ວິສາຫະກິດ ຫວຽດນາມ “ຟື້ນຟູການເຕີບໂຕຢ່າງວ່ອງໄວ” ໃນປີ 2022

(VOVWORLD) -ເຖິງວ່າ ປີ 2022 ໄດ້ຄາດຄະເນວ່າຈະຍັງຖຶກຜົນກະທົບຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ບັນດານະໂຍບາຍທີ່ສະພາແຫ່ງຊາດ, ລັດຖະບານ ຮັບຮອງເອົາໄດ້ສ້າງກຳລັງໜູນໃຫ້ແກ່ບັນດາວິສາຫະກິດໃນໄລຍະກະກ່ຽມການຟື້ນຟູ ແລະ ວາງແຜນການສ້າງໂຄງປະກອບບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດຄືນໃໝ່ເພື່ອຟື້ນຟູການເຕີບໂຕ.
ວິສາຫະກິດ ຫວຽດນາມ “ຟື້ນຟູການເຕີບໂຕຢ່າງວ່ອງໄວ” ໃນປີ 2022            - ảnh 1ທ່ານ ເຈີນຫວຽດແອງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນນຳເຂົ້າສົ່ງອອກ ນາມທາຍເຊີນ. ພາບ:NVCC.

ປີ 2022, ພື້ນຖານເສດຖະກິດຂອງທົ່ວໂລກກໍ່ຄືຂອງ ຫວຽດນາມ ກຳລັງຟື້ນຟູເທື່ອລະກ້າວ ດ້ວຍສັນຍານຄວາມຕ້ອງການຂອງຕະຫຼາດ ມີຫຼາຍ ຈຸດພົ້ນເດັ່ນ ແລະ ຄາດຄະເນວ່າ ຈະມີກາລະໂອກາດເຕີບໂຕຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດທຳການຜະລິດ. ຕາມທ່ານ ເຈີນຫວຽດແອງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນສົ່ງອອກ - ນຳເຂົ້າ ນາມທາຍເຊີນ ແລ້ວ, ປີ 2022 ນີ້ຈະແມ່ນປີບານພັບເພື່ອໃຫ້ວິສາຫະກິດສ້າງບັນດາແຜນການຟື້ນຟູການເຕີບໂຕວ່ອງໄວ. ຄາດໝາຍຂອງບັນດາວິສາຫະກິດແມ່ນບັນລຸການເຕີບໂຕໃຫ້ສູງກວ່າອີກ, ຍ້ອນໃນໄລຍະກ່ອນທີ່ເກີດໂລກລະບາດໂຄວິດ - 19, ດັດຊະນີການເຕີບໂຕປະຈຳປີຂອງວິສາຫະກິດແມ່ນປະມານ 10%, ພາຍຫຼັງຖຶກຜົນກະທົບຈາກໂລກລະບາດ ໂຄວິດ - 19 ຍັງເຫຼືອພຽງ 7-8 %. ສະນັ້ນ, ບັນດາວິສາຫະກິດຕ້ອງມີຍຸດທະສາດ ແລະ ແຜນການຟື້ນຟູການເຕີບໂຕ, , ບໍ່ປະໃຫ້ວິສາຫະກິດຖອຍຫຼັງເພາະຈະສົ່ງຜົນສະທ້ອນຕໍ່ການຕີລາຄາຈາກທະນາຄານ, ຄູ່ຮ່ວມມືສະໜອງ ແລະ ຄູ່ຮ່ວມມືລົງທຶນຕ່າງປະເທດ.

 “ປີ 2022, ພວກເຮົາຈະຟື້ນຟູທຸກສິ່ງທຸກຢ່າງທີ່ເສຍໄປ ໃນປີ 2021 ແລະ ໃນໄລຍະກ່ອນທີ່ເກີດໂລກລະບາດໂຄວິດ - 19. ເພື່ອບັນລຸ ຄາດໝາຍທີ່ໄດ້ວາງອອກ ວິສາຫະກິດຕ້ອງມານະພະຍາຍາມກວ່າ 100% - 200%, ສະນັ້ນ, ວິສາຫະກິດຕ້ອງມານະພະຍາຍາມ ແລະ ຕັດສິນໃຈຫຼາຍ. ຕ້ອງວາງ ຄາດໝາຍເຕີບໂຕ 50% ແມ່ນຄວາມມານະພະຍາຍາມຫຼາຍທີ່ສຸດສຳລັບວິສາຫະກິດ. ຖ້າຫາກວ່າເຮັດບໍ່ໄດ້, ວິສາຫະກິດຈະເຄື່ອນໄຫວບໍ່ໄດ້, ທະນາຄານຈະເກັບທຶນຄືນ, ຜູ້ໃຫ້ບໍລິການຈະເກັບສິນຄ້າຄືນ, ເຮັດໃຫ້ຂອບຂະໜາດວິສາຫະກິດໃຫຍ່ປ່ຽນເປັນໜ້ອຍ, ເຮັດໃຫ້ຜູ້ອອກແຮງງານຈະບໍ່ມີຄວາມເຊືຶ່ອໝັ້ນ, ບໍ່ມີກຳລັງໃຈເຮັດວຽກ ແລະ ຈະປະວຽກ.”

        ໂດຍມີຄວາມປິຕິຊົມຊື່ນຕໍ່ເລື່ອງ ລັດຖະບານ ແລະ ບັນດາທ້ອງຖິ່ນຄຸ້ມຄອງໂລກລະບາດ ໂຄວິດ - 19 ຢ່າງມີປະສິດທິຜົນ, ທ່ານນາງ ລືວທິແທງເໝົາ, ຜູ້ ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນລົງທຶນ ແລະ ກໍ່ສ້າງ ຟຸກຄາງ, ໃຫ້ຮູ້ວ່າ: ວິສາຫະກິດຕ້ອງສ້າງໂຄງປະກອບຮູບແບບຄືນໃໝ່ໃຫ້ສົມບຸນແບບຕາມທິດຫັນເປັນດິຈິຕອນໃນຂົງເຂດກໍ່ສ້າງໂຄງການອະສັງຫາລິມະຊັບລະດັບສູງ, ໃນນັ້ນເອົາໃຈໃສ່ເຖິງຄວາມຮັບຜິດຊອບຂອງສັງຄົມ:

 “ເພື່ອພັດທະນາແບບຍືນຍົງຕ້ອງມີການຫັນເປັນດິຈິຕອນເພື່ອໃຫ້ເໝາະສົບກັບສະພາບການຂອງໂລກລະບາດໂຄວິດ - 19  .ຖືສຸຂະພາບຂອງປະຊາຊົນເປັນໃຈກາງຊອງການພັດທະນາ, ຍັງຄົງຮັກສາຮັບປະກັນວຽກງານການຜະລິດໄດ້ພັດທະນາ, ປະກອບສ່ວນເຂົ້າໃນຜົນປະໂຫຍດຂອງປະຊາຊົນ. ພ້ອມກັນນັ້ນ, ສືບຕໍ່ຜະລິດບັນດາຜະລິດຕະພັນໃໝ່, ຮັບປະກັນຄວາມຕ້ອງການຂອງປະຊາຊົນ. ແລ້ວຕ້ອງສ້າງຍຸດທະສາດພັດທະນາແບບຍືນຍົງ, ນຳພາວິສາຫະກິດພັດທະນາແບບສຸມໃສ່ຄວາມຮັບຜິດຊອບສັງຄົມ, ເພື່ອທັງປົກປັກຮັກສາຂົງເຂດເສດຖະກິດທັງປົກປັກຮັກສາຂົງເຂດສິ່ງແວດລ້ອມ ແລະ ສັງຄົມ.”

ວິສາຫະກິດ ຫວຽດນາມ “ຟື້ນຟູການເຕີບໂຕຢ່າງວ່ອງໄວ” ໃນປີ 2022            - ảnh 2ທ່ານນາງ ລືວທິແທງເໝົາ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນລົງທຶນ ແລະ ກໍ່ສ້າງຟຸກຄາງ. ພາບ: baodautu.vn

ໃນປີ 2022, ຫຼາຍວິສາຫະກິດຕັ້ງຄວາມຫວັງວ່າການທ່ອງທ່ຽວ ຫວຽດນາມ ຈະຟື້ນຟູໄດ້ລະດັບ 50% ເມື່ອທຽບໃສ່ກັບປີ 2019. ທ່ານ ຫງວຽນວັນບຽນ, ປະທານສະພາບໍລິຫານບໍລິສັດ NBT Holding ໃຫ້ຮູ້ວ່າ ທ່ານຫາກໍ່ຕັດສິນໃຈສ້າງບໍລິສັດລູກໃໝ່ແມ່ນ ບາວຕິນ Travel ແນໃສ່ຍາດແຍ່ງໂອກາດຂະແໜງການທ່ອງທ່ຽວຟື້ນຟູ. ລົງທຶນຕື່ມໃຫ້ຂະແໜງການທ່ອງທ່ຽວໃນໄລຍະນີ້ແນໃສ່ຍາດແຍ່ງໂອກາດການເຄື່ອນໄຫວຕ້ອນຮັບແຂກຕ່າງປະເທດ, ນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ທັງທ່ອງທ່ຽວ, ທັງສຳຫຼວດຕະຫຼາດການດຳເນີນທຸລະກິດ.

 “ໃນໄລຍະປະຈຸບັນ, ບັນຫາສຳຄັນທີ່ສຸດທີ່ວິສາຫະກິດຕ້ອງເອົາໃຈໃສ່ແມ່ນການຄຸ້ມຄອງໂລກລະບາດເພື່ອບໍ່ໃຫ້ແຜ່ລະບາດໃນຊຸມຊົນ. ເມື່ອໂລກລະບາດແຜ່ລະບາດ, ປະຊາຊົນຈະບໍ່ໄປທ່ຽວ. ອີກຢ່າງໜຶ່ງແມ່ນປາດຖະໜາຢາກໃຫ້ບັນດາການນຳ, ຄະນະ, ຂະແໜງການກ່ຽວຂ້ອງມີບັນດານະໂຍບາຍທີ່ຖກຕ້ອງໃນການຄຸມຄອງໂລກລະບາດ, ມີບັນດາວິທີການໜູນຊ່ວຍໃຫ້ຂະແໜງການທ່ອງທ່ຽວພັດທະນາຄືນໃໝ່. ຈາກນັ້ນ, ປະກອບສ່ວນເຂົ້າໃນຂະບວນການພັດທະນາບັນດາຂະແໜງການເສດຖະກິດໃນໄລຍະຈະມາເຖິງ.”

                  ບັນດານັກຊ່ຽວຊານເສດຖະກິດຄາດຄະເນວ່າ ປີ 2022 ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດຖ້າຫາກວ່າມີຄວາມໄຫວພິບ, ມີຄວາມສາມາດຮັບມືດີ. ສະນັ້ນ, ຕ້ອງການຍາດແຍ່ງໄດ້ກາລະໂອກາດ, ການຄາດຄະເນ, ຄາດໄວ້ລ່ວງໜ້າບັນດາການຜັນແປຄວາມຕ້ອງການ - ການສະໜອງຂອງຕະຫຼາດ; ນີ້ຈະແມ່ນ ປະຖົມປັດໄຈໜູນຊ່ວຍບັນດາວິສາຫະກິດຟື້ນຟູ ແລະ ພັດທະນາໃນປີ 2022 ແລະ ຊຸມປີທີ່ຈະມາເຖິງ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ