ວິ​ສາ​ຫະ​ກິດ ຢູ່ ນະ​ຄອນ​ໂຮ່​ຈີ​ມິນ ຍົກ​ລະ​ດັບ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ

(VOVWORLD) -ໄລຍະຜ່ານມາມີວິສາຫະກິດຫລາຍແຫ່ງຢູ່ ນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ລົງທຶນຢ່າງແຮງເຂົ້າໃນຂົງເຂດກະສິກຳ ແລະ ຜະລິດຕະພັນກະເສດປະກອບສ່ວນຫລາຍພໍສົມຄວນໃນການຍົກສູງມູນຄ່າເສດຖະກິດໃຫ້ແກ່ບັນດາຜະລິດຕະພັນກະເສດ ກໍ່ຄືລາຍຮັບຂອງຊາວກະສິກອນຢູ່ບໍລິເວນນະຄອນ ແລະ ເຂດໃກ້ຄຽງ.
ວິ​ສາ​ຫະ​ກິດ ຢູ່ ນະ​ຄອນ​ໂຮ່​ຈີ​ມິນ ຍົກ​ລະ​ດັບ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1ຜະລິດຕະພັນເຫລົ້າແວງ ມັນດ້າງສີມ່ວງ ໄດ້ວາງແນະນຳຢູ່ ກອງປະຊຸມເຊື່ອມຕໍ່ການສະຫນອງ ຄວາມຕ້ອງການ ລະຫວ່າງ ນະຄອນໂຮ່ຈີມິນ ກັບບັນດາແຂວງນະຄອນປີ 2021. ພາບ:tuoitre.vn

ໃນເດືອນ ພຶດສະພາ ປີ 2021, ເມື່ອລະດູການປູກມັນດ້າງສີມ່ວງຂອງຊາວກະສິກອນຢູ່ທາງທິດຕາເວັນຕົກພາກໃຕ້ ພວມກ້າວເຂົ້າສູ່ລະດູການເກັບກູ້ ແຕ່ກໍ່ໃນຈຸດເວລາໂລກລະບາດໂຄວິດ 19 ເກີດຂຶ້ນຢ່າງແຮງຢູ່ບັນດາແຂວງ ທາງພາກໃຕ້, ເຮັດໃຫ້ການຈຳຫນ່າຍຜະລິດຕະພັນປະສົບກັບຄວາມຫຍຸ້ງຍາກຫລາຍ. ໃນຂະນະນັ້ນ ມີຫລາຍອົງການ, ໝູ່ຄະນະ, ວິສາຫະກິດ ໄດ້ຕັ້ງຫນ້າຫນູນຊ່ວຍການຈຳຫນ່າຍຜະລິດຕະພັນກະເສດນັບຮ້ອຍໆໂຕນໃຫ້ແກ່ພໍ່ແມ່ປະຊາຊົນຢູ່ບັນດາແຂວງທາງທິດຕາເວັນຕົກສ່ຽງໃຕ້ນີ້. ເຖິງຢ່າງໃດກໍຕາມ ນັ້ນພຽງແຕ່ແມ່ນການຫນູນຊ່ວຍທີ່ມີລັກສະນະຊົ່ວຄາວ. ຄວາມຈິງ ສະພາບການ “ລະດູການເກັບກູ້ໄດ້ຮັບຜົນດີແຕ່ຂາຍບໍ່ໄດ້ລາຄາ” ຫລື ການຈຳຫນ່າຍຜະລິດຕະພັນກະເສດຢູ່ບັນດາທ້ອງຖິ່ນແມ່ນປະສົບກັບຄວາມຫຍຸ້ງຍາກເປັນປະຈຳ ນັບແຕ່ໄລຍະກ່ອນເກີດໂລກລະບາດ. ຕໍ່ຫນ້າສະພາບການນັ້ນ ມີວິສາຫະກິດຫລາຍແຫ່ງຢູ່ ນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ຄົ້ນຄ້ວາມາດຕະການເຮັດໃຫ້ມູນຄ່າຜະລິດຕະພັນກະເສດເພີ່ມຂຶ້ນສູງ.

ບໍລິສັດ ທັນຍາຫານ ເຈືອງຢາ ຈຳກັດ ຜະລິດເຫລົ້າແວງ ໄດ້ຮັບເອົາ ແລະ ຜັນຂະຫຍາຍແນວຄວາມຄິດຜະລິດເຫລົ້າແວງ ຈາກມັນດ້າງສີມ່ວງຂອງຄະນະຊາວຫນຸ່ມກຸ່ມທະນາຄານນະຄອນ ໂຮ່ຈີມິນ. ພາຍຫລັງຄວາມມານະພະຍາຍາມຫລາຍຢ່າງ, ຜະລິດຕະພັນເຫລົ້າແວງ ມັນດ້າງສີມ່ວງໄດ້ຜະລິດອອກ. ໃນບັ້ນຜັນຂະຫຍາຍທຳອິດ, ມັນດ້າງສີມ່ວງ 6 ໂຕນຜະລິດເຫລົ້າແວງໄດ້ 1000 ຂວດ. ຍ້ອນຮັບປະກັນຄຸນນະພາບ ມີປະໂຫຍດຕໍ່ສຸຂະພາບ ສະນັ້ນ ເຫລົ້າແວງປະເພດນີ້ໄດ້ຮັບການຮັບຮູ້ຈາກລູກຄ້າເປັນຈຳນວນຫລວງຫລາຍ. ທິດກ້າວເດີນນີ້ ພວມນຳມາເຊິ່ງມູນຄ່າດ້ານເສດຖະກິດທີ່ດີໃຫ້ແກ່ຊາວກະສິກອນຜູ້ປູກມັນດ້າງສີມ່ວງ. ທ່ານນາງ ເຈືອງທິຊວນຮວ່າ, ຜູ້ອຳນວຍການບໍລິສັດ ທັນຍາຫານ ເຈືອງຢາ ຈຳກັດ ໃຫ້ຮູ້ວ່າ:

  ເມື່ອຂ້າພະເຈົ້າພັດທະນາການຜະລິດເຫລົ້າແວງປຸງແຕ່ງຈາກມັນດ້າງສຳເລັດນັ້ນ, ລາຄາເກັບຊື້ມັນດ້າງສີມ່ວງແມ່ນຂຶ້ນເຖິງ 15.000 ດົ່ງ/ກິໂລກຼາມ. ພໍ່ແມ່ປະຊາຊົນພຽງແຕ່ເກັບກູ້ ແລະ ທຳຄວາມສະອາດມັນດ້າງ ເພື່ອຊ່ວຍວິວັດການຂົນສົ່ງບໍ່ໃຫ້ມັນດ້າງເຫນົ່າ ດ້ວຍລາຄາເກັບຊື້ນີ້ ມັນດ້າງສີມ່ວງຈະມີມູນຄ່າເພີ່ມຂຶ້ນສູງທົບ 3 ເທົ່າເມື່ອທຽບໃສ່ລາຄາປົກກະຕິ.

ກໍ່ມີທິດກ້າວເດີນເຊັ່ນດຽວກັບການລົງທຶນເຂົ້າໃນຜະລິດຕະພັນກະເສດ, ໂຄງການ ກາເຟສົ່ງສານ (Message Coffee) ຂອງ ອ້າຍ ຫວູວຽດດຶກ ໄດ້ເລືອກເອົາວິທີເກັບຊື້ ກາເຟສຸກ ຈາກຊາວກະສິກອນເພື່ອຜະລິດກາເຟທີ່ມີຄຸນນະພາບສູງ. ໂຄງການກາເຟສົ່ງສານ ແມ່ນມີແຫລ່ງວັດຖຸດິບທີ່ດີ ຜະລິດອອກບັນດາຜະລິດຕະພັນກາເຟທີ່ມີຄຸນນະພາບສູງ, ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກເປັນຈຳນວນຫລວງຫລາຍ.  ເປັນຫນ້າສົນໃຈ ທິດພັດທະນານີ້ ໄດ້ຊ່ວຍຍົກສູງມູນຄ່າຂອງເມັດກາເຟດີພໍສົມຄວນ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ຜູ້ປູກກາເຟ. ອ້າຍ ຫວູວຽດດຶກ ແບ່ງປັນວ່າ: ຜະລິດຕະພັນກາເຟຂອງໂຄງການກາເຟສົ່ງສານ ແມ່ນຫນຶ່ງໃນບັນດາປະເພດກາເຟຂາຍດີພໍສົມຄວນໃນລະບົບຄ້າຂາຍສິນຄ້າທາງເອເລັກໂຕນິກ ໃນໄລຍະຜ່ານມາ.

 ລາຄາເກັບຊື້ກາເຟຂອງ ພວກຂ້າພະເຈົ້າແມ່ນສູງກວ່າລາຄາເກັບຊື້ກາເຟຕາມທ້ອງຕະຫລາດປະມານ 60 -70%. ພາຍຫລັງປຸງແຕ່ງຕາມຂັ້ນຕອນຜະລິດກາເຟແລ້ວ, ພວກຂ້າພະເຈົ້າ ກໍນຳເອົາໄປຂາຍທາງລະບົບ Shopee, Tiki, Lazada. ແລະ ລາຄາສຸດທ້າຍຊື່ງຜູ້ບໍລິໂພກຊື້ແມ່ນປະມານ 180 400.000 ດົ່ງ/ກິໂລກຼາມ.”

ວິ​ສາ​ຫະ​ກິດ ຢູ່ ນະ​ຄອນ​ໂຮ່​ຈີ​ມິນ ຍົກ​ລະ​ດັບ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 2ຜະລິດຕະພັນ ຈາກໃບ mugwort. ພາບ:khoinghiepsangtao.vn

ມີຮູບແບບອີກອັນຫນຶ່ງກ່ຽວກັບການລົງທຶນ ແລະ ຜັນຂະຫຍາຍໂຄງການພັດທະນາຜະລິດຕະພັນກະສິກຳມີມູນຄ່າສູງຂອງວິສາຫະກິດຢູ່ ນະຄອນ ໂຮ່ຈີມິນ ໃນໄລຍະຜ່ານມາ ແມ່ນ startup ຜະລິດສະເພາະສະໝູນໄພ ຂອງ ອ້າຍ ຮ່າວັນລົກ. ບໍລິສັດ ໄຊງ່ອນ TCS ຈຳກັດ ຂອງອ້າຍລົກ ໄດ້ຄົ້ນຄ້ວາ ແລະ ຜະລິດບັນດາຜະລິດຕະພັນທູບ mugwort ອ້າຍລົກໄດ້ເຊັນສັນຍາຈຳຫນ່າຍຜະລິດຕະພັນໃບ  mugwort ໃຫ້ແກ່ຊາວກະສິກອນ ດ້ວຍລາຄາສູງກວ່າຫລາຍເມື່ອທຽບໃສ່ລາຄາທີ່ພໍ່ຄ້າຊາວຂາຍມາຊື້, ນຳມາເຊິ່ງແຫລ່ງລາຍຮັບສູງ ແລະ ເປັນປົກກະຕິໃຫ້ແກ່ຊາວກະສິກອນ.

ກ່ອນນີ້ ສະໝູນໄພປະເພດນີ້ ພຽງແຕ່ຂາຍໃນຮູບແບບເປັນວັດຖຸດິບ ໝາຍຄວາມວ່າ ແມ່ນຂາຍສົດພາຍຫລັງເກັບກູ້ ຫລື ອົບແຫ້ງ ລາຄາຕ່ຳຫລາຍ ພຽງແຕ່ 6.000-7.000ດົງ/kg. ຖ້າຫາກພວກເຮົາຊື້ເອົາມາປຸ່ງແຕ່ງກັ່ນຕອງ ລາຄາຂອງມັນແມ່ນສູງກວ່າຫລາຍເທົ່າ, 11 12 ລ້ານ/ kg.

ດ້ວຍຄວາມຕັດສິນໃຈ ແລະ ວິທີເຮັດຢ່າງມີຫົວຄິດປະດິດສ້າງຂອງວິສາຫະກິດຢູ່ ນະຄອນ ໂຮ່ຈີມິນ ຫລາຍແຫ່ງ, ແຜນສົ້ນອອກໃຫ້ແກ່ຜະລິດຕະພັນກະເສດຫລາຍປະເພດຢູ່ ທ້ອງຖິ່ນຕ່າງໆທາງພາກໃຕ້ ພວມມີແງ່ຫວັງທີ່ດີ. ມີຜະລິດຕະພັນຫລາຍປະເພດ ໄດ້ຍົກສູງດ້ານມູນຄ່າ, ນຳມາເຊິ່ງລາຍຮັບທີ່ດີໃຫ້ແກ່ຊາວກະສິກອນ, ພ້ອມທັງປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ