ສືບຕໍ່ເພີ່ມທະວີການຄວບຄຸມການລົງທຶນຂອງລັດ

ສືບຕໍ່ເພີ່ມທະວີການຄວບຄຸມການລົງທຶນຂອງລັດ - ảnh 1
(ພາບ:www.baodienbienphu.info.vn)

ຄຳ​ສັ່ງເລກທີ 1792 ຂອງ​ລັດຖະບານ ວາງອອກຫວ່າງ​ແລ້ວ​ນີ້​, ອີກ​ຄັ້ງ​ຫນຶ່ງ​ໄດ້​​ເປັນ​ການຢືນຢັນ​​ໃນ​ການສືບ​ຕໍ່​ຄວບ​ຄຸມການ​ລົງທຶນຂອງ​ລັດ, ຕາມ​ນັ້ນ​ແລ້ວ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ້ອງ​ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດ​ລົງຢ່າງ​ວ່ອງ​ໄວ, ລະດົມ​ແຫ​ລ່ງທຶນ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ລົງທຶນ​ເຂົ້າ​ບັນດາໂຄງການ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດສັງຄົມ. ພິ​ເສດ​ແມນ ຈະ​ບໍ່​ຈັດ​ແບ່ງ​ທຶນ​ໃຫ້​ແກ່​ບັນດາ​ໂຄງການ​ອາດ​ຈະ​ຫັນປ່ຽນ​​ຮູບ​ການ​ລົງທຶນ​​ໃໝ່. ຄຳສັ່ງດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​​ໃນ​ການແກ້​ໄຂ​ສະພາບ​ຈັດ​ແບ່ງ​ທຶນ​ບໍ່​ມີ​ຈຸດ​ສຸມ​, ບໍ່​ບັນ​ລຸ​ປະສິດທິ​ຜົນ ພ້ອມ​ທັງ​ເປີດ​ຊ່ອງ​ທາງດຶງ​ດູດ​ເງິນ​ລົງທຶນ​ໃຫມ່​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ.

        ຕາມ ທ່ານ ບູ່​ຍກວາງ​ວີນ ​ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ແລ້ວ, ດ້ວຍ​ຄຳ​ສັ່ງສະບັບ​ນີ້, ຈະ​ມີ​ປະມານ 2/3 ​ໂຄງການ, ກິດຈະກຳທີ່​ໄດ້​ຮັບ​ການ​ອະນຸມັດ​ລົງທຶນ​​ໃນໄລຍະ 2011 - 2015 ບໍ່​ໄດ້​ຮັບ​​ແຫ​ລ່ງທຶນຈາກ​ງົບປະມານ​ຂອງລັດ. ​ບັນດາໂຄງການ​ນີ້ສ່ວນ​ຫລາຍແມ່ນ​ບັນດາ​ໂຄງການກໍ່ສ້າງ​ເສັ້ນທາງຄົມ ມະນາຄົມ,  ຊົນລະປະທານ, ​ໂຮງໝໍ, ​ໂຮງຮຽນ. ສະ​ນັ້ນບັນດາ​ຄວາມ​ຫຍຸ້ງຍາກທີ່​ເກີດມາ​​ຈາ​ກ ສະພາບ​ຂາດທຶນຮອນ ​ແລະ ການ​ຫັນປ່ຽນ​ຮູບ​ການ​ລົງທຶນນັ້ນ ແມ່ນ​​ບໍ່ສາມາດຫລີກລ້ຽງ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບຄື​ປະຈຸ​ບັນ, ຕ້ອງ​ຮັດ​ກຸ່ມ​ເລື່ອງ​ຈັດ​ແບ່ງ​ທຶນ ​ເພື່ອ​ສຸມທຸກ​ແຫຼ່ງ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ສຳ​ເລັດ​ບັນດາກິດ ຈະກຳ​ໃຫຍ່​ຈຳນວນ​ຫນຶ່ງ ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນກວ່າ​ອີກ. ​ຍິ່ງ​​ໄປກວ່າ​ນັ້ນ ນີ້​ກໍ​ແມ່ນ​ທ່າ​ອ່ຽງລວມຂອງ​ໂລກ ​ເພື່ອ​ ຫລຸ​ດຜ່ອນ​ຄວາມ​ຫຍຸ້ງຍາກໃຫ​້​ແກ່​ງົບປະມານ​ແຫ່ງລັດ​ ພ້ອມ​ກັນ​ນັ້ນ ກໍ່​ເປັນ​ການ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​​ບັນດາ​ນັກ​ລົງທຶນ​ອື່ນ. ​ເພາະສະ​ນັ້ນ ຕາມ​ລັດຖະມົນຕີ ບູ່​ຍກວາງ​ວີນ ​ແລ້ວ, ບັນດາ​ກະຊວງ, ຂະ​ແຫນງ​ການ ຈາກ​ຂັ້ນສູນ​ກາງ​​ຕະຫລອດ​ຮອດ​ຂັ້ນທ້ອງ​ຖິ່ນ ຈະ​ຕ້ອງ​ສືບ​ຕໍ່​ສ້າງ​ກົນ​ໄກ ​ເພື່ອ​ລະດົມ​ທຸກ​ແຫ​ລ່ງກຳລັງ​ໃຫ​້​ແກ່​ການ​ລົງທຶນ​ພັດທະນາ.

        “​ເພື່ອ​ຕອບ​ສະຫນອງ​ການ​ປະຕິ​ບັດ​ຄຳ​ສັ່ງ​ເລ​ກທີ 1792 ຂອງ​ປີ 2012 ກໍ​ຄື​ໃຫ້​ແກ່​ຊຸມ​ປີ​ຕໍ່​ໆໄປ ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຈະ​ກວດກາ​ຄືນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຮູບ​ການ​ດຶງ​ດູດ​ການ​ລົງທຶນ​ຄື: PPP, BOT. … ບັນດາ​ຮູບ​ການ​ດຶງ​ດູດ​ການລົງທຶນ​ຈາກພາກ​ເອກະ​ຊົນ​​. ພິ​ເສດ​ແມ່ນ​ໃນ​ສະພາບການ​ຫັນປ່ຽນ​ຄື​ແນວ​ນັ້ນ, ພວກ​ເຮົາຄວນ​ສ້າງ​ກົນ​ໄກ​ຢ່າງ​ສະດວກ​ກວ່າ. ຊ້ຳ​ບໍ່​ໜຳ ລັດ​ຕ້ອງ​ມີ​ຮູບ​ການ​ຫນູນ​ຊ່ວຍ​ທີ່​ດີໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ.“

        ຄຳ​ສັ່ງ​ດັ່ງກ່າວ​ຂອງ​ລັດຖະບານ​ກໍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບັນດາ​ກະ ຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ. ທ່ານ ​ໂຮ່ດຶກ​ເຟີ​ກ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເຫ​ງ້ອານ ​ໃຫ້​ຮູ້​ວ່າ: ທາງ​ແຂວງຍາມ​ໃດ​ກໍ​ພ້ອມ​ແລ້ວ​ທີ່​ຈະສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ ສັງຄົມ.

        “ຢາກ​ດຶງ​ດູດ​ການ​ລົງທຶນ​ຈາກບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ​​ໃຫ້​ໄດ້ນັ້ນ, ກ່ອນ​ອື່ນ​ໝົດຕ້ອງ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ. ຄຽງ​ຂ້າງ​ນັ້ນ ຕ້ອງ​ສ້າງ​ພື້ນຖານ​ໂຄງ​ລ່າງໃຫ້ ໄດ້, ​ເພີ່ມ​ທະວີ​ວຽກ​ງານ​ບຸກ​ເບີກ​ຫນ້າ​ພຽງ ພ້ອມ​ກັບ​ການ​ສະຫນອງ​ແຫ​ລ່ງຊັບພະຍາ ກອນ​ມະນຸດ ​ແລະ ບັນດາ​ກົນ​ໄກ​ນະ​ໂຍບາຍ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້​ນັກ​ລົງທຶນ​ເຫັນ​ໄດ້​ວ່າ ການ​ລົງທຶນ​ເຂົ້າ​ແຂວງ​ຂອງ​ພວກ​ຂ້າພະ​ເຈົ້າມີ​ຄວາມສະດວກ ​ແລະ ບັນລຸ​ປະສິດທິ​ຜົນ ສູງ.“

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ​ລັດຖະມົນຕີ ບູ່​ຍກວາງ​ວີນ​ແລ້ວ, ​ເລື່ອ​ງດຶງ​ດູດ​ຮູບ​ການ​ລົງທຶນ​ນີ້ ພຽງ​ແຕ່ນຳ​ໃຊ້​ສະ​ເພາະ​ໃຫ້​ແກ່​ບັນດາ​ກິດຈະກຳ, ​ໂຄງການ​ທີ່​ສາມາດເກັບ​ທຶນ​ຄືນ​​ໄວ ຄືຢູ່ ​ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈິ​ມີນ ​ແລະ ​ແຂວງ​, ນະຄອນ​ໃຫຍ່ຈຳນວນ​ຫນຶ່ງ​ ເທົ່ານັ້ນ. ​ບັນດາ​ທ້ອງ​ຖິ່ນພວມມີ​ເງື່ອນ​ໄຂ​ຫຍຸ້ງຍາກ, ຍາກ​ທີ່​ຈະຫັນປ່ຽນ​ຮູບ​ການ​ລົງທຶນ ​ແລະ ​ເລື່ອງ​ກຳນົດ​ຢ່າງ​ແຫນ້ນ​ແຟ້ນຄື​ແນວ​ນັ້ນ ຈະສົ່ງ​ຜົນ​ສະທ້ອນບໍ່​ດີ​ເຖິງ​ຊີວິດ​ຂອງ ປະຊາຊົນ​ໄດ້.

        “​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ສຳ​ຫຼັບບັນດາ​ແຂວງ​ເຂດ​ພູດ​ອຍຕິດ​ກັບຊາຍ​ແດນ ຄວາມສາມາດ​ຫັນປ່ຽນ​ຮູບ​ການ​ລົງທຶນ​ເຂົ້າບັນດາ​ກິດຈະກຳ​ແມ່ນ​ຫນ້ອຍ​ສຸດ. ​ເພາະສະ​ນັ້ນ ລັດ​ຈະ​​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ຫາ​ນີ້. ດ້ວຍ​ການ​ຫນູນ​ຊ່ວຍ​ຫລາຍ​ກວ່າ ລົງທຶນ​ຫຼາຍ​ກວ່າ​ບັນດາ​ແຂວງ, ນະຄອນ​ອື່ນໆ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ບັນດາ​ທ້ອງ​ຖິ່ນ​ນີ້ ຈັດ​ແບ່ງ​ທຶນ​ແບບ​ກະຈັດກະຈາຍ ​ແມ່ນຕ້ອງ​ປະຕິບັດຕາມ​ຫລັກການ​ລວມ.“

        ​ເປັນ​ຄັ້ງ​ທຳ​ອິດ, ທີ່ກ​ົນ​ໄກມອບໝາຍຫນ້າທີ່ພ້ອມ​ກັບ​ຄວາມຮັບຜິດຊອບຂອງ ສ່ວນບຸກຄົນໃນ​ການ​ອະນຸມັດ, ກວດກາ​ໂຄງການ​ກໍ​ຄື​ຈັດ​ແບ່ງ​ທຶນ​ໃຫ້​ແກ່​ໂຄງການຖືກ​ເຕື້ອງ​ເຖິງໃນ​ຄຳ​ສັ່ງ. ຕາມ​ນັ້ນ​ແລ້ວ, ບຸກຄົນ​ໃດ​ມີ​ສິດ​ອຳນາດ ແຕ່ປະໃຫ້ໂຄງການ​ຜັນ​ຂະຫຍາຍ​ໃນໄລຍະຍາວ, ກໍ່​​ໃຫ້​ເກີດ​ການຮົ່ວ​ໄຫລ ​ແມ່ນຕ້ອງ​ຮັບ​ຜິດ​ຊອບ​ນັບ​ທັງ​ດ້ານ​ບໍລິຫານ ​ແລະ ​ເສດຖະກິດ. ຈຸດ​ໃຫມ່​ຫນຶ່ງ​ອີກ​ໃນ​ຄຳ​ສັ່ງ​ເລກທີ 1792 ຂອງ​ລັດຖະບານ​ນັ້ນ​ແມ່ນ ກະຊວງ​ແຜນ ການ ​ແລະ ການ​ລົງທຶນ ຫວຽດນາມ ຕ້ອງ​ປະກາດ​ແຜນການ​ລະອຽດ ​ໃນ​ການຈັດ​ແບ່ງ​ຍອດ​ເງິນ​ລົງທຶນ​ໃຫ້​ແກ່​ໄລຍະ 3 - 5 ປີ​ຈະ​ມາ​ເຖິງ, ​ແທນ​​ໃຫ້ການ​ສ້າງ​ແຜນການ​ແບບ​ຢູ່​ໃນ​ທ່າ​ຮັບໃຫ​້​ແຕ່ລະ​ປີ ​ເຊິ່ງ​ເຄີຍ​ປະຕິບັດ​ມາກ່ອນ​ນີ້. ບົນ​ພື້ນຖານ​ນັ້ນ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຕ້ອງຕົກລົງ​ດ້ວຍ​ຕົນ​ເອງ​​ໃນການຈັດ​ແບ່ງ, ນຳ​​ໃຊ້​ແຫ​ລ່ງທຶນ​ໃຫ້​​ເໝາະ​ສົມ, ມີ​ປະສິດທິ​ຜົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເລື່ອງ​ຈັດ​ແບ່ງ​ນີ້ ຕ້ອງ​ມີ​ການ​ຄວບ​ຄຸມຈາກ​ສູນ​ກາງ​ເພື່ອ​ບໍ່​ປະໃຫ້​​ເກີດ​​ສະພາບ​ການ​ລົງທຶນ​​ແບບກະ​ແຈກ​ກະຈາຍຄື​​ໃນເມື່ອ​ກອ່ນອີກ.

ຕາມ​ບັນດາ​ຜູ້​ຊ່ຽວຊານດ້ານ​ເສດຖະກິດ​ແລ້ວ, ຄຳ​ສັ່ງ​ເລກທີ 1792 ​ຈະ​​ເຮັດ​ໃຫ້​ການຈັດ​ແບ່ງ​ທຶນ​ມີຈຸດ​ສຸມ​ກວ່າ​ເມື່ອ​ທຽບ​ກັບ​ກ່ອນ​ນີ້ຢ່າງແນ່ນອນ​ ອັນຈະ​ສ້າງ​ບາດກ້າວ​​ບຸກທະລຸ, ​ເລີ່​ມຕົ້ນ​ໃຫ້​ແກ່​ການສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​​. ຄຳ​ສັ່ງ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ພ້ອມ​ແລ້ວ​ທີ່​ຈະ​ເປີດ​ຊ່ອງ​ທາງ​ລົງທຶນ​ໃໝ່ໃຫ້​ແກ່​ບັນດາ​ນັກ​ລົງ ທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອສາມາດ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ຊຶ່ງ​ກອ່ນນີ້​ມີພຽງ​ແຕ່​ລັດ​ລົງທຶນ​ເທົ່າ​ນັ້ນ.
                                                                                                 ແມ້ງຮຸ່ງ

ຕອບກັບ

ຂ່າວ/ບົດ​ອື່ນ