ສຸມໃສ່ບັນດາມາດຕະການສຳຄັນເພື່ອບັນລຸການເຕີບໂຕອຸດສາຫະກຳປີ 2021

(VOVWORLD) - ເຖິງວ່າ ຖືກຜົນສະທ້ອນບໍ່ແມ່ນຫນ້ອຍ ຍ້ອນໂລກລະບາດໂຄວິດ 19, ແຕ່ລະດັບການເຕີບໂຕຂອງຂະແຫນງອຸດສາຫະກຳ ຫວຽດນາມ ໃນ 6 ເດືອນຕົ້ນປີ ໄດ້ເພີ່ມຂຶ້ນເກືອບ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ ຕິດພັນກັບການສົ່ງອອກ 6 ເດືອນທ້າຍປີ, ຂະແຫນງອຸດສາຫະກຳ ພວມສຸມໃສ່ຫລາຍມາດຕະການ, ໃນນັ້ນ ສຸມໃສ່ສ້າງ ແລະ ຜັນຂະຫຍາຍ “ແຜນທີ່ດຳລົງຊີວິດຢ່າງປອດໄພກັບໂຄວິດ 19” ໃຫ້ມີປະສິດທິຜົນ ຕາມການຊີ້ນຳຂອງລັດຖະບານ.

ການເຕີບໂຕ ຂອງຂະແຫນງອຸດສາຫະກຳ ຫວຽດນາມ ໃນ 6 ເດືອນຕົ້ນປີ 2021 ໄດ້ປະກອບສ່ວນກວ່າ 3% ເຂົ້າໃນລະດັບເຕີບໂຕຂອງພື້ນຖານເສດຖະກິດ. ໃນນັ້ນ: ຂະແຫນງອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງ ແມ່ນກຳລັງຫນູນເຕີບໂຕຂອງຂະແຫນງອຸດສາຫະກຳ ດ້ວຍກວ່າ 11,4%; ຂະແຫນງຜະລິດ ແລະ ແຈກຢາຍໄຟຟ້າເພີ່ມຂຶ້ນເກືອບ 8,2%.. ການຜະລິດອຸດສາຫະກຳຍັງຄົງຮັກສາລະດັບການເຕີບໂຕດີພໍສົມຄວນ ຍ້ອນການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດໄດ້ຮັບການຮັກສາ ແລະ ພວມຄ່ອຍໆຟື້ນຕົວ.

ເພື່ອແນໃສ່ຮັບປະກັນການປະຕິບັດເປົ້າໝາຍຄວຍຄູ່ “ທັງປ້ອງກັນໂລກລະບາດ ທັງພັດທະນາເສດຖະກິດ”, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວຫນ້າ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ໄດ້ມອບໃຫ້ກະຊວງອຸດສາຫະກຳ ການຄ້າ ສົມທົບກັບພະແນກອຸດສາຫະກຳການຄ້າບັນດາແຂວງ, ນະຄອນ ຜັນຂະຫຍາຍ “ແຜນທີ່ດຳລົງຊີວິດຮ່ວມກັບໂຄວິດ 19 ຢ່າງປອດໄພ”.

ຮອດຈຸດເວລາປະຈຸບັນ ໄດ້ມີກວ່າ 121.000 ບັນຊີໄດ້ຮັບການສ້າງຂຶ້ນໃຫ້ແກ່ບັນດາໂຮງຈັກ, ຮາກຖານການຜະລິດ ຢູ່ 63 ແຂວງ, ນະຄອນ. ທ່ານ ໂງຂາຍຮວ່ານ, ຮອງຫົວຫນ້າກົມອຸດສາຫະກຳ, ສັງກັດກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ: ແຕ່ລະຮາກຖານອຸດສາຫະກຳ ຕ້ອງຕີລາຄາຄວາມປອດໄພຂອງຮາກຖານເອງ ແລະ ສ້າງວິທີການຮັກສາການຜະລິດໃຫ້ດີຕາມແຕ່ລະລະດັບ, ປະຕິບັດບັນດາມາດຕະການຮັບປະກັນ ການປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນການຜະລິດຢ່າງປອດໄພເພື່ອບໍ່ໃຫ້ການຜະລິດຖຶກຢຸດຕິ ຫລືຕັດຕອນ.                    

“ກົມອຸດສາຫະກຳ ໄດ້ສົມທົບກັບບັນດາຫົວຫນ່ວຍທີ່ກ່ຽວຂ້ອງ ຈັດຕັ້ງການຝຶກອົບຮົມທາງໄກແນະນຳບັນດາພະແນກອຸດສາຫະກຳການຄ້າ, ຄະນະຄຸ້ມຄອງເຂດອຸດສາຫະກຳ, ເຂດເສດຖະກິດຢູ່ 63 ແຂວງ, ນະຄອນ ຜັນຂະຫຍາຍແຜນທີ່ດັ່ງກ່າວ. ເພື່ອຜັນຂະຫຍາຍ “ແຜນທີ່ດຳລົງຊີວິດຮ່ວມກັບໂຄວິດ 19 ຢ່າງປອດໄພ” ກະຊວງອຸດສາຫະກຳການຄ້າ ໄດ້ມີເອກະສານຫລາຍສະບັບ ສະເຫນີຄະນະກຳມະການປະຊາຊົນບັນດາແຂວງ ນະຄອນ ຊີ້ນຳພະແນກອຸດສາຫະກຳ ການຄ້າ, ຄະນະຄຸ້ມຄອງເຂດອຸດສາຫະກຳ, ເຂດເສດຖະກິດ, ຄະນະຄຸ້ມຄອງເຂດອຸດສາຫະກຳ ເລັ່ງລັດບັນດາໂຮງຈັກໂຮງງານ, ຮາກຖານການຜະລິດປະຕິບັດຕີລາຄາລະດັບຄວາມປອດໄພ ຕາມການແນະນຳຂອງຄະນະຊີ້ນຳແຫ່ງຊາດ ການປ້ອງກັນ ຕ້ານໂລກລະບາດໂຄວິດ 19”

ສຸມໃສ່ບັນດາມາດຕະການສຳຄັນເພື່ອບັນລຸການເຕີບໂຕອຸດສາຫະກຳປີ 2021 - ảnh 1ທ່ານ ໂງຂາຍຮວ່ານ, ຮອງຫົວຫນ້າກົມອຸດສາຫະກຳ (ພາບ:ວາລະສານອຸດສາຫະກຳການຄ່າ)

ຕາມການຕີລາຄາແລ້ວ, ບັນດາການເຄື່ອນໄຫວພັດທະນາອຸດສາຫະກຳ ໃນ 6 ເດືອນທ້າຍປີ ແມ່ນອີງໃສ່ບັນດາແຜນການເຕີບໂຕເສດຖະກິດ ບົນພື້ນຖານຄວາມສາມາດໃນການຮັບມືກັບໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ເປັນສ່ວນໃຫຍ່. ກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ຕິດຕາມສະພາບການຜະລິດອຸດສາຫະກຳໃນບໍລິເວນທົ່ວປະເທດ, ໃນບັນດາເຂດ, ກຸ່ມອຸດສາຫະກຳຢ່າງໃກ້ຊິດ ເພື່ອແນະນຳການປະຕິບັດມາດຕະການແກ້ໄຂ ແນໃສ່ປະຕິບັດບັນດາມາດຕະການ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຮັບປະກັນການພັດທະນາການຜະລິດ, ດຳເນີນທຸລະກິດ. ຈັດຕັ້ງການແນະນຳບັນດາພະແນກອຸດສາຫະກຳການຄ້າ, ບັນດາເຂດ, ກຸ່ມອຸດສາຫະກຳ ສ້າງແຜນການຜະລິດດຳເນີນທຸລະກິດ ຕາມແຕ່ລະຂັ້ນ ໃນສະພາບການໂລກລະບາດໂຄວິດ - 19 ທີ່ມີການຜັນແປຢ່າງສັບສົນ, ມີບັນດາມາດຕະການແກ້ໄຂຢ່າງລະອຽດ ເພື່ອເລີ່ມບັນດາການເຄື່ອນໄຫວຂອງບັນດາໂຮງງານ, ວິສາຫະກິດຄືນໃໝ່ ຕອບສະໜອງໄດ້ຕາມມາດຖານຄວາມປອດໄພ.

ນອກຈາກນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ສົມທົບກັບບັນດາກະຊວງ, ຂະແໜງການສຸມໃສ່ສ້າງນະໂຍບາຍ ແລະ ວິທີການພັດທະນາບາງຂະແໜງອຸດສາຫະກຳບຸລິມະສິດທີ່ມີຄວາມສາມາດບົ່ມຊ້ອນ, ກາລະໂອກາດພັດທະນາຄື ອຸດສາຫະກຳໂອໂຕ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເອເລັກໂຕນິກ, ບໍ່ແຮ່, ອຸດສາຫະກຳໜູນຊ່ວຍ. ພິເສດ, ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການສ້າງໂຄງປະກອບບັນດາລະບົບເຊື່ອມຕໍ່

ສຸມໃສ່ບັນດາມາດຕະການສຳຄັນເພື່ອບັນລຸການເຕີບໂຕອຸດສາຫະກຳປີ 2021 - ảnh 2ພາບປະກອບ:thoibaonganhang.vn

ເພື່ອຮັບໃຊ້ໃຫ້ແກ່ການຜະລິດອຸດສາຫະກຳຕາມທິດຍືນຍົງກ່ວາ, ຫຼີກລ້ຽງຕ້ອງອີງໃສ່ໜຶ່ງ ຫຼື ໜ້ອຍຄູ່ຮ່ວມມື ຫຼື ຕະຫຼາດ. ທ່ານ ໂງຂາຍຮ່ວານ, ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳການຄ້າ ໃຫ້ຮູ້ວ່າ:

ເພີ່ມທະວີການກວດກາ, ຕິດຕາມກວດກາ ແລະ ມີມາດຕະການຢ່າງແຮງເພື່ອຕ້ານກັກຕຸນສິນຄ້າ, ເຮັດໃຫ້ການຕະຫຼາດວັດສະດຸອຸປະກອນເພື່ອຜະລິດພາຍໃນປະເທດມີຄວາມຫຍຸ້ງຍາກສັບສົນຂຶ້ນຕື່ມ ເພື່ອແນໃສ່ສ້າງຕະຫຼາດໃຫ້ເປັນປົກກະຕິ, ໜູນຊ່ວຍການພັດທະນາຂອງບັນດາວິສາຫະກິດ. ຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການຄ້າ, ພັດທະນາການຕະຫຼາດພາຍໃນປະເທດ, ການຄ້າເອເລກໂຕນິກ, ເຊື່ອມຕໍ່ລະຫວ່າງຜູ້ຜະລິດ ແລະ ບັນດາຜູ້ຈຳໜ່າຍ, ບໍລິໂພກ, ພ້ອມທັງຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການສົ່ງອອກ ເພື່ອຮັກສາ ແລະ ເປີດກ້ວາງການຕະຫຼາດໃຫ້ແກ່ຂະແໜງການຜະລິດ… ແລະ ສຸດທ້າຍແມ່ນປະຕິບັດຢ່າງຮີບດ່ວນ ແລະ ລາຍງານຕໍ່ທຸກຂັ້ນທີ່ມີສິດອຳນາດສ້າງລະບົບນະໂຍບາຍກ່ຽວກັບການພັດທະນາອຸດຫາຫະກຳ ໃນປີ 2021 ໃຫ້ສົມບູນແບບ.

ເພື່ອປະຕິບັດສຳເລັດເປົ້າໝາຍທີ່ວາງອອກ, ກະຊວງອຸດສາຫະກຳ ການຄ້າພ້ອມກັບບັນດາພະແນກ, ຂະແໜງການທ້ອງຖິ່ນ ກໍ່ ພວມຕິດຕາມການຜັນແປຂອງການສະໜອງ ແລະຄວາມຕ້ອງການ, ລາຄາ ບັນດາສິນຄ້າທີ່ຈຳເປັນ, ຊຸກຍູ້ການສົ່ງອອກ, ຈັດຕັ້ງການຂຸດຄົ້ນ, ສວຍໃຊ້ກາລະໂອກາດຈາກບັນດາສັນຍາການຄ້າເສລີ ເພື່ອຊອກຫາວິທີການພັດທະນາການຕະຫຼາດ ແລະ ແກ້ໄຂຮົ້ວກີດຂວາງ ເພື່ອແຊກຊືມເຂົ້າບັນດາຕະຫຼາດໃໝ່, ຫັນການຕະຫຼາດນຳເຂົ້າ, ສົ່ງອອກ, ໂຄງປະກອບຜະລິດຕະພັນສົ່ງອອກເປັນຫຼາຍຮູບແບບ, ຍົກສູງກຳລັງຄວາມສາມາດການແກ້ງແຍ້ງຜະລິດຕະພັນສົ່ງອອກ ແລະ ພັດທະນາເຄື່ອງໝາຍການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ