ສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ເພື່ອຍົກສູງມູນຄ່າການສົ່ງອອກ

(vovworld) - ໃນ​ຫຼາຍ​ປີຜ່ານມາ, ຫວຽດນາມ ​ແມ່ນໜຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ປະລິມານ​ເຂົ້າສານ​ສົ່ງ​ອອກ​ແຖວ​ໜ້າ​ໃນ​ໂລກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມູນ​ຄ່າ​​ເຂົ້າສານ​ສົ່ງ​ອອກ​ຍັງ​ຕຳ່ຢູ່ ​ເຊິ່ງສາຍ​ເຫດ​ຕົ້ນຕໍ​ແມ່ນ​ເຂົ້າສານ ຫວຽດນາມ ຍັງ​ບໍ່​ທັນ​ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ຄຸນ​ນະພາ​ບກໍ່​ບໍ່​ທັນ​ເປັນ​ປົກກະຕິ​ເທື່ອ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຂອງ​ກະຊວງ​ອຸດສາຫະກຳ - ກາ​ນຄ້າ ທີ່​ໄດ້​ຮັບ​ການຈັດ​ຕັ້ງ​ຫວ່າງ​ມໍ່ໆ​ມາ​ນີ້ກ່ຽວ​ກັບ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ສົ່ງ​ອອກ​ເຂົ້າສານປີ 2016. ບົດ​ຂຽນ “ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ເຂົ້າສານ ຫວຽດນາມ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ການ​ສົ່ງ​ອອກ” ຂອງ​ເລ້​ຮັ່ງ, ນັກ​ຂ່າວ VOV.

ສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ເພື່ອຍົກສູງມູນຄ່າການສົ່ງອອກ - ảnh 1

        ປີ 2015, ຫວຽດນາມ ສົ່ງ​ອອກ​ເຂົ້າສານ​ບັນລຸ​ເກືອບ 6,6 ລ້ານ​ໂຕນ, ດ້ວຍ​ມູນ​ຄ່າ​ກ່ວາ 2,8 ຕື້ USD, ​ເພີ່ມ​ຂຶ້ນ 4% ກ່ຽວ​ກັບ​ດ້ານ​ປະລິມານ, ​ແຕ່​ພັດຫລຸດລົງ 4,5% ກ່ຽວ​ກັບ​ມຸນ​ຄ່າ​ສົ່ງ​ອອກ​ເມື່ອ​ທຽບ​ໃສ່​ປີ 2014. ຕາມ​ການ​ຄາ​ດຄະ​ເນ​ແລ້​ວ, ການ​ສົ່ງ​ອອກ​ເຂົ້າສານຂອງ ຫວຽດນາມ ​​ໃນ​ປີ 2016 ມີ​ການ​ຜັນ​ແປ​​ໄປຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ ຍ້ອນ​ຜົນ​ສະທ້ອນ​ຂອງ​ປະກົດ​ການ El Nino ​ໄດ້ກໍ່​​ໃຫ້​ເກີດສະ​ພາບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ​ນັບ​ມື້​ນັບ​ກ້ວາງ​ຂວາງ, ​ເຮັດ​ໃຫ້​ເນື້ອ​ທີ່​ປູກ​ເຂົ້າ​ຫລຸດ​ລົງ. ສະ​ພາບ​ຂາດ​ນຳ້​ຫົດ​ກໍ່​ແມ່ນ​ສາຍ​​ເຫດ​ພາ​ໃຫ້ໂລກລະບາດ​ເພີ່ມ​ຂຶ້ນ. ສິ່ງ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄຸນ​ນະພາ​ບ​ເຂົ້າສານ ​ແລະ ຫລຸດຜ່ອນ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ເຂົ້າສານ​ສົ່ງ​ອອກ​ຂອງ​ຫວຽດນາມ ​ເມື່ອ​ທຽບ​ໃສ່​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ຄື: ​ໄທ, ອິນ​ເດຍ, ປາ​ກິດ​ສະຖານ… ຍິ່ງ​ກ່ວາ​ນັ້ນ, ​ການ​ສົ່ງ​ອອກ​ເຂົ້າສານຂອງ ຫວຽດນາມ ຍັງ​ສຸ​ມ​​ໃສ່​ຕົ້ນ​ຕໍເຂົ້າ​ບາງ​ຕະຫຼາດ​ໃຫຍ່​ດັ່ງ​ນັ້ນ​ຈຶ່ງມີ​ຄວາມ​ສ່ຽງ​. ພ້ອມ​ເຫ​ດ​ນັ້ນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວ​​ມ​ເປັນ​ເຈົ້າ​ການຕັ້ງໜ້າ​ເປີດ​ກ້ວາງ​ບັນດາ​ຕະຫຼາດ​ໃໝ່​ຄື: ​ເອີ​ລົບ, ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ. ​ເກົາ​ຫຼີ… ​ແຕ່​ຄວາມ​ຫຍຸ້ງຍາກ​ນັ້ນ​​ແມ່ນ​ບັນດາ​ຕະຫຼາດ​ນຳ​ໃຊ້​ເຂົ້າສານ​ທີ່ມີ​ຄຸນ​ນະພາ​ບສູງ, ​ໃນ​ຂະນະ​ທີ່ ຫວຽດນາມ ສົ່ງ​ອອກ​ເຂົ້າສານ​ມີ​ຄຸນ​ນະພາ​ບສູງພຽງ​ປະມານ 27% ​​ ​ແລະ ​ເຂົ້າສານ​ຂອງ ຫວຽດນາມ ຍັງບໍ່ທັນ​ມີ​ເຄື່ອງໝາຍ​ການ​ຄ້າ. ດັ່ງ​ນັ້ນ, ​ເລື່ອງ​ຍົກ​ສູ​ງຄຸນ​ນະພາ​ບ​ເຂົ້າສານ, ຈາກ​ແນວ​ພັນ​ເຂົ້າ, ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ການຍູ້​ແຮງການ​ສົ່ງ​ເສີມ​ການ​ຄ້າ… ​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນ​ທີ່​ສຸດ ​ເພື່ອ​ເພີ່ມ​​ມູນ​ຄ່າ​​ເຂົ້າສານສົ່ງ​ອອກ​ຂອງ ຫວຽດນາມ. ທ່ານ ​ເຈີ​ນຕ໋ວນ​ແອ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າ, ​ໃຫ້​ຮູ້​ວ່າ:

        “​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ສົ່ງ​ເສີມ​ການ​ຄ້າ, ບັນດາ​ວິ​ສາ​ຫະກິດ​ກໍ່​ຕ້ອງ​ການ​ໄດ້​ຮັບ​ການກຳນົດ​ທິດຂອງ​ອົງການ​ຂອງ​ລັດ​ກ່ຽວ​ກັບ​ຕະຫຼາດ, ພິ​ເ​ສດຂອງ​ສະຫະ​ສະມາ​ຄົມ​ສະບຽງ​ອາຫານ ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ການ​ສົ່ງ​ເສີມ ​ແລະ ພັດທະນາ​ຕະຫຼາດ​ດ້ວຍ​ບັນດາ​ຮູບ​ແບບ, ຮູບ​ການໃຫ້​ເໝາະ​ສົມ. ນີ້​ກໍ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງກາ​ນທີ່​ວາງ​ອອກ​​ໃຫ້​ແກ່​ກະຊວງ​ອຸດສາຫະກຳ - ການ​ຄ້າ​ໃນ​ການ​ປ່ຽນ​ໃໝ່​ວິທີ​ກາ​ນສົ່ງ​ເສີມ​ການ​ຄ້າ​ໃຫ້​ແກ່​​ຜະລິດ​ຕະພັນ​ກະ​ເສດ ​ແລະ ​ເຂົ້າສານ ​ໃຫ້​​ເໝາະ​ສົມ​ກັບ​່​ແຕ່​ລະ​ຕະຫຼາດ​”

ສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ເພື່ອຍົກສູງມູນຄ່າການສົ່ງອອກ - ảnh 2

        ຮອດ​ຈຸ​ດ​ເວລາ​ນີ້, ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​​ເຂົ້າສານຂອງ ຫວຽດນາມ ​ສາມາດ​ເຊັນ​ສັນຍາ​ສົ່ງ​ອອ​ກ​ເຂົ້າສານ​​ໄດ້ກ່ວາ 1 ລ້ານ​ໂຕນ. ນີ້​ກໍ​ແມ່ນ​ສັນຍານທີ່​ຕັ້ງໜ້າ​ໃນ​ການ​ສົ່ງ​ອອກ​ເຂົ້າສານ​ໃນ​ປີ​ນີ້. ​ໃນ​ຈຸ​ດ​ເວລາ​ນີ້, ບັນດາ​ວິ​ສາ​ຫະກິດ​ຍັງ​ຄົງ​ຕ້ອງ​ຮັກສາຕະຫຼາດ​ສົ່ງ​ອອກ​ເຂົ້າ ຈີນ ​ແລະ ​ບັນດາ​ຕະຫຼາດ​ຂັ້ນ​ສູງ​ອື່ນໆ​ອີກ. ​ເພື່ອ​ເປີດ​ກ້ວາງ​ການ​ຍູ້​ແຮງ​ກາ​ນສົ່ງ​ອອກ​ເຂົ້າ ອາ​ເມ​ລິ​ກາ, ສ. ​ເກົາຫຼີ, ​ເອີ​ລົບ… ບັນດາ​ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ ຫວຽດນາມ ພວມ​​ເປັນ​ເຈົ້າ​ການລົງທຶນ​ຈາກ​ແນວ​ພັນ​ປູກ, ຄຸນ​ນະພາ​ບ​ເຂົ້າສານ​ປອດ​ສານພິດ, ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ​ແລະ ສົ່ງ​ເສີມ​ການ​ລົງທຶນ. ທ່ານ ຮີ່ງ​ເທ໋ນັງ, ປະທານ​ສະຫະ​ສະມາຄົມ​ສະບຽງອາຫານພາກ​ໃຕ້, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ສະບຽງອາຫານ​ພາກ​ໃຕ້, ​ໃຫ້​ຮູ້​ວ່າ:

        “ກຳນົດ​ທິດ​ສ້າ​ງລະບົບ​ມູນ​ຄ່າ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ເຂົ້າສານ ​ແລະ ມຸ່ງ​ໄປ​ເຖິງ​ການ​ສ້າງ​ເຄື່ອງໝາຍ​​ເຂົ້າສານ, ຄາດ​ວ່າ​ໃນ​ໄຕ​ມາ​ດທີ 1 ຂອງ​ປີ 2016 ຈະມີ​ແຜນການ​ລະອຽດ. ນີ້​ແມ່ນ​ບັນດາ​ປັດ​ໄຈ​ເພື່ອ​ນຳ​ບັນດາ​ວິ​ສາ​ຫະກິດຂອງ​ສະຫະ​ສະມາ​ຄົມ​ກ້າວ​ຂຶ້ນ​ແນ​ໃສ່​ນຳພາ​ຕະຫຼາດ​ເຂົ້າສານ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ດ້ານ​ອື່ນ, ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ເຂົ້າສານກໍ່​ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ທີ່​ປຶກສາ​ດ້ານ​ການ​ຄ້າ ປະຈຳ​ຕ່າງປະ​ເທດ​ໜູນ​ຊ່ວຍ​ດ້ານ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕະຫຼາດ, ກະຊວງ​ອຸດສາຫະກຳ - ການ​ຄ້າ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຊາວ​ກະສິກອນ ​ແລະ ວິ​ສາ​ຫະກິດ​​ໃນ​ການ​ຍົກ​ສູງ​ເຕັກ​ໂນ​ໂລ​ຢີຜະລິດ​ປຸງ​ແຕ່ງ, ພິ​ເສດ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ຫ້ອງ​ທົດ​ລອງ​ບັນລຸ​ມາດຕະຖານ​ສາກົນ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ. ທ່ານ ຫງວຽນ​ຈູງ​ກຽນ, ປະທານ​ສະພາ​ບໍລິຫານ​ບໍລິສັດ​ຫຸ້ນ​ສ່ວນ Gentraco, ສະ​ເໜີ​ວ່າ:

        “ສ​ະ​ເໜີ​ໃຫ້​ສະຫະ​ສະມາຄົມ​ສະບຽງອາຫານ ​ແລະ ບັນດາ​ທີ່​ປຶກສາ​ການ​ຄ້າ ສືບ​ຕໍ່​ໜູ​ນຊ່ວຍ​ວິ​ສາ​ຫະກິດ​​ດ້ານຂໍ້​ມູນ​ຂ່າວກ່ຽວ​ກັບ​ບັນດາ​ນະ​ໂຍບາຍ, ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ, ຫຼັກ​ອະນາ​ໄມ​ທັນ​ຍາ​ຫານ, ການ​ກວດກາ​ພືດ, ວິວັດທະນາ​ການ TPP ສຳລັບ​ເຂົ້າສານ, ນະ​ໂຍບາຍ​ພາສີ. ການໜູນ​ຊ່ວຍ​ວິ​ສາ​ຫະກິດ​ກ່ຽວ​ກັບ​ການ​ຂັດ​ແຍ້​ງດ້ານ​ການ​ຄ້າ, ບັນດາ​ຮົ້ວ​ກີດຂວາງ​ດ້ານ​ເຕັກ​ນິກ”

        ສະຫະ​ສະມາຄົມ​ສະບຽງ​ອາຫານ ​ແລະ ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ເຂົ້າສານ​ລ້ວນ​ແຕ່​ຖື​ວ່າ: ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ຂອງ​ເຂົ້າສານ, ສົ່ງ​ອອກ​ເຂົ້າສານ​ເຂົ້າ​ບັນດາ​ຕະຫຼາດຕ້ອງການ, ຄຸນ​ນະພາ​ບ​ຊາວ​ກະ​ສິກ​ອນ, ວິ​ສາ​ຫະກິດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ຕ້ອງ​ຍູ້​ໄວ​ການ​ສ້າງ​ວິວັດທະນາ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ເຂົ້າສານ ຫວຽດນາມ. ນີ້​ກໍ່​ແມ່ນ​ມາດ​ຕະການ​ພື້ນຖານ​ເພື່ອ​ໃຫ້​ເຂົ້າສານ ຫວຽດນາມ ພັດທະນາ​ຕາມ​ທິດ​ໝັ້ນ​ຄົງ ​ແລະ ມີ​ປະສິດທິ​ຜົນ.

                                                   



ຕອບກັບ

ຂ່າວ/ບົດ​ອື່ນ