ວິສາຫະກິດນະຄອນໂຮ່ຈິມີນສົ່ງເສີມການລົງທຶນເຂົ້າສະຫະພັນລັດເຊຍ


(vovworld)- ພາຍ​ຫລັງ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ໄດ້​ຮັບ​ການ​ລົງ​ນາມ, ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ຜັນ​ຂະ​ຫ​ຍາຍ​ແຜນ​ການ​ລົງ​ທຶນ​ເຂົ້າ​ຕະ​ຫລາດ​ສະ​ຫະ​ພັນ​ລັດ​ເຊຍ. ຊ​ື່ງ​ແມ່ນ​ຕະ​ຫລາດ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ສະ​ດວກ​ຫລາຍ​ຢ່າງ​ຈາກ​ສັນ​ຍາ FTA, ກະ​ແສ​ການ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈິ​ມີນ​ເຂົ້າ​ສະ​ຫະ​ພັນ​ລັດ​ເຊຍ​ໄດ້​ເປັນ​ການໝັ້ນ​ໝາຍ​ແງ່​ຫວັງ​ຫລາຍ​ຢ່າງ.

        ເດືອນ 9 ຈະ​ມາ​ເຖິງ, ຢູ່ ນະ​ຄອນ​ຫລວງ ມົດ​ສະ​ກູ ສະ​ຫະ​ພັນ ລັດ​ເຊຍ ຈະ​ເລີ່ມ​ລົງ​ມືກໍ່​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ​ເບົາ ເພື່ອ​ດຶງ​ດູດ​​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ​ເຂົ້າມາ​ລົງ​ທຶນ, ພິ​ເສດ​ແມ່ນ ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈິ​ມີນ. 6 ຂົງ​ເຂດ ອຸດ​ສາ​ຫະ​ກຳ​​ຊື່ງ​ລັດ​ເຊຍ ພວມ​ຢາກ ວິ​ສາ​ຫະ​ກິດ​ຫວຽດ​ນາມ​ເຂົ້າ​ມາ ລົງ​ທຶນ​​ແມ່ນ: ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ປຸງ​ແຕ່ງ​ໄມ້, ສິນ​ໃນ​ນ້ຳ, ໂທ​ລະ​ຄົມ​ມະ​ນາ​ຄົມ, ເຄື່ອງ​ອາ​ໄລ່​ເອ​ເລັກ​ໂຕ​ນິກ, ກໍ່​ສ້າງ. ເພາະ​ສະ​ນັ້ນ ແຜນ​ການ​ລົງ​ທຶນ​ເຂົ້າ​ຕະ​ຫລາດ​ລັດ​ເຊຍ ພວມ​ໄດ້​ຮັບ​ການ​ຊຸກ​ຍູ້​ຈາກບັນ​ດາວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈິ​ມີນ. ທ່ານ ເຢືອງງອກ​ມີງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮຸ່ງ​ເວືອງ, ຊື່ງ​ແມ່ນ​ຫົວ​ຫ​ນ່ວຍ​ມີ​ໄລ​ຍະ​ກວ່າ 10 ປີ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະ​ຫລາດ​ລັດ​ເຊຍ ໃຫ້​ຮູ້​ວ່າ: ຕະ​ຫລາດ​ລັດ​ເຊຍ ມີ​ກຳ​ລັງ​ຈຳ​ຫ​ນ່າຍ​ໃຫ​ຍ່, ສະ​ນັ້ນ ສິນ​ຄ້າ​ຫວຽດ​ນາມ ຫລາຍ​ປະ​ເພດ ອາດ​ຈະ​ມີ​ແງ່​ຫວັງ​ເຂົ້າ​ຕະ​ຫລາດນີ້. ເມື່ອ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເຂດ​ອຸດ​ສາ​ຫະ​ກຳ​ເບົາ​ຈະ​ໄດ້​ຮັບ​ການກໍ່​ສ້າງ​ຢູ່ ມົດ​ສະ​ກູ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮຸ່ງ​ເວືອງ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ວິ​ສາ​ຫະ​ກິດທຳ​ອິດ​ຈົດ​ທະ​ບຽນ​.ຈຸດ​ໝາຍ​ຂອງ​ບໍ​ລິ​ສັດ ແມ່ນ​ພັດ​ທະ​ນາ logistics ຮັບ​ໃຊ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເມື່ອ​ສົ່ງ​ສິນ​ຄ້າ​ໄປ​ຍັງ​ຕະ​ຫລາດ​ລັດ​ເຊຍ ພ້ອມ​ທັງ​ເຊື່ອ​ມ​ຕໍ່​ບັນ​ດາ​ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ​ຢູ່ ລັດ​ເຊຍ. ຜ່ານນັ້ນ ຊ່ວຍ​​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ​ ນຳ​ສິນ​ຄ້າເຂົ້າ​ຕະ​ຫລາດ​ລັດ​ເຊຍ​ຢ່າງ​ສະ​ດວກ. ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮຸ່ງ​ເວືອງ ຈະ​ຮ່ວມ​ສຳ​ພັນ​ກັບ​ວິ​ສ​າ​ຫະ​ກິດ ຢູ່ ລັດ​ເຊຍ ​ໃນການ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ​ເພື່ອ​ຂົນ​ສົ່ງ​ຈາກ​ລັດ​ເຊຍ ເຂົ້າ​ຫວຽດ​ນາມ​​ເພື່ອ​ສົ່ງ​ໄປ​ຂາຍ​ຢູ່​ປະ​ເທດ​ທີ 3. ທ່ານ ເຢືອງງອກ​ມີງ ໃຫ້​ຮູ້​ວ່າ:

        “ຜ່ານ​ກຸ່ມ​ອຸດ​ສາ​ຫະ​ກຳ​ນີ້ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮຸ່ງ​ເວືອງ ຈະ​ມີ​ລະ​ບົບ​​ສາງ ບັ​ນ​ຈຸ​ສິນ​ຄ້າ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ສົ່ງ​ໄປ​ຂາຍ​ຢູ່​ລັດ​ເຊຍ. ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮຸ່ງ​ເວືອງ ປາດ​ຖະ​ຫ​ນາ ໃນ​ປີ 2016 ຈະ​ມີ​ລະ​ບົບ​ສາງ​ທຳ​ຄວາມເຢັນ​ສາ​ມາດ​ບັນ​ຈຸ​ສິນ​ຄ້າ​ປະ​ມານ 15.000 ໂຕນ ແລະ ສາງບັນ​ຈຸ​ສິນ​ຄ້າ​ປະ​ເພດ​ ອື່ນ​ດ້ວຍ​ເນື້ອ​ທີ 50.000 ຕາ​ແມັດ.”

        ທ່ານ ຟ້າມ​ຟູ​ເກື່ອງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່​ບໍ​ລິ​ສັດ​ໃຫ​ຍ່​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ, ປະ​ທ​ານ​ສະ​ພາ​ບໍ​ລິ​ຫານ, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ບໍ​ລິ​ສັດ​ໃຫ​ຍ່​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຍ່າ​ແບ່ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ມ​ີ​ຄົນ​ງານ​ຫວຽດ​ນາມ ເຮັດ​ວຽກ​ຢູ່ ລັດ​ເຊຍ ເປັນ​ຕົ້ນ​ແມ່ນ​ຢູ່ ມົດ​ສະ​ກູ ແມ່ນ​ປະ​ມານ 40.000 ຄົນ, ສະ​ນັ້ນ ເມື່ອ​ເຂດ​ອຸ​ດ​ສາ​ຫະ​ກຳ​ເບົາ​ໄດ້​ຮັບ​ການ​ກໍ່ສ້າງ​, ຂະ​ແຫນງຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ເປັນ​ປົກ​ກະ​ຕິ​ໃຫ້​ແກ່​ຄົນ​ງານ​ຫວຽດ​ນາມ ຢູ່ ລັດ​ເຊຍ. ທ່ານ​ຟ້າມ​ຟູ​ເກືອງ ເນັ້ນ​ຫ​ນັກ​ວ່າ:

        “ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ໝັ້ນ​ໝາຍ​ຈະ​ລົງ​ທຶນ ​ໃນ 2 ຂົງ​ເຂດ​ນັ້ນ​ແມ່ນ ກາ​ນ​ຄ້າ ແລະ ສາງບັນ​ຈຸ​ສິນ​ຄ້າ. ພວກ​ຂ້າ​ພະ​ເຈົ້າ​ຈະ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 10.000  ຄົນ​ຢູ່​ເຂດ​ອຸດ​ສາ​ຫະ​ກຳ. ຈຸດ​ໝາຍ​ແມ່ນ​ສົ່ງ​ສິນ​ຄ້າ ຫວຽດ​ນາມ ໄປ​ຍັງ​ລັດ​ເຊຍ. ທີ​ສອງ ຈະ​ກໍ່​ສ້າງ​ກ່ມ​ເຮືອນ​ຢູ່, ໂຮງ​ງານ, ​ນອກນັ້ນ​ຍັງ​ສ້າງ ໂຮງ​​ຮຽນອະ​ນຸ​ບານ ເພື່ອ​ໃຫ້​ກຳ​ມະ​ກອນ​ຫວຽດ​ນາມ ດຳ​ລົງ​ຊີ​ວິດ​ໃນ​ເງື່ອນ​ໄຂ​ດີ​ສຸດ.”

        ນອກ​ຈາກ​ສິນ​ໃນ​ນ້ຳ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ສະ​ບຽງ​ອາ​ຫານ​ກໍ່ມີ​ແງ​່​ຫວັງ​ຢູ່ ຕະ​ຫລາດ​ລັດ​ເຊຍ, ເຄື່ອງ​ເຟີ​ນີ​ເຈີ, ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ ໂດຍ​ຫວຽດ​ນາມ ຜະ​ລິດ ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຕະ​ຫລາດ​ລັດ​ເຊຍ. ຍິ່ງກວ່າ​ນັ້ນ ລັດ​ເຊຍ ແມ່ນ​ປະ​ເທດ​ມີ​ແຫລ່ງໄມ້ເປັນວັດ​ຖຸ​ດິບ​ ​ອຸ​ດົມ​ສົມ​ບູນ ສະ​ນັ້ນ​ໄດ້​ດຶງ​ດູດ​ຄວາມ​ສ​ົນ​ໃຈ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໄມ້ ນະ​ຄອນ​ໂຮ່​ຈິ​ມີນ. ທ່ານ ຫວໍ​ເຈື່ອງ​ແທ່ງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ປຸງ​ແຕ່ງ​ໄມ້ ເຈື່ອງ​ແທ່ງ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ພວມ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຕະ​ຫລາດ​ລັດ​ເຊຍ. ທີ່​ຕະ​ຫລາດ​ລັດ​ເຊຍ ພວກ​ຂ້າ​ພະ​ເຈົ້າ​ພວມ​ນຳ​ເຂົ້າ​ໄມ້​ຫລາຍ​ປະ​ເພດ​ຈາກ​ລັດ​ເຊຍ. ຖ້າ​ຫາກ​ມີ​ວິ​ສາ​ຫະ​ກິດ​ຢູ່ ລັ​ດ​ເຊຍ ພວກ​ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ກຳ​ມະ​ກອນ​ໄປ​ຍັງ​ລັດ​ເຊຍ ພ້ອມ​ກັບ​ກົນ​ໄກ​ຂອງ​ເຂດ​ອຸດ​ສາ​ຫະ​ກຳນັ້ນ ການ​ດຳ​ເນີນ​ທຸ​ລະ​ກິດ​ກໍຈະປະ​ສົບ​ຜົນສຳ​ເລັດ. ຂ້າ​ພ​ະ​ເຈົ້າ​ຢາກ​ລົງ​ທຶນ​ເຂົ້າ​ໂຄງ​ການນີ້.”

ວິສາຫະກິດນະຄອນໂຮ່ຈິມີນສົ່ງເສີມການລົງທຶນເຂົ້າສະຫະພັນລັດເຊຍ - ảnh 1
ເຄື່ອງ​ອາ​ໄລ່​ເອ​ເລັກ​ໂຕ​ນິກ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ
ລັດ​ເຊຍ​ຢາກ​ຫວຽດ​ນາມ ມາ​ລົງ​ທຶນ
ພ​າບ: vov

        ຄວາມ​ສະ​ດວກ​ເມື່ອ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ລັດ​ເຊຍ ແມ່ນ​ຮູບ​ການ​ຊຳ​ລະ​ດ້ວຍ​ສະ​ກຸນ​ເງິນ​ຂອງ​ສອງ​ປະ​ເທດ, ມີ​ແຫລ່ງ​ຄົນ​ງານ​ຫວຽດ​ນາມ ຢູ່ ລັດ​ເຊຍ ແລະ ເຂດ​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ​​ແມ່ນ​ຫ່າງ​ຈາກ​ໃຈ​ກາງ​ນ​ະ​ຄອນ ມົດ​ສະ​ກູ ປະ​ມານ 40-50 ກິ​ໂລ​ແມັດ ພ້ອມ​ກັນ​ນັ້ນ​​ຍັງ​ມີ​ບັນ​ດາ​ລະ​ບອບ​​ບຸ​ລິ​ມະ​ສິດ​ອື່ນ​ເມື່ອ​ລົງ​ທຶນ​ເຂົ້າ​ເຂດນີ້​ອີກ. ປະ​ຈຸ​ບັນ ມີ ວິ​ສ​າ​ຫະ​ກິດ ນະ​ຄອນ​ໂຮ່​ຈິ​ມີນ 21 ແຫ່ງ ໄດ້ ແລະ ພວມ​ສົ່ງ​ເສີມ​ລົງ​ທຶນ​ເຂົ້າ​ລັດ​ເຊຍ, ພິ​ເສດ​ແມ່ນ​ເຂົ້າ​ເຂດ​ອຸດ​ສາ​ຫະ​ກຳ​ເບົາ​ຢູ່ ມົດ​ສ​ະ​ກູ. ທ່ານ​ນາງ ຫງວຽນ​ທີ​ຮົ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ມອບ​ໃຫ້​ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ ກວດ​ກາ​ຄືນ​ບັນ​ດາ​ວິ​ສາ​ຫະ​ກິດ ໄດ້ ແລະ ພວມ​ລົງ​ທຶນ​ເຂົ້າ​ຕະ​ຫລາດ​ລັດ​ເຊຍ ແລະ ວິ​ສາ​ຫະ​ກິດ ຢາກ​ລົງ​ທຶນ​ເຂົ້າ​ລັດ​ເຊຍ. ປະ​ຈຸ​ບັນ ນະ​ຄອນ​ໂຮ່​ຈິ​ມີນ ໄດ້ມີ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ວິ​ສາ​ຫະ​ກິດ. ຈາກນັ້ນ ນະ​ຄອນ​​ຈະຜັນ​ຂະ​ຫ​ຍາຍ​ການ​ເຄື່​ອນ​ໄຫວ​ລົງ​ທຶນ​ເຂົ້າ​ລັດ​ເຊຍ.”

        ເລື່ອງ​ສ້າງ​ຕັ້ງ​ເຂດ​ອຸດ​ສາ​ຫະ​ກຳ​ເບົາ​ຢູ່​ລັດ​ເຊຍ ກໍ​ແມ່ນ​ບາດ​ກ້າວ​ທຳ​ອິດ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ມ​ຸ້ງ​ໄປ​ເຖິງ​ຕະ​ຫລາດ​ລັດ​ເຊຍ ແລະ ເອີ​ລົບ, ເປີດ​ແງ່​ຫວັງ​​ໃຫມ່ຫລາຍ​ຢ່າງໃຫ້​ແກ່​ພັດ​ທະ​ນາການ​ລົງ​ທຶນ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ. ເພາະ​ສະ​ນັ້ນ ອຳ​ນາດ​ການ​ປົກ​ຄອງ ແລະ ບັນ​ດາ​ຫົວ​ຫ​ນ່ວຍ​ສົ່ງ​ເສີມ​ການ​ລົງ​ທຶນ​ດ້ານ​ການ​ຄ້າ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈິ​ມີນ ພວມ​ຄົ້ນ​ຄ້​ວາ, ປຶກ​ສາ​ຫາ​ລື​ຢ່າງ​ລະ​ອຽດ​ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ລັດ​ເຊຍ​ຢ່າງວ່ອງ​ໄວ​ ແລະ ສະ​ດວກ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ