ວິສາຫະກິດ ຫວຽດນາມ ກຳນົດທິດທາງຢ່າງສຳເລັດຜົນໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) -ການປະຕິວັດອຸດສາຫະກຳ 4.0 ກໍາລັງເຮັດໃຫ້ຮູບແບບການດຳເນີນທຸລະກິດ, ການຜະລິດມີການປ່ຽນແປງ ໂດຍພື້ນຖານ ແລະ ມີລັກສະນະກະໂດດຂັ້ນ. ການແກ້ງແຍ້ງໃນທົ່ວໂລກ. ໃນປັດຈຸບັນ ໄດ້ຖືກກຳນົດດ້ວຍກຳລັງຄວາມສາມາດໃນການແກ້ງແຍ້ງ ຫາກບໍ່ແມ່ນພຽງແຕ່ອີງໃສ່ທ່າແຮງທາງດ້ານລາຄາ ຫຼື ບັນດາປັດໄຈຄື ຄ່າແຮງງານຖືກ. ໂດຍຮັບຮູ້ໄດ້ສິ່ງດົ່ງກ່າວ ວິສາຫະກິດ ຫວຽດ ກໍາລັງມີບັນດາບາດກ້າວເດີນຖືກທິດ, ກຳໄດ້ບັນດາກາລະໂອກາດ ແລະ ສ້າງຈຸດຢືນທີ່ໝັ້ນແກ່ນໃນທ້ອງຕະຫຼາດ.

ອາດເຫັນໄດ້ວ່າ, ການຄ້າເອເລັກໂຕນິກ ແລະ ເຕັກໂນໂລຊີ ດີຈີຕອນ ພວມສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ບືນຕົວອອກສູ່ຕະຫຼາດໂລກ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ປັດຈຸບັນ, ວິສາຫະກິດຂະໜາດນ້ອຍ ຫຼື ນ້ອຍທີ່ສຸດ, ຕ້ອງການພຽງແຕ່ຄອມພິວເຕີ້ 1 ໜ່ວຍ, ໂທລະສັບສະມາດໂຟນ 1 ໜ່ວຍ ແມ່ນສາມາດເຂົ້າເຖິງຕະຫຼາດລະດັບໂລກໄດ້ ແລະ ພົວພັນແລກປ່ຽນທຸລະກິດໄດ້. ເພາະສະນັ້ນ, ການຄ້າເອເລັກໂຕນິກ ແລະ ເຕັກໂນໂລຊີດີຈີຕອນ, ພວມສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ.

ວິສາຫະກິດ ຫວຽດນາມ ກຳນົດທິດທາງຢ່າງສຳເລັດຜົນໃນການປະຕິວັດອຸດສາຫະກຳ 4.0 - ảnh 1 ຄາດວ່າ, ຮອດປີ 2020  ທົ່ວໂລກຈະມາອຸປະກອນປະມານ 20 ຕື້ເຄື່ອງ ເຊື່ອມຕໍ່ກັນດ້ວອິນເຕີແນັດສັບພະສິ່ງ (ພາບ: baocongly)

ແຕ່ວ່າເພື່ອຍົກສູງກຳລັງຄວາມສາມາດໃນການເຂົ້າເຖິງຕະຫຼາດໂລກ, ບັນລຸມາດຕະຖານທົ່ວໂລກ, ວິສາຫະກິດ ຫວຽດນາມ ບໍ່ພຽງແຕ່ນັ່ງຖ້າໂອກາດມາເຖິງ ຫາກຕ້ອງມີບັນດາບາດກ້າວກະກຽມພື້ນຖານ ແລະ ກຳລັງຄວາມສາມາດເພື່ອຮັບມືຢ່າງແທດເໝາະກັບການປະຕິວັດນີ້. ບໍລິສັດ ສອນພາສາອັງກິດ AMES, ເຊິ່ງແມ່ນເຄື່ອງໝາຍການສຶກສາ ທີ່ທີ່ມິອິດທິພົນຊື່ສຽງ ແຖວໜ້າ ຢູ່ ຫວຽດນາມ ໃຫ້ຮູ້ວ່າ ບໍລິສັດໄດ້ມີການກະກຽມຕັ້ງແຕ່ຕົ້ນ. ທ່ານ ຫງວຽນແມ້ງຮ່າວ ຜູ້ອຳນວຍການໃຫຍ່ ລະບົບສອນພາສາອັງກິດ AMES ໃຫ້ຮູ້ວ່າ:

ຕັ້ງແຕ່ຫຼາຍປີກ່ອນໜ້ານີ້ ພວກຂ້າພະເຈົ້າໄດ້ມີໜ່ວຍງານເຕັກໂນໂລຊີ ຂໍ້ມູນຂ່າວສານ (IT) ເພື່ອຄົ້ນຄວ້າ ແລະ ນຳໃຊ້. ປັດຈຸບັນນີ້ ພວກຂ້າພະເຈົ້າກໍ່ມີຄວາມພູມໃຈທີ່ໄດ້ເປັນຫົວໜ່ວຍທຳອິດຢູ່ ຫວຽດນາມ ທີ່ໄດ້ນຳເອົາພື້ນຖານໜຶ່ງມາສູ່ບັນດາພວກນ້ອງນັກຮຽນໃນທົ່ວທຸກພາກ ຂອງປະເທດ, ນັບແຕ່ເຂດຫ່າງໄກສອກຫຼີກ ຈົນຮອດບັນດາຕົວເມືອງໃຫຍ່ ໄດ້ສຳຜັດກັບການບຳລຸງສ້າງ ພາສາອັງກິດ ທີ່ມີຄຸນນະພາບສູງ. ນັກຮຽນ, ນັກສຶກສາ ຫວຽດນາມ ແຕ່ລະຄົນ ຈະມີອາຈານ AI (ອາຈານສອນພູມປັນຍາທຽມ) ຜູ້ໜຶ່ງ ໃນແຕ່ລະມື້ ຈະມາຊ່ວຍໃນການສິດສອນ, ການອອກສຽງໃຫ້ດີຂຶ້ນ ແລະ ເຮັດບົດຝຶກຫັດແຕ່ລະສົກການສອບເສັງ.

ດຳເນີນທຸລະກິດໃນຂົງເຂດອະສັງຫາລິມະຊັບ, ຕົວເມືອງ, ບໍລິສັດຮຸ້ນສ່ວນ ລົງທຶນພັດທະນາຕົວເມືອງ ເຊີນອານ (Sơn An Group) ມີທ່າແຮງໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນການເຄື່ອນໄຫວ, ຮັບເອົາລ່ວງໜ້າບັນດາໂຄງການໃໝ່ ເຊັ່ນ ຕົວເມືອງອັດສະລິຍະ. ທ່ານ ຫງວຽນຂັກເຊິນ ປະທານສະພາບໍລິຫານ ບໍລິສັດ ຢັ້ງຢືນວ່າ:

ພວກຂ້າພະເຈົ້າກຳລັງເລີ່ມນຳເອົາເຕັກໂນໂລຊີອັດສະລິຍະ 4.0 ເຂົ້າໃນບັນດາໂຄງການເຂດຕົວເມືອງອັດສະລິຍະ ແລະ ເຂດຕຶກຫຼາຍຊັ້ນ. ຕາມນັ້ນແລ້ວ, ປະຊາຊົນທີ່ອາໄສຢູ່ໃນບັນດາເຂດຕົວເມືອງນີ້ ພຽງແຕ່ນຳໃຊ້ ສະມາດໂຟນ ເພື່ອບັນຊາລະບົບປະຕູ, ລະບົບໄຟຟ້າ… ໃນເຮືອນຢູ່ຂອງຕົນ, ຊ່ວຍປະຢັດຄ່າໄຟຟ້າ ແລະ ຍົກລະດັບຄວາມປອດໄພອີກດ້ວຍ. ນອກຈາກນັ້ນ ພວກຂ້າພະເຈົ້າຍັງໄດ້ນຳໃຊ້ ອຸດສາຫະກໍາ 4.0 ເຂົ້າໃນລະບົບການຂາຍເຄື່ອງ ເອີ້ນວ່າເຕັກໂນໂລຊີ ເໝືອນຈິງ. ຕາມນັ້ນແລ້ວ, ບໍ່ວ່າລູກຄ້ານັ່ງຢູ່ບ່ອນໃດ ກໍ່ສາມາດເຂົ້າຊົມຮູບແບບເຮືອນຢູ່ ຄືດັ່ງກຳລັງເຂົ້າຊົມເຮືອນຢູ່ຕົງຈິງ, ຈາກນັ້ນ ວາງອອກຄວາມຕ້ອງການລະອຽດໃຫ້ແກ່ເຮືອນຢູ່ໃນອະນາຄົດຂອງຕົນ.

ໃນປັດຈຸບັນ, ນະຄອນ ບຽນຮວ່າ, ດົ້ງນາຍ, ແຂວງ ບິ່ງເຢືອງ ກຳລັງຂຶ້ນແຜນກໍ່ສ້າງນະຄອນອັດສະລິຍະ ແລະ ເຮືອນຢູ່ອັດສະລະຍະ. ຄວາມປາຖະໜາຂອງນັກລົງທຶນ ເຊີນອານ ແມ່ນເປີດກ້ວາງ, ເຊື່ອມຕໍ່ບັນດາເຂດຕົວເມືອງອັດສະລິຍະເຫຼົ່ານີ້ໃນອະນາຄົດ, ເພື່ອຮັບໃຊ້ຜູ້ບໍລິໂພກນັບມື້ນັບດີຂຶ້ນ.

ໃນຂະນະທີ່ວິສາຫະກິດ ຫວຽດນາມ ຫຼາຍແຫ່ງ ກຳລັງນຳເອົາເຕັກໂນໂລຊີ ເຂົ້າໃນຂັ້ນຕອນການເຄື່ອນໄຫວ, ເຊິ່ງຫຼາຍວິສາຫະກິດ ຫວຽດນາມ ອື່ນໆ ພັດເອົາໃຈໃສ່ເປັນພິເສດເຖິງປັດໄຈກ່ຽວກັບມະນຸດ (ບຸກຄະລາກອນ). ດ້ວຍຄວາມສຳນຶກທີ່ວ່າ ເຄື່ອງອຸປະກອນສາມາດຊື້ໄດ້, ແຫຼ່ງທຶນສາມາດກູ້ຢືມໄດ້ ແຕ່ສະຕິປັນຍາຂອງຄົນຕ້ອງບຳລຸງສ້າງ ເຊິ່ງບໍ່ສາມາດຊື້ມາໄດ້ດ້ວຍເງິນ. ທ່ານເຈີ່ນແມ້ງບ໊າວ ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ບໍລິສັດຮຸ້ນສ່ວນ ແນວພັນປູກ ຖາຍບິ່ງ, ຢັ້ງຢືນວ່າ:

ການປະຕິວັດໃດກໍ່ຕ້ອງເລີ່ມຕົ້ນຈາກມະນຸດ. ມະນຸດເປັນຜູ້ຄິດຄົ້ນອອກມາ ແລະ ເປັນຜູ້ນຳໃຊ້. ອຸດສາຫະກຳ 4.0 ເຊື່ອມຕໍ່ສັບພະສິ່ງ, ພູມປັນຍາທຽມ. ຖ້າຫາກຄົນບໍ່ສາມາດນຳໃຊ້ໄດ້, ບໍ່ມີທັກສະ, ຄວາມຮູ້ຄວາມສາມາດ, ບໍ່ມີຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີພຽງພໍ ກໍ່ບໍ່ສາມາດນຳໃຊ້ເຕັກໂນໂລຊີໄດ້. ສະຫຼຸບແລ້ວ ນັ້ນແມ່ນບັນຫາກ່ຽວກັບມະນຸດ. ນັ້ນແມ່ນບັນຫາທີ່ບໍລິສັດພວກຂ້າພະເຈົ້າກຳລັງກະກຽມໃນຍຸດທະສາດການພັດທະນາຂອງຕົນ. ສະນັ້ນ, ພວກຂ້າພະເຈົ້າໄດ້, ກຳລັງ ແລະ ຈະບຳລຸງສ້າງ, ປ່ຽນແປງໃໝ່ແຫຼ່ງຊັບພະຍາກອນມະນຸດ.

ບົດບາດຂອງການປະຕິວັດ ອຸດສາຫະກຳ 4.0 ແລະ ການນຳໃຊ້ບັນດາການກຳນົດທິດພັດທະນາ ຕາມກະແສຟອງຂອງການປະຕິວັດ 4.0 ເປັນບັນຫາທີ່ລັດຖະບານ ຫວຽດນາມ ໄດ້ຮັບຮູ້ມາດົນແລ້ວ ແລະ ກຳລັງຜັນຂະຫຍາຍບັນດາມາດຕະການ ເພື່ອຊຸກຍູ້ຂອບເຂດນຳໃຊ້ເຕັກໂນໂລຊີ ດີຈີຕອນ ຢູ່ ຫວຽດນາມ. ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຍົກສູງຄວາມຮັບຮູ້, ປະຕິບັດການຫັນເປັນດີຈີຕອນ ໃນການບໍລິຫານດຳເນີນທຸລະກິດ ແມ່ນທິດເດີນທີ່ລັດຖະບານກຳລັງຍູ້ແຮງ. ທ່ານ ຫວູຕ໋ຽນລົກ, ປະທານຫ້ອງການ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ VCCI ໃຫ້ຮູ້ວ່າ:

ຫວ່າງບໍ່ດົນມານີ້ ເຄື່ອຂ່າຍການ Start Up ທົ່ວໂລກ ກໍ່ຄືບັນດາບໍລິສັດນຳໜ້າໃນຂົງເຂດເຕັກໂນໂລຊີ ຂໍ້ມູນຂ່າວສານເຊັ່ນ, Google, Facebook, Microsoft ລ້ວນແຕ່ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນກັບ VCCI. ເພາະສະນັ້ນ, ອາດເວົ້າໄດ້ວ່ານີ້ແມ່ນສະຖານທີ່ທີ່ໜ້າສົນໃຈ ໃຫ້ແກ່ບັນດາວິສາຫະກິດໃນການສຳຜັດ ແລະ ນຳໃຊ້ອຸດສາຫະກຳ 4.0 ແລະ ການຫັນເປັນດີຈີຕອນເວົ້າສະເພາະ ໃນການເຄື່ອນໄຫວບໍລິຫານ ແລະ ການດຳເນີນທຸລະກິດຂອງຕົນ

ປຸກລຸກຄວາມສາມາດບົ່ມຊ້ອນ, ກຳລັງແຮງໃນການປະດິດຄິດສ້າງ ແລະ ຄວາມຂະຫຍັນຂັນເຄື່ອນຂອງວິສາຫະກິດ ແລະ ປະຊາຊົນ ຈະເປັນລູກກຸນແຈ ເພື່ອໃຫ້ບັນດາປະເທດກຳນົດທິດຢ່າງສຳເລັດຜົນ ໃນການປະຕິວັດອຸດສາຫະກຳ 4.0. ດ້ວຍຄວາມເປັນເຈົ້າການຂອງບັນດາວິສາຫະກິດ, ການກຳນົດທິດທີ່ຖືກຕ້ອງຂອງລັດຖະບານ, 4.0 ກໍ່ແມ່ນກາລະໂອກາດໃຫ້ແກ່ປະຊາຄົມ ວິສາຫະກິດ ຫວຽດນາມ ບືນຕົວຂຶ້ນ, ສ້າງຈຸດຢືນທີ່ໝັ້ນແກ່ນຢູ່ຕະຫຼາດພາຍໃນ ແລະ ສາກົນ ໃນໄລຍະຈະມາເຖິງ./

 

ຕອບກັບ

ຂ່າວ/ບົດ​ອື່ນ