ສົ່ງນັກ​ສຶກ​ສາ​ໂຮງ​ຮຽນ​ວິ​ຊາ​ຊີບ​ປີ​ສຸດ​ທ້າຍ​ໄປ​ໜູນ​ຊ່ວຍ​ການ​ຜະ​ລິດ​ຢູ່​ວິ​ສາ​ຫະ​ກິດ

(VOVWORLD) -ໂລກລະບາດໂຄວິດ - 19 ແຜ່ລະບາດ ໄດ້ເຮັດໃຫ້ແຫຼ່ງຊັບພະຍາກອນມະນຸດຖືກຕັດຕອນລະບົບສະໜອງແຮງງານ. ໃນຂະນະນັ້ນ, ຄວາມຕ້ອງການຮັບສະໜັກແຮງງານທີ່ໄດ້ຮັບການບຳລຸງສ້າງຂອງວິສາຫະກິດແມ່ນຫຼວງຫຼາຍທີ່ສຸດ. ນີ້ແມ່ນໂອກາດເພື່ອໃຫ້ຮາກຖານສຶກສາວິຊາຊີບສົ່ງນັກຮຽນ, ນັກສຶກສາ, ໂດຍສະເພາະແມ່ນນັກສຶກສາປີສຸດທ້າຍເຂົ້າວິສາຫະກິດຝຶກງານ ແລະ ໜູນຊ່ວຍການຜະລິດ ແນໃສ່ຟື້ນຟູຕະຫຼາດແຮງງານ.

ຕາມການສຳຫຼວດຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ຄາດວ່າ ໃນປີ 2022 ນີ້, ທົ່ວປະເທດຂາດແຮງງານປະມານ 700.000 ຄົນ, ສາຍເຫດແມ່ນຍ້ອນມີແຮງງານຫຼາຍຄົນກັບເມືອງບ້ານເກີດເມືອນອນພາຍຫຼັງໂລກລະບາດໂຄວິດ - 19. ໃນວັນບຸນວຽກເຮັດງານທຳທີ່ຈັດຂຶ້ນຢູ່ ຮ່າໂນ້ຍ ໄດ້ຊີ້ໃຫ້ເຫັນວ່າ ຄວາມຕ້ອງການຊອກຫາແຮງງານຂອງບັນດາວິສາຫະກິດແມ່ນໃຫຍ່ຫຼວງທີ່ສຸດ.

ສົ່ງນັກ​ສຶກ​ສາ​ໂຮງ​ຮຽນ​ວິ​ຊາ​ຊີບ​ປີ​ສຸດ​ທ້າຍ​ໄປ​ໜູນ​ຊ່ວຍ​ການ​ຜະ​ລິດ​ຢູ່​ວິ​ສາ​ຫະ​ກິດ - ảnh 1ນັກສຶກສາໂຮງຮຽນວິຊາຊີບປີສຸດທ້າຍໄປໜູນຊ່ວຍການຜະລິດຢູ່ວິສາຫະກິດ (ພາບ:VOV)
ຍ້ອນຄວາມຕ້ອງການທີ່ຈຳເປັນກ່ຽວກັບແຫຼ່ງຊັບພະຍາກອນມະນຸດໃນລະດັບຕ່າງໆຂອງກຸ່ມວິສາຫະກິດ, ກົມໃຫຍ່ສຶກສາວິຊາຊີບ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຮຽກຮ້ອງໃຫ້ບັນດາຮາກຖານການສຶກສາວິຊາຊີບຈັດສົ່ງນັກສຶກສາປີສຸດທ້າຍທີ່ໄດ້ປະກອບຄວາມຮູ້ ແລະ ທັກສະພື້ນຖານ, ເໝາະສົມກັບຕະຫຼາດແຮງງານ ເຂົ້າໄປວິສາຫະກິດ, ໂຮງຈັກໂຮງງານ, ທັງຝຶກງານ ທັງເຂົ້າຮ່ວມການອອກແຮງງານທຳການຜະລິດ. ຕາມທ່ານ ຫງວຽນວັນຮຸຍ, ຮອງຜູ້ອຳນວຍການວິທະຍາໄລວິຊາຊີບ ອຸດສາຫະກຳ ຮ່າໂນ້ຍ ແລ້ວ, ການຝຶກງານຢູ່ວິສາຫະກິດ ເປັນກິດຈະກຳທີ່ຈັດຂຶ້ນເປັນປະຈຳ, ເຊິ່ງກວມເອົາເຖິງ 70% ເວລາຮຽນ. ນັບແຕ່ວັນທີ 14 ກຸມພາ, ມີນັກສຶກສາປີສຸດທ້າຍເກືອບ 800 ຄົນ ໄດ້ກັບໄປຮຽນໂດຍກົງເປັນປົກກະຕິ ກໍແມ່ນຈຸດເວລາທີ່ທາງໂຮງຮຽນ ເພີ່ມທະວີໃຫ້ນັກສຶກສາໄປຝຶກງານຢູ່ກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງຕ່າງໆເຊັ່ນ Vinfast, Samsung, ເຊິ່ງໄດ້ແກ້ໄຂຫຼາຍບັນຫາໃຫ້ແກ່ທັງທາງໂຮງຮຽນກໍຄືວິສາຫະກິດ. ທ່ານກ່າວວ່າ:

ນັກຮຽນ, ນັກສຶກສາຂອງພວກຂ້າພະເຈົ້າໄດ້ໄປຝຶກງານ, ທັດສະນະຕົວຈິງຢູ່ວິສາຫະກິດ, ທາງວິສາຫະກິດກໍໄດ້ໃຫ້ການໜູນຊ່ວຍກ່ຽວກັບແຫຼ່ງງົບປະມານ ແຕ່ 3,5 ຫາ 7 ລ້ານດົ່ງຕໍ່ເດືອນ, ແລ້ວແຕ່ແຕ່ລະວິສາຫະກິດ ແລະ ຂະແໜງການທີ່ແຕກຕ່າງກັນ. ນອກຈາກນັ້ນແລ້ວ, ພວກນ້ອງຍັງໄດ້ຮັບການໜູນຊ່ວຍກ່ຽວກັບການຢູ່, ການກິນອີກດ້ວຍ. ສະນັ້ນ, ນັກຮຽນ, ນັກສຶກສາທີ່ໄປຝຶກງານ ກໍດີໃຈຫຼາຍ. ທາງບໍລິສັດກໍສະເໜີຮັບນັກຮຽນ, ນັກສຶກສາເຂົ້າມາເຮັດວຽກຢູ່ບໍລິສັດ ພາຍຫຼັງເຂົາເຈົ້າຈົບການສຶກສາ”.

ສົ່ງນັກ​ສຶກ​ສາ​ໂຮງ​ຮຽນ​ວິ​ຊາ​ຊີບ​ປີ​ສຸດ​ທ້າຍ​ໄປ​ໜູນ​ຊ່ວຍ​ການ​ຜະ​ລິດ​ຢູ່​ວິ​ສາ​ຫະ​ກິດ - ảnh 2ການແນະນຳວຽກເຮັດງານທຳໃຫ້ແກ່ນັກສຶກສາ 

ກໍຄືກັນກັບໂຮງຮຽນວິຊາຊີບອື່ນໆ, ນັກສຶກສາປີທີ 2 ແລະ ປີທີ 3 ຂອງວິທະຍາໄລວິຊາຊີບເຕັກໂນໂລຢີສູງ ຮ່າໂນ້ຍ ກໍໄດ້ເພີ່ມທະວີການໄປຝຶກງານຢູ່ວິສາຫະກິດແຫ່ງຕ່າງໆທີ່ຮ່ວມສຳພັນຮ່ວມມືກັບໂຮງຮຽນ. ຕາມທ່ານ ຟ້າມຊັວນແຄງ, ຜູ້ອຳນວຍການວິທະຍາໄລວິຊາຊີບເຕັກໂນໂລຢີສູງ ຮ່າໂນ້ຍ ແລ້ວ, ລາຍການບຳລຸງສ້າງຂອງໂຮງຮຽນແມ່ນເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ. ພາຍຫຼັງປະຕິບັດເປັນເວລາ 1 ເດືອນ, ນັກສຶກສາຫຼາຍຄົນໄດ້ເຊັນສັນຍາແຮງງງານໂດຍກົງ 3 ຝ່າຍ ໂຮງຮຽນ - ວິສາຫະກິດ - ນັກສຶກສາ ດ້ວຍຄວາມຮັບຜິດຊອບ, ສິດຜົນປະໂຫຍດທີ່ໄດ້ຮັບປະມານ 70 – 80% ເມື່ອທຽບໃສ່ແຮງງານທີ່ພວມເຮັດວຽກຢູ່ວິສາຫະກິດ. ນອກຈາກນັ້ນແລ້ວ, ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຊັບພະຍາກອນມະນຸດຂອງວິສາຫະກິດນັ້ນ, ທາງໂຮງຮຽນໄດ້ມີແຜນການຮັບສະໝັກນັກສຶກສາທີ່ສຶກສາໃນໄລຍະສັ້ນ, ຍົກສູງສີມືແຮງງານໃຫ້ແກ່ແຮງງານ.

“ພາຍຫຼັງໂລກລະບາດໂຄວິດ - 19, ປັດຈຸບັນ, ມີແຮງງານຫຼາຍຄົນມີຄວາມຕ້ອງການຢາກສຶກສາ, ບຳລຸງສ້າງ, ຝຶກອົບຮົມ ກໍຄືຫັນປ່ຽນວິຊາຊີບ. ສະນັ້ນ, ຄວາມຕ້ອງການແມ່ນໃຫຍ່ຫຼວງທີ່ສຸດ. ດັ່ງນັ້ນ, ທາງໂຮງຮຽນມີແຜນການຂະຫຍາຍຂອບຂະໜາດຮັບສະໝັກນັກສຶກສາໃນຫຼາຍເປົ້າໝາຍ ແລະ ຈັດຫຼາຍຮູບແບບບຳລຸງສ້າງ. ຂຶ້ນໃນເບື້ອງຕົ້ນ, ໄດ້ຕອບສະໜອງຄວາມຕ້ອງການນຳໃຊ້ແຮງງານຂອງວິສາຫະກິດໃຫ້ດີທີ່ສຸດ.”

ພາຍຫຼັງໄລຍະຝຶກງານ, ນັກສຶກສາກໍມີຄວາມໝັ້ນໃຈ, ສີມີແຮງງານກໍໄດ້ຮັບການຍົກສູງຂຶ້ນ, ດັ່ງນັ້ນ, ນັກສຶກສາສ່ວນຫຼາຍແມ່ນໄດ້ຮັບເຂົ້າເຮັດວຽກຢູ່ວິສາຫະກິດພາຍຫຼັງຮຽນຈົບ. ທ່ານນາງ ຫງວຽນເຍີດຮົ່ງ, ຜູ້ອຳນວຍການສູນພັດທະນາແຫຼ່ງຊັບພະຍາກອນ, ວິທະຍາໄລວິຊາຊີບ ຫວຽດ - ສ.ເກົາຫຼີ ແຂວງ ບັກຢາງ ຢັ້ງຢືນວ່າ ການສົ່ງນັກສຶກສາປີສຸດທ້າຍ ເຂົ້າມາໜູນຊ່ວຍວິສາຫະກິດໃຫ້ມີແຫຼ່ງແຮງງານເພີ່ມເຕີມເພື່ອຮັບໃຊ້ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ໄດ້ຊ່ວຍຫຼີກລ້ຽງສະພາບຕັດຕອນການດຸນສະໜອງແຮງງານ. ທ່ານນາງ ໃຫ້ຮູ້ວ່າ:

“ເມື່ອພວກຂ້າພະເຈົ້າປະຕິບັດໂຄງການນີ້, ນັກສຶກສາກໍດີໃຈຫຼາຍ ເພາະວ່າ ເມື່ອພວກນ້ອງຮຽນຍັງບໍ່ຈົບແຕ່ກໍມີວິສາຫະກິດຮັບເອົາເຂົ້າເຮັດວຽກແລ້ວ, ເວລາຝຶກງານກໍໄດ້ໄລ່ເປັນເວລາລອງວຽກ ແຕ່ຍັງໄດ້ຮັບເງິນເດືອນ 100%. ສະນັ້ນ, ເຂົາເຈົ້າດີໃຈຫຼາຍ ແລະ ກໍແມ່ນແຫຼ່ງກຳລັງໜູນໃຫ້ນັກສຶກສາຊຸດຮຽໜຕໍ່ໄປເຂົ້າຮ່ວມໂຄງການນີ້. ທາງວິສາຫະກິດກໍຕີລາຄາສູງສະຕິຄວາມຮັບຮູ້ຂອງນັກສຶກສາ”.

ຜ່ານໝາກຜົນທີ່ມີປະສິດທິຜົນເຊິ່ງບັນລຸໄດ້ໃນເບື້ອງຕົ້ນຂອງການຈັດສົ່ງນັກຮຽນ, ນັກສຶກສາປີສຸດທ້າຍປີຝຶກງານ, ສົມທົບກັບການໜູນຊ່ວຍວິສາຫະກິດທຳການຜະລິດ, ດຳເນີນທຸລະກິດ, ກົມໃຫຍ່ສຶກສາວິຊາຊີບ ຫາກໍອອກຂໍ້ຕົກລົງອະນຸຍາດໃຫ້ຮາກຖານສຶກສາວິຊາຊີບສາມາດຈັດການເສັງຈົບຊັ້ນຢູ່ຫົວໜ່ວຍທີ່ຕົນຝຶກງານເລີຍ. ນີ້ໄດ້ຮັບຖືວ່າ ແມ່ນທິດກ້າວເດີນທີ່ແທດເໝາະກັບສະພາບການຕົວຈິງທີ່ວ່າ “ຮັບມືຢ່າງປອດໄພມີໄຫວພິບ” ເພື່ອສາມາດຮັບສະໝັກເອົານັກສຶກສາເຂົ້າເຮັດວຽກພາຍຫຼັງເສັງຈົບຊັ້ນ, ຕອບສະໜອງຄວາມຕ້ອງການຊັບພະຍາກອນມະນຸດໃນໄລຍະຟື້ນຟູການຜະລິດຂອງວິສາຫະກິດ./.

ຕອບກັບ

ຂ່າວ/ບົດ​ອື່ນ