ສ້າງກຳລັງໜູນເພື່ອໃຫ້ວິສາຫະກິດລົງທຶນເຂົ້າໃນວິທະຍາສາດເຕັກໂນໂລຢີ

(vovworld) - ໃນ 2, 3 ປີ​ມໍ່ໆ​ມາ​ນີ້, ​ຍ້ອນ​ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​​ເຕັກ​ໂນ​ໂລ​ຢີ​ໃນທຸກໆ​ດ້ານ​ຂອງ​ຊີວິດປະຈຳ​ວັນ, ຫວຽດນາມ ​ໄດ້​ມີ​​ບັນດາຜົນງານ​​ທີ່​ແນ່ນອນ ​ແລະ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ພາກ​ພື້ນ ​ແລະ ສາກົນ​ວ່າ: ແມ່ນ​ໜຶ່ງ​ໃນ 10 ປະ​ເທດຜະລິດ​ຊອບ​ແວ ​ແລະ ​​ໄດ້​ຮັບ​ການ​ຮັບ​ຮູ້​ຈາກອົງການ​ສຶກສາ​ວິທະຍາສາດ ​ແລະ ວັດທະນະທຳ​ຂອງ ສປຊ (UNESCO) ​ວ່າ​ແມ່ນ​ໜຶ່ງ​ໃນ 4 ປະ​ເທດ​ໃນ​ໂລກ​ຜະລິດ​ວັກ​ຊີນ Rota ກັນພະຍາດ​ຖອກທ້ອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ຄວາມ​ແກ່ງ​ແຍ້​ງສູງ​ຄື​ປະຈຸ​ບັນ, ​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດ​ອາດ​ຈະ​ບືນ​ຕົວຂຶ້ນ, ຫວຽດນາມ ຕ້ອງ​ລົງທຶນ​ຢ່າງ​ແຮງ​ກ່ວາ​ອີກເຂົ້າ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ. ບົດ​ຂຽນ “ສ້າງ​ກຳລັງ​ໜູນ​​ເພື່ອໃຫ້​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ” ຂອງ​ ​ເວີນ​ແອ​ງ, ນັກ​ຂ່າວ VOV.

ຫວຽດນາມ ມີ​ທ່າ​ແຮງຂອງ​ຜູ້​ໄປ​ຕາມ​ຫຼັງ​ເພື່ອ​ຮັບ​ເອົາ​ບັນດາ​ຜົນງານ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຍອດ​ຍິ່ງ​ຂອງ​ໂລກ. ດັ່ງ​ນັ້ນ, ​ຖ້າ​ຫາກ​ນຳ​ໃຊ້​​ບັນດາ​ທ່າ​​ແຮງ​ນີ້​ໄດ້ຈະ​ນຳ​ມາ​ເຊິ່ງການ​ເຕີບ​ໂຕ​ທີ​່​ດີ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ພ້ອມ​ກັນ​ນັ້ນ, ຫວຽດນາມ ພວມ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​​ເລື່ອງ​ຫັນ​ເປັນໂລກາ​ພິວັດ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​​ແຮງ​ພໍ​ສົມຄວນ. ພ້ອມ​ກັບ​ການ​ເຊື່ອມ​ໂຍງ​ເລິກ​ເຊິ່ງກັບ​ໂລກ, ກຳ​ແໜ້ນ​ບັນດາ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານພໍ​ສົມຄວນ, ຫວຽດນາມ ມີ​ໂອກາດ​ 3 ດ້ານ​ນັ້ນ​ແມ່ນ: “ການ​ຮຳ່ຮຽນ​ໄວ”. “ຮຽນ​ເພື່ອ​ບຸກທະລຸ” ​ແລະ “ບຸກທະລຸ​​ເຂົ້າ​​ບັນດາ​ຂົງ​ເຂດ​ແຖວ​ໜ້າ”. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ,  ຢູ່ ຫວຽດນາມ ການລົງທຶນ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີບໍ່​ທັນ​ຫຼາຍ.  ປີ 2014, ການ​ລົງທຶນ​ເຂົ້າ​ຂົງ​ເຂດ​ນີ້​ກວມ​​ພຽງ 2% ງົບປະມານ​ຂອງ​ລັດ, ​ເທົ່າ​ກັບ​ຈຳນວນ​ເງິນ 13.600 ຕື້​ດົ່ງ (ປະມານ 70 ລ້ານ USD). ຍິ່ງ​ໄປ​ກ່ວາ​ນັ້ນ, ຫວຽດນາມ ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເປັນ​ຕົ້ນ​ແມ່ນ​ອີງ​ໃສ່​ທຶນ​ງົບປະມານ, ​ໃນ​ຂະນະ​ນັ້ນ, ​ບັນດາປະ​ເທດເກືອບ​ທັງ​ໝົດມື​ພື້ນຖານ​ວິທະຍາສາດ​​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ​ພັດທະນາ​ໂດຍ​ອີງ​ໃສ່​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ. ນັກ​ຊ່ຽວຊານ​ດ້ານເສດຖະກິດ ​ເລ​ດັງ​ແຢງ, ຕີ​ລາຄາ​ວ່າ:

“ປະຈຸ​ບັນ, ການຄົ້ນ​ຄ້ວາ ​ແລະ ນຳ​ໃຊ້​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີຂອງ ຫວຽດນາມ ​ແມ່ນ​ບໍ່​ຫຼາຍ​ປານ​ໃດ, ສະ​ແດງ​ໃຫ້​ເຫັນ​ປັດ​ໄຈ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີ ​ແລະ ​ປັດ​ໄຈ​ສະມັດ​ຕະພາບ​​ແຮງ​ງານ​ບັນ​ລຸ​ພຽງປະມານ 26%, ​ໃນ​ຂະນະ​ນັ້ນ ສ. ​ເກົາຫຼີ ​ແລະ ບາງ​ປະ​ເທດ​ສະມາຊິກ ອາ​ຊຽນ ​ພັດແມ່ນ 50%. ສິ່ງ​ດັ່ງກ່າວ, ມີ​ຄວາມ​ໝາຍວ່າ​ພວກ​ເຮົາ​ໄດ້​ອີງ​ໃສ່​ຫຼາຍ​ເຂົ້າ​ໃນ​​ແຮງ​ງານ​ມີ​ລາຄາ​ຖືກ ​ແລະ ທຶນ​ໜູນ​ຊ່ວຍ​ເພ່ືອ​ເຕີບ​ໂຕ. ສິ່ງ​ດັ່ງກ່າວ​ແມ່ນ​ບໍ່​ຍືນ​ຍົງ ​ແລະ ບໍ່​ຍົກ​ສູງ​ປະສິດທິ​ຜົນດ້ານ​ເສດຖະກິດ​ໄດ້. ຫວຽດນາມ ຄວນ​ມີ​ບັນ​ດາ​ການ​ປ່ຽນ​ໃໝ່​ຢ່າງ​ແຮງ​ກ່ວາ​ອີກ. ສິ່ງ​ສຳຄັນ​ແມ່ນ​ສ້າງ​ກຳລັງ​ໜູນ​ເພື່ອ​​ໃຫ້ວິ​ສາ​ຫະກິດລົງທຶນ​ເຂົ້າ​ວິທະຍາສາດ​ເຕັກ​​ໂນ​ໂລ​ຢີ.”

ສ້າງກຳລັງໜູນເພື່ອໃຫ້ວິສາຫະກິດລົງທຶນເຂົ້າໃນວິທະຍາສາດເຕັກໂນໂລຢີ - ảnh 1
ພາບປະກອບ

ຮອງ​ສາດສະດາຈານ, ດຣ ຫວູມິ​ນ​ເຄືອງ ສະ​ເໜີ​ວ່າ: ຫວຽດນາມ ຄວນ​ມີ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ລະອຽດ​ກ່ຽວ​ກັບ​ການ​ລົງທຶນ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເພື່ອ​ໃຫ​້ວິ​ສາ​ຫະກິດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ. ​ເຮັດ​ໄດ້ຄື​ແນວ​ນັ້ນ​ວິ​ສາ​ຫະກິດ​ຈຶ່ງ​ມີ​ກຳລັງ​ໜູນ​ເພື່ອ​ລົງທຶນ​ໃຫ​​້ແກ່​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ:

“ລັດ​ຄວນ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສຳ​ຜັດ​​ກັບ​ຂ້ໍ​ມູນ​ຂ່າວ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ. ຍ້ອນ​ວ່າ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ມີ​ສິ່ງ​ຈຳ​ກັດ​ນັ້ນ​ແມ່ນ​ບໍ່​ເຂົ້າ​ໃຈ​ໝົດ​ບັນດາ​ຂໍ້​ມູນກ່ຽວ​ກັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ. ຕົວຢ່າງ​ຄື: ຢູ່​ສິງ​ກາ​​ໂປລົງທຶນ​ໃຫ້​ຂົງ​ເຂດວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ ລັດ​ຈະ​ຍົກ​ເວັ້ນພາສີ​ 30% ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ກຳ​ໄລ ​ແລະ ໜູນ​ຊ່ວຍ​​ໃຫ້ເຂົາ​ເຈົ້າ​ໃນ​ຍອດ​ຈຳນວນ​ເງິນລົງທຶນ. ໝາຍ​ຄວາມ​ວ່າ​ຕ້ອງ​ມີ​ກົນ​ໄກ​ສົ່ງ​ເສີມ​ການ​ລົງທຶນ​ວິທະຍາສາດ​ເຕັກ​​ໂນ​​ໂລ​ຢີ. ຫວຽດນາມ ​ຄວນ​ຮຳ່ຮຽນ​ເອົາ​ບົດຮຽນ​ຂອງ ສ. ​ເກົາຫຼີ, ສິງ​ກາ​​ໂປ. ​ເຂົາ​ເຈົ້າ​ມີບັນດາ​ສະ​ຖາ​ບັນຊອກຮູ້​ສະ​ເພາະ​ບັນດາ​ເຕັກ​ໂນ​ໂລ​ຢີກ້າວໜ້າ​ໃນ​ໂລກ ຫຼັງ​ຈາກ​ນັ້ນ​ຈະ​ມອບ​ສົ່ງ​ໃຫ້​ບັນດາ​ວິ​ສາ​ຫະກິດ. ຄ່າ​ໃຊ້ຈ່າ​ຍ​ໃຫ້​ບັນດາສະຖານ​ບັນ​ດັ່ງກ່າວ​ໂດຍ​ລັດ​ໜູນ​ຊ່ວຍ​​ອີງ​ຕາມ​ຜົນ​ປະ​ໂຫຍ​ດທີ່ນຳ​ມາ​ໃຫ້​ວິ​ສາ​ຫະກິດ. ນີ້​ແມ່ນ​ການ​ຮ່ວມ​ມື​ລະຫວ່າງພາກ ລັດ - ​ເອກະ​ຊົນ​.”

ທ່ານ​ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິ​ທະຍາ​ສາດ - ​ເຕັກ​ໂນ​ໂລ​ຢີ ​ເຈີ່ນ​ວັນ​ຕູ່​ງ, ​ໃຫ້​ຮູ້​ວ່າ: ບັນດາ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ວິ​ສາ​ຫະກິດ​ເມື່ອ​ລົງທຶນດ້ານ​ວິທະຍາສາດ​ເຕັກ​ໂນ​​ໂລ​ຢີ ​ເຖິງ​ວ່າ​ໄດ້​ຮັບ​ບຸລິມະສິດ​ຄື: ຫລຸດຜ່ອນ​ພາສີ​ເມື່ອ​ນຳ​ເຂົ້າວັດ​ຖຸອຸປະກອນ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ບຸລິມະສິດ​ພາສີ​ເຊົ່າທີ່​ດິນກໍ​ຕາມ…​ ແຕ່​ເລື່ອງນຳ​ໃຊ້​ຢູ່​ບັນດາ​ທ້ອງ​ຖິ່ນ ​ແລະ ຂະ​ແໜງ​ພາສີ​ພັດບໍ່ທັນ​ເປັນ​ເອກ​ະພາບ​ເທື່ອ. ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຈະ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ເພື່ອ​​ແນະນຳ, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດໃຫ້​ວິ​ສາ​ຫະກິດ​ລົງທຶນ​​ເຂົ້າ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ:

“ປະຈຸ​ບັນ, ​ພວກ​ເຮົາ​ມີ​ນະ​ໂຍບ​າຍ​ແລ້ວ, ​ແຕ່​ການຈັດ​ຕັ້ງ​ບໍ່​ທັນ​ຄົບ​ຊຸດ​ເທື່ອ, ຄວນ​ມີ​ການ​ສົມທົບກັນ​​ໃຫ້​ດີ​ກ່ວາ​ອີກ. ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຈະ​ສົມທົບ​ກັບກະຊວງ​ການ​​ເງິ​ນ​ໃຫ້​ດີ​ກ່ວາ​ອີກ​ເພ່ືອ​ໃຫ້​ອົງການ​ຕ່າງໆຄື​: ກົມ​ພັດທະນາ​ຕະຫຼາດ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີສົມທົບ​ກັບກົມ​ໃຫຍ່​ພາສີ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​ເຮັດ​ແນ​ວ​ໃດ​​ສາມາດ​ແນະນຳ​ໃຫ້​ບັນດາ​ກົມ​ພາສີ​ຢູ່​​ຂັ້ນ​​ແຂວງ, ນະ​ຄອນປະຕິບັດ ​ແລະ ໝູນ​ໃຊ້​ໃຫ້​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ.”

​ໃນ​ວິວັດ​ແຫ່ງ​ກາ​ນພັດທະນາ, ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ​ເອົາ​ໃຈໃສ່​ຍົກ​ສູງ​ຄຸນ​ນະພາ​ບຜະລ​ິດຕະພັນ. ​ເຮັດ​​ໄດ້ຄື​ແນວ​ນັ້ນ​ວິ​ສາ​ຫະກິດ ຫວຽດນາມ ຈຶ່ງ​ມີ​ກາລະ​ໂອກ​າດຄອງ​ຕະຫຼາດ ​ແລະ ຫຼີກ​ລ້ຽງ​ໄພ​ຖອຍ​ຫຼັງ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ.


ຂ່າວ/ບົດ​ອື່ນ