ສຸມໃສ່ຈຸດໝາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່

(vovworld)- ນາຍົກລັດຖະມົນຕີ ຫວຽດນາມ ຫາ​ກໍ​ອະນຸມັດ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​​ໃຫມ່​ຕິດ​ພັນ​ກັບ​ການ​ຫັນ​​ປ່ຽນ​ຮູບ​ແບ​ບຈະ​ເລີ​ນ​ເຕີບ​ໂຕ​ຕາມ​ທິດ​ຍົກສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ຄວາມ​ສາມາດ​ແກ້​ງ​ແຍ້​ງ​ໄລຍະ 2013 - 2020, ​ໃນ​ນັ້ນ​ສຸມ​ໃສ່​ສ້າງ​ໂຄງ​ປະກອບການລົງທຶນຂອງ ລັດ, ບັນດາ​ອົງການ​ສິນ​ເຊື່ອ, ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ​ຄືນ​ໃຫມ່. ທ່ານ​ນາຍົກລັດຖະມົນຕີ​ໄດ້​ເນັ້ນ​ຫນັກ​ວ່າ: ປີ 2013 ​ແມ່ນ​ປີ​​ແຫ່ງການ​ສ້າງ​ໂຄ​ງປະກອບ​ຄືນ​ໃຫມ່.

        ປີ 2013 ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສະພາ​ແຫ່ງ​ຊາດ, ລັດຖະບານວ່າ ​ແມ່ນ​ປີ​ທີ່​ພື້ນຖານ​ເສດຖະກິດ ຫວຽດນາມ ສືບ​ຕໍ່​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ ​​ຄື: ​ຫນີ້​​ເສຍຍັງ​​ໃນ​ລະດັບສູງ​ຢູ່, ສິນຄ​້າຍັງຄ້າງ​ສາງ​​ຫຼາຍ ​ແລະ ຕະຫລາດ​ອະສັງຫາລິມະ​ຊັບ​ຖືກ​ຢຸດ​ສະ​ງັກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ກໍ​ເປັນ​ປີທີ່​ມີ​ກາລະ​ໂອກາດ​ເພື່ອ​ຍູ້​ແຮງ​ບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ​ເປັນ​ຕົ້ນ​ແມ່ນ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ ​ເພື່ອ​ຍົກ​ສູງ​ປະ​ສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ພື້ນຖານ​ເສດຖະກິດ, ຍົກ​ສູງ​ກ​ຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດຫວຽດນາມ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ​ໃນ​ສະພາບ​ການ​ຄື​ແນວ​ນັ້ນ, ​ແຜນ​ຮ່າງ​ສັງ​ລ​ວມກ່ຽວ​ກັບ​ການ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​​ໃຫມ່ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບ​ບຈະ​ເລີ​ນ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ໄລຍະ 2013 - 2020 ຂອງ​ນາຍົກລັດ​ຖະມົນຕີ ​ແມ່ນ​​ເພື່ອຈຸດໝາຍ​ຮັກສາ​ສະພາບ​ແວດ​ລ້ອມ​ດ້ານເສດຖະກິດ​ມະຫາ​ພາກ​​ໃຫ້​ມີ​ຄວາມສະດວກ, ​ເປັນ​ປົກກະຕິ, ​ໃນ​ນັ້ນ ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຢ່າງ​ລະມັດລະວັງ, ມີປະສິດທິ​ຜົນ, ນຳ​ໃຊ້​ບັນດາ​ເຄື່ອງມື​ຂອງ​ນະ​ໂຍບາຍ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ ​ແລະ ປະສິດທິ​ຜົນ, ຕິດ​ພັນ​ ກັບ​ນະ​ໂຍບາຍ​ງົບປະມານຢ່າງ​ແຫນ້ນ​ແຟ້ນ, ຄົບ​ຊຸດ​ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ລະ​ດັບ​ຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​​ເໝາະ​ສົມ, ສອດ​ຄອ່ງກັບ 3 ຈຸດໝາຍ​ຕົ້ນຕໍ, ນັ້ນ​ແມ່ນ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​​ໃຫມ່, ສ້າງ​ໂຄງ​ປະກອບ​ລະບົບ​ການ​ເງິນ, ທະນາຄານ ​ແລະ ວິ​ສາ​ຫະກິດ​ຄືນ​ໃຫມ່. ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​​ໃຫມ່, ຈຸດ​ສຸມ​ແມ່ນ​ການ​ລົງທຶນ​ຂອງ​ລັດ, ລັດຖະບານຈະ​ລະ​ດົມ​ບັນດາ​ແຫ​ລ່ງກຳລັງ​​​ໃຫ້ແກ່​ການ​ລົງທຶນ​ພັດທະນາ​ຢ່າງ​ເໝາະ​ສົມ, ຮັບປະກັນຍອດ​​ເງິນລົງທຶນ​ສັງຄົມ​ປະມານ 30- 35% GDP. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ​​ໃຫ້​ໄດ້, ລັດຖະບານ ​ໄດ້​ສ້າງ​ແຜນການ​ລະອຽດ ດ້ວຍ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ສຸມ​ໃສ່​ລົງທຶນ​ເຂົ້າ​​ບັນດາ​ກິດຈະກຳ​ຈຸດ​ສຸມ. ດຣ ຫງວຽນ​ມີນຟອງ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ປີ 2013, ຫວຽດນາມ ຈະ​ຈຳກັດ​ບັນດາ​ການ​ເຄື່ອນ​ໄຫວ​ລົງ​ມື​ກໍ່ສ້າງ​ ໂຄງການ​ໃຫມ່, ສຸມ​ໃສ່​ກິດຈະກຳ​ທີ່​ເປັນ​ຈຸດ​ສຸມ, ບັນດາ​ຂົງ​ເຂດ​ທີ່ມີ​ຄວາມ​ສາມາດ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ ​ແລະ ​ໃນ​ສະ​ເພາະໜ້າເພື່ອ​ສ້າງ​ປະສິດທິ​ຜົນ, ກຳນົດ​ທິດ​ລົງທຶນ​ບັນດາ​ໂຄງການ​ທີ່​ພວມກໍ່ສ້າງ ​ແລະ ຈະ​ກໍ່ສ້າງ​ສຳ​ເລັດ​​, ຈຳກັດ​ບັນດາ​ໂຄງການ​ທີ່​ຫາ​ກໍ່ລົງ​ມື​ກໍ່ສ້າງ​.”

ສຸມໃສ່ຈຸດໝາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ - ảnh 1
ພາບປະກອບ:internet

          ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ລົງທຶນ​ຂອງ​ລັດ ຈະ​ດຳ​ເນີນ​ການ​ກວດກາ ​ແລະ ປັບປຸງລະບົບ​ທີ່ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​​ກໍ​ຄື​ກຳນົດ​ທິດ​ລົງທຶນ​ຂອງ​ລັດ. ​ໃນ​ນັ້ນ ບັນດາ​ໂຄງການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ້ອງ​ມີ​ການ​ແບ່ງ​ຂັ້ນ ​ແລະ ພວມ​ຢູ່​ໃນ​​ວິວັດ​ການ​ຈັດ​ຕັ້ງ​ການ​ປະມູນ​ເພື່ອ​ໃຫ້ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດ​ທິຜົນ. ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ເພີ່ມ​ທະວີ​ກົນ​ໄກ​ຕິດຕາມ​ກວດກາ​, ຈາ​ກນັ້ນ ຊ່ວຍ​ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ​ຂອງ​ລັດ.

        ກ່ຽວ​ກັບ​ການ​ສ້າງ​​ໂຄງ​ປະກອບລະບົບ​ການ​​ເງິນ, ທະນາຄານຄືນ​ໃຫມ່, ຊຶ່ງ​ຈຸດ​ສຸມ​ແມ່ນ​ບັນດາ​ອົງການ​ສິນ​ເຊື່ອ, ​ໄລ​ຍະ 2013- 2015 ຈະ​ສຸມ​ໃສ່​ບັນດາ​ມາດ​ຕະການ​ເຮັດ​ໃຫ້​ສະພາບ​ການ​ເງິນ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ມີ​ຄວາມ​ໂປ່​ງ​ໃສ, ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ຫນີ້​ເສຍ​ຂອງ​ທັງລະບົບອົງການ​ສິນ​ເຊື່ອ ​ແລະ ​ແຕ່​ລະ​ອົງການ​ສິນ​ເຊື່ອ, ສຸ​ມ​ໃສ່​ພັດທະນາ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຕົ້ນຕໍ, ຮັບປະກັນ​ຄວາມ​ສາມາດ​ຊຳລະ, ​ເບີກ​ຈ່າຍ ​ແລະ ພັດທະນາ​ເປັນ​ປົກກະຕິ, ໝັ້ນຄົງ, ສຸ​ມ​ໃສ່​ແກ້​ໄຂ​ສະພາບ​ກຳມະສິດ​ເຊິ່ງກັນ ​ແລະ ກັນ ​ແລະ ​ເພ​ີ່ມລັກສະນະ​ໂປ່​ງ​ໃສ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ.

ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ, ຈຸດ​ສຸມ​ແມ່ນ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ, ລັດຖະບານ ປະຕິບັດ​ການ​​ແບ່ງ​ປະ​ເພດ, ສັບ​ຊ້ອນ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ສຸ​ມ​ໃສ່​ບັນດາ​ຂົງ​ເຂດ​ຕົ້ນຕໍ ຊື່​ງລວມມີ: ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຂະ​ແຫນງ​ອຸດສາຫະກຳ​ພື້ນຖານ, ອຸດສາຫະກຳ​ສູງ, ຍູ້​ແຮງ​ການ​ຫັນ​ລັດ​ວິ​ສາ​ຫະກິດ​​ເປ​ັນຫຸ້ນ​ສ່ວນ, ຫັນ​ກຳມະສິດ​ບັນດາລັດ​ວິ​ສາ​ຫະກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ.  ດຣ ຫງວຽນ​ເຖີມ​ເຢືອງ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ປີ 2013 ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ສະພາບ​ຫນີ້​ເສຍ, ສິນຄ​້າຄ້າງ​ສາງ, ກະ​ແສ​ເງິນ ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຕະຫລາດ. ສະ​ນັ້ນ ປີ 2013 ຕ້ອງ​ແກ້​ໄຂ​ບັນດາ​ບັນຫາ​​ເຄັ່ງຮ້ອນ​ນັ້ນ ​ແລະ ຕ້ອງ​ມີ​ມາດ​ຕະການ​​ແກ່ການ​ພັດທະນາ​ຢ່າງ​ຍາວນານ​.”

        ​ເລື່ອງ​ນາຍົກລັດຖະມົນຕີ ຜັນ​ຂະຫຍາຍ​ການ​ຫັນ​ບັນດາ​ມາດ​ຕະການ​ສຸມ​ໃສ່​ ​ສ້າງ​​ໂຄງ​ປະ​ກອບ​ພື້ນຖານ​ເສດຖະກິດ​ຄືນ​​ໃຫມ່ເປັນ​ລະອຽດ​ໃນ​ປີ 2013 ​ແມ່ນ​ບາດກ້າວ​ບຸກທະລຸ, ປະກອບສ່ວນ​ເຮັດ​ໃຫ້​ຕະຫລາດ​​ໂປ່​ງ​ໃສ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ​້​ແກ່​ບັນດາ​ວິ​ສາ​ຫະກິດ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ຢ່າງ​ຍາວ​ນານ ​ແລະ ຫັນປ່ຽນ​ຮູບ​ແບບ​ຈະ​ເລີ​ນ​ເຕີບ​ໂຕ. ​ແຜນ​ຮ່າງ​ໄດ້​ຮັບ​ການ​ປະຕິບັດ​ຈາກ​ລັດຖະບານ ​ແມ່ນ​ບາດກ້າວ​ເໝາະ​ສົມ​ກັບ​ສະພາບ​ການ​ຂອງ​ພື້ນຖານ​ເສດຖະກິດ​​ໃນປະຈຸ​ບັນ, ​ໃນ​ນັ້ນ ຮັບ​ຮູ້​ ຫລຸດຜ່ອນ​ລະດັບ​ການ​ເຕີບ​ໂຕ​ເພື່ອ​ບັນລຸ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​​ໄລຍະ​ຍາວ​ເປັນ​ປົກກະຕິ, ສ້າງ​ທ່າ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ