ວິສາຫະກິດຂາຍຍ່ອຍຫວຽດນາມຢືນຢັນທີ່ຕັ້ງໃນຕະຫຼາດຂອງຕົນ

(vovworld) - ປະ​ຈ​ຸ​ບັນ, ການ​ລົງ​ທຶນ​ຂອງ​ນັກ​ຂາຍ​ຍ່ອຍ​ຕ່າງ​ປະ​ເທດມີ​​ທິດ​ທາງ​ລົງ​ທຶນ​ໂດຍ​ກົງ​ເຂົ້າ​ລະ​ບົບ ແລະ ຊື້​ຄືນ​ເຄື່ອງ​ໝາຍ​ການ​ຄ້າ​, ພວມ​ສ້າງ​ກຳ​ລັງ​ດັນ​​ອັນໃຫຍ່​ຫຼວງ​ໃຫ້​ຂະ​ແໜງ​ຂາຍ​ຍ່ອຍ​ຂອງ​ຫວຽດ​ນາມ. ຕໍ່​ໜ້າ​​ທ່າ​ອ່ຽງເຊື່ອມ​ໂຍງ​​ນີ້, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ວາງ​ອອກ​ຍຸດ​ທະ​ສາດ​​ພ​ັດ​ທະ​ນາ​ເພື່ອ​ໜູນ​ຊ່ວຍ​ໃຫ້ບັນ​ດາວ​ິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ຫວຽດ​ນາມ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ, ຢືນ​ຢັນ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ຕະ​ຫຼາດ. ບົດ​ຂຽນ​ຂອງ ຈຸງ​ທຸຍ, ນັກ​ຂ່າວ VOV.


ວິສາຫະກິດຂາຍຍ່ອຍຫວຽດນາມຢືນຢັນທີ່ຕັ້ງໃນຕະຫຼາດຂອງຕົນ - ảnh 1
(ພາບ​ປະ​ກອບ​ຈາກ​ອີນ​ເຕີ​ແນັດ)

ຫວ່າງ​ແລ້ວນີ້, ກ​ຸ່ມ​ບໍ​ລິ​ສັດ Central Group ຂອງ​ໄທ ໄດ້​ຊື້​ຄືນ​ລະ​ບົບ​ຮ້ານສັບ​ພະ​ສິນ​ຄ້າ Big C ຢູ່​ຫວຽດ​ນາມ. ດ້ວຍ​​ເຫດການ​ນີ້, ​ມາ​ຮອດ​ປະ​ຈຸ​ບັນກຸ່ມ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ຂອງ​ໄທ ໄດ້​ກວມ​ເກືອບ 70% ຕະ​ຫຼາດ​ຂາຍ​ຍ່ອຍ​ຂອງ​ຫວຽດ​ນາມ ໂດຍຜ່ານ​ຮູບ​ການ​ຮ່ວມ​ດຳ​ເນີນ​ທຸ​ລະ​ກິດ, ​ຮ່ວມ​ສຳ​ພັນ. ບັນ​ດາ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ອື່ນ​ຂອງ​ສ.ເກົາ​ຫຼີ ແລະ ຍີ່​ປຸ່ນ ກໍ​ໄດ້​ຊື້​ຫຸ້ນ​ສ່ວນ​ຂອງ​ບ​າງວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​​ແຖວ​ໜ້າຂອງ​ຫວຽດ​ນາມ ແຕ່ 20% - 40% ຄື: ຮ້ານສັບ​ພະ​ສິນ​ຄ້າ ຫງວຽນ​ກິມ, ເຈີນ​ແອງ, Fivimart ຫຼື Citimart. ​ການ​ເຂົ້າ​ຮ່ວມ ແລະ ​ແຊກ​ຊຶມ​ຢ່າງ​ແຮງຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ຕ່າງ​ປະ​ເທດ ຜ່ານ​ການ​ຊື້​ຂາຍ, ເຂົ້າຮ່ວມ​ບັນ​ດາ​ລະ​ບົບ​ຂ​າຍ​ຍ່ອຍ​ໃຫຍ່ ຢ​ູ່​ຫວຽດ​ນາມ ພວມ​ສ້າງ​ກຳ​ລັງ​ດັນ​ອັນໃຫຍ່​ຫຼວງ​ສຳ​ລັບ​ບັນ​ດາວ​ິ​​ສາ​ຫະ​ກິດ​​ຂາຍ​ຍ່ອຍ​ພາຍ​ໃນ​ປະ​ເທດ ເມື່ອ​ຕ້ອງ​ປະ​ເຊີນ​ໜ້າ​ໂດຍ​ກົງ ແລະ ແກ່ງ​ແຍ້ງ​ຢ່າງ​​ຂ້ຽວ​ຂາ​ດ​ກັບ​ບັນ​ດາ​ຄູ່​ແຂ່ງ​ໃນ​ຕະ​ຫຼາດ​ຂອງ​ຕົນ        . ພົ້ນ​ເດັ່ນ​ຄື: Sai Gon Co.op ເຊິ່ງ​ແມ່ນ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ໃຫຍ່​ຂອງ​ຫວຽດ​ນາມ ຢາກ​ຊື້ລະ​ບົບ​ຮ້ານສັບ​ພະ​ສິນ​ຄ້າ Big C, ພັດ​ປະ​ສົບ​ກັບ​​ສິ່ງ​ກີດ​ຂວາງ​ໃຫຍ່​ເມື່ອ​ເຮັດ​ລະ​ບຽ​ບ​ການ​ ຂໍ​​ໜັງ​ສື​ອະ​ນຸ​ຍາດລົງ​ທຶນ​​ອອກ​ຕ່າງ​ປະ​ເທດ, ກໍ​ຄື​ລະ​ບຽບ​ການ​ລະ​ດົມ​ແຫຼ່ງ​​ການເງິນ ເພື່ອ​ພັດ​ທະ​ນາ​ວິ​ສາ​ຫ​ະ​ກິດ. ​ທ່ານ ຢ້ຽບ​ຢູງ, ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ງານ Sai Gon Co.op ສະ​ເໜີ​ວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ລັດ​ຖະ​ບານ ຕ້​ອງ​ສ້າງຍ​ຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂະ​ແໜງ​ຂາຍ​ຍ່ອຍ​ຂອງ​ຫວຽດ​ນາມ ວິ​ໄສ​ທັດ​ຮອດ​ປີ 2030 ໂດຍ​ໄວ. ສ້າງວິ​ສາ​ຫ​ະ​ກິດ​​ຂາຍ​ຍ່ອຍ​ແຖວ​ໜ້າ​ຂອງ​ຫວຽດ​ນາມ 20 ແຫ່ງ​ທີ່​ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ກັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຕ່າງ​ປະ​ເທດ. ລັດ​ຖະ​ບານ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ວິ​ສາ​ຫະ​ກິດ​ໃນ​ການ​ຊື້​ຂ​າຍ ຫຼື ຮ່ວມ​ດຳ​ເນີນ​ທຸ​ລະ​ກິດ”.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເລື່ອງ​​ນຳ​ສິນ​ຄ້າ​ຕ່າງ​ປະ​ເທດ​​ນຳເຂົ້າ​ຫວຽດ​ນາມ ​ນັບ​ມື້​ນັບ​ຫຼາຍ​ນັ້ນ, ທັງແມ່ນ​​​ການທ້າ​ທາຍ ແຕ່​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວນ​ຄືນ, ປ່ຽ​ນ​ແປງ ເພື່ອ​​ມີ​ກຳ​ລັງ​ຢ່າງ​ພຽງ​ພໍສາ​ມາດ​ແກ່ງ​ແຍ້ງ​ກັບ​ບັນ​ດາວ​ິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ. ທ່ານ ເຕີນ​ຮ່​ວາງ​ເຮົ້າ, ຫົວ​ໜ້າ Marketing, ລະ​ບົບ​ແຈກ​ຢາຍເຄື່ອງ​ໄຟ​ຟ້າ ທຽນ​ຮ່​ວາ, ໃຫ້​ຮູ້​ວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​​ລົງ​ທຶນ​ລະ​ບົບ​ຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ​ຄືນ​ໃໝ່. ພ້ອມ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າກໍ່​ສືບ​ຕໍ່​ລົງ​ທຶນກໍ່​ສ້າງ​ຮ້ານ​ສັບ​ພະ​ສິນ​ຄ້າ​ເຄື່ອງ​​ຈັກ​ໄຟ​ຟ້າ​ທັນ​ສະ​ໄໝ​ທີ່​ສຸດ​ຢູ່​ຫວຽດ​ນາມ ເພື່ອ​ເພີ່ມ​ລັກ​ສະ​ນະ​ແກ່ງ​ແຍ້ງ ແລະ ດຶງ​ດູດ​ການ​ລົງ​ທຶນ”.

        ບໍ່​ພຽງ​ແຕ່​ບັນ​ດາ​ນັກ​ຂາຍ​ຍ່ອຍ​ຕ້ອງ​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລະ​ການ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ບັນ​ດາ​ນັກ​ຜະ​ລິດກໍ່​ໄດ້​ຮັບ​ການ​ຍົກ​ສູງ​​ຄຸນ​ນະ​ພາບຜະ​ລິດ​ຕະ​ພັນ​, ມີ​ລາ​ຄາ​ແກ່ງ​ແຍ້ງ​ອີກ ເພື່ອ​ໃຫ້​ສິນ​ຄ້າ​ຂອງ​ຕົນ​​ຖືກ​ນຳ​ເຂົ້າ​ລະ​ບົບຂາຍ​ຍ່ອຍ​ສິນ​ຄ້າ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທ​ດ​. ທ່ານ​ນາງ ເລ​ທິ​ແທງ​ເຕີມ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ Sai Gon Food ໃຫ້​ຮູ້​ວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ສື​ບ​ຕໍ່​ລົງ​ທຶນປ່ຽນ​ໃໝ່​ບັນ​ດາ​ຜະ​ລິດ​ຕະ​ພັນ​. ບໍ່​ມີ​​ໃຜ​ເຂົ້າ​ໃຈ​​ຄວາມ​ຕ້ອງ​ການ​ຂອງ​ຊາວ​ຫວຽດ​ນາມ ຄື​ຊາວ​ຫວຽດ​ນາມ​ ໄດ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ນຳ​ໃຊ້​ບັນ​ດາ​ທ່າແຮງນັ້ນ​ເພື່ອ​​ຜ​ະ​ລິດ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ທີ່​ມີ​ລາ​ຄາ​ເໝາະ​ສົມ ເພື່ອ​ສາ​ມາດ​ຄົງ​ຕົວ​ໃນ​ຕະ​ຫຼາດ​ໄດ້”.

        ຕໍ່​ໜ້າ​ທ່າ​ອ່ຽງ​ເຊື່ອມ​ໂຍງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຕະ​ຫຼ​າດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ແຖວ​ໜ້າ​ຂອງ​ໂລກ, ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​​ມີ​ການ​ປ່ຽນ​ໃໝ່, ວາງ​ອອກ​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ເໝາະ​ສົບ​ກັບ​ສະ​ພາບ​ການ​ໃໝ່. ທ່ານ​ນາງ ດິງ​ທິມິ້​ລ​ວານ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ຂ​າຍ​ຍ່ອຍ​ຫວຽດ​ນາມ ຖື​ວ່າ.

        “ການເປີດ​ປະ​ຕູ​ຕະ​ຫຼາດ​ຍິ່ງ​ເຮັດ​ໃຫ​້ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ພິ​ຈາ​ລະ​ນາ​ຄືນ​​ກ່ຽວ​ກັບແຜນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ. ວິ​ສາ​ຫະ​ກິດ​ຕ້ອງ​ຜະ​ລິດ​ສິນ​ຄ້າ​ທີ່​ຕະ​ຫຼາດ​ມີ​ຄວາມ​ຕ້ອງ​ການ, ຫາກບໍ່​ແມ່ນ​ຂາຍ​​ສິ່ງ​ໃດ​ທີ່​ພວກ​ເຮົາ​ພວມ​ມີ​ຢູ່​ແລ້ວ”.

        ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ມີ​ສິນ​ຄ້າ​​ໃຊ້​ສອຍນັບ 10.000 ປະ​ເພດຈະ​ໄດ້​ຍົກ​ເວັ້ນ​ພາ​ສີ, ຫຼຸ​ດ​ຜ່ອນ​ພາ​ສີ ເມື່ອ​ນຳ​ເຂົ້າ​ຕະ​ຫຼາດ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ເວ​ລານັ້ນ, ສິນ​ຄ້າ​ຂອງ​ຕ່າງ​ປະ​ເທດ​ຈະ​ແກ່ງ​ແຍ້ງຢ່າງ​ຂ້ຽວ​ຂາດ​ກັບ​ສິນ​ຄ້າ​ຫວຽດ​ນາມ. ປ່ຽນ​ໃໝ່​ຕົນ​ເອງ, ຍູ້​ແຮງ​ການ​​ຮ່ວມ​ທ​ຸ​ລະ​ກິ​ດ, ​ຮ່ວມ​ສຳ​ພັນ, ຍົກ​ສ​ູງ​​ຄຸນ​ນະ​ພາບ​ຂອງ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ຈະ​ແມ່ນ​ທິດ​ທາງ​ທີ່​ຖືກ​ຕ້ອງ ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ຂອງ​ຫວຽດ​ນາມ ມີ​ກຳ​ລັງ​ແກ່ງ​ແຍ້ງ​ຢ່າງ​ພຽງ​ພໍ​ໃນ​ຕະ​ຫຼາດ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ