ວິສາຫະກິດ ຫວຽດນາມ ແລະ ກາລະໂອກາດຈາກສັນຍາ FTA ຫວຽດນາມ ແລະ ສເກົາຫລີ


(vovworld)- ພາຍ​ຫລັງ​ກວ່າ 2 ປີ ດ້ວຍ​ການ​ເຈ​ລະ​ຈາຢ່າງ​ເປັນ​ທາງ​ການ 8 ຄັ້ງ ແລະ ການເຈ​ລະ​ຈາ​ຂັ້ນ​ຫົວ​ຫນ້າ​ຄະ​ນະ 8 ຄັ້ງ, ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫລີ ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ຢູ່ ຮ່າ​ໂນ້ຍ. ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ເປີດ​ປະ​ຕູ​ໃຫຍ່​ຈາກ ຝ່າຍ ສ​ເກົາ​ຫລີ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ມີ​ເງື່ອນ​ໄຂ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຫັນ​ບຸ​ລິ​ມະ​ສິດເປັນ​ໝາກ​ຜົນ​ເສດ​ຖະ​ກິດ.

ວິສາຫະກິດ ຫວຽດນາມ ແລະ ກາລະໂອກາດຈາກສັນຍາ FTA ຫວຽດນາມ ແລະ ສເກົາຫລີ  - ảnh 1
ພິ​ທີ​ລົງ​ນາມ​ສັນ​ຍາ FTA ຫວຽດ​ນາມ-ສ​ເກົາ​ຫລີ
ພາບ:chinhphu.vn

        ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫລີ ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ​ຮອບ​ດ້ານ ລະ​ຫວ່າງ​ຫວຽດ​ນາມ ແລະ ສ​ເກົາ​ຫລີ, ນຳ​ມາ​ເຊິ່ງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ສຳ​ລັບ​ຫວຽດ​ນາມ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ສັງ​ຄົມ. ລະ​ອຽດ, ສ​ເກົາ​ຫລີ ຫັນ 95,4% ປະ​ເພດ​ພາ​ສີ​​ສຳ​ລັບ​ສິນ​ຄ້າ​​​ນຳເຂົ້າ​ຕະ​ຫລາດ ສ​ເກົາ​ຫລີ ເປັນ​ເສ​ລີ​, ພິ​ເສດ ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ,​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ກົນ​ຈັກ. ປັດ​ໄຈ​ນີ້ ໄດ້​ສ້າງ​ທ່າ​ໄດ້​ປຽບ​ໃນການ​ແກ້ງ​ແຍ້ງ​​ໃຫ້ບັ​ນ​ດາ​ປະ​ເພດສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມຄື: ກ​ຸ້ງ, ​ຫົວ​ຜັກ​ທຽ​ມ, ຫົວ​ຂິງ ນ້ຳ​ເຜິ້ງ.. ກົງ​ກັນ​ຂ້າມ, ຫວຽດ​ນາມ ຫລຸດ​ຜ່ອນ 82,9% ປະ​ເພດ​ພາ​ສີ​ສຳ​ລັບ​ສິ​ນ​ຄ້ານຳ​ເຂົ້າ​ຈາກ​ ສ​ເກົາ​ຫລີ ນັ້ນ​ແມ່ນ ປະ​ເພດ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ຄື: ເຄື່ອງ​ອາ​ໄ​ຫລ່​ເອ​ເລັກ​ໂຕ​ນິກ, ລົດ​ໂອ​ໂຕ, ເຄື່ອງ​ໃຊ້​ສອຍ​ໃນ​ຄອບ​ຄົວ, ເຫລັກ​ກ້າ ແລະ ສາຍ​ກາບ… ສິ່ງ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ທີ່​ເຄີຍ​ອີງ​ໃສ່​ການ​ຜະ​ລິດ​ສົ່ງ​ອອກ ຫລຸດ​ຜ່ອນ​ການ​ຂຶ້ນ​ກັບ​ແຫລ່ງ​ສະ​ຫນອງ​ຈາກ​ປະ​ເທດ​ຈຳ​ນວນ​ຫນຶ່ງ. ທ່ານ ຫວູ​ຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ດ້ວຍ​ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ​ ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫລີ, ຄວາມ​ສາ​ມາດ​ສົ່ງ​ອອກ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງ​ຫວຽດ​ນາມ​ໄປ​ຍັງ ສ​ເກົ​າ​ຫລີ ອາດ​ຈະ​ແຂງ​ແຮງກວ່າ, ພິ​ເສດ ແມ່ນ​ສິນ​ໃນ​ນ້ຳ, ຜະ​ລິດ​ຕະ​ພັນ​ກະ​ເສດ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ຈະ​ບັນ​ລຸ​ລະ​ດັບ​ເຕີບ​ໂຕວ່ອງ​ໄວ​ກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ກົງ​ກັນ​ຂ້າມ  ບັນ​ດາ​ປະ​ເພດ​ສິນ​ຄ້າ​ ປະ​ຈຸ​ບັນ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ​ນຳ​ເຂົ້າ, ເປັນ​ຕົ້ນ​ແມ່ນ​ສິນ​ຄ້າ​ຮັບ​ໃຊ້​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ເອ​ເລັກ​ໂຕ​ນິກ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ສະ​ຫນອງ​ອຸ​ປະ​ກອນ​ໃຫ້​ແກ່​ຂົງ​ເຂດ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ຫນັງ, ບັນ​ດາ​ປະ​ເພດ​ສິນ​ຄ້າ​ຊື່ງ ສ​ເກົາ​ຫລີ ມີ​ທ່າ​ແຮງ​ກໍ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ປະ​ລິ​ມານ​ສິນ​ຄ້າ​ສົ່ງ​ໄປ​ຂາຍ​ຢູ່​ຫວຽດ​ນາມ.”

        ຕາມ​ທ່ານ ຫວູ​ຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ​ແລ້ວ, ຄຽງ​ຄູ່​ກັບ​ການ​ລົງ​ນາມ​ໃນ​ສັນ​ຍາ FTA, ຫວຽດ​ນາມ ແລະ ສ​ເກົາ​ຫລີ ໄດ້​ແລກ​ປ່ຽນ​ບາງ​ມາດ​ຕະ​ການ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ຄ​້າ, ເສດ​ຖະ​ກິດ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ. ສ​ເກົາ​ຫລີ ມີ​ຄຳ​ໝັ້ນ​ສັນ​ຍາ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ, ຊື່ງ​ແມ່ນ​ຂ​ະ​ແຫນງ​ທີ່​ຫວຽດ​ນາມ ຍັງ​ອ່ອນ​ດ້ອຍ. ສ​ເກົາ​ຫລີ ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ໃນ​ນັ້ນ ມີ​ສິນ​ໃນ​ນ້ຳ​, ຜັກ, ໝາກ​ໄມ້​ຂອງ​ຫວຽດ​ນາມ ສົ່ງ​ໄປ​ຂາຍ​ຢູ່ ສ​ເກົາ​ຫລີ ດ້ວຍ​ປະ​ລິ​ມານ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ດ້ວຍ​ອັດ​ຕາ​ພາ​ສີ​ບຸ​ລິ​ມະ​ສິດ. ເບິ່ງ​ລວມ​ແລ້ວ, ບັນ​ດາ​ເປົ້າ​ໝາຍຢູ່ຫວຽດ​ນາ​ມໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ສັນ​ຍານີ້ ກ່ອນ​ອື່ນ​ໝົດ​ແມ່ນ​ຂົງເຂດ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ແລະ  ​ຊົນ​ນະ​ບົດ,  ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ອ​ຸດ​ສາ​ຫະ​ກຳ​ນຳ​ໃຊ້​ຄົນ​ງານ​ຫລາຍ​ຄື: ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ເກີບ​ຫນັງ. ນັ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ ເມື່ອ​ປະ​ຕິ​ບັດ​ສັນ​ຍາ ແນ່ນອນ​ວ່າ​ຈະ​ນຳ​ມ​າ​ເຊິ່ງ​ປະ​ສິດ​ທ​ິ​ຜົນ ແລະ ຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ໃຫ້​ແກ່​ຄົນ​ງານ.

        ປະ​ຈຸ​ບັນ ສ​ເກົາ​ຫລີ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່, ກວມກວ່າ 10% ຍອດ​ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ຫວຽດ​ນາມ. ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ແມ່ນ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ມີ​ມູນ​ຄ່າ​ໃຫຍ່​ອັບ​ດັບ 2 ຂອງ​ຫວຽດ​ນາມ ໄປ​ຍັງ ສ​ເກົາ​ຫລີ ພຽງຖັດ​ຈາກສິນ​ໃນ​ນ້ຳ. ກົງ​ກັນ​ຂ້າມ, ສ​ເກົາ​ຫລີ ແມ່ນ​ປະ​ເທດ​ພວມ​ສະ​ຫນອງ ເກືອບ  20% ຈຳ​ນວນຜ້າ​ແພ​ໃຫ້​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫ​ວຽດ​ນາມ, ພຽງ​​ຖັດ​ຈາກ​ຈີນ. ສະ​ນັ້ນ ອາດ​ຈ​ະ​ເວົ້າ​ໄດ້​ວ່າ ສັນ​ຍາ  FTA ຫວຽດ​ນາມ - ສ​ເກົາ​ຫລີ ມີ​ລັກ​ສະ​ນະ​ເພີ່ມ​ເຕີມ​ສູງ ສຳ​ລັບ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ເມື່ອ​ຫວຽດ​ນາມນຳ​ເຂົ້າ​ວັດ​ຖຸ  ດ​ິບຜ້າ​ແພ​ຈາກ ສ​ເກົາ​ຫລີ ແລະ ສົ່ງ​ອອກ​ຜະ​ລິດ​ຕະ​ພັນໄປ​ຍັງ​ຕະ​ຫລາດນີ້. ບັນ​ຫາ​​ທີ່​ວາງ​ອອກປະ​ຈຸ​ບັນ ນັ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຄວນ​ກຳ​​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ໄວ. ຄວ​າມ​ຈິງ ທ່າ​ອ່ຽງ​ຫັນ​ບັນ​ດາ​ສັນ​ຍາ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ໄປ​ຍັງ​ຕະ​ຫລາດ ສ​ເກົາ​ຫລີ ໄດ້​ດຳ​ເນີນ​ໄປ ນັບ​ແຕ່​ເມື່ອ​ສັນ​ຍາ FTA ອາ​ຊຽນ - ສ​ເກົາ​ຫລີ ມີ​ຜົນ​ສັກ​ສິດເມື່ອ​ປີ 2009. ມີ​ຫລາຍ​ຂະ​ແຫນງ​ສິນ​ຄ້າ, ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ຂອງ​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ຂ​ະ​ແຫນງ​ກະ​ສິ​ກຳ, ສິນ​ໃນ​ນ້ຳ ແລະ ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ກ​ໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ຈາກ​ສັນ​ຍາ​ດັ່ງ​ກ່າວ. ສະ​ນັ້ນ ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ FTA  ຫວຽດ​ນາມ - ສ​ເກົາ​ຫລີ ຄັ້ງ​ນ​ີ້ ວິ​ສາ​ຫະ​ກິດ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ກວ່າ​ສິ່ງ​ທ້າ​ທາຍ. ທ່ານ​ ເຈີນກວກ​ແຄງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ກ່ຽວ​ກັບ​ການ​​ກຳ​ກາລະ​ໂອ​ກາດ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ວິ​ສາ​ຫະ​ກິດ​ຂອງ​ພວກ​ເຮົາ​ກະ​ກຽມ​ດີ​ພໍ​ສົມ​ຄວນ. ກ່ອນ​ທີ່​ມີ​ສັນ​ຍາ​ການ​ຄ້າ​ອາ​ຊຽນ - ສ​ເກົາ​ຫລີ, ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ​ປະ​ມານ 16%/ປີ ແຕ່​ພາ​ຍ​ຫລັງ​ພວກ​ເຮົາ​ເຊັນ​ສັນ​ຍາ​ການ​ຄ້າ FTA ກັ​ບ ສ​ເກົາ​ຫລີ ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ 38%/ປີ. ອັດ​ຕາ​ສ່ວນ​ການ​ ສົ່ງ​ອອກ ​ແລະ ນຳ​ເຂົ້າ​ ​ຈາກ ສ​ເກົາ​ຫລີຫລຸ​ດ​ລົງ​ຍັງ​ເຫລືອ​ພຽງ 1/3. ເຖິງ​ຢ່າງ​ໃດ​ກໍ​ຕາມ ​ການນຳ​ເຂົ້າ​ເກີນ​ດຸ່ນ​​ຍັງ​ມີ​ຢູ່ ແຕ່​​ດ້ວຍລະ​ດັບ​ເຕີບ​ໂຕ​ການ​ສົ່ງ​ອອກ​ຢ່າງວ່ອງ​ໄວ ພວກ​ເຮົາ​​ຍັງມີ​ພື້ນ​ຖານ​ເພື່ອ​ຫວັງ​ວ່າ ຫວຽດ​ນາມ ຈະ​ຫລຸດ​ຜ່ອນ​ການ​ນຳ​ເຂົ້າ​ເກີນດ​ຸ່ນ ແລະ ສ້າງ​ຄວາມດຸ່ນ​ດ່ຽງ​ລະ​ຫວ່າງການ​ນຳ​ເຂົ້າ​ ແລະ ສົ່ງ​ອອກ​ລະ​ຫວ່າງ​ຫວຽດ​ນາມ ແລະ ສ​ເກົາ​ຫລ​ີ.”

           ​ການ​ລົງ​ນາມ​ໃນ​ສັນ​ຍາ FTA  ຫວຽດ​ນາມ -ສ​ເກົາ​ຫລີ ແມ່ນ​ບາດ​ກ້າວ​ເດີນ​ລະ​ອຽດ​ເພື່​ອ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ໃນ​ນັ້ນ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ແມ່ນ​ຈຸດ​ສຸມ, ຫນູນ​ຊ່ວຍ​ວິ​ວັດ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່, ຍູ້​ໄວ​ວິ​ວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ສັນ​ຍາ​ດັ່ງ​ກ່າວ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ສ​ເກົາ​ຫລີ ຕາມ​ທິດ​ເປັນ​ປົກ​ກະ​ຕິ, ຍາວ​ນານ, ປະ​ກອບ​ສ່ວນ​ຮັກ​ສາ ແລະ ປັບ​ປຸງ​ສາຍ​ພົວ​ພັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ