ວິ​ສາ​ຫະ​ກິດ​ໃຫ​ຍ່ ແລະ ບົດ​ບາດ​ພາ​ທາງ, ເປີດ​ຊ່ອງ​ທາງ

(VOVWORLD) -ກຳລັງບົ່ມຊ້ອນດ້ານເສດຖະກິດ, ກຳລັງຄວາມສາມາດການບໍລິຫານ ແລະ ຈິນຕະນາການ - ຄວາມຄິດໃຫຍ່ຂອງນັກທຸລະກິດ ໄດ້ສ້າງເປັນວິສາຫະກິດໃຫຍ່. ໃນສະພາບຍິ່ງຫຍຸ້ງຍາກ, ທົດສອບ, ບົດບາດຂອງວິສາຫະກິດ ນັກທຸລະກິດ ຍິ່ງໃຫຍ່ກວ່າ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າ. ໃນເວລາສອງປີຜ່ານມາ, ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງທຸກດ້ານຂອງຊີວິດ, ເສດຖະກິດ ສັງຄົມ, ໃນນັ້ນ ປະຊາຄົມວິສາຫະກິດຖືກຜົນສະທ້ອນໂດຍກົງ, ຫນັກຫນ່ວງ. ວິສາຫະກິດໃຫຍ່ ຈະຖືກເສຍຫາຍໃຫຍ່ກວ່າ, ແຕ່ໃນເວລາປະສົບກັບຄວາມຫຍຸ້ງຍາກທີ່ສຸດນັ້ນ ບັນດາວິສາຫະກິດ - ເຄື່ອງໝາຍໃຫຍ່ໄດ້ຮ່ວມເດີນທາງກັບລັດຖະບານ ໃນວຽກງານປ້ອງກັນຕ້ານໂລກລະບາດ, ປະກອບສ່ວນຮັກສາເສດຖະກິດມະຫາພາກ, ການເຕີບໂຕເສດຖະກິດເປັນປົກກະຕິ.
ວິ​ສາ​ຫະ​ກິດ​ໃຫ​ຍ່ ແລະ ບົດ​ບາດ​ພາ​ທາງ, ເປີດ​ຊ່ອງ​ທາງ - ảnh 1ທ່ານ ປອ ຫວູຕຽນລົກ ປະທານສູນອະນຸຍາໂຕຕຸລາການ ສາກົນ ຫວຽດນາມ (VIAC). ພາບ:TTXVN

ໂລກລະບາດໂຄວິດ 19 ເກີດຂຶ້ນໄດ້ສົ່ງຜົນສະທ້ອນຢ່າງຫນັກເຖິງທຸກດ້ານຂອງພື້ນຖານເສດຖະກິດ ແລະ ຜົນສະທ້ອນໂດຍກົງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ. ມີວິສາຫະກິດໃຫຍ່ຫລາຍແຫ່ງ ໄດ້ມີການປະກອບສ່ວນໂດຍກົງ. ທ່ານ ປອ ຫວູຕຽນລົກ ປະທານສູນອະນຸຍາໂຕຕຸລາການ ສາກົນ ຫວຽດນາມ (VIAC) ໄດ້ໃຫ້ຂໍ້ສັງເກດວ່າ:

  “ໂລກລະບາດໄດ້ສົ່ງຜົນສະທ້ອນຢ່າງຫນັກຫນ່ວງເຖິງວິສາຫະກິດເກືອບທັງໝົດ ບໍ່ວ່າຂອບຂະຫນາດໃຫຍ່, ກາງ ຫລືນ້ອຍ.. ມີວິສາຫະກິດໃຫຍ່ຫລາຍແຫ່ງຖືກລຸບທຶນ ແຕ່ເມື່ອໄດ້ຍິນຄຳຮຽກຮ້ອງຂອງລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ ດ້ວຍຈິດໃຈ ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະກັນ, ບັນດາວິສາຫະກິດ ພິເສດແມ່ນວິສາຫະກິດໃຫຍ່ ແລະ ເຄື່ອງໝາຍການຄ້າໃຫຍ່ ໄດ້ປະກອບສ່ວນຫລາຍສຸດໃຫ້ແກ່ກອງທຶນສະຫວັດດີການສັງຄົມ ແລະ ພັດທະນາແບບຍືນຍົງ, ເອົາໃຈໃສ່ເຖິງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ປະກອບສ່ວນເຂົ້າໃນການເຕີບໂຕ”

ເປັນທີ່ຈະແຈ້ງແລ້ວວ່າ, ການເຂົ້າຮ່ວມ, ແບ່ງປັນຂອງບາງກຸ່ມວິສາຫະກິດ, ເຄື່ອງໝາຍໃຫຍ່ຂຶ້ນກັບກຸ່ມລັດວິສາຫະກິດຄື: EVN, Vietel, VNPT, Vietnam Airline… ໃນການຫລຸດລາຄາໄຟຟ້າ, ຄ່າໂທລະຄົມມະນາຄົມ, ໂທລະສັບ, ອິນເຕີເນັດ, ຫນູນຊ່ວຍບັນດາຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ກັບມາຈາກເຂດເກີດໂລກລະບາດ, ພິເສດແມ່ນການຫນູນຊ່ວຍໂດຍກົງໃຫ້ແກ່ກອງທຶນ ວັກຊິນ ຫລື ເຂົ້າຮ່ວມການຜະລິດວັກຊິນ, ປ້ອງກັນຕ້ານໂລກລະບາດຂອງບັນດາວິສາຫະກິດພາກເອກະຊົນໃຫຍ່ຄື: ກຸ່ມບໍລິສັດ Vingroup, ເຈື່ອງຫາຍ Thaco, Vinamilk.. ໃນໄລຍະຜ່ານມາແມ່ນເປັນຫນ້າຮັບຮູ້ທີ່ສຸດ.

ທ່ານນາງ ຟ້າມທິງອກຖູຍ, ຜູ້ອຳນວຍການຝ່າຍບໍລິຫານ ຫ້ອງການຄະນະຄົ້ນຄ້ວາພັດທະນາເສດຖະກິດພາກເອກະຊົນ ສັງກັດສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງການຮ່ວມເດີນທາງຂອງວິສາຫະກິດໃຫຍ່ຕໍ່ກັບພື້ນຖານເສດຖະກິດ.

  ເປັນທີ່ຈະແຈ້ງວ່າ ບັນດາວິສາຫະກິດໃຫຍ່ ມີບົດບາດສຳຄັນຍິ່ງ. ສຳລັບພື້ນຖານເສດຖະກິດ ນີ້ແມ່ນບັນດາວິສາຫະກິດມີບົດບາດແບກຫາບ ແລະ ຊ່ວຍປະຕິບັດສຳເລັດບັນດາຄາດໝາຍເສດຖະກິດແຫ່ງຊາດ ພ້ອມທັງສ້າງກຳລັງຄວາມສາມາດແກ້ງແຍ່ງຂອງເສດຖະກິດ ຫວຽດນາມ ເມື່ອທຽບໃສ່ເສດຖະກິດບັນດາປະເທດອື່ນໃນພາກພື້ນ ແລະ ໃນໂລກ. ເມື່ອຕີລາຄາໃນແຕ່ລະຂົງເຂດ ວິສາຫະກິດໃຫຍ່ແມ່ນຜູ້ພາທາງຕະຫລາດ, ສ້າງບັນດາທ່າອ່ຽງພັດທະນາ, ຮັກສາບົດບາດໃຈກາງເພື່ອພັດທະນາເຕັກໂນໂລຊີ, ລົງທຶນໃຫ້ແຫລ່ງທຶນ, ດຶງດູດຄົນງານ ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ”.

ວິ​ສາ​ຫະ​ກິດ​ໃຫ​ຍ່ ແລະ ບົດ​ບາດ​ພາ​ທາງ, ເປີດ​ຊ່ອງ​ທາງ - ảnh 2ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ. ພາບ:nld.com.vn

ບັນດາຜູ້ຊ່ຽວຊານໃນຂົງເຂດເຕັກໂນໂລຊີຖືວ່າ: ເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນ, ການໝູນໃຊ້ບັນດາຄວາມກ້າວຫນ້າຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ຍິ່ງຮຽກຮ້ອງຕ້ອງການການພາທາງຂອງວິສາຫະກິດໃຫຍ່. ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ຫງວຽນຮົ່ງຢຽນ ເນັ້ນຫນັກວ່າ:

“ຍູ້ແຮງການປະຕິບັດບັນດາຫນ້າທີ່, ມາດຕະການ ເພື່ອແນໃສ່ສ້າງໂຄງປະກອບຂະແຫນງອຸດສາຫະກຳ ການຄ້າ ໂດຍອີງໃສ່ພື້ນຖານຂອງວິທະຍາສາດເຕັກໂນໂລຊີ, ການປ່ຽນໃຫມ່ ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ... ພ້ອມທັງ ຕ້ອງມີກົນໄກ, ນະໂຍບາຍຫນູນຊ່ວຍ ແລະ ລະດົມທຸກແຫລ່ງກຳລັງເພື່ອຊຸກຍູ້ການພັດທະນາບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່”

 ເພື່ອຜັນຂະຫຍາຍປະຕິບັດແຜນຮ່າງ “ສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່, ຈຸດສຸມແມ່ນກຸ່ມເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ ໄລຍະ 2021 – 2025” ຕາມຄຳຮຽກຮ້ອງຕ້ອງການຂອງນາຍົກລັດຖະມົນຕີ ວາງອອກຫວ່າງແລ້ວນີ້, ບັນດາວິສາຫະກິດໃຫຍ່ ພວມສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ກຳລັງຄວາມສາມາດແກ້ງແຍ່ງໃນພື້ນຖານເຕັກໂນໂລຊີທັນສະໄຫມ, ກຳລັງຄວາມສາມາດປ່ຽນໃຫມ່ ປະດິດຄິດສ້າງ, ການຄຸ້ມຄອງຕາມມາດຖານສາກົນ. ພ້ອມກັນນັ້ນ ກໍປະຕິບັດບົດບາດພາທາງພັດທະນາບັນດາວິສາຫະກິດທີ່ຂື້ນກັບພາກສ່ວນເສດຖະກິດອື່ນໃຫ້ເປັນຢ່າງດີ ເພື່ອແນໃສ່ລະດົມ, ແບ່ງປັນ, ນຳໃຊ້ບັນດາແຫລ່ງກຳລັງໃນສັງຄົມຢ່າງມີປະສິດທິຜົນ, ຄຸ້ມຄອງຢ່າງແຫນ້ນແຟ້ນ, ປອດໄພ ແລະ ພັດທະນາແຫລ່ງທຶນ, ສັບຊິນຂອງລັດຢູ່ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ