ສິນຄ້າຫວຽດນາມແຊກຊືມເຂົ້າຕະຫລາດຕາເວັນອອກກາງ-ອາຟຼິກາເຫນືອ

(vovworld)- ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໃນ​ຂະນະ​ທີ່ບັນດາ​ຕະຫລາດ​ຕ່າງໆໃນ​ໂລກ​ພວມ​ມີ​ທ່າ​ອ່ຽງຊັກ​ຊ້າ​ລົງ​ນັ້ນ ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ພັດແມ່ນ​ຕະຫລາດ​ສົ່ງ​ອອກ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ​ເຖິງ​ວ່າ ວົ​ງ​ເງິນ​ການ​ຄ້າ​ເພີ່ມ​ຂຶ້ນ​​ພໍ​ສົມຄວນ ​ແຕ່​ເບິ່ງ​ລວມ​ແລ້ວ ລະດັບ​ເພີ່ມ​ຂຶ້ນ​ນີ້​ຍັງບໍ່​ທັນ​ສົມ​ກັບ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ​ຂອງ​ແຕ່ລະ​ຝ່າຍ​ເທື່ອ. ​ເຮັດ​​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ທ່າ​ໄດ້​ປຽບ​ນີ້​ເພື່ອ​ພ້ອມ​ກັນ​ພັດທະນາ ​ນັ້ນ​ແມ​່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ແອ​ງຮ່ວຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: ສິນຄ້າ​ຫວຽດນາມ​ແຊກຊືມ​ເຂົ້າ​ຕະຫລາດ​ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ.

ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ແມ່ນ​ຕະຫລາດ​ໃຫຍ່ ດ້ວຍ​ພົນລະ​ເມືອງ​ກວ່າ 520 ລ້ານ​ຄົນ, ຫລາຍ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ເສດຖະກິດ, ​ແຫ​ລ່ງສະ​ສົມ​ເງິນຕາ​ຕ່າງປະ​ເທດ​​ແມ່ນ​ອຸດົມສົມບູນ, ພິ​ເສດ​ຄວາມ​ຕ້ອງການ​ສິນຄ້າ​​ແມ່ນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ສອດ​ຄ່ອງ​ກັບ​ໂຄງ​ປະກອບ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ.

ສິນຄ້າຫວຽດນາມແຊກຊືມເຂົ້າຕະຫລາດຕາເວັນອອກກາງ-ອາຟຼິກາເຫນືອ - ảnh 1
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສເສດຖະກິດ
ລະຫວ່າງຫວຽດນາມກັບຄູ່ຮ່ວມມືຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ
ພາບ:moit.gov.vn

        ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ໄດ້​ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພົວພັນ​ດ້ານ​ເສດຖະກິດ ການ​ຄ້າ, ການ​ລົງທຶນ ລະຫວ່າງ​ຫວຽດນາມ ກັບ​ພາກ​ພື້ນ​ນີ້ ​ແມ່ນ​ພັດທະນາ​ຢ່າງ​ແຂງ​ແຮງ. ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ກັບ ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ໃນ​ປີ 2012 ບັນລຸ 7,4 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 900% ​ເມື່ອ​ທຽບ​ໃສ່ 10 ປີ​ກ່ອນ​ນີ້, ​ໃນ​ນັ້ນ ວົງ​ເງິນ​ການ​ຄ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໄດ້​ລື່ນ​ກາຍ​ລະດັບ 1 ຕື້ USD/ປີ. ​ເບິ່ງ​ລວມ​ແລ້ວ, ​ໂຄງ​ປະກອບ​ສິນຄ້າ​ຂາ​ອອກ​ຂາ​ເຂົ້າຂອງ​ບັນດາ​ຝ່າຍ​ລ້ວນ​ແຕ່​ມີ​ລັກສະນະ​ເພີ່ມ​ເຕີມ​ໃຫ້​ກັນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຍ້ອນ​ຫລາຍ​ສາຍ​ເຫດ ສະ​ນັ້ນ​ ​ປະສິດທິ​ຜົນ​ຕົວ​ຈິ່ງບໍ່​ຄື​ດັ່ງ​ຄວາ​ມ​ຫວັງ.

        ທີ່​ກ​ອງປະຊຸມ​ສຳ​ມະ​ນາ​ຫວ່າງ​ແລ້ວ​ນີ້ ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມຈັດ​ຕັ້ງ​ຂຶ້ນ, ມີ​ຫລາຍຄຳ​ເຫັນ​ ​ໄດ້​ໄຈ້​ແຍກ​ວ່າ​: ທີ່​ຕັ້ງພູມສາດ, ການ​ສະຫນອງ-​ຄວາມ​ຕ້ອງການ​ບໍ່​ທັນ​ສົມ​ຄູ່​, ການ​ໂຄສະນາ​ບໍ່​ທັນ​ມີ​ປະສິດທິ​ຜົນ ນັ້ນ​ແມ່ນ​ສາຍ​ເຫດ​ຕົ້ນຕໍ. ຄຽງ​ຄູ່ກັນ​ນັ້ນ, ຍັງ​ມີ​ຂໍ້ຄົງ​ຄ້າງ​ຫລາຍ​ຢ່າງ​ຈາກ​ວິ​ສາ​ຫະກິດ​ເອງ ​ແລະ ລັດຖະບານ ຄື: ຂາດ​ຂໍ້​ມູນ​ຂ່າວສານ, ບໍ່​ກ້າ​ຮ່ວມ​ມື​ລົງທຶນ, ຍັງ​ລັ່ງ​ເລ​ໃຈ​ຕໍ່​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ. ​ເຖິງ​ວ່າ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ຢືນ​ອັນ​ດັບ 2 ​ໃນ​ໂລກກໍ​ຕາມ, ​ແຕ່​ເຂົ້າສານ ຫວຽດນາມ ​ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ​ຍັງຢູ່​ໃນ​ລະດັບ​ຕຳ່.  ທ່ານນາງ ຟ້າ​ມທີ​ຮ່າ​ແອ​ງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ທັນ​ຍາ​ຫານ ບີ່​ງມີ​ງ ​ແບ່ງປັນ​ວ່າ:

        “​ເມື່ອ​ເຂົ້າ​ຮ່ວມ​ບັນດາ​ຕະຫລາດ​ນີ້, ວິ​ສາ​ຫະກິດ​ຕ້ອງ​ກຳນົດ​ໄດ້​ຈຸດໝາຍ, ຍຸດ​ທະ​ສາດ​ຂອງ​ຕົນ ​ແລະ ຕະຫລາດ​ຂອງ​ຕົນ​ຄ​ື​ແນວ​ໃດ. ​ເມື່ອ​ສຳ​ພັດ​ກັບ​ລູກ​ຄ້າ, ຕອ້ງຊອກ​ຮູ້​​ເບິ່ງ​ວ່າລູກ​ຄ້າ​ຕ້ອງການ​ຫຍັງ​ເພື່ອ​ໃຫ້​​ເຮົາ​ສາມາດ​ຕອບ​ສະຫນອງ​.”

        ​ໃນ​ສະພາບ​ການ​ຊຸດ​ໂຊມ​​ເສດຖະກິດ​ໂລກ​ໄດ້ສົ່ງຜົນ​ກະທົບ​ເຖິງ​ຫລາຍ​ປະ​ເທດ, ບັນດາ​ຕະຫລາດ​ເດີມ​ຄື ອາ​ເມ​ລິ​ກາ, ​ເອີ​ລົບ, ຍີ່​ປຸ່ນ ຄວາມ​ຕ້ອງການ​ບໍ​ລີ​ໂພ​ກອຸປະ​ໂພ​ກສິນຄ້າ​ນັບ​ມື້​ນັບ​ຫລຸດ​ລົງ, ​ເລື່ອງ​ຫັນ​ທິດ​ໄປ​ສູ່​ຕະຫລາດ ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ແມ່ນ​ທິດ​ຕັ້ງຫນ້າ​​ໃນປະຈຸ​ບັນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ມີ​ຄວາມ​ສະດວກ​ກວ່າ, ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ຂອງ​ຫວຽດນາມ ຕັ້ງຫນ້າ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ສຳ​ຫລວດ​ຕະຫລາດ ​ແລ້ວ, ຍັງ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ສ້າງ​ເຄືອ​ຂ່າຍ​ແຈກ​ຢາຍ​ຜະລິດ​ຕະພັນ, ​ເປີດ​ສາ​ຂາ​ຕົວ​ແທນຈຳຫນ່າຍ ​ແລະ ສຳຄັນ​ແມ່ນ​ຕິດ​ຕາມ​ສະພາບ​ການ​ເມືອງ​, ການ​ຜັນ​ແປ​​ໃຫມ່​ຢູ່​ຕະຫລາດ​ດັ່ງກ່າວ​ເປັນ​ປະຈຳ​ເພື່ອ​ສະ​ຫນອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເພື່ອ​ຫລີກ​ລ້ຽງ​ຄວາມ​ສ່ຽງ. ທ່ານ ຫວູຫາຍ​ບັ່ງ, ຫົວຫນ້າ​ກົມ​ອາ​ຊີ ຕາ​ເວັນ​ຕົກ-​ອາ​ຟຼິກາ, ສັດ​ກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ສະ​ເຫ​ນີລັດຖະບານ ​ເຜີຍ​ແຜ່​ບັນດາ​ຂໍ້​ກຳນົດ​ດ້ານ​ກົດໝາຍ​ຢູ່​ບັນດາ​ປະ​ເທດ​ ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ກຳ​ແຫນ້ນ, ຫລີກ​ລ້ຽງ​ຄວາມ​ສ່ຽງ. ດ້ານ​ອື່ນ, ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ​ພາຍ​ໃນ​ປະ​ເທດ ພວກ​ຂ້າພະ​ເຈົ້າ​ພວມ​ສະ​ເຫ​ນີ ຕ້ອງ​ມີ​ກົນ​ໄກ​ການ​ເງິນ​ຢ່າງ​ກວ້າງຂວາງ ​ແລະ ​ສະດວກ​ສະບາຍ​ກວ່າ,​ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ມີ​ຄວາມ​ສາມາ​ດບົ່ມ​ຊ້ອນ​, ກຳລັງ​ຄວາມ​ສາມາດ​ເພື່ອ​ສຳ​ພັດ​ກັບ​ຕະຫລາດ​ດັ່ງກ່າວ. ຕ້ອງ​ຊອກ​ຫາ​ວິທີ​ແກ້​ໄຂ​ເພື່ອ​ໃຫ້​ມີ​ກຳລັງ​ແຮງ​ຢ່າງ​ພຽງ​ພໍ​ເພື່ອ​ແກ້ງ​ແຍ້​ງກັບ​ຕະຫລາດ​ດັ່ງກ່າວ.”

         ລົບ​ລ້າງ​ຮົ້ວ​ກີດຂວາງ, ​ແກ​້​ໄຂ​ຄວາມ​ຫຍຸ້ງຍາກ, ຊອກ​ທິດ​ທາງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ ນັ້ນ​ກໍ​ແມ່ນ​ຈຸດປະສົງ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ຄູ່​ຮ່ວມ​ມື ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 4 ​ແລະ 5/11 ຢູ່ ຮ່າ​ໂນ້ຍ. ຕາມ​ທ່ານ​ນາງຮອງ​ລັດຖະມົນຕີ​ການຕ່າງປະ​ເທດ​ຫວຽດນາມ ຫງວຽນ​ທິ​ເຟືອງ​ງາ ​ແລ້ວ, ​ເປັນ​ຄັ້ງ​ທຳ​ອິດ ​ເວທີ​ປາ​ໄສ​ຂອບ​ຂະຫນາດ​ໃຫຍ່​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ, ​ໂດ​ຍ​ເຕົ້າ​ໂຮມ​ຜູ້​ແທນ​ຫລາຍ​ທ່ານທີ່​ຕາງຫນ້າ​ໃຫ້​ລັດຖະບານ​, ກະຊວງ, ຂະ​ແຫນງ​ການ, ວິ​ສາ​ຫະກິດ ​ແລະ ບັນດາ​ນັກ​ວາງ​ແຜນນະ​ໂຍບາຍ​ຂອງ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ຫວັງ​ວ່າແມ່ນ​ກາລະ​ໂອກາດ​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​​ເຂົ້າ​ຕະຫລາດ ຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ​ແລະ ກົງກັນຂ້າມ.

        “ກອບ​ກົດໝາຍ​ຂອງ​ພວກ​ເຮົາ​ຍັງບໍ່​ທັນ​ສົມບູນ​ແບບ​ເທື່ອ. ພວກ​ເຮົາ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື ​ແຕ່​ບໍ່​ແມ່ນ​ສຳລັບ​ຄູ່​ຮ່ວມ​ມື​ທັງ​ໝົດ. ນັ້ນ​ແມ່ນ​ບັນດາ​ບັນຫາ​ວາງ​ອອກ ​ແລະ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ຢາກ​ຜ່ານ​ເວທີ​ປາ​ໄສ​ຈະ​ຊອກ​ຫາໄດ້​ບັນດາ​ມາດ​ຕະການ​ເພື່ອ​ລົບ​ລ້າງ, ​ແກ້​ໄຂ​ຂໍ້​ຕິດ​ຂັດ,​ ຮົ້ວ​ກີດຂວາງ, ​ເຮັດ​ແນວ​ໃດ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ທັງ​ສອງ​ຝ່າຍ​ສຳ​ພັດ​ກັບ​ຕະຫລາດ, ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ທີ່​ສຸດ.”

         ຄາດ​ຄະ​ເນ​ວ່າ ປີ 2013, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ຫວຽດນາມ​ກັບ ພາກ​ພື້ນຕາ​ເວັນ​ອອກ​ກາງ-​ອາ​ຟຼິກາ​ເຫນືອ ສືບ​ຕໍ່​ເພີ່ມ​ຂຶ້ນ. ດ້ວຍ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ພ້ອມ​ກັບ​ວິວັດ​ການ​ຮ່ວມ​ມື​ຢ່າງ​ເໝາະ​ສົມ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ສອງ​ຝ່າຍ, ​ໄລຍະ​ຈະ​ມາ​ເຖິງ ​ແນ່ນອນ​ວ່າ ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງຫນ້າ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ຫວຽດນາມ​ກັບ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ