ວິສາຫະກິດຫວຽດນາມ ລົງທຶນໂອນສິດການຄ້າ

(vovworld)- ໃນ​ຊຸມ​ປີມໍ່ໆ​ມານີ້, ຫວຽດ​ນາມ ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງ​ຕະ​ຫລາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ຂົງ​ເຂດ​ໂອນ​ສິ​ດການ​ຄ້າ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ, ລາ​ຍ​ຮັບ​ພວມ​ເພີ່ມ​ຂຶ້ນ​ສູງ, ມີ​ພົນ​ລະ​ເມືອງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ແລະ ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ນັ້ນ​ແມ່ນ​ບັນ​ດາ​ສາຍ​ເຫດ​ນຳ​ຫວຽດ​ນາມ ກາຍ​ເປັນສະ​ມາ​ຊິກ​ອົງ​ການ​ການ​ຄ​້າ​ໂລກ (WTO), ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມີ​ຫລາຍເງື່ອ​ນໄຂ​ເພື່ອ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ໂອນ​ສິດ​ການ​ຄ້າ.
ວິສາຫະກິດຫວຽດນາມ ລົງທຶນໂອນສິດການຄ້າ - ảnh 1
ຮ້ານ​ອາ​ຫານ Mc Donald’s ຢູ່​ນະ​ຄອນ​ໂຮ່​ຈິ​ມີນ
​ພາບ:motthegioi.vn

        ໃນ​ໄລ​ຍະ​ກວ່າ​ທົດ​ສະ​ວັດ​ຜ່ານ​ມາ, ຢູ່​ຕະ​ຫລາດ​ຂາຍ​ຍ່ອຍ​ຫວຽດ​ນາມ ໄດ້​ປະ​ກົດ​ມ​ີ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​​ກ່ຽວ​ກັບ​ເຄື່ອງ​ນຸ່ງ, ເຄື່ອງ​ສຳ​ອາງ, ເຄື່ອງ​ໃຊ້​ສອຍ​ໃນ​ຄອ​ບ​ຄົວ…ທີ່​ມີ​ຊື່​ສຽງ​ໃນ​ໂລກ. ພິ​ເສດ​ໃນ​ຊຸມ​ປີມໍ່ໆ​ມານີ້, ມີ​ຂະ​ແຫນງ​ອາ​ຫານ​ການ​ກິນ, ເຄື່ອງ​ດື່ມ, ອາ​ຫານດ່ວນ​ຕິດ​ພັນ​ກັບບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ໄດ້​ໂອນ​ສິດ​ການ​ຄ້າ​ເຂົ້າ​ຫວຽດ​ນາມ​ນັບ​ມື້​ນັບ​ຫລາຍ. ທ່າ​ນ​ນາງ ຮ່​ວາງ​ທິ​ຕວຽດ​ ຮ​ວາ, ຮອງ​ຫົວ​ຫ​ນ້າ​ກົມ​ແຜນ​ການ ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ມາ​ຮອດ​ປະ​ຈຸ​ບັນ, ການ​ໂອນ​ສິດ​ການ​ຄ້າ​ຢູ່​ຫວຽດ​ນາມ ມີ​ບາດ​ກ້າວ​ພັດ​ທະ​ນາ. ປະ​ຈຸ​ບັນ ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ໄດ້​ຈົດ​ທະ​ບຽນ​ໂອນສິດ​ການ​ຄ້າ​ເຂົ້າ​ຫວຽດ​ນາມ ກວ່າ 8000 ກາ​ໝາຍ​ສິນ​ຄ້າ​, ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ໃນ​ບາງ​ຂົງ​ເຂດ​ຄື: ຂາຍ​ຍ່ອຍ, ໃຫ້​ເຊົ່າ​ອຸ​ປະ​ກອນ​ກົນ​ຈັກ, ການ​ສຶ​ກ​ສາ​ບຳ​ລຸງ​ສ້າງ ແລະ ບັນ​ດາ​ປະ​ເທດ​ມີ​ກາ​ໝາຍ​ສິນ​​ຄ້າ​ດັ່ງ​ກ່າວ​ສ່ວນ​ຫລາຍ​​ແມ່ນມາ​ຈາກບັນ​ດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ອັງ​ກິດ, ອົດ​ສະ​ຕາ​ລີ ແລະ ບັນ​ດາ​ປະ​ເທດ ອີ​ຢູ.”

        ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຕ່າງ​ປະ​ເທດ, ສ່ວນ​ຫລາຍ​ແມ່ນ​ຂຶ້ນ​ກັບ​ຂົງ​ເຂດ​ອາ​ຫານ ພວມ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ເປັນ​ຈຳ​ນວນ​ຫລວງ​ຫລາຍ ແລະ ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຜ່ານ​ການ​ໂອນ​ສິດ​ການ​ຄ້າ, ພົ້ນ​ເດັ່ນ​ຄື: ບັນ​ດາ​ກຸ່ມ​ບໍ​ລິ​ສັດ​​ຜະ​ລິດອາ​ຫານ​​ໄວ Lotteria ຂອງ ສ​ເກົາ​ຫລີ, Mc Donald’s, KFC, Pizza Hut ຂອງ​ອາ​ເມ​ລິ​ກາ. ຄຽງ​ຄູ່​ກັນ​ນັ້ນ​, ບັນ​ດາ​​ຮ້ານຊັບ​ພະ​ສິ​ນ​ຄ້າ​ໃຫ​ຍ່​ຂອງ​ບໍ​ລິ​ສັດ​ຈຳ​ຫ​ນ່າຍ​ຕ່າງ​ປະ​ເທດ​ກໍ​ໄດ້ຮັບ​ການສ້າງຕັ້ງຂຶ້ນ​ຢູ່​ຫວຽດ​ນາມ​ຄື: Metro Cash & Carry ກຸ່ມ​ບໍ​ລິ​ສັດ​ຂອງ​ເຢຍ​ລະ​ມັນ​, ກຸ່ມ​ບໍ​ລິ​ສັດ Parkson ຂອງ​ມາ​ເລ​ເຊຍ… ແລະ ຫວ່າງ​ແລ້ວນີ້ ​ມີວິ​ສາ​ຫະ​ກິດ​ໄທ​ຫລາຍ​ແຫ່ງ ກໍ​​ໄດ້ລົງ​ທຶນ​ເຂົ້າ​ຕະ​ຫລາດ​ຫວຽດ​ນາມ ຜ່ານ​ການ​ໂອ​ນ​ສິດ​ການ​ຄ້າ. ພ້ອມ​ກັບ​ວິ​ວັດ​ການດັ່ງກ່າວ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ສຳ​ພັດ​ກັບ​ຮູບ​ການ​ດຳ​ເນີນ​ທຸ​ລະ​ກິດ​ນີ້​ເຂົ້າ​ໃນ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ​ໃນເບື້ອງ​ຕົ້ນ​​ໄດ້ໂອນ​ສິດ​ການ​ຄ້າ​ອອກ​​ຕ່າງ​ປ​ະ​ເທດ. ໃນ​ຈຳ​ນວນ​ເຫລົ່າ​ນັ້ນ ມີ​ເຄື່ອງ​ໝາຍ​ການ​ຄ້າ​ຄື: ເຝີ 24, ກາ​ເຟ​ຈູງງວຽນ ຫລື Wrap & Roll …. ​ໄດ້ພັດ​ທະ​ນາ​ຜ່ານ​ຮູບ​ການ​ໂອນ​ສິດ​ການ​ຄ້າ ບໍ່​ພຽງ​ແຕ່​ເປີດກວ້າງ​ເຄືອ​ຂ່າຍ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ໄດ້​ມີ​ຫ​ນ້າ​ຢູ່​ປະ​ເທດ​ຈຳ​ນວນ​ ຫ​ນຶ່ງ​ໃນ​ໂລກ​ອີກ​ດ້ວຍ. ບັນ​ດາ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້ ແລະ ພວມ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຫລາຍ​ແຫ່ງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ກາງ ແລະ ນ້ອຍ​ໄປ​ຕາມ​ທ່າ​ອ່ຽງ​ພັດ​ທະ​ນານີ້. ຕາມທ່ານ ຟ້າມ​ຢີ​ເກືອງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຜະ​ລິດ ແລະ ບໍ​ລິ​ການ ແຊນ​ຫວຽດ ​ແລ້ວ: ​ໃນສະ​ພາບ​ ເສດ​ຖະ​ກິດ​​ພວມປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ການ​ດຳ​ເນີນ​ທຸ​ລະ​ກິດ​ເຄື່ອງ​ໝາຍ​ການ​ຄ້າ​ໄດ້​ຮັບ​ຖື​ວ່າ​ແມ່ນ​ວິ​ທີ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ຜົນ.

        “ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ຮູບ​ແບບນີ້​ແມ່ນປອດ​ໄພ​ກວ່າ​ເມື່ອ​ທຽບ​ໃສ່​​ເລື່ອງສ້າງເຄື່ອງ​ໝາຍ​ການ​ຄ້າ​​ເອງ​ໃຫ້​ແກ່ຕົນ​. ​ເພາະວ່າ​ຄວາມ​ຈິງ​ແລ້ວ​ພວກ​ເຮົາ​ຍັງ​ບໍ່​ທັນ​ມີ​ບົດຮຽນ​ຫຼາຍ, ບົດຮຽນ​ຂອງ​ພວກ​ເຮົາ​ໃນ​ຂົງ​ເຂດ​ນີ້​ແມ່ນ​ບໍ່​ທຽບ​ທັນ​ກັບ​ບັນດາ​ເຄື່ອງໝາຍ​ການ​ຄ້າ​ໃຫຍ່​ຢູ່​ໂລກ​ທີ່​ເຮັດໄດ້ດີ​ແລ້ວ. ຢູ່​ຫວຽດນາມ​ພວກ​ເຮົາ​ຢາກ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໄດ້​ດີ​ແມ່ນ​ຍາກ​ຫຼາຍ, ພວກ​ເຮົາ​ຕ້ອງ​ຮຳ່ຮຽນ, ຖອດ​ຖອນ​ບົດຮຽນ​ໃຫ້​ຫຼາຍ​ຕື່ມ​ອີກ”

ວິສາຫະກິດຫວຽດນາມ ລົງທຶນໂອນສິດການຄ້າ - ảnh 2

ພາບ: internet

        ການ​ໂອນ​ສິດ​ການ​ຄ້າ​ມີ​ຈຸດ​ເດັ່ນ​ຄື: ລະ​ບົບ​ດຳ​ເນີນ​ທຸ​ລະ​ກິດ ແລະ ກາ​ໝາຍ​ສິນ​ຄ້າ​​ໄດ້ມີ​ຢູ່​ແລ້ວ ແລະ ມີ​ຊື່​ສຽງ​ໃນ​ໂລກ. ພ້ອມ​ກັນ​ນັ້ນ ວິ​ທີ​ການ​ດຳ​ເນີນ​ທຸ​ລະ​ກິດ ​ໄດ້​ຜັນ​ຂະຫຍາຍ​ຢູ່​ໃນ​ໂລກ ດ້ວຍ​ການ​ເຄື່ອນ​ໄຫວ​ວິຊາ​ການ, ເປັນ​ລະ​ບົບ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ສະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ຮັບ​ໂອນ​ສິດ​ການ​ຄ້າ​ເມື່ອ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ, ເວ​ລາ​ເຂົ້າ​ຮ່ວມ​ຕະ​ຫລາດຈະສ​ັ້ນ​ກວ່າ ເມື່ອ​ທຽບ​ໃສ່​ກັບ​ການ​ສ້າງ​ເຄື່ອງ​ໝາຍ​ດ້ວຍ​ຕົນ​ເອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ສະ​ດວກກວ່າ, ເປັນ​ຕົ້ນ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ໂອນ​ສິດ​ການ​ຄ້າ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນອກ​ຈາກ​ການ​ຫ​ນູນ​ຊ່ວຍ​ດ້ານນິຕິ​ກຳ​, ສິນ​ເຊື່ອ​ຂອງ​ລັດ​ແລ້ວ. ກ່ອນ​ອື່ນ​ໝົດ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຄວນ​ລົງ​ທຶນ​ເຂົ້າ​ຂົງ​ເຂດນີ້​ຫລາຍກວ່າ, ພ້ອມ​ທັງ​ຜະ​ລິດ​ສິນ​ຄ້າ​ມີ​ຄຸນ​ນະ​ພາບ​ສູງ​​ເພື່ອຮັບ​ໃຊ້​ຕະ​ຫລາດ​ພາຍ​ໃນ.


ຕອບກັບ

ຂ່າວ/ບົດ​ອື່ນ