ສຸມ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງຫລັກເພື່ອ​ເສີມ​ຂະ​ຫ​ຍາຍ​ທ່າ​ໄດ້​ປຽບ​ຂອງ “ເຂດ” ໃຫ້​ໄດ້ຫລາຍທີ່ສຸດ

(VOVWORLD) -ການພັດທະນາຮ່ວມສຳພັນ ເຂດ” ແມ່ນແຜນນະໂຍບາຍຢ່າງລຸລ່ວງສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ເພື່ອແນໃສ່ຂຸດຄົ້ນເສີມຂະຫຍາຍຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງເຂດ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດຢ່າງສູງສຸດ ເພື່ອພັດທະນາເສດຖະກິດ ສັງຄົມຄວາມໝັ້ນຄົງ ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ຈິດໃຈຂອງປະຊາຊົນພັດທະນາຢ່າງຄົບຊຸດ ແລະ ສ້າງການຮ່ວມສຳພັນລະຫວ່າງບັນດາເຂດພາກເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບພື້ນຖານໂຄງລ່າງແຫລ່ງຊັບພະຍາກອນມະນຸດໃຫ້ດີກວ່າເກົ່າ ຈາກນັ້ນ ກໍ່ສ້າງບັນດາລະບົບມູນຄ່າທົ່ວໂລກສ້າງສະພາບແວດລ້ອມແຫ່ງການພັດທະນາໃຫມ່ໃຫ້ແກ່ປະເທດຊາດ.
 
ສຸມ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງຫລັກເພື່ອ​ເສີມ​ຂະ​ຫ​ຍາຍ​ທ່າ​ໄດ້​ປຽບ​ຂອງ “ເຂດ” ໃຫ້​ໄດ້ຫລາຍທີ່ສຸດ - ảnh 1ເອົາໃຈໃສ່ລົງທຶນກໍ່ສ້າງບັນດາສູນ  Logictics ຂະຫນາດໃຫຍ່ ຢູ່ ຫາຍຟ່ອງ,ກວ໋າງນິງ, ຮ່າໂນ້ຍ, ຫາຍເຢືອງ. ພາບປະກອບ:VOV

ເຂດທົ່ງພຽງແມ່ນ້ຳແດງ ແມ່ນເຂດທີ່ມີຄວາມສຳຄັນພິເສດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການຕ່າງປະເທດຂອງປະເທດຊາດ, ດ້ວຍເຂດໃຈກາງແມ່ນນະຄອນຫລວງ ຮ່າໂນ້ຍ, ແມ່ນ 1 ໃນ 2 ຕົວເມືອງນຳຫນ້າທາງດ້ານເສດຖະກິດ, ແມ່ນກຳລັງຫນູນພັດທະນາແຖວຫນ້າຂອງທົ່ວປະເທດ, ໃນໄລຍະຜ່ານມາ ຍ້ອນມີການຮ່ວມສຳພັນ, ການຮ່ວມມື, ພົວພັນແລກປ່ຽນເສດຖະກິດ ສະນັ້ນ ບາງທ້ອງຖິ່ນໃນເຂດໄດ້ມີການພັດທະນາບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, logistics…

ປະຈຸບັນ ມີ 6 ເຂດເສດຖະກິດ - ສັງຄົມ ລວມມີ: ເຂດພູພຽງ ແລະ ພູດອຍທາງພາກເຫນືອ, ເຂດທົ່ງພຽງແມ່ນ້ຳແດງ, ທາງທິດເຫນືອພາກກາງ ແລະ ເຂດແຄມທະເລພາກກາງ, ໄຕງວຽນ, ເຂດທົ່ງພຽງພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງ. ໃນໄລຍະຜ່ານມາ ເລື່ອງຮ່ວມສຳພັນເຂດ ໄດ້ມີການຫັນປ່ຽນຕັ້ງຫນ້າ ພ້ອມກັບຫລາຍຮູບການຈັດຕັ້ງຄື: ສົມທົບກັນຈັດຕັ້ງງານຕະຫລາດນັດ, ງານວາງສະແດງ, ເວທີປາໄສການຮ່ວມມືບັນດາແຂວງພາກກາງເປັນປະຈຳໄລຍະ, ກໍ່ສ້າງປະຕູຖານຂໍ້ມູນເຂດ ແລະ ລົງນາມຂໍ້ຕົກລົງການຮ່ວມມືເຂດ, ຮ່ວມມືສອງຝ່າຍ… ຕາມ ທ່ານ ເຈີນວັນຫາວ, ຫົວຫນ້າພະແນກອຸດສາຫະກຳ ການຄ້າ ແຂວງ ຫາຍເຢືອງ ແລ້ວ ເພື່ອຮ່ວມສຳພັນເຂດໃຫ້ສຳເລັດຜົນ, ບັນດາທ້ອງຖິ່ນ, ເຂດພາກຄວນພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ.

ບັນດາກະຊວງ, ຂະແຫນງການຂອງສູນກາງ, ບັນດາແຂວງ, ນະຄອນ ຄວນສຸມໃສ່ຍູ້ໄວການກໍ່ສ້າງໂຄງການຄົມມະນາຄົມເຊື່ອມຕໍ່ ລະຫວ່າງແຂວງ, ນະຄອນໃນເຂດຢ່າງຄົບຊຸດ ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນເຂດ, ຊຸກຍູ້ການສ້າງ ພັດທະນາແລວອຸດສາຫະກຳ, ເຂດຮ່ວມສຳພັນຂະແຫນງ ແລະ ລະບົບນິເວດອຸດສາຫະກຳ, ການບໍລິການ. ເອົາໃຈໃສ່ລົງທຶນກໍ່ສ້າງໃຫມ່ ຫລື ເປີດກວ້າງບັນດາສູນ Logictics ຂະຫນາດໃຫຍ່ຢູ່ ຫາຍຟ່ອງ, ກວ໋າງນິງ, ຮ່າໂນ້ຍ, ຫາຍເຢືອງ ແລະ ບັນດາແຂວງ ທີ່ມີຄວາມສາມາດບົ່ມຊ້ອນ.

ຕາມທ່ານ ຮອງສາດສະດາຈານ, ປອ ເຈີນດິງທຽນ, ອະດີດຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ແລ້ວ, ພາຍຫລັງໄດ້ມີບັນດາພື້ນຖານໂຄງລ່າງເຊື່ອມຕໍ່, ເພື່ອໃຫ້ມີການຮ່ວມສຳພັນຢ່າງແທ້ຈິງ ຄວນມີການຮ່ວມມືຂອງບັນດາວິສາຫະກິດຢູ່ບັນດາທ້ອງຖິ່ນໃນເຂດ ແລະ ລະຫວ່າງເຂດ. ພິເສດ ກໍ່ສ້າງສະພາໃຫ້ຄຳປຶກສາເຂດ ດ້ວຍສິດອຳນາດທີ່ເຂັ້ມແຂງກວ່າ, ແຫລ່ງກຳລັງທີ່ເຂັ້ມແຂງກວ່າ.

ທຳອິດແມ່ນພາຍຫລັງເຊື່ອມຕໍ່ເຂດ ຕ້ອງຈັດຕັ້ງໂຄງປະກອບການຜະລິດ ເຮັດແນວໃດໃຫ້ບັນດາຫົວຫນ່ວຍ, ບັນດາແຂວງ ສາມາດຮ່ວມສຳພັນນຳກັນໄດ້. ສະນັ້ນ ທຳອິດຕ້ອງມີວິໄສທັດໃນການວາງແຜນຜັງສຳລັບເຂດ ນັ້ນແມ່ນຕ້ອງສ້າງບັນດາສູນພັດທະນາຂະແຫນງ ເຮັດຄືແນວນັ້ນ ຈຶ່ງຈະສາມາດຮ່ວມສຳພັນນຳກັນໄດ້. ທີສອງ ແມ່ນບັນຫາລະບອບລະບຽບການ, ເຂດເພື່ອຮ່ວມມືພັດທະນາ, ພວກເຮົາຍັງບໍ່ທັນໄດ້ກຳນົດໃນລະບອບລະບຽບການເທື່ອ.

ສຸມ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງຫລັກເພື່ອ​ເສີມ​ຂະ​ຫ​ຍາຍ​ທ່າ​ໄດ້​ປຽບ​ຂອງ “ເຂດ” ໃຫ້​ໄດ້ຫລາຍທີ່ສຸດ - ảnh 2

ນະຄອນ ໂຮ່ຈິມີນ ແລະ 6 ແຂວງ ແຄມທະເລທາງທິດໃຕ້ພາກກາງ ຈະສ້າງຕັ້ງສະພາບໍລິຫານງານການຮ່ວມສຳພັນເຂດ. ພາບປະກອບ:  VOV

ທ່ານນາງ ຫງວຽນທິບິກງອກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖືວ່າ: ເພື່ອຮ່ວມສຳພັນເຂດໃຫ້ສຳເລັດຜົນ ແລະ ຍືນຍົງ, ສິ່ງສຳຄັນທີ່ສຸດ ນັ້ນແມ່ນ ກໍ່ສ້າງ, ປັບປຸງລະບອບລະບຽບການໃຫ້ສຳເລັດສົມບູນ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງແຕ່ລະທ້ອງຖິ່ນ, ເຂດ ແລະ ລະຫວ່າງເຂດຢ່າງບໍ່ຢຸດຢັ້ງ ຜ່ານນັ້ນ ຈຶ່ງສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນພັດທະນາພື້ນຖານໂຄງລ່າງເຂດໃຫ້ທັນສະໄຫມ, ມີຂອບຂະຫນາດ.

ແຕ່ລະປີ ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສະນັ້ນ ພວກຂ້າພະເຈົ້າ ສະເຫນີບັນດາທ້ອງຖິ່ນໃນເຂດ ຄວນສຸມໃສ່ຜັນຂະຫຍາຍບັນດາມະຕິນັ້ນຢ່າງມີປະສິດທິຜົນເພື່ອປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂສະດວກເພື່ອດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ. ບັນດາທ້ອງຖິ່ນໃນເຂດຄວນເປັນເຈົ້າການຮ່ວມສຳພັນ, ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຕາມເຂດຢ່າງເປັນປະຈຳ ແລະ ສ້າງ, ປະກາດໃຊ້ບັນດາໂຄງການດຶງດູດການລົງທຶນຕາມຮູບການການພົວພັນຄູ່ຮ່ວມມື ພາກລັດ - ພາກເອກະຊົນ (PPP) ໄລຍະ 2021-2030 ແລະ ຕ້ອງມີກົນໄກນະໂຍບາຍບຸລິມະສິດ ເພື່ອດຶງດູດການລົງທຶນພາກເອກະຊົນ, ຜ່ານນັ້ນ ກໍ່ຊ່ວຍວິສາຫະກິດເຂົ້າໃຈແຈ້ງ ແລະ ສ້າງຄວາມເຊື່ອໝັ້ນເມື່ອເຂົ້າຮ່ວມການລົງທຶນພັດທະນາພື້ນຖານໂຄງລ່າງ.

ປະຈຸບັນ ຫວຽດນາມ ພວມປະຕິບັດການປ່ຽນໃຫມ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດ. ເລື່ອງຊອກຫາບັນດາສະພາບແວດລ້ອມການພັດທະນາໃນເຂດ, ກຸ່ມເຂດຈະຊ່ວຍສ້າງກຳລັງຫນູນໃຫ້ແກ່ການພັດທະນາເຂດ, ທ້ອງຖິ່ນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ