່ກຳແຫນ້ນກາລະໂອກາດ, ນັບມື້ນັບຍາດແຍ່ງບັນດາຜົນປະໂຫຍດອັນໃຫຍ່ຫລວງຊື່ງ CPTPP ກໍ່ຄືສັນຍາການຄ້າເສລີລຸ້ນໃຫມ່ອື່ນໆ ນຳມາໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ