ສົ່ງອອກສິນໃນນ້ຳຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນໃຫ້ແກ່ພື້ນຖານ ເສດຖະກິດ

(vovworld)-ໃນ​ສະ​ພາບ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເວົ້າ​ລວມ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໃນ​​ໄລ​ຍະ​ມໍ່​ມານີ້ ມີ​ສັນ​ຍາ​ນຟື້ນ​ຕົວ ແລະ ​ເຕີບ​ໂຕຄືນ​ໃຫມ່. ພິ​ເສດ ສະ​ພາບ​ສົ່ງ​ອອກ​​ສິນ​ໃນ​ນ້ຳ​ບາງ​ປະ​ເພດສ​ຳ​ຄັນ​​ຄື: ກຸ້ງ, ປາ​ຈາ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ປະ​ກອບ​ສ່ວນ​ສ້າງ​ການ​ຫັນ​ປ່ຽນ​ໃນ​ຍອດ​ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ.

        ປີ 2013, ຕາມ​ການ​ຄາດ​ຄະ​ເນ​ກ່ອນນີ້​ແລ້ວ ​ປີ​ 2013 ແມ່ນ​ປີທີ່​ຫ​ຍຸ້ງ​ຍາກ​ສຳ​ລັບ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ໃນ​ສະ​ພາ​ບ​ສອງ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຄື:ກຸ້ງ ແລະ ປາ​ຈາ​ຖືກ​ຄວາມ​ສ່ຽງ​ຫລາຍ​ຢ່າງ​ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ໄພ​ທຳ​ມະ​ຊາດ ແລະ ຍາມ​ໃດ​​ກໍ​ປ​ະ​ເຊີນ​ຫ​ນ້າກັບ​ເລື່ອງ​ຖືກ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ ແລະ​ ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ຂອງຕະ​ຫລາດ​ສົ່ງ​ອອກ​ຢູ່​ບາງ​ປະ​ເທດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ​ຂະ​ແຫນງ​ສົ່ງ​ອອກ​ສິນ​ໃນ​ນ້ຳຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ ແລະ ຍັງ​ສືບ​ຕໍ່​ບັນ​ລຸ​ລະດັບ​ເຕີບ​ໂຕ​ສູງ​ພໍ​ສົມ​ຄວນ. ໄລ່​ແຕ່​ຕົ້ນ​ປ​ີ​ມາ​ຮອດ​ເດືອນ 10/2013, ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ ​ເວົ້າ​ລວມ​ບັນ​ລຸ​ໄດ້ 5,5 ຕື້ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 7,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ ການ​ສົ່ງ​ອອກ​ກຸ້ງ​ໄປ​ຍັງ​ຕະ​ຫລາດ​ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ ​ບັນ​ລຸ​ລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ສູງກວ່າ​ໝູ່ ແມ່ນ 2,4 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 30% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ທ່ານ ເຈືອງ​ດີງ​ແຮ່ວ, ເລ​ຂາ​ນຸ​ການ​ໃຫ​ຍ່ ສ​ະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດ​ນາມ (VASEP)ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໄປ​ຍັງ ເອີ​ລົບ ສືບ​ຕໍ່​ເພີ່ມ​ຂຶ້ນ ຍ້ອນ​ສິນ​ຄ້າ​ທີ່​ບັນ​ດາ​ປະ​ເທດ​ອື່ນ​​ສົ່ງ​ໄປ​ຂາຍ​ຢູ່​ປະ​ເທດ​ເຫລົ່າ​ນີ້ຫລຸດ​ລົງ. ສຳ​ລັບ​ຕະ​ຫລາດ​ອາ​ເມ​ລິ​ກາ, ບັນ​ດາ​ວິ​ສາ​ຫະ​ກິດ ຈະ​ສືບ​ຕໍ່​​ຮັກ​ສາ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ຕາມ​ລະ​ບົບ​ສະ​ຫນອງ.”

ສົ່ງອອກສິນໃນນ້ຳຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນໃຫ້ແກ່ພື້ນຖານ ເສດຖະກິດ - ảnh 1
ປຸງແຕ່ງກຸ້ງເພື່ອສົ່ງອອກ
ພາບ:internet

        ປະ​ຈຸ​ບັນ, ອາ​ເມ​ລິ​ກາ ຍັງ​ຄົງ​ແມ່ນ​ຕະ​ຫລາດ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ຈາກ​ຫວຽດ​ນາມ​ຫລາຍກວ່າ​ໝູ່, ກວມກວ່າ 21% ຍອດ​ວົງ​ເງິນ​ສິນ​ຄ້າສົ່ງ​ອອກ. ໃນ​ເດືອນ 10/2013, ສ​ະ​ເພາະ​ການ​ສົ່ງ​ອອກ​ກ​ຸ້ງ​ໄປ​ຍັງ​ຕະ​ຫລາດນີ້​ບັນ​ລຸກວ່າ 1 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ​ເກືອບ 15% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ວັນ​ທີ 10/9 ຜ່ານ​ມາ, ກະ​ຊວງ​ການ​ຄ້າ ອາ​ເມ​ລິ​ກາ ຮັບ​ຮອງ​ວ່າ ກຸ້ງ​ຂອງ​ຫວຽດ​ນາມ​ສົ່ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ ບໍ່​ຂາຍ​ບຸ​ບ​ລາ​ຄາ ແລະ ຕົກ​ລົງ​ຈັດ​ວາງ​ພາ​ສີ​ໃນ​ລະດັບ 0% ໃຫ້​​ວິ​ສາ​ຫະ​ກິດ​ສົ່ງ​ອອ​ກ​ກຸ້ງ​ຫວຽດ​ນາມ 33 ແຫ່ງ ແລະ ການ​ສົ່ງ​ອອກ​ກຸ້ງ​ໄປ​ຍັງ​ຕະ​ຫລາດ​ອາ​ເມ​ລິ​ກາ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ. ດ້ວຍ​ບັນ​ດາ​ຄວາມ​ຄືບ​ຫ​ນ້າ​ທີ່​ສະ​ດວກ​ຄື​ປະ​ຈຸ​ບັນ, ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດ​ນາມ ຄາດ​ວ່າ ການ​ສົ່ງ​ອອ​ກ​ກຸ້ງ​ປີນີ້ ຈະ​ບັນ​ລຸ​ປະ​ມານ 2,8 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 27% ເມື່ອ​ທຽບ​ໃສ່​ປີ 2012. ສ່ວນ​ສຳ​ລັບ​ປາ​ຈາ, ເຖິງວ່າ​ການ​ສົ່ງ​ອອກ​ປະ​ເພດ​ສິນ​ຄ້ານີ້​ຍັງ​ຫລຸດ​ລົງ​ຍ້ອນ​ຄວາມ​ຕ້ອງ​​ການຂອງ​ໂລກບໍ່​ທັນ​ຟື້ນ​ຕົວກໍ​ຕາມ, ແຕ່​ໃນ 10 ເດືອນ​ຜ່ານ​ມາ​ກໍ​ບັນ​ລຸ​ວົງ​ເງິນ 1,43 ຕື້​ໂດ​ລາ​ສະ​ຫະ​ລັດ. ເພື່ອ​ຟື້ນ​ຕົວ​ມູນ​ຄ່າ​ດ້ານ​ເສດ​ຖະ​ກິດ​ຈາກ​ການ​ສົ່ງ​ອອກ​ປາ​ຈາ, ຄຽງ​ຄູ່​ກັບ​ການ​ເປັນ​ເຈົ້າ​ການ​ໃນ​ກາ​ນ​ຊອກ​ຫາ, ພັດ​ທະ​ນາ​ຕະ​ຫລາດ​ໃຫມ່, ຂະ​ແຫນງ​ສິນ​ໃນ​ນ້ຳ​ຫວຽດ​ນາມ​ພວມ​ປະ​ຕິ​ບັດ​ການວາງແຜນ​ສ້າງ​ເຂດ​ລ້ຽງ​ປາ​​ຄືນ​ໃຫມ່ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ປຸງ​ແຕ່ງ, ຫລິກ​ລ້ຽງ​ການ​ອີງ​ໃສ່ ແລະ ປະ​ຕິ​ບັດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ ບູ່ຍ​ວັນ​ຕາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຢືນ​ຢັນ​ວ່າ: ການ​ຂຸດ​ຄົ້ນ ແລະ ປູກ​ລ້ຽງ​ສິນ​ໃນ​ນ້ຳ​ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ 5  ຂະ​ແຫນງ​ປາຍ​ແຫລ​ມ​ທີ່​ສຸ​ມ​ໃສ່​ພັດ​ທະ​ນາ​ໃນ​ແຜ​ນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່​ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ.

        “ກົມ​ໃຫ​ຍ່​ສິນ​ໃນ​ນ້ຳ ຕ້ອງ​ພ​ອ້ມ​ກັບ​ກົມ​ໃຫ​ຍ່​ຊົນ​ລະ​ປະ​ທານ ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ວາງ​ແຜນ​​ບັນ​ດາ​ເຂດ​​ລ້ຽງ​ປູກ​ສ​ິນ​ໃນ​ນ້ຳ, ພິ​ເສດ ແມ່ນ​ບັນ​ດາ​ເຂດ​ລ້ຽງ​ກຸ້ງ ແລະ ລ້ຽງ​ປາ​ຈາ​ຄື​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ຈາກນັ້ນ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ລົງ​ທຶນ​ໃຫ້​ແກ່​ຊົນ​ລະ​ປະ​ທານ​ເພື່ອ​ລົງ​ທຶນ​ພັດ​ທະ​ນາ​ເຂດ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຄື​ແນວ​ໃດ, ເປັນ​ຕົ້ນ​ສຳ​ລັບ​ບັນ​ດາ​ເຂດ​ລ້ຽງ​ປູກ​ເປັນ​ຈຸດ​ສຸມ.”

        ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ VASEP ກໍ​ໄດ້​ຍື່ນ​ສະ​ເຫ​ນີ​ຕໍ່​ລັດ​ຖະ​ບານ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ສ້າງ​ການ​ຜະ​ລິດ ແລະ ຈຳ​ຫ​ນ່າຍ​ປາ​ຈາ​ຄືນ​ໃຫມ່. VASEP ກໍ່​ໄດ​້​ຜັ​ນ​ຂະ​ຫ​ຍາຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຮູບ​ແບບ​​ອົງ​ການ​ຫ​ນຶ່ງດຽວ​ຮັບ​ຜິດ​ຊອບ​ການສົ່ງ​ອອກປາ​ຈາ​ໄປ​ຍັງ​ຕະ​ຫລາດ ອີ​ຢູ ນັບ​ແຕ່​ຕົ້ນ​ປີ 2014. ອົງ​ການນີ້ ຈະ​ຮັບ​ຜິດ​ຊອບ​ຂັ້ນ​ຕອນ​ທັງ​ໝົດ ຈາກການ​ບໍ​ລິ​ການ​​ຕົວ​ແທນ​ຂົນ​ສົ່ງ, ຄັງ​ສາງ​ບັນ​ຈຸ​ສິ​ນ​ຄ​້າ​ເພື່ອ​ເຮັດ​ລະ​ບຽບ​ການ​ພາ​ສີ, ການ​ປະ​ມູນ​ໃນ​ສູນ​ທຸລະ​ກຳເອ​ເລັກ​ໂຕ​ນິກ, ຈັດ​ສົ່ງ​ສິນ​ຄ້າ​ເຖິງ​ລູກ​ຄ້າ ແລະ ເຮັດ​ບໍ​ລິ​ການ​ຊຳ​ລະ ສຳ​ລັບ​ປະ​ເພດ​ປາ​ຈາ ແຊ​ເຢັນ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່​ສົ່ງ​ອອກ​ໄປ​ຍັງ 28 ປະ​ເທດ​ສະ​ມາ​ຊິກ ອີ​ຢູ.

        ຕາມ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ​ແລ້ວ, ຖ້າ​ທຸກວຽກ​ງານ​ແມ່ນ​ສະ​ດວກ​ຄື​: ​ເສດ​ຖະ​ກິດ ເອີ​ລົບ ແລະ ອາ​ເມ​ລິ​ກາ ຟື້ນ​ຕົວ​ດີ, ພ້ອມ​ທັງ​ແກ​້​ໄຂ​ບັນ​ດາ​ກໍ​ລະ​ນີ​ຟ້ອງ​ຮ້ອງ ແລະ ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ, ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ໃນ​ປີ 2013 ອາດ​ຈະ​ບັນ​ລຸ 6,5 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 4,3 % ເມື່ອ​ທຽບ​ໃສ່​ປີ 2012.

ຕອບກັບ

ຂ່າວ/ບົດ​ອື່ນ