ວິສາຫະກິດ ຫວຽດນາມ ມານະພະຍາຍາມພ້ອມກັບລັດຖະບານຜ່ານຜ່າຄວາມຫຍຸ້ງຍາກ

(vovworld) - ປີ 2012 ຜ່ານ​ມາ ​ແມ່ນ​ປີ​ທີ່​ວິ​ສາ​ຫະກິດ ຫວຽດນາມ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ຄວາມ​ຫຍຸ້ງຍາກ​ຈາກ​ພື້ນຖານ​ເສດຖະກິດ​ພາຍ​ໃນ​ປະ​ເທດ ພ້ອມ​ກັບ​ການ​ຜັນ​​ແປ​ຍາກ​ທີ່​ຈະຄາດ​ຄະ​ເນ​​ລ່ວງ​ໜ້າໄດ້​ຂອງ​ເສດຖະກິດ​ໂລກ​ ໄດ້​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ສະພາບ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ຈະ​ເລ​ີນເຕີບ​ໂຕ​ຂອງ​ວິ​ສາ​ຫະກິດ. ​ ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພ້ອມ​ກັບ​ການ​ຫນູນ​ຊ່ວຍ​ຂອງ​ລັດຖະບານ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ມານະ​ພະຍາ​ມຍາມ​ບື່ນຕົວ​ຂຶ້ນ, ຟື້ນ​ຕົວ​ເທື່ອ​ລະ​ກ້າວ ແລະ ພັດທະນາ​ການ​ຜະລິດ.

ວິສາຫະກິດ ຫວຽດນາມ ມານະພະຍາຍາມພ້ອມກັບລັດຖະບານຜ່ານຜ່າຄວາມຫຍຸ້ງຍາກ - ảnh 1

ພາບປະກອບ:ອິນເຕີແນັດ

        ຕໍ່ຫນ້າ​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ, ລັດຖະບານ ​ໄດ້​ສຸມ​ໃສ່​ຊີ້​ນຳ​ວາງ​ອອກ​ຫລາຍ​ມາດ​ຕະການ ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ. ພ້ອມ​ກັບ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິ​ດມະຫາ​ພາກ​ເປັນ​ປົກກະຕິ, ລັດຖະບານ ​ໄດ້​ສືບ​ຕໍ່​ເສີມ​ຂະຫຍາຍ​ການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ສິນ​ເຊ່ືອ​ຢ່າງ​ມີ​ປະສິດທິ​ຜົນ, ປັບປຸງ​ຄວາມ​ສາມາດ​ຊຳລະ​ຂອງ​ລະ​ບົບທະນາຄານ, ຮັກສາ​ອັດ​ຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ... ຍ້ອນ​ເຫດ​ນັ້ນ, ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ຂະ​ແຫນງ​ການ​ຈຳນວນ​ຫນຶ່ງ​ໄດ້​ຮັບ​ການ​ປັບປຸງ​ສ່ວນ​ໃດ​ສ່ວນ​ຫນຶ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເບີ່​ງລວມ​ແລ້ວ, ມີວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຍັງ​ຄົງ​​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ເມື່ອ​ອັດຕາ​ດອກ​ເບ້ຍ​ສິນ​​ເຊື່ອ​ຍັງ​ຢູ່​​ໃນ​ລະດັບ​ສູງ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ກູ້​ຢືມ​ທຶນ, ຜະລິດ​ຕະພັນ​ຈຳຫນ່າຍ​ຍາກ, ອັດຕາ​ສ່ວນ​ສິນຄ​້າຄ້າງ​ສາງ​ຍັງ​ຢູ່​ໃນ​ລະດັບ​ສູງ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຕ້ອງ​ລົ້ມ​ລະລາຍ, ຢຸດຕິ​ການ​ເຄື່ອນ​ໄຫວ​. ຕາມ​ຕົວ​ເລກ​ສະຖິຕິ​​ໃນ​ປີ 2012 ​ແລ້ວ, ​ໃນ​ຍອດ​ຈຳນວນວິ​ສາ​ຫະກິດ​ກວ່າ 670.000 ​ແຫ່ງ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທົ່ວ​ປະ​ເທດ ມີ​ເກືອບ 202.000 ​ແຫ່ງ​ຖືກ​ລົ້ມ​ລະລາຍ, ຢຸດຕິ​ການ​ເຄື່ອນ​ໄຫວ ​ແມ່ນ​ເທົ່າ​ກັບ 50% ຍອດ​ຈຳນວນ​ວິ​ສາ​ຫະກິດ​ອອກ​ຈາກ​ຕະຫລາດ​ໃນ​ຮອບ 20 ປີຜ່ານມາ. ຄວາມ​ຫຍຸ້ງຍາກ​ໃຫຍ່​ສຸດ​ຂອງ​ບັນດາ​ວິ​ສາ​ຫະກິດໃນ​ປະຈຸ​ບັນ ​ແມ່ນ​ແຫ​ລ່ງທຶນ​ເພື່ອ​ທຳ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ​ເພື່ອ​ແກ້​ໄຂ​ບັນຫາ​ນີ້, ຄຽງ​ຄູ່​ກັບ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ​ກູ້​ຢືມ​ທຶນ​ຄັ້ງໃຫມ່, ລັດ ພວມ​ສຸມ​ໃສ່​ແກ້​ໄຂ​ຫນີ້​ສິນ​ເກີນ​ກຳນົດ​ເວລາ. ດຣ ຫງວຽນ​ຫື​ວກາດ, ກຳມະການ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຫວຽດນາມ ຖື​ວ່າ:

        “ຕ້ອງ​ໃຫ້​ບຸລິມະສິດ​ແກ່​ບັນດາ​ວິ​ສາ​ຫະກິດ​ຍັງ​ທຳ​ການ​ຜະລິດ, ພວມ​ຕິດ​ຫນີ້ ຖ້າ​ຫາກ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ເຂົາ​ເຈົ້າ​ຈະ​ພັດທະນາ​ໄດ້, ສະ​ນັ້ນຕ້ອງ​ບຸລິມະສິດ​ໃຫ້​ແກ່​ເປົ້າ​ໝາຍ​ນັ້ນ ​ແລະ ປະຈຸ​ບັນ ຈຳນວນ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ເປົ້າ​ໝາຍ​ດັ່ງກ່າວ​ແມ່ນ​ຫລາຍ​ທີ່​ສຸດ ກວມ​ເຖິງ 2/3 ຈຳນວນ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ. ​ຖ້າ​ແກ້​ໄຂ​ໄດ້​ບັນຫາ​ນີ້ ຈະ​ປ​ະກອບ​ສ່ວນ​ຊຸກຍູ້​ລະ​ດັບ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕ້ອງ​ມີ​ການ​ເລ​ືອກ​ເຟັ້ນ, ຕາມ​ກົດ​ເກນ​ຕະຫລາດ​ແລ້ວ, ຕ້ອງ​ເລືອກ​ເຟັ້ນ​ເປົ້າ​ໝາຍ​ເພື່ອ​ຊຸກຍູ້​ພື້ນຖານ​ເສດຖະກິດໃຫ້​ພັດ​ທະ​ນາ.”

        ປະຈຸ​ບັນ, ລັດຖະບານ ພວມ​ຊີ້​ນຳ​​ໃຫ້​ບັນດາ​ກະຊວງ, ຂະ​ແຫນ​ງການ ​ແລະ ທ້ອງ​ຖິ່ນ ກວດກາ​ຄືນ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ສາມາດ​ຄວນ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ເພື່ອ​ຟື້ນ​ຕົວ, ​ຮັກສາ​ການ​ຜະລິດ​ເປັນ​ປົກກະຕິ. ດ້ານ​ອື່ນ, ລັດຖະບານ​ກໍ​ຮຽກຮ້ອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ເປັນ​ເຈົ້າ​ການ, ສົມທົບ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ຄວາມ​ຈິງ, ​ໃນ​ໄລຍະ​ຜ່ານ​ມາ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ສາມາດ​ໄຈ້​ແຍກດ້ານ​ມະຫາ​ພາກ ​ແລະ ຄາດ​ຄະ​ເນ​ຄວາມ​ຕ້ອງການ​ຂອງ​ຂະ​ແຫນງ​ຕົນ​ໄດ້, ສະ​ນັ້ນ ​ເຂົາ​ເຈົ້າ​ໄດ້​ເປັນ​ເຈົ້າ​ການ​ຮັບ​ມື​ດ້ວຍ​ການ​ດັດ​ປັບຕ່າງໆ​ທີ່​ເໝາະ​ສົມ​ເພື່ອ​ກູ້​ເອົາ​ຕົນ​ເອງ. ບໍລິສັດ​ພັດທະນາ​ເຮືອນ​ຢູ່ ຖູ​ດືກ (Thu Duc House) ​ແມ່ນ​ຕົວຢ່າງ. ຍ້ອນ​ມີ​ຍຸດ​ທະ​ສາດ​ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ​ຕາມ​ທິດ​ໝັ້ນຄົງ ​ແລະ ມີ​ຄວາມສາມາດ​ຄາດຄະ​ເນ​ຕະຫລາດ​ໄດ້, ສະ​ນັ້ນ ບໍລິສັດ​ໄດ້​ຫັນ​ມາ​ກໍ່ສ້າງ​ເຮືອນ​ປະ​ເພດ​ປານ​ກາງ. ຍ້ອນ​ມີ​ການ​ຫັນປ່ຽນ​ຂອບ​ຂະຫນາດ​ນີ້, ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ ມີ​ຫລາຍ​ໂຄງການ​ກໍ່ສ້າງ​ເຮືອນ​ຢູ່​ຂອງ​ບໍລິສັດ​ຍັງ​ຄົງ​ຂາຍ​ໄດ້​ກວ່າ 60%.​ ທ່ານ​ເລ​ຈີ​ຮຽວ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ເຮືອ​ນຢູ່ ຖູ​ດືກ ​ແບ່ງປັນ​ວ່າ:

        “ໂດຍ​ແມ່ນ​ນັກ​ທຸ​ລະ​ກິດ, ຕ້ອງ​ມີ​ຄຸນ​ນະ​ທາດ, ມີນ້ຳ​ໃນ, ມີ​ປັນ​ຍາ ແລະ ກ້າ​ເຮັດ​ກ້າ​ທຳ. ເພື່ອ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ໃຫ້​ທຸກ​ຄົນ, ໃຫ້​ສັງ​ຄົມ, ເລືອກ​ເຟັ້ນ​ເສັ້ນທາງ​ທີ່ຖືກຕ້ອງ, ​ເລືອກ​​ເຟັ້ນ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​​ທີ່ດີ ​ແລະ ປະ​ເຊີນ​ຫນ້າ​ກັບ​​ສິ່ງ​ກີດ​ຂວາງ, ​ທ້າ​ທາຍ​ທຸກ​ຢ່າງເພື່ອ​ພັດທະນາ ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ.”

ວິສາຫະກິດ ຫວຽດນາມ ມານະພະຍາຍາມພ້ອມກັບລັດຖະບານຜ່ານຜ່າຄວາມຫຍຸ້ງຍາກ - ảnh 2

ກຳມະກອນປຸງແຕ່ງສິນໃນນ້ຳເພື່ອສົ່ງອອກ

ພາບປະກອບ:ອິນເຕີແນດ

        ​ໃນ​ສະພາບ​ເສດຖະກິ​ດປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ມີ​ວິ​ສາ​ຫະກິດ​ຫລາຍ​​ແຫ່ງ​ໄດ້​ປະສານ​ສົມທົບ​ກັນ​ເພື່ອ​ສາມາດ​ນຳ​ໃຊ້​ພື້ນຖານ​ໂຄງ​ລ່າງ​ຂອງ​ກັນ ​ແນ​ໃສ່​ສືບ​ຕໍ່ການ​ເຄື່ອນ​ໄຫວ, ຫລຸດຜ່ອນ​ລາຍ​ຈາ​ຍ, ຮ່ວມ​ສຳພັນ​ນຳ​ກັນ​​ເພື່ອພ້ອມ​ກັນ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ. ​ເພື່ອ​​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຍາວ​ນານ ຕາມ​ທິດ​ຍືນ​ຍົງ​ຄື: ສ້າງ​ເຂດ​ວັດຖຸ​ດິບ​ສິນຄ້າ​ເປັນ​ລວມສຸມ, ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ, ​ທິດ​ທາງການຕະຫລາດ​ເພື່ອ​ຫລີກ​ລ້ຽງ​ຄວາມ​ສ່ຽງ. ລັດຖະບານ​ໄດ້​ສ້າງ​ບັນດາ​ມາ​ດຕະການ​ຢ່າງ​ລະອຽດ ​ເພື່ອ​ປ່ຽນ​ໃຫມ່​ຮູບ​ແບບ​​ເຕີບ​ໂຕ ​ແລະ ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່. ​ໃນ​ວິວັດ​ດັ່ງ​ກ່າວ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ດ້ວຍ​ບົດບາດ​​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ ຄວນ​ມີ​ບັນດາ​ຄຳ​ສະ​ເຫ​ນີຢ່າງ​ທັນ​ການ​ເພື່ອ​ຮັບປະກັນ​ສ້າງ​ນະ​ໂຍບາຍ​ຢ່າງ​ເໝາະ​ສົມ ​ແລະ ​ໃກ້ຊິດ​ຕິດ​ແທດ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ. ທ່ານ ຫວູຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖື​ວ່າ:

        “ສຳລັບ VCCI, ຕ້ອງ​ສືບ​ຕໍ່​ຍົກ​ອອກ​ທັດ​ສະ​ນະ​ຂອງ​ຕ​ົນ, ສະ​ເຫ​ນີຕໍ່​ພັກ ​ແລະ ລັດ ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕິດ​ຂັດຢ່າ​ງທັນ​ການ ພ້ອມ​ທັງ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບມາດ​ຕະການ​ຕ່າງໆ​ໃຫ້​ແກ່ລັດຖະບານ. ນອກ​ນັ້ນ ຜັນ​ຂະຫຍາ​ຍບັນດາ​ມາດ​ຕະການ​ຢ່າ​ງຄົບ​ຊຸດ, ລະອຽດ ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ.”

        ກ້າວ​ເຂົ້າ​ສູ່​ປີ 2013, ລັດຖະບານ​ພວມ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ພື້ນຖານ​ເສດຖະກິ​ດຄື: ​ເພີ່ມ​ກຳລັງ​ຊື້​ຂອງ​ຕະຫລາດ, ສືບ​ຕໍ່​ປະຕິບັດ​ການ​ຕໍ່​ກຳນົດ​ເວລາ​ເສຍ​ອາ​ກອນ, ຫລຸ​ດຜ່ອນ​ອາກອນ​ລາຍ​ຮັບ​ໃຫ້​ແກ່​ວິ​ສາ​ຫະກິດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະ​ສັງຫາລິມະ​ຊັບ, ​ແກ້​ໄຂ​ຫນີ້​ເສຍ ​ແລະ ສິນຄ້າ​ຄ້າງ​ສາງ. ບັນດາ​ຜູ້​ຊ່ຽວຊານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ດ້ວຍ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ, ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ລັດຖະບານ ພ້ອມ​ກັບຄວາມ​ເປັນ​ເຈົ້າ​ການ​ຂອງ​ບັນດາ​ວິ​ສາ​ຫະກິດ, ພື້ນຖານ​ເສດຖະກິດ ຫວຽດນາມ ຈະ​ຟື້ນ​ຕົວ​ເທື່ອ​ລະ​ກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ