ວິ​ສາ​ຫະ​ກິດ​ຫວຽດ​ນາມ ຊອກ​ຮູ້​ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ EVFTA ຢ່າງ​ຊັດ​ເຈນ,ຄົບ​ຖ້ວນ​ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຈາກ EVFTA

(VOVWORLD) -ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA)ໄດ້ຮັບການປະຕິບັດ ອັນໄດ້ເປີດອະນາຄົດອັນດີງາມໃນການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ. ນີ້ແມ່ນຫນັງສືອະນຸຍາດໃຫ້ບັນດາວິສາຫະກິດ ແລະ ພື້ນຖານເສດຖະກິດຫວຽດນາມ ເຂົ້າໄປຍັງຕະຫລາດຫນຶ່ງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ພາຍຫລັງ 2 ເດືອນທີ່ສັນຍາມີຜົນສັກສິດ, ວິສາຫະກິດ ຫວຽດນາມ ໄດ້ຊົມໃຊ້ບັນດາຜົນປະໂຫຍດທຳອິດ. ເຖິງຢ່າງໃດກໍຕາມ ເພື່ອກະກຽມ ຍາດແຍ່ງບັນດາຄຳໝັ້ນສັນຍາຢ່າງເໝາະສົມ ບັນດາວິສາຫະກິດ ຄວນມີຄວາມເຂົ້າໃຈກ່ຽວກັບບັນດາຄຳໝັ້ນສັນຍາໃນ EVFTA ຢ່າງຊັດເຈນ ແລະ ຄົບຖ້ວນກວ່າອີກ ເພື່ອພັດທະນາການເຄື່ອນໄຫວດຳເນີນທຸລະກິດ.
ວິ​ສາ​ຫະ​ກິດ​ຫວຽດ​ນາມ ຊອກ​ຮູ້​ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ EVFTA ຢ່າງ​ຊັດ​ເຈນ,ຄົບ​ຖ້ວນ​ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຈາກ EVFTA - ảnh 1ສັນຍາ  EVFTA ຮຽກຮ້ອງບັນດາວິສາຫະກິດຕ້ອງຕອບສະຫນອງບັນດາຄວາມຮຽກຮ້ອງຢ່າງສະເຫມີພາບລະຫວ່າງຄູ່ຮ່ວມມື

Ảnh 2: Ông Nguyễn Hoài Nam, Phó Chủ tịch kiêm Tổng thư ký của Hiệp hội chế biến và xuất khẩu Thủy sản. Nguồn: nongnghiep.vn

ໄລ່ຮອດວັນທີ 12 ຕຸລາ, ບັນດາອົງການທີ່ໄດ້ຮັບການມອບສິດ ໄດ້ອອກຫນັງສືຢັ້ງຢືນຕົ້ນກຳເນີດສິນຄ້າປະມານ 23.800 ສະບັບ ດ້ວຍວົງເງິນການຄ້າລວມມູນຄ່າເກືອບ 963 ລ້ານ USD ໄປຍັງ 28 ປະເທດ ອີຢູ. ນອກນັ້ນ ບັນດາວິສາຫະກິດສົ່ງອອກສິນຄ້າໄປຍັງ ອີຢູ ຍັງປະຕິບັດການຢັ້ງຢືນຕົ້ນກຳເນີດສິນຄ້າດ້ວຍຕົນເອງສຳລັບ 660 ງວດສິນຄ້າລວມມູນຄ່າເກືອບ 2 ລ້ານ USD. ຕາມຕົວເລກສະຖິຕິຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ ການສົ່ງອອກເຄື່ອງປ່າຂອງດົງ ສິນໃນນ້ຳຂອງຫວຽດນາມ ເລີ່ມມີສັນຍານ ດີຂຶ້ນ.

ຕາມນັ້ນແລ້ວ ວົງເງິນສົ່ງອອກສິນໃນນ້ຳໄປຍັງ ອີຢູ ໃນເດືອນສິງຫາຜ່ານມາ ເພີ່ມຂຶ້ນ 10% ເມື່ອທຽບໃສ່ເດືອນກໍລະກົດປີ 2020. ລາຄາບັນດາປະເພດເຂົ້າສານຂອງຫວຽດນາມ ກໍ່ໄດ້ຮັບການດັດປັບພາຍຫລັງສັນຍາ EVFTA ມີຜົນສັກສິດ, ເຂົ້າສານຫອມ 126 ໂຕນ ໄດ້ສົ່ງອອກເປັນຄັ້ງທຳອິດໄປຍັງອີຢູ ດ້ວຍອັດຕາພາສີ 0% ໃນວັນທີ 22 ກັນຍາ ຜ່ານມາ. ບັນດາໝາກຜົນເບື້ອງຕົ້ນນີ້ໄດ້ຮັບຖືວ່າແມ່ນສິ່ງທີ່ດີພໍສົມຄວນ ໂດຍສະເພາະໃນສະພາບການຕະຫລາດຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂຄວິດ 19.

ເຖິງຢ່າງໃດກໍຕາມ ປະຈຸບັນ ສັນຍາ EVFTA ຍັງເປັນສິ່ງໃຫມ່ອ່ຽມສຳລັບບັນດາວິສາຫະກິດ. ທ່ານ ຫງວຽນວັນຕວຽນ ຜູ້ອຳນວຍການບໍລິສັດ ຕຽນດາດ ເຄື່ອນໄຫວໃນຂົງເຂດສົ່ງອອກເຄື່ອງເຟີນີເຈີ ໄປຍັງຕະຫລາດ ອີຢູ ໃຫ້ຮູ້ວ່າ:

 “ຄວາມຫຍຸ້ງຍາກຢູ່ບ່ອນວ່າ ນີ້ແມ່ນສັນຍາລຸ້ນໃຫມ່ ສະນັ້ນ ທຸກຄວາມຮຽກຮ້ອງຕ້ອງການ, ມາດຕະຖານແມ່ນເຄັ່ງຄັດ. ຕົວຢ່າງຄື: ພວກຂ້າພະເຈົ້າແມ່ນວິສາຫະກິດສົ່ງອອກຜະລິດຕະພັນໄມ້ ຕ້ອງນຳໃຊ້ແຫລ່ງວັດຖຸດິບໂດຍມີໃບຢັ້ງຢືນຕົ້ນກຳເນີດ, ຮັບປະກັນຄວາມປອດໄພຫລັກອະນາໄມ.. ເມື່ອຕອບສະຫນອງຕາມໄດ້ບັນດາຄວາມຮຽກຮ້ອງຕ້ອງການດັ່ງກ່າວ ພວກຂ້າພະເຈົ້າຈຶ່ງສາມາດສົ່ງອອກສິນຄ້າໄປຍັງອີຢູ ໄດ້. ນີ້ແມ່ນສິ່ງທ້າທາຍສຳລັບວິສາຫະກິດ ພິເສດ ແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ.”

ວິ​ສາ​ຫະ​ກິດ​ຫວຽດ​ນາມ ຊອກ​ຮູ້​ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ EVFTA ຢ່າງ​ຊັດ​ເຈນ,ຄົບ​ຖ້ວນ​ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຈາກ EVFTA - ảnh 2ທ່ານ ຫງວຽນຮ່ວາຍນາມ ຮອງປະທານ ທັງເປັນເລຂານຸການສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳ

ພາບ:nongnghiep.vn

ມີວິສາຫະກິດຫລາຍແຫ່ງກໍ່ໃຫ້ຮູ້ວ່າ ເຖິງວ່າມີຄວາມສົນໃຈເຖິງການຍາດແຍ່ງບັນດາກາລະໂອກາດຈາກ EVFTA ເວົ້າລວມ ແລະ ບັນດາສັນຍາ FTA ເວົ້າສະເພາະ ແຕ່ປະຈຸບັນ ຍັງບໍ່ທັນເຂົ້າໃຈເນື້ອໃນ ແລະ ບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງຂົງເຂດທີ່ວິສາຫະກິດຕົນພວມເຄື່ອນໄຫວຢ່າງເຖິງຖອງ. ສະນັ້ນ ເພື່ອຫັນບັນດາກາລະໂອກາດໃຫຍ່ ຊື່ງ EVFTA ນຳມາໃຫ້ປະກົດຜົນເປັນຈິງ, ບັນດາວິສາຫະກິດ ຕ້ອງມີຄວາມເຂົ້າໃນບັນດາຄຳໝັ້ນສັນຍາລະອຽດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວດຳເນີນທຸລະກິດ. ຈາກນັ້ນ ກໍ່ຈະມີການກະກຽມ, ຍາດແຍ່ງບັນດາຄຳໝັ້ນສັນຍາຢ່າງເໝາະສົມ.

ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການສູນ WTO ແລະ ເຊື່ອມໂຍງ, ຫ້ອງການອຸດສາຫະກຳ ການຄ້າຫວຽດນາມ (VCCI )ໃຫ້ຮູ້ວ່າ: ໄລຍະຈະມາເຖິງ VCCI ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂໍ້ມູນຂ່າວສານກ່ຽວກັບຄຳໝັ້ນສັນຍາ ໃນ EVFTA ແລະ ແນະນຳການຍາດແຍ່ງກາລະໂອກາດຈາກສັນຍານີ້ໃຫ້ແກ່ບັນດາຂະແຫນງ, ຂົງເຂດ.

  “ເພື່ອສາມາດບັນລຸປະສິດທິຜົນໃນການເຄື່ອນໄຫວດຳເນີນທຸລະກິດ ວິສາຫະກິດຕ້ອງມີກຳລັງແຮງຢ່າງພຽງພໍ ນັ້ນແມ່ນກຳລັງຄວາມສາມາດແກ້ງແຍ່ງຂອງວິສາຫະກິດຕ້ອງເຂັ້ມແຂງ. ຕ້ອງດີເດັ່ນໃນການຄຸ້ມຄອງວິສາຫະກິດ, ມີຄວາມເປັນມືອາຊີບໃນການສະຫນອງບັນດາຜະລິດຕະພັນສິນຄ້າ, ການບໍລິການຕ້ອງມີຄຸນນະພາບ, ມີທ່າໄດ້ປຽບການແກ້ງແຍ່ງ ນັ້ນແມ່ນສິ່ງທີ່ບໍ່ວ່າວິສາຫະກິດໃດກໍ່ຕ້ອງປະຕິບັດຕາມ.

 ປະຈຸບັນ VCCI ໄດ້ຮຽບຮຽງປື້ມຄູ່ມືວິສາຫະກິດ ແນະນຳກ່ຽວກັບສັນຍາ EVFTA ໂດຍສັງເຂບ ຊ່ວຍວິສາຫະກິດມີຄວາມເຂົ້າໃຈໄດ້ສິ່ງທີ່ຕົນມີຄວາມສົນໃຈ, ບັນດາບັນຫາຄວນກະກຽມເພື່ອຍາດແຍ່ງໄດ້ປະສິດທິຜົນຈາກສັນຍາ EVFTA. ພ້ອມກັນນັ້ນ ຫ້ອງການການຄ້າ ອຸດສາຫະກຳ ເອີລົບ ປະຈຳ ຫວຽດນາມ (EuroCham)  ແລະ VCCI ໄດ້ສ້າງຕັ້ງສະພາວິສາຫະກິດ ຫວຽດນາມ - ອີຢູ ເພື່ອຫນູນຊ່ວຍການເຊື່ອມຕໍ່ວິສາຫະກິດສອງຝ່າຍ ໃນການຮ່ວມສຳພັນ, ການຮ່ວມມື ແລະ ຂຸດຄົ້ນທ່າໄດ້ປຽບຂອງສັນຍາ. ຜ່ານນັ້ນ ກໍ່ຫນູນຊ່ວຍສອງຝ່າຍພັດທະນາກຳລັງແຮງພາຍໃນ, ເພີ່ມທະວີການເຄື່ອນໄຫວດຳເນີນທຸລະກິດລົງທຶນຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ