ວິສາຫະກິດ ຫວຽດນາມ ເພີ່ມທະວີການລົງທຶນອອກສູ່ຕ່າງປະເທດ

(vovworld)- ກົມ​ລົງທຶນ​ຕ່າງປະ​ເທດ ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຫາ​ກໍ່​ປະກາດ​ສະພາບ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຫວຽດນາມ ອອກ​ສູ່​ຕ່າງປະ​ເທດ. ຈາກ​ປະ​ເທດ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​ເປັນ​ຕົ້ນຕໍ, ມາ​ຮອດ​ປະຈຸ​ບັນ ຫວຽດນາມ ​ໄດ້​ລົງທຶນ​ອອກ​ສູ່​ 59 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ຂຶ້ນ​ເຖິງ 15,5 ຕື້ USD. ຕົວ​ເລກ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ພວມ​ຢືນຢັນ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ຕົນ ​ແລະ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງເຂົ້າ​ພື້ນຖານ​ເສດຖະກິດ​ໂລກ.

        ​ໄລ່​ສະ​ເພາະ​ໄຕ​ມາດ​ທີ 1 ປີ 2013 ​​ໄດ້ມີ​​ໂຄງ​ການ​ລົງທຶນ​ຂອງ​ຫວຽດນາມ ອອກ​ສູ່​ຕ່າງປະ​ເທດ​ຕື່ມ​ອີກ 22 ​ໂຄງການໄດ້​ຮັບ​ຫນັງສື​ອະນຸຍາດ​ລົງທຶນ​ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 720 ລ້ານ USD. ຂອບ​ຂະຫນາດ​ທຶນ​ຈົດ​ທະບຽນ​ສະ​ເລ່ຍ​ແມ່ນ ກວ່າ 32 ລ້ານ USD/ໂຄງການ​. ບັນດາ​ຂົງ​ເຂດ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ສ່ວນ​ຫລາຍ​ແມ່ນ​ຂຸດ​ຄົ້ນ​​ແຮ່​ທາດ ກວມ​ກວ່າ 72% ຈຳ​ນວນ​ທຶນ​ຈົດ​ທະບຽນ, ຖັດມາ​ແມ່ນ​ບັນດາ​ໂຄງການ​ບໍລິການ​ພັກ​ເຊົາ, ກິນ​ດື່ມ ກວມ​ 12,6% ຍອດ​ຈຳນວນ​ເງິນ​ລົງທຶນ. ບັນດ​າ​ໂຄງການ​ຖະ​ແຫລ​ງຂ່າວ, ສື່ສານ ຢືນ​ອັນ​ດັບ​ທີ 3 ກວມ 8,9% ຍອດ​ຈຳນວນ​ເງິນ​ລົງທຶນ ​ແລະ ກໍ່​ໃນ​ 3 ​ເດືອນ​ຕົ້ນ​ປີນີ້ ມີ 5 ​ໂຄງການ​ເພີ່ມ​ເງິນ​ລົງທຶນ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ເພີ່ມ​ເຕີມ​ບັນລຸ​ກວ່າ 1,9 ຕື້ USD. ​ໃນ​ນັ້ນ ​ໂຄງການ​ຂອງ​ບໍລິສັດ​ຮ່ວມ​ທຸລະ​ກິດ Rusvietpetro ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ ຫວຽດນາມ ຢູ່ ສະຫະພັນ​ລັດ​ເຊຍ ​ເພີ່ມ​ຈຳນວນ​ເງິນ​ລົງທຶນ​ກວ່າ 1,4 ຕື້ USD ​ແລະ ​ໂຄງການ​ສຳ​ຫລວດ​ບໍ່​ເກືອ​ຢູ່ ລາວ ຂອງ​ບໍລິສັດ​ໃຫຍ່​ເຄມີ ຫວຽດນາມ ​ໄດ້​ເພີ່ມ​ເງິນ​ລົງທຶນ​ກວ່າ 518 ລ້ານ USD. ​ເປັນ​ອັນວ່າ ​ໄລ່​ລວມທຶນ​ຈົດ​ທະບຽນສະຫນອງ​​ໃຫມ່ ​ແລະ ​ເພີ່ມ​ເຕີມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ອອກ​ສູ່​ຕ່າງປະ​ເທດ​ໃນ​ໄຕ​ມາດ 1 ຂອງ​ປີ 2013 ​ບັນລຸ 2,65 ຕື້ USD. ລັດ​ເຊຍ, ລາວ ​ແລະ ມຽນມາ ​ແມ່ນ​ບັນດາ​ປະ​ເທດ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ຫລາຍ​ກວ່າ​ໝູ່ໃນ​ໄຕ​ມາດ 1 ປີ 2013. ທ່ານ ຫງວຽນ​ວັນ​ຕ່ວານ​,​ ຮອງ​ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ອອກ​ສູ່​ຕ່າງປະ​ເທດ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ນີ້​ແມ່ນ​ສັນຍານ​ອັນ​ຕັ້ງຫນ້າ ​ເພາະວ່າ ​ເມື່ອ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເອງ​ຕ້ອງ​ແຂງ​ແຮງ​ກວ່າ​ບັນດາ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ປະຈຳ​ຖິ່ນ​ ຈຶ່ງ​ສາມາດ​ລົງທຶນ​ໄດ້. ນອກ​ນັ້ນ ສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ,​ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຕ່າງປະ​ເທດ​ ​ແມ່ນ​ສິ່ງ​ທີ່​ໃຫມ່​ອ່ຽມ ສະ​ນັ້ນ ກໍ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກກວ່າ. ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ກໍ​ລົງທຶນ​ຢູ່​ບັນດາ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ກ້າວຫນ້າ​ກວ່າ​ຄື: ຍີ່​ປຸ່ນ, ສ​ເກົາຫລີ, ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ. ​ເພາະ​ສະ​ນັ້ນ ​ເລື່ອງ​ເພີ່ມ​ທະວີ​ການ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ແມ່ນ​ສັນຍານ​ອັນ​ຕັ້ງຫນ້າ ຢືນຢັນ​ການ​ເຕີບ​ໃຫຍ່​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ.”

ວິສາຫະກິດ ຫວຽດນາມ ເພີ່ມທະວີການລົງທຶນອອກສູ່ຕ່າງປະເທດ - ảnh 1

        ການ​ເຄື່ອນ​ໄຫວ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ເບື້ອງ​ຕົ້ນ​ບັນລຸ​ໄດ້​ໝາກຜົນ​ເປັນ​ຫນ້າ​ຊື່ນ​ຊົມ, ຢືນຢັນ​ຄວາ​ມມານະ​ພະຍາຍາມ ​ແລະ ຄຸນ​ນະ​ທາດ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ພ້ອມ​ທັງ​​ເປີດກາລະ​ໂອກາດ​ໃຫ້​ແກ່​ບັນດາ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​. ພາຍຫລັງ​ປະສົບ​ຜົນສຳ​ເລັດ​ຢູ່​ຕະຫລາດ​ພາຍ​ໃນ​ແລ້ວ, ມີ​ວິ​ສາ​ຫະກິດ​ຫວຽດນາມ ​ຫລາຍ​ແຫ່ງ ປະຈຸ​ບັນ ພວມ​ມີ​ທ່າ​ອ່ຽງຍູ້​ແຮງ​ການ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ. ບໍລິສັດ ​ດຶກ​ເຢືອງ ຈຳກັດ ຢູ່ ຮ່າ​ໂນ້ຍ ຜະລິດ​ສະ​ເພາະ​ກົນ​ຈັກ, ​ເຄື່ອງ​ເຟີ​ນີ​ເຈີ ຍີ່​ຫໍ້ Ocen Door ​ແມ່ນ​ຫນຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ຄື​ດັ່ງກ່າວ. ​ເຖິງ​ວ່າ ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ບໍ່​ດົນ​ປານ​​ໃດ​ກໍ​ຕາມ, ​ແຕ່​ການ​ເຄື່ອນ​ໄຫວ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ຂອງ​ບໍ​ລິ​ສັດ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນ​ລະບົບ. ຈຸດໝາຍ​ຂອງ​ບໍລິສັດ​ແມ່ນ​ລົງທຶນ​ອອກ​ສູ່​ຕ່າງ​ປະ​ເທດ​ຕ້ອງ​ປະກອບສ່ວນ​ຍູ້​ແຮງ​ການ​ສົ່ງ​ອອກ ​ແລະ ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ​ອອກ​ສູ່​ໂລກ. ທ່ານ ຟ້າ​ມຊວນ​ຮຸ່ງ, ຜູ້ອຳນວຍການ​ບໍລິສັດ ​ດຶກ​ເຢືອງ ຈຳກັດ ​ໃຫ້​ຮູ້​ວ່າ:

        “ການ​ເຄື່ອນ​ໄຫວ​ລົງທຶນ​ອອກ​ສູ່​ຕ່າງປະເທດ​ຂອງ​ບໍລິສັດ​ດຶກ​ເຢືອງຈຳກັດ ຍີ່​ຫໍ້ Ocen Door ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນ​ລະບົບ ຄື: ຊອກ​ຮູ້​ສະພາບ​ຕົວຈິງ, ຄົ້ນ​ຄ້ວາຕະ​ຫລາດ, ກົດໝາຍ​ຢູ່ຕ່າງປະ​ເທດ​ຜ່ານ​ງານ​ວາງສະ​ແດງ, ງານ​ຕະຫລາດນັດ ​ແລະ ສຳ​ພັດ​ກັບ​ລູກ​ຄ້າ, ​ຫຼັງ​ຈາກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ຜັນ​ຂະຫຍາຍການ​ລົງ​ທຶນ. ຢູ່ Dubai, ບັນດາ​ປະ​ເທດ​ ອາຣັບ ​ເອມີ​ເຣດຢູ​ໄນ​ເຕັດ, ພວກ​ຂ້າພະ​ເຈົ້າ​ພວມ​ຊຸກຍູ້ບັນດາ​ໂຄງການ​ໃຫຍ່, ​ຫວັງ​ວ່າ​ຈະ​ນຳ​ຜະລິດ​ຕະພັນ​ຫວຽດນາມ, ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ອອກ​ສູ່​ຕ່າງປະ​ເທດ​ຢ່າງ​ສະດວກ.”

        ບັນດາ​ການ​ເຄື່ອ​ນ​ໄຫວ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້​ແກ່​ຄົນ​ງານ​ຫວຽດນາມ​ນັບ​ພັນໆ​ຄົນ ​ແລະ ຄົນ​ງານ​ຕ່າງປະ​ເທດ​ນັບ​ໝື່ນໆ​ຄົນ. ການ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ຊ່ວຍ​ວິ​ສາ​ຫະກິດ​ຫວຽດນາມ ມີ​ເງື່ອນ​ໄຂ​ເປີດ​ກວ້າງ​ຕະຫລາດ ພ້ອມ​ທັງ​ມີ​ກາລະ​ໂອກາດ​ສຳ​ພັດ​ກັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບການ​ໝູນ​ໃຊ້​​​ເຕັກ​ໂນ​ໂລ​ຊີ​​ເຂົ້າໃນ​ການຜະລິດ ຈາກ​ນັ້ນ​ຄ່ອຍໆ​ຍົກ​ສູງ​ກຳລັງ​ແກ້​ງ​ແຍ້​ງຂອງ​ຕົນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ