ສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບພັນທະມິດເສດຖະກິດ ອາຊີ - ເອີລົບ ສ້າງກາລະໂອກາດພັດທະນາ

(vovworld)-ພາຍ​ຫລັງ​ເຈ​ລະ​ຈາ​ມາ​ເປ​ັນ​ເວ​ລາ 2 ປີ, ວັນ​ທີ 29/5 ຜ່ານ​ມາ, ຫວຽດນາມ ໄດ້​ລົງ​ນາ​ມ​ໃນ​ສັນ​ຍາ​ການ​ຄ້​າ​ເສ​ລີ​ກັບ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຢ່າງ​ເ​ປັ​ນ​ທາງ​ການ. ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ດັ່ງ​ກ່າວ​ໄດ້​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ໃຫຍ່​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກບັນ​ດາ​ປະ​ເພດ​ສິນ​ຄ້າ​ມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ​ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ຫນັງ, ເຄື່ອງ​ເຟີ​ນີ​ເຈີ ແລະ ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈຳ​ນວນ​ຫນຶ່ງ.
ສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບພັນທະມິດເສດຖະກິດ ອາຊີ - ເອີລົບ ສ້າງກາລະໂອກາດພັດທະນາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ 5 ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ
ທີ່​ພິ​ທີ​ລົງ​ນາມ​ສັນ​ຍາ FTA
ພາບ:chinhphu.vn

        ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ, ໃນ​ນັ້ນ ລວມ​ມີ​ບັນ​ດາ​ປະ​ເທດ​ຄື: ລັດ​ເຊຍ, ອາກ​ເມ​ນີ​ອາ, ເບ​ລາ​ຣຸດ, ກາ​ຊັກ​ສະ​ຖານ ແມ່ນ​ອົງ​ການ​ເສດ​ຖະ​ກິດ​ທີ່ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ແຕ່​ມີ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ມຸ່ງ​ໄປ​ເຖິງ​ເຂດ​ເສດ​ຖະ​ກິດ​ເປັນ​ເອ​ກະ​ພາບ. ທ່ານ Khorixtenco, ປະ​ທານ​ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຢືນ​ຢັນ​ວ່າ: ນີ້​ແມ່ນ​ສັນ​ຍາ​ໃຫມ່, ທັນ​ສະ​ໄຫມ ແລະ ຮອບ​ດ້ານ ດ້ວຍ​ບັນ​ດາ​ຄວາມ​ໄຫວ​ພິບ​ທີ່​ຈຳ​ເປັນ, ມີ​ຄຳ​ໝັ້​ນ​ສັນ​ຍາ​ຢູ່​ໃນ​ລະ​ດັບ​ສູງ, ຮັບ​ປະ​ກັນ​ຄວາມ​​ສົມ​ດູນ​ຜົນ​ປະ​ໂຫຍດ ແລະ ຄິດ​ໄລ່​ເຖິງ​ເງື່ອນ​ໄຂ​ລະ​ອຽດ​ຂອງ​ແຕ່​ລະ​ຝ່າຍ. ສັນ​ຍາ​ສະ​ບັບ​ນີ້ ຈະ​ຊ່ວຍ​ໃຫ້ບັນ​ດາວິ​ສາ​ຫະ​ກິດ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ຕະ​ຫລາດ​ຈຳ​ຫນ່າຍ​ທີ່ກວ້າງ​ໃຫຍ່, ໄດ້​ຊົມ​ໃຊ້​ຫລາຍ​ເງື່ອ​ນ​ໄຂ​ບຸ​ລິ​ມະ​ສິດ, ຫັນ​ດ້ານ​ພາ​ສີ​ເປັນ​ງ່າຍ​ດາຍ, ຊ່ວຍ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ຄ​້າ, ບໍ​ລິ​ການ ແລະ ການ​ລົງ​ທ​ຶນ​ຂອງ​ຫວຽດ​ນາມ. ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຈະ​ສະ​ຫງວນ​ໃຫ້​ກັນ​​ໃນ​ການ​ເປີດ​ປະ​ຕູ​ຕະ​ຫລາດ​ສິນ​ຄ້າ​​ດ້ວຍປະ​ມານ 90% ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ.

        ສຳ​ລັບ​ຫວຽດ​ນາມ, ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້ານີ້ ສືບ​ຕໍ່​ຢືນ​ຢັນ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ ໃນ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ຈຸດ​ໝາຍ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ ໃນ​ການ​ລົງ​ນາ​ມ​​ສັນ​ຍາ​ດັ່ງ​ກ່າວ​ແມ່ນ​ແນ​ໃສ່​ບັນ​ລຸ​ຜົນ​ປະ​ໂຫຍດ​ພື້​ນ​ຖານ​ດ້ານ​ເສດ​ຖະ​ກິດ ຜ່ານ​ການ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ການ​ຜ​ະ​​ລິດ​ພາຍ​ໃນ​ປະ​ເທດ, ສ້າງ​ກາ​ລະ​ໂອ​ກາດ​ໃຫ້ແກ່​ການ​ຊຸກ​ຍູ້​ດ້ານ​ການ​ຄ້າ, ການ​ບໍ​ລິ​ການ, ການ​ລົງ​ທຶນ, ຫັນ​ບັນ​ດາ​ຕະ​ຫລາດ​ນຳ​ເຂົ້າ​ສົ່ງ​ອອກ​ເປັນ​ຫລາຍ​ຮ​ູບ​ຫລາຍ​ແບບ, ຫລີກ​ລ້ຽງ​ການ​ຂຶ້ນ​ກັບ​ຕະ​ຫ​ລາດ​ຫນຶ່ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ:

        “ສັນ​ຍາ​ສະ​ບັບ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ​ແມ່ນກຳ​ລັງ​ຫນູນ​ຂອງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກ. ດ້ວຍ​ອົງ​ປະ​ກອບ​ເສດ​ຖະ​ກິດ, ສິນ​ຄ້າ​ເພີ່ມ​ເຕີມ​ໃຫ້​ກັນ ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ, ສັນ​ຍາ​ການ​ຄ້າ​ເສ​ລີ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຕ່​ລະ​ປະ​ເທດ, ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ດ້ານ​ການ​ຄ້າ, ບໍ​ລິ​ການ, ການ​ລົງ​ທຶນ​ສອງ​ຝ່າຍ ແລະ ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ພາກ​ພື້ນ. ​ໂດຍແມ່ນ​ສະ​ມາ​ຊິກ​ຂະ​ຫ​ຍັນ​ຂັນ​ເຄື່ອນ​ຂອງ​ອາ​ຊຽນ, ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໃຫ້ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ເປີດກວ້າງ​ການ​ພົ​ວ​ພັນ​ກັບ​ປະ​ຊາ​ຄົມ​ອາ​ຊຽນ ຊື່ງ​ແມ່ນ​ຕະ​ຫລາດ​ເປັນ​ເອ​ກະ​ພາບ​ ແລະ ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ດ້ວຍພົນ​ລະ​ເມືອງກວ່າ 600 ລ້ານ​ຄົນ, GDP ບັນ​ລຸ​ປະ​ມານ 2.500 ຕື້ USD.”

        ຈຸດ​ທີ່​ແຕກ​ຕ່າງ​ກັນ ແລະ ພິ​ເສດ​ທີ່​ສຸດ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ກັບ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ນັ້ນ​ແມ່ນ ສິນ​ຄ້າ ສົ່ງ​ອອກ ​ນຳ​ເຂົ້າ​​ລະ​ຫວ່າງ​ສອງ​ຝ່າຍ ສ່ວນ​ຫລາຍ​ແມ່ນ​ເພີ່ມ​ເຕີມ​ໃຫ້​ກັນ. ມີ​ເນື້ອ​ໃນ​ຫນຶ່ງ​ທີ່​ສຳ​ຄັນ​ຂອງ​ສັນ​ຍາ ນັ້ນ​ແມ່ນ ບັນ​ດາ​ປະ​ເທດ ສະ​ມາ​ຊິກ ຈະ​ນຳ​ໃຊ້​ລະ​ດັບ​ພາ​ສີ 0% ໃຫ້​ປະ​ເພດ​ສິນ​ຄ້າ​ສິນ​ໃນ​ນ້ຳ​ທັງ​ໝົດ​ຂອງ​ຫວຽດ​ນາມ ພາຍ​ຫລັງ​ສັນ​ຍາ​ດັ່ງ​ກ່າວ​ມີ​ຜົນ​ສັກ​ສິດ. ນີ້​ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ເປີດກວ້າງ​ຕະ​ຫລາດ​ສົ່ງ​ອອກ ຊື່ງ​ລັດ​ຖະ​ບານ​ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ. ທ່ານ ຫວູ​ຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ຕາມ​ຄຳ​ໝັ້ນ​ສັນ​ຍາ ນັບ​ແຕ່​ປີ​ທຳ​ອິດ​ເມື່ອ​ສັນ​ຍາ​ດັ່ງ​ກ່າວມີ​ຜົນ​ສັກ​ສິດ, ຈະ​ມີ​ສິນ​ຄ້າ​ ຫລາຍ​ປະ​ເພດ ຂອງ​ຫວຽດ​ນາມ​ ​ທີ່​ມີ​ທ່າ​ແຮງ ພິ​ເສດ ແມ່ນ​ສິນ​ໃນ​ນ້ຳ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ ຈະ​ໄດ້​ຊົມ​ໃຊ້​ອັດ​ຕາ​ພາ​ສີ 0%. ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ຫນັງ, ເຄື່ອງ​ເຟີ​ນີ​ເຈີ ແລະ ຜະ​ລິ​ດ​ຕະ​ພັນ​ປຸງ​ແຕ່ງ​​ອື່ນຈຳ​ນວນ​ຫນຶ່ງກໍ​ໄດ້​ຊົມ​ໃຊ້​ບຸ​ລິ​ມະ​ສິດ​ຈາກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ  ສ້າງຄວາມ​ສະ​ດວກ​ໃຫ້​ແກ່​ຫວຽດ​ນາມ ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ສັນ​ຍາ. ກົງ​ກັນ​ຂ້າມ, ຫວຽດ​ນາມ ກ​ໍ​ເປີດ​ປະ​ຕູ​ສຳ​ລັບ​ສິນ​ຄ້າ​ບາງ​ປະ​ເພດ​ຊື່ງພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ມີ​ທ່າ​ແຮງ  ແລະ ຫວຽດ​ນາມ ພວມ​ຕ້ອງ​ການ​ທີ່​ສຸດ, ໃນ​ນັ້ນ ພິ​ເສດ ແມ່ນ​ກົນ​ຈັກ, ອຸ​ປະ​ກອນ, ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ຈຳ​ນວນ​ຫນຶ່ງ.”

        ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ແລ້ວ, ເບິ່ງ​ລວມ​ແລ້ວບັນ​ດາ​ປະ​ເພດ​ສິນ​ຄ້າ​ຊື່ງຫວຽດ​ນາມ ເປີດ​ປະ​ຕູ​ໃຫ້ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ​ສ່ວນ​ຫລາຍບໍ່​ແກ້ງ​ແຍ້ງ​ກັບ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ, ກົງ​ກັນ​ຂ້າມ ຍັ​ງ​ປະ​ກອບ​ສ່ວນ​ຫັນ​ຕະ​ຫລາດ​ຈຳ​ຫນ່າຍ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ຕາມ​ການ​ຄິດ​ໄລ່​ພາຍ​ຫລັງ​ສັນ​ຍາ​ມີ​ຜົນ​ສັກ​ສິດ ສະ​ເລ່ຍ​​ ປ​ີ​ຫນຶ່ງ ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ຈະ​ເພີ່ມ​ຂຶ້ນ​ປະ​ມານ 18-20%, ສູງກວ່າ​ລະ​ດັບ​ເພີ່ມ​​ການ​ສົ່ງ​ອອກ​ສິນ​ຄ້າຂອງ​ບັນ​ດາ​ປະ​ເທດ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ເຂົ້າ​ຫ​ວຽດ​ນາມ. ຄາດ​ວ່າ ຮອດ​ປີ 2020, ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຈະ​ບັນ​ລຸ​ຢ່າງ​ຫນ້ອຍ​ສຸດ 10 ຕື້ USD. ບໍ່​ພຽງ​ແຕ່​ບັນ​ລຸ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ກ່ຽວ​ກັບ​ເສດ​ຖະ​ກິດ ຜ່ານ​ການ​ລົງ​ນາມ​​ບັນ​ດາສັນ​ຍາ​ການ​ຄ້າ​ເສ​ລີ ຈະ​ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ, ສ້າງ​ກາ​ລະ​ໂອ​ກາດ​ຊຸກ​ຍູ້​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ຫັນ​ບັນ​ດາ​ຕະ​ຫລາດ​ສົ່ງ​ອອກ​ນຳ​ເຂົ້າ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ນີ້​ກໍ​ແມ່ນ​ທັດ​ສະ​ນະ​ຊື່ງ​ລັດ​ຖະ​ບານ​ຫວຽດ​ນາມ ພວມ​ຕັ້ງ​ຫນ້າ​ຫັນ​ວິ​ວັດ​ການ​ຍູ້​ແຮງ​ການ​ເຊື່ອ​ມ​ໂຍງ​ເຂົ້​າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ