ວິສາຫະກິດຫວຽດນາມ ກຳແຫນ້ນກາລະໂອກາດຈາກໂລກລະບາດໂຄວິດ 19

(VOVWORLD) - ປີ 2020 ແມ່ນປີທີ່ວິສາຫະກິດທັງໝົດລ້ວນປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ເຖິງແນວນັ້ນກໍຕາມ ນີ້ແມ່ນປີສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາວິສາຫະກິດຫວຽດນາມ ໃນວິວັດທະນາການພັດທະນາ, ເຊື່ອມໂຍງ... ສິ່ງນີ້ກໍ່ແມ່ນຫນຶ່ງໃນບັນດາສາຍເຫດສຳຄັນເພື່ອໃຫ້ຫວຽດນາມ ບັນລຸໄດ້ໝາກຜົນການເຕີບໂຕເປັນບວກໃນຂະນະສະພາບການພື້ນຖານເສດຖະກິດທົ່ວໂລກພວມຊຸດໂຊມຢ່າງແຮງ.

ປີ 2020 ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ຂະແຫນງທ່ອງທ່ຽງຫວຽດນາມ ຖືກຜົນສະທ້ອນຢ່າງຫນັກຫນ່ວງທີ່ສຸດໃນບັນດາຂະແຫນງເສດຖະກິດ. ຕາມການສະຖິຕິຂອງສະຫະສະມາຄົມທ່ອງທ່ຽວຫວຽດນາມ, ຄາດຄະເນວ່າ ປີ 2020 ລາຍຮັບຈາກຂະແຫນງທ່ອງທ່ຽວຫລຸດລົງປະມານ 23 ຕື້ USD, ແຂກສາກົນ ບັນລຸພຽງປະມານກວ່າ 3 ລ້ານເທື່ອຄົນ (ຫລຸດລົງ 80%), ແຂກພາຍໃນປະເທດ ບັນລຸປະມານ 50 ລ້ານເທື່ອຄົນ (ຫລຸດລົງ 50%).

 ວິສາຫະກິດຫວຽດນາມ ກຳແຫນ້ນກາລະໂອກາດຈາກໂລກລະບາດໂຄວິດ 19 - ảnh 1ຂະແຫນງທ່ອງທ່ຽວຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19
ພາບ:nhandan.com.vn

ມີແຮງງານປະມານ 90% ເຮັດວຽກໃນຂະແຫນງນີ້ ຕ້ອງຢຸດງານ ຫລື ຢຸດງານຊົ່ວຄາວ, ປະມານ 60% ວິສາຫະກິດເຮັດບໍລິການທ່ອງທ່ຽວຕ້ອງຢຸດຕິການເຄື່ອນໄຫວ, ຫລາຍໂຮງແຮມຕ້ອງປີດປະຕູ. ຕໍ່ຫນ້າບັນດາຄວາມຫຍຸ້ງຍາກນີ້ ມີວິສາຫະກິດທ່ອງທ່ຽວຫລາຍແຫ່ງຕ້ອງຫັນມາສຸມໃສ່ພັດທະນາທ່ອງທ່ຽວພາຍໃນປະເທດ ແລະ ປະຕິບັດ “ຫນ້າທີ່ຄວບຄູ່” ທັງຮັບປະກັນຊີວິດອີນຊີ, ສຸຂະພາບໃຫ້ປະຊາຊົນ, ທັງຮັກສາການຜະລິດດຳເນີນທຸລະກິດ. ທ່ານ ເລແອງດ້າຍ ຮອງປະທານ ສະຫະສະມາຄົມທ່ອງທ່ຽວແຂວງ ລ່າວກາຍ ໃຫ້ຮູ້ວ່າ:

 “ຕະຫລາດພາຍໃນປະເທດ, ນັກທ່ອງທ່ຽວພາຍໃນປະເທດເອງໄດ້ສອນໃຫ້ພວກຂ້າພະເຈົ້າຕ້ອງມີການປ່ຽນແປງ, ມີຫົວຄິດປະດິດຄິດສ້າງກວ່າອີກສຳລັບບັນດາຜະລິດຕະພັນທ່ອງທ່ຽວຂອງຕົນ. ໄລຍະຜ່ານມາ ເມື່ອຈຳນວນແຂກທ່ອງທ່ຽວຫລຸດລົງ, ພວກຂ້າພະເຈົ້າຖືຊ່ວງເວລານີ້ ເພື່ອຕີລາຄາການເຄື່ອນໄຫວຂອງບໍລິສັດຄືນໃຫມ່, ສ້າງຄວາມສາມັກຄີລະຫວ່າງບັນດາວິສາຫະກິດໃນສະຫະສະມາຄົມນຳກັນເພື່ອຜ່ານຜ່າໄລຍະຫຍຸ້ງຍາກນີ້.”

 ວິສາຫະກິດຫວຽດນາມ ກຳແຫນ້ນກາລະໂອກາດຈາກໂລກລະບາດໂຄວິດ 19 - ảnh 2ມີວິສາຫະກິດຫລາຍແຫ່ງຕ້ອງຫັນປ່ຽນທິດກ້າວເດີນເພື່ອໃຫ້ເໝາະສົມກັບສະພາບການໃຫມ່

ທ່ານນາງ ຫງວຽນທິກີມແອງ ຜູ້ອຳນວຍການໂຮງແຮມ ບີ່ງອານ ໃຫ້ຮູ້ວ່າ: ປີ 2020 ລາຍຮັບຂອງວິສາຫະກິດຫລຸດລົງ ປະມານ 70-80%. ແຕ່ວ່າ ໃນຊ່ວງເວລາຫຍຸ້ງຍາກນີ້ ວິສາຫະກິດຕ້ອງປະຕິບັດຍຸດທະສາດໃຫມ່ ນັ້ນແມ່ນຍູ້ແຮງການດຶງດູດນັກທ່ອງທ່ຽວພາຍໃນປະເທດ.

      ບໍ່ພຽງແຕ່ສະເພາະຂະແຫນງທ່ອງທ່ຽວ, ວິສາຫະກິດສົ່ງອອກກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເມື່ອຫລາຍປະເທດປິດປະຕູ. ໃນນັ້ນ ຖືກຜົນສະທ້ອນຫນັກຫນ່ວງທີ່ສຸດ ແມ່ນບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ. ຖ້າຫາກປີ 2019 ວົງເງິນນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບໂລກແມ່ນ 775 ຕື້ USD, ປີ 2020 ບັນລຸພຽງ ປະມານ 600-640 ຕື້ USD, ຫລຸດລົງ 15-20 % ເມື່ອທຽບໃສ່ປີ 2019.

ທ່ານ ເທີນດຶກຫວຽດ, ຜູ້ອຳນວຍການໃຫຍ່ບໍລິສັດຕ່ຳແຜ່ນຕັດຫຍິບ ເລກ 10 ໃຫ້ຮູ້ວ່າ: ເພື່ອຮັບມືກັບຜົນກະທົບຈາກໂລກລະບາດໂຄວິດ 19, ວິສາຫະກິດ ໄດ້ ແລະ ພວມຫັນປ່ຽນຂັ້ນຕອນການຜະລິດ ພ້ອມທັງວາງອອກບັນດາມາດຕະການເພື່ອສືບຕໍ່ຄົງຕົວ ແລະ ພັດທະນາ, ຍູ້ແຮງການເປີດກວ້າງອັດຕາສ່ວນສິນຄ້າພາຍໃນປະເທດ ກໍ່ຄື ການສົ່ງອອກ.

ສຳລັບຕະຫລາດຜະລິດຕະພັນກະເສດ, ທ່ານນາງ ຫງວຽນທິບ໋າວຫ່ຽນ, ປະທານ ສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຫ່ຽນເລ ໃຫ້ຮູ້ວ່າ: ປີ 2021 ວິສາຫະກິດຈະກໍ່ສ້າງໂຮງງານໃຫມ່ ເປີດກວ້າງການເຄື່ອນໄຫວຜະລິດດຳເນີນທຸລະກິດກໍ່ຄືສົ່ງອອກສິນຄ້າໄປຍັງຕະຫລາດສາກົນ.

“ປີ 2021 ວິສາຫະກິດພວມຄົ້ນຄ້ວາເພື່ອກໍ່ສ້າງໂຮງງານທີ່ມີກຳລັງການຜະລິດສູງທົບ 7 ເທົ່າເມື່ອທຽບໃສ່ໂຮງງານປະຈຸບັນ ພ້ອມກັນນັ້ນກໍດຶງດູດຫລາຍແຫລ່ງກຳລັງເພື່ອຮັບໃຊ້ໃຫ້ຂະແຫນງກະສິກຳ. ຫວັງວ່າ ທ້າຍປີ 2022 ພວກຂ້າພະເຈົ້າຈະມີໂຮງງານໃຫມ່ ແລະ ບັນດາຜະລິດຕະພັນໃຫມ່”.

ທ່ານ ຫວູຕຽນລົກ, ປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຕີລາຄາວ່າ: ປີ 2020 ແມ່ນປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນາໆປະການ ແຕ່ກໍ່ແມ່ນປີທີ່ປະຊາຄົມວິສາຫະກິດເຂົ້າໃຈຢ່າງຈະແຈ້ງເຖິງຄວາມຮຽກຮ້ອງຕ້ອງການກ່ຽວກັບການເພີ່ມທະວີຄວາມສາມາດໃນການຮັບມື ແລະ ກຳນົດທິດພັດທະນາແບບຍືນຍົງຂອງຕົນ. ສຳລັບບັນດາວິສາຫະກິດ ກຳນົດທິດຮູບແບບການດຳເນີນທຸລະກິດ ແລະ ຍຸດທະສາດຂອງຕົນຕາມທິດພັດທະນາແບບຍືນຍົງໃນສະພາບໂລກລະບາດນັ້ນ ເຂົາເຈົ້າຍັງຮັກສາການດຳເນີນທຸລະກິດດີພໍສົມຄວນ, ຊ້ຳບໍ່ໜຳ ຍັງຊອກກາລະໂອກາດເພື່ອພັດທະນາ.

ໃນສະພາບການໃຫມ່, ເພື່ອຄົງຕົວໃນປີ 2021 ແລະ ຊຸມປີຕໍ່ໄປ, ວິສາຫະກິດຕ້ອງມີການປ່ຽນໃຫມ່, ຍົກສູງຄຸນນະພາບສິນຄ້າເພື່ອຕອບສະຫນອງຄວາມຕ້ອງການຂອງຕະຫລາດ. ພ້ອມກັນນັ້ນ ຄວາມຕ້ອງການຫັນເປັນດີຈີຕອນ, ມີຫົວຄິດປະດິດສ້າງໃນຮູບແບບການດຳເນີນທຸລະກິດກໍ່ແມ່ນທ່າອ່ຽງໃນໄລຍະຈະມາເຖິງ. ພ້ອມກັນນັ້ນ ບັນດາວິສາຫະກິດຄວນລົງທຶນເຕັກໂນໂລຊີເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ ພ້ອມທັງ ມີລະບົບສະຫນອງສິນຄ້າສະເພາະ. ໃນສະພາບການຕະຫລາດຍາກທີ່ຈະຄາດຄະເນລ່ວງຫນ້າໄດ້ນັ້ນ, ວິສາຫະກິດໃດມີລະບົບສະຫນອງສະເພາະແມ່ນຈະສາມາດຄົງຕົວໄດ້. ນອກນັ້ນ ຄວນຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດຂອງຫວຽດນາມ ນັ້ນແມ່ນບັນຫາຄວນແກ້ໄຂເພື່ອຕອບສະຫນອງໄດ້ຕາມຄວາມຕ້ອງການຂອງຕະຫລາດ.

ຕອບກັບ

ຂ່າວ/ບົດ​ອື່ນ