(VOVWORLD) -ໃນຊຸມປີຜ່ານມາ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າມາ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນເກືອບ 2 ປີຜ່ານມາ, ບັນດານັກລົງທຶນຕ່າງກໍມີຄວາມປາດຖະໜາ ຢາກກໍ່ສ້າງເຂດອຸດສາຫະກຳຕາມທິດສ້າງເປັນລະບົບຊີວະພາບແບບຍືນຍົງ.
ເຂດອຸດສາຫະກຳ ບິ່ງມິນ, ແຂວງຫວິງລອງ (ພາບປະກອບ: iipvietnam.com) |
ປັດຈຸບັນ, ຫວຽດນາມ ມີເຂດອຸດສາຫະກຳ 575 ແຫ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ 61 ແຂວງ, ນະຄອນ, ສ່ວນຫຼາຍແມ່ນສຸມໃສ່ບັນດາເຂດເສດຖະກິດຈຸດສຸມ. ລະບົບເຂດອຸດສາຫະກຳຂອງ ຫວຽດນາມ ພວມແມ່ນຈຸດນັດພົບຂອງວິສາຫະກິດນັບພັນແຫ່ງ ທີ່ມາຈາກ 122 ປະເທດ ແລະ ເຂດແຄວ້ນໃນໂລກ. ໃນເກືອບ 2 ປີທີ່ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນນັ້ນ, ເສດຖະກິດໂລກ ສະແດງໃຫ້ເຫັນວ່າ ແຫຼ່ງເງິນລົງທຶນທົ່ວໂລກມີການຫັນປ່ຽນ ພາຍຫຼັງໂລກລະບາດ, ໄດ້ສ້າງກຳລັງແກ້ງແຍ້ງລະຫວ່າງບັນດາປະເທດພວມພັດທະນາ. ສິ່ງດັ່ງກ່າວພວມວາງອອກຄວາມຮຽກຮ້ອງໃໝ່ ແກ່ການພັດທະນາຂອງເຂດອຸດສາຫະກຳໃນອະນາຄົດ. ຕາມທ່ານ ຫວູແອັງຕູ, ຮອງຫົວໜ້າກົມແຜນຜັງ - ສະຖາປັດຕະຍາກຳ, ກະຊວງກໍ່ສ້າງ ແລ້ວ, ຄຳຮຽກຮ້ອງໃນສະພາບປົກກະຕິໃໝ່ ແມ່ນຕ້ອງພັດທະນາບັນດາຮູບແບບເຂດອຸດສາຫະກຳສະເພາະຂະແໜງ, ອະເນກປະສົງ ແລະ ສ້າງຕັ້ງວິຖີການດຳລົງຊີວິດໃນເຂດອຸດສາຫະກຳໃໝ່.
“ກ່ຽວກັບທ່າອ່ຽງໃໝ່ກ່ຽວຂ້ອງເຂດອຸດສາຫະກຳ, ຕາມຂ້າພະເຈົ້າແລ້ວ, ກ່ອນອື່ນໝົດແມ່ນຕ້ອງກຳນົດຄວາມຕ້ອງການໄດ້ຢ່າງຈະແຈ້ງ ຫາກບໍ່ແມ່ນສ້າງຂຶ້ນມາແລ້ວລໍຖ້າຮັບຢ່າງດຽວ. ພວກເຮົາຕ້ອງຊອກຮູ້ຢ່າງລະອຽດ ກ່ຽວກັບຄວາມຕ້ອງການ ເຊິ່ງເຂດອຸດສາຫະກຳຂອງພວກເຮົາຈະຮັບໃຊ້. ການພັດທະນາບັນດາເຂດອຸດສາຫະກຳສະເພາະຂະແໜງນັ້ນ ກໍແມ່ນຮູບແບບໜຶ່ງທີ່ຕ້ອງຄົ້ນຄວ້າ ແລະ ຄິດໄລ່ຊັ່ງຊາ, ພັດທະນາເຂດອຸດສາຫະກຳອະເນກປະສົງ, ການດຳລົງຊີວິດ, ເຮັດວຽກ, ພັກຜ່ອນຢ່າງຄົບຊຸດ ແລະ ມີຄຸນນະພາບ.”
(ພາບປະກອບ: VOV) |
ຢູ່ ຫວຽດນາມ, ບັນດາເຂດອຸດສາຫະກຳສ່ວນຫຼາຍຍັງຕ້ອງພັດທະນາຕາມທິດຫຼາຍຂະແໜງການ, ມັກສ້າງພື້ນທີ່ກ່ອນ ແລ້ວຮຽກຮ້ອງໃຫ້ບັນດາວິສາຫະກິດເຊົ່າ ເພື່ອຈັດການຜະລິດຄືບັນດາຜະລິດຕະພັນທີ່ມີລັກສະນະ “ສຳເລັດຮູບແລ້ວ”; ຄຸນນະພາບ, ປະສິດທິຜົນດຶງດູດການລົງທຶນເຂົ້າເຂດອຸດສາຫະກຳ, ເຂດເສດຖະກິດແມ່ນຍັງຈຳກັດດ້ານປະລິມານ, ວິທະຍາສາດເຕັກນິກຍັງບໍ່ສູງ… ທ່ານ ຟ້າມຮົ່ງດຽບ, ປະທານສະພາບໍລິຫານ, ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ Shine, ເຈົ້າຂອງລົງທຶນເຂດອຸດສາຫະກຳ ນາມເກົ່າກຽນ, ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ ໃນທ່າອ່ຽງປັດຈຸບັນ, ນັກລົງທຶນຫຼາຍທ່ານພວມສົນໃຈເຖິງການພັດທະນາເຂດອຸດສາຫະກຳຕາມຮູບແບບລະບົບຊີວະພາບ, ຂຽວ ແລະ ເປັນມິດກັບສິ່ງແວດລ້ອມ:
“ທ່າອ່ຽງທີ່ນັກລົງທຶນສົນໃຈນັ້ນແມ່ນບັນດາເຂດອຸດສາຫະກຳຂຽວ, ເຂດອຸດສາຫະກຳເປັນມິດກັບສິ່ງແວດລ້ອມ ເພື່ອເຂົ້າຮ່ວມສົນທິສັນຍາການຄ້າເສລີສະບັບຕ່າງໆ, ສົ່ງອອກບັນດາຜະລິດຕະພັນຂຽວອອກສູ່ຕະຫຼາດທີ່ມີຄວາມຮຽກຮ້ອງ. ຜ່ານໄລຍະເກີດໂລກລະບາດໂຄວິດ - 19, ພວກເຮົາຕ່າງກໍເຫັນວ່າ ກຳລັງແຮງງານແມ່ນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນ. ການຄຸ້ມຄອງແຮງງານທຽວໄປ-ມາແມ່ນຍາກຫຼາຍ. ດັ່ງນັ້ນ ພວກເຮົາຕ້ອງມີນະໂຍບາຍເຮືອນຢູ່ໃຫ້ແກ່ແຮງງານ.”
ຕາມທັດສະນະຂອງນັກລົງທຶນຫຼາຍທ່ານແລ້ວ, ຫວຽດນາມ ຕ້ອງສ້າງເຂດອຸດສາຫະກຳຫຼາຍຊັ້ນ. ເພາະວ່າ ປັດຈຸບັນ, ບັນດາເຂດອຸດສາຫະກຳແບບເກົ່າ ສ່ວນຫຼາຍແມ່ນມີແຕ່ໂຮງຈັກໂຮງງານ, ບໍ່ມີເຮືອນໃຫ້ຢູ່. ເພາະສະນັ້ນ, ທ່າອ່ຽງພັດທະນາໃນເຂດອຸດສາຫະກຳ ແມ່ນມີພື້ນຖານໂຄງລ່າງຕົວເມືອງ, ລວມທັງເຮືອນຢູ່, ຫ້ອງກວດສຸຂະພາບ, ໂຮງໝໍ, ໂຮງຮຽນ ເພື່ອສາມາດຳລົງຊີວິດຢູ່ໃນເຂດອຸດສາຫະກຳນັ້ນໄດ້ເລີຍ. ທ່ານ Hongsun, ຮອງປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ ໃຫ້ຮູ້ວ່າ ຖ້າຫາກວ່າ ພັດທະນາເຂດອຸດສາຫະກຳການບໍລິການ, ມີທັງເຮືອນຢູ່, ເມື່ອປະຕິບັດ 3 ມາດຕະການຢູ່ກັບບ່ອນ, ກິນກັບບ່ອນ, ເຮັດວຽກກັບບ່ອນຄືໃນປັດຈຸບັນ ຈະເສີມຂະຫຍາຍປະສິດທິຜົນໃນການຕອບສະໜອງເງື່ອນໄຂໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້.
“ຫຼາຍປະເທດໃນໂລກ ໄດ້ສ້າງໂຮງງານຫຼາຍຊັ້ນກວ່າ, ໂຮງງານອາພາດເມັນ 5 ຊັ້ນ, 10 ຊັ້ນ ເພື່ອປະຢັດ ແລະ ໝູນໃຊ້ທີ່ດິນຢ່າງມີປະສິດທິຜົນ. ດັ່ງນັ້ນ, ກະຊວງແຜນການ ແລະ ການລົງທຶນ, ອຳນາດການປົກຄອງທ້ອງຖິ່ນ, ຄະນະຄຸ້ມຄອງເຂດອຸດສາຫະກຳ ຄວນມີການດັດປັບ, ຄົ້ນຄວ້າຄືນເພື່ອໝູນໃຊ້, ເພາະວ່າຮູບແບບດັ່ງກ່າວຢູ່ບັນດາປະເທດພັດທະນາໄດ້ ແລະ ພວມພັດທະນາ ແລະ ໄດ້ໝູນໃຊ້ປະສົບຜົນສຳເລັດ".
ຮ່າງດຳລັດປ່ຽນແທນ ດຳລັດສະບັບເລກທີ 82 ຂອງລັດຖະບານກ່ຽວກັບການຄຸ້ມຄອງເຂດອຸດສາຫະກຳ ແລະ ເຂດເສດຖະກິດໄດ້ເພີ່ມເຕີມບັນດາເຂດອຸດສາຫະກຳລົງເລິກ, ເຂດອຸດສາຫະກຳວິທະຍາສາດເຕັກໂນໂລຢີຢ່າງສົມບູນນັ້ນ ໄດ້ສະແດງໃຫ້ເຫັນການພັດທະນາ ແລະ ໃນໄລຍະຈະມາເຖິງ, ບັນດາເຂດອຸດສາຫະກຳຈະລົງເລິກກວ່າ…. ທ່ານ ຟານຫືວຖັງ, ອະດີດຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຖືວ່າ: ເພື່ອຕ້ອນຮັບບັນດານັກລົງທຶນພັດທະນາເຂົ້າມາລົງທຶນຢູ່ເຂດອຸດສາຫະກຳແຫ່ງຕ່າງໆນັ້ນ, ການກະກຽມຄວາມພ້ອມກ່ຽວກັບ “ທີ່ດິນສະອາດ” ເພື່ອຕ້ອນຮັບບັນດາໂຄງການລົງທຶນໃໝ່ ແມ່ນບັນຫາສຳຄັນທີ່ສຸດ.
“ໃນຕົວຈິງ, ນັກລົງທຶນຫຼາຍທ່ານ ພັດທະນາພື້ນຖານໂຄງລ່າງໂຄງການເຂດອຸດສາຫະກຳໄດ້ຮັບທີ່ດິນດ້ວຍຂອບຂະໜາດໃຫຍ່, ແຕ່ບຸກເບີກໜ້າພຽງໃຫ້ສ່ວນໜຶ່ງເທົ່ານັ້ນ, ສ່ວນຍັງເຫຼືອແມ່ນຍັງລໍຖ້າບັນດານັກລົງທຶນໃໝ່ມາບຸກເບີກຕໍ່… ດັ່ງນັ້ນ, ຄວນເພີ່ມທະວີກຳລັງຄວາມສາມາດເຊິ່ງບັນດາເຂດອຸດສາຫະກຳພວມມີໃນປັດຈຸບັນ, ສຸມໃສ່ການສ້າງພື້ນຖານໂຄງລ່າງໃຫ້ດີກວ່າ, ທັນສະໄໝກວ່າ ເພື່ອໃຫ້ມີຄວາມແກ້ງແຍ້ງ”.
ປັດຈຸບັນ, ບັນດາອົງການາທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ສ້າງມາດຕະການຢ່າງຄົບຊຸດ ເພື່ອທັງຮັກສານັກລົງທຶນໃນປັດຈຸບັນ, ທັງດຶງດູດບັນດາໂຄງການລົງທຶນໃໝ່ເຂົ້າມາເພີ່ມ ແລະ ປະຕິບັດການກຳນົດທິດຕ່າງໆດຶງດູດນັກລົງທຶນເພື່ອພັດທະນາເຂດອຸດສາຫະກຳ. ໄປຄຽງຄູ່ກັບການສຳຫຼວດກວດກາຄືນນະໂຍບາຍກົດໝາຍໃຫ້ສຳເລັດ ເພື່ອຮັປະກັນລັກສະນະຄົບຊຸດກ່ຽວກັບການວາງແຜນຜັງພັດທະນາບັນດາເຂດອຸດສາຫະກຳ ແລະ ຕົວເມືອງ; ສ້າງສຳເລັດມາດຕະຖານ ແລະ ຂອບເຂດນໍາໃຊ້ທີ່ດິນໃຫ້ເໝາະສົມກັບຮູບແບບການຜະລິດ./.