ສ້າງເຄື່ອງໝາຍໝາກພິກໄທ ຫວຽດນາມ

(vovworld)- ໃນຊຸມປີມໍ່ໆມານີ້, ຍາມໃດຫວຽດນາມກໍຢືນອັນດັບ 1 ຂອງໂລກກ່ຽວ​ກັບ​ການ​ຜະລິດ ​ແລະ ສົ່ງ​ອອກ​ໝາກ​​ພິກ​ໄທ. ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ, ລາຄາ ໝາກ​​ພິກ​ໄທ​ສົ່ງ​ອອກ​ຂອງ​ຫວຽດນາມ ຕຳ່​ກວ່າ​ເມື່ອ​ທຽບ​ໃສ່​ປະ​ເທດ​ຈຳນວນ​ຫນຶ່ງ, ຍ້ອນ​ຂອດຈັດ​ສັນ​ທີ່​ດິນ​​ປູກຝັງ ​ແລະ ປຸງ​ແຕ່ງ​ໝາກ​​ພິກ​ໄທ ບໍ່​ທັນ​ຄົບ​ຊຸດ. ຄຽງ​ຄູ່​ກັນ​ນັ້ນ ການສ້າງ​ເຄື່ອງໝາຍໝາກ​​ພິກ​ໄທ ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫລາຍປານ​ໃດ. ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ຫວຽດນາມ ພວມ​ຍູ້​ແຮງ​ການ​ສ້າງ​ເຄື່ອງໝາຍການ​ຄ້າ​ໃຫ້ໝາກ​​ພິກ​ໄທ​ເພື່ອ​ຈຸດໝາຍ​ສົ່ງ​ອອກໝາກ​​ພິກ​ໄທ​ແບບ​ຍືນ​ຍົງ.

ສ້າງເຄື່ອງໝາຍໝາກພິກໄທ ຫວຽດນາມ - ảnh 1
ສວນປູກໝາກພິກໄທຢູ່ຫວຽດນາມ
ພາບ:internet

        ຄວາມ​ຈິງ​​ແລ້ວ, ຄຸນ​ນະພາ​ບ ໝາກ​​ພິກ​ໄທຂອງ​ຫວຽດນາມ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ. ​ໃນ​ຮອບ​ເວລາ 5 ປີ​ມາ​ນີ້, ສະ​ເລ່ຍ​ແຕ່ລະ​ປີ, ຫວຽດນາມ ສົ່ງ​ອອກ ໝາກ​​ພິກ​ໄທ ບັນລຸ​ແຕ່ 800 ລ້ານ​ເຖິງ 1 ຕື້ USD. ຕະຫລາດ​ສົ່ງ​ອອກ ໝາກ​​ພິກ​ໄທ ຫວຽດນາມ ​ໄດ້​ຮັບ​ການ​ເປີດ​ກວ້າງ​ຢ່າງ​ລຽນຕິດ. ​ໃນ 10 ປີ​ມາ​ນີ້​, ໝາກ​​ພິກ​ໄທ ຫວຽດນາມ ຖືກ​ສົ່ງ​ໄປ​ຂາຍຢູ່ 80 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ໃນ​ໂລກ. ປີ 2012, ໝາກ​​ພິກ​ໄທ ​ແມ່ນ​ຫນຶ່ງ​ໃນ​ບັນດາ​​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມທີ່​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ສູງ, ບັນລຸ 810 ລ້ານ USD. ​ແຕ່​ຕົ້ນ​ປີ 2013 ມາ​ຮອດ​ປະຈຸ​ບັນ ຫວຽດນາມ​ ສົ່ງ​ອອກ​ໝາກພິກ​ໄທ​ໄດ້ກວ່າ 38.000 ​ໂຕນ ດ້ວຍ​ຍອດ​ວົງ​ເງິນ​ສົ່ງ​ອອກ​ບັນລຸ​ກວ່າ 254 ລ້ານ USD(​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ). ປະຈຸ​ບັນ ໝາກ​​ພິກ​ໄທ ສົ່ງ​ອອກ​ຂອງ​ຫວຽດນາມ ພວມ​ມີ​ກາລະ​ໂອກາດ, ຍ້ອນ​ກວມ​ອັດຕາ​ສ່ວນ​ສົ່ງ​ອອກ​​ໃຫຍ່, ສະ​ນັ້ນ ອາດ​ຈະ​ຕັດສິນ​ຊີ້​ຂາດ​ລາຄາໝາກ​​ພິກ​ໄທ​​ໃນ​ຕະຫລາດ​ໂລກ​ໄດ້. ທ່ານ ​ໂດ​ຮ່າ​ນາມ, ປະທານ​ສະມາ​ຄົມໝາກ​​ພິກ​ໄທ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ສົ່ງ​ອອກ ໝາກ​​ພິກ​ໄທ​ຫວຽດນາມ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ວ່ອງ​ໄວ, ຈາກ​ປະ​ເທດ​ບໍ່​ມີ​ຊື່​ໃນ​ແຜນ​ທີ່​ສົ່ງ​ອອກ​ຂອງ​ໂລກ, ປະຈຸ​ບັນ​​ຫວຽດນາມກວມ​ອັດຕາ​ສ່ວນ​ສົ່ງ​ອອກ​ໝາກ​​ພິກ​ໄທເກືອບ 50% ​ແລະ ມີ​ຈຸດ​ຢືນສຳຄັນ​ໃນ​ຕະຫລາດ​ທົ່ວ​ໂລກ. ທຸກ​ປະ​ເທດ​ສົ່ງ​ອອກໝາກ​​ພິກ​ໄທ ລ້ວນ​ແຕ່​ອີງ​ໃສ່​ຫວຽດນາມ​ເພື່ອ​ຂາຍ​ຕາມ​ລາ​ຄາ​ຂອງ​ຫວຽດນາມ.”

        ​ເຖິງ​ວ່າ​ບັນລຸ​ໄດ້​ປະລິມານ​ການ​ສົ່ງ​ອອກ​ຫລາຍສົມຄວນ​ກໍ​ຕາມ, ​ແຕ່​ວິວັດ​ການ​ສົ່ງ​ອອກ ໝາກ​​ພິກ​ໄທ​ຂອງ​ຫວຽດນາ​ມ​ໃນ​ໄລຍະ​ຜ່ານ​ມາ​​ສະແດງໃຫ້​ເຫັນວ່າ​ບໍ່​ເປັນ​ປົກກະຕິ. ຫນຶ່ງ​ໃນ​ບັນດາ​ຂໍ້ຄົງຄ້າງຕົ້ນຕໍ ນັ້ນ​ແມ່ນ ​ການ​ຮ່ວມ​ສຳພັນ​ລະຫວ່າງ​ຜູ້​ຜະລິດ, ລະບົບ​ເກັບ​ຊື້​ຂອງ​ຕົວ​ແທນ​ຈຳຫນ່າຍ ​ແລະ ບັນດາ​ວິ​ສາ​ຫະກິດ​ປຸງ​ແຕ່ງ ໝາກ​​ພິກ​ໄທ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຄວາມ​ກ້າວ​ຫນ້າດ​້ານ​ເຕັກນິກ​ກ່ຽວ​ກັບ​ແນວ​ພັນ​ປູກ, ຜົນ​ລະ​ປູກ, ​ເກັບ​ກ່ຽວ, ປຸງ​ແຕ່ງ ໝາກ​​ພິກ​ໄທ​ບໍ່​ທັນ​​ໄດ້​ໝູນ​ໃຊ້​ຢ່າງ​ຄົບ​ຊຸດ ສະ​ນັ້ນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອາຊີບ​ປູກໝາກ​​ພິກ​ໄທ​​ເພື່ອສົ່ງ​ອອກ. ຄຽງ​ຄູ່​ກັນ​ນັ້ນ ລະບົບ​ຈຳຫນ່າຍ ໝາກ​​ພິກ​ໄທ​ຢູ່​ບັນດາ​ສວນ​ປູກ ໝາກ​​ພິກ​ໄທ ສ່ວນ​ຫລາຍ​ແມ່ນ​ອີງ​ໃສ່​ພໍ່ຄ້າ​ຊາວ​ຂາຍ, ​ເຮັດ​ໃຫ້ລາຄາ​ບໍ່​ເປັນ​ປົກກະຕິ. ສະ​ນັ້ນ​ເພື່ອ​ໃຫ້ ໝາກ​​ພິກ​ໄທ​ພັດທະນາ​ແບບ​ຍືນ​ຍົງ, ຄວນ​ແກ້​ໄຂ​ບັນຫາ​ເຕັກນິກ​ກໍ​ຄື​ຕະຫລາດ​ຈຳຫນ່າຍ​ຜະລິດ​ຕະພັນ​ໂດຍ​ໄວ. ທ່ານ ຫງວຽນ​ບາ​ທີ້ງ, ​ເຈົ້າ​ຂອງ​ຮາກ​ຖານປູກໝາກ​​ພິກ​ໄທ ຢູ່​ເມືອງ ຈື​ເຊ ​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ:

        “ຖ້າ​ຫາກ​ວິ​ສາ​ຫະກິດ, ບັນດາ​ພໍ່ຄ້າ​ຊາວຂາຍ​ເກັບ​ຊື້ ໝາກ​​ພິກ​ໄທ​ບໍ່​ສະ​ໝຳ່ສະ​ເຫມີ, ບໍ່​ຮັບປະກັນ​ມາດຕະຖານ​ເພື່ອ​ສົ່ງ​ອອກ ຈະ​ເຮັດ​ໃຫ້​ລາຄາໝາກ​​ພິກ​ໄທ​ຫລຸດ​ລົງ ພ້ອມ​ທັງ​ຊື່​ສຽງ​ເຄື່ອງໝາຍໝາກ​​ພິກ​ໄທ​ຫວຽດນາມ ຖືກ​ຜົນ​ສະທ້ອນ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຊາວ​ກະສິກອນ​ຜະລິດ​ໄດ້​​ເທົ່າ​ໃດ​ວິ​ສາ​ຫະກິດ​ມາເກັບ​ຊື້ ຕ້ອງ​ມີ​ການຫຸ້ມ​ຫໍ່​​ແລະ​ມີ​ຫນັງສື​ຢັ້ງຢືນ​ໃຫ້​ແກ່​ບັນດາ​ຄອບຄົວ​ບັນລຸ​ມາດຕະຖານ, ​ເວລາ​ນັ້ນ ໝາກ​​ພິກ​ໄທ​ຂອງ​ພວກ​ຂ້າພະ​ເຈົ້າ​ຈື່ງ​ມີ​ຄຸນຄາາ​ສູງ​ກວ່າ.”

ສ້າງເຄື່ອງໝາຍໝາກພິກໄທ ຫວຽດນາມ - ảnh 2
ສະ​ເລ່ຍ​ແຕ່ລະ​ປີ, ຫວຽດນາມ ສົ່ງ​ອອກ ໝາກ​​ພິກ​ໄທ ບັນລຸ​ແຕ່
 800 ລ້ານ​ເຖິງ 1 ຕື້ USD
ພາບ:internet

        ​ເພື່ອ​​ແກ້​ໄຂ​ບັນຫາ​ນີ້, ສະຫະ​ສະມາຄົມ ໝາກ​​ພິກ​ໄທ ​ເມືອງ​ຈື​ເຊ ​ໄດ້​ສ້າງ​ຕັ້ງ​ສູນ​ເຊື່ອມ​ຕໍ່​ລະຫວ່າງ​ຊາວ​ກະສິກອນ​ຜະ​ລິດໝາກ​​ພິກ​ໄທ​ເພື່ອ​ຂາຍ​ໂດຍ​ກົງ​ໃຫ້​ແກ່​ວິ​ສາ​ຫະກິດ​ປຸງ​ແຕ່​ງ ຫາກ​ບໍ່​ຕ້ອງ​ຜ່ານ​ພໍ່ຄ້າ​ຊາວ​ຂາຍ, ຕົວ​ແທນ​ຈຳຫນ່າຍ, ຈາກ​ນັ້ນ​ຈຶ່ງ​ຄວບ​ຄຸມ​ລາຄາ​ ​ແລະ ຕົ້ນ​ກຳ​ເນີ​ດ​ໄດ້. ຕາມ​ສະຫະ​ສະມາຄົມໝາກ​​ພິກ​ໄທ ຫວຽດນາມ ​ແລ້ວ, ນີ້​ແມ່ນ​ວິທີດີ​ຕ້ອງ​ທະ​ວີ​ຄູນ. ມາ​ຮອດ​ປະຈຸ​ບັນ, ສະຫະ​ສະມາຄົມ ໝາກ​​ພິກ​ໄທ ຫວຽດນາມ ​ໄດ້​ເລືອກ​ເຟັ້ນ 2 ຜະລິດ​ຕະພັນ ໝາກ​​ພິກ​ໄທ ນັ້ນ​ແມ່ນ ໝາກ​​ພິກ​ໄທ ຟູກ​ວກ ​ແລະ ຈື​ເຊ ​ເພື່ອ​​ໂຄສະນາ​ເຄື່ອງໝາ​ຍການຄ້າ. ລັດຖະບານ​ກໍ​​ໄດ້​ອະນຸມັດ​ອຸດຫນູນ​​ລາຍ​ຈ່າຍ​ຈຳນວນ​ຫນຶ່ງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​. ສະຫະ​ສະມາຄົມ​ໄດ້​ຈັດ​ຕັ້ງ​ໃຫ້​ບັນດາ​ສະມາຊິກ​ລົງສຳ​ຫລວດ, ສຳ​ພັດ​​ໂດຍ​ກົງ​ກັບ​ບັນດາ​ຕະຫລາດ​ນຳ​ເຂົ້າ​​ໃຫຍ່​ຢູ່ ດູ​ບາຍ ​ແລະ ສະຫະພາບ​ເອີ​ລົບ (EU). ທ່ານ ​ໂດ​ຮ່າ​ນາມ, ປະທານ​ສະຫະ​ສະມາຄົມ ໝາກ​​ພິກ​ໄທ ຫວຽດນາມ ຖື​ວ່າ: ຢາກ​ຮັກສາ​ຕະຫລາດ​ແບບ​ຍືນ​ຍົງ, ຫວຽດນາມ ຕ້ອງ​ສ້າງ​ຍຸດ​ທະສາດພັດທະນາ​ຢ່າງ​ຄົບ​ຊຸດ, ຈາກ​ບັນດາ​ອົງການ​ກ່ຽວຂ້ອງ, ຄອບຄົວ​ຊາວກະສິກອນ​ປູກ ໝາກ​​ພິກ​ໄທ​ຕະຫລອດ​ຮອດ​ບັນດາ​ບໍລິສັດປຸງ​ແຕ່ງ, ສົ່ງ​ອອກ.

        “​ເພື່ອ​ຜັນ​ຂະຫຍາຍ​ມາດ​ຕະການ​ຊື່​ງພວກ​ເຮົາ​ໄດ້​ວາງ​ອອກ ກ່ອນ​ອື່ນ​ໝົດ​ພວກ​ເຮົາ​ຕ້ອງ​ຈັດ​ຕັ້ງ​ການ​ໂຄສະນາ, ທຳ​ອິດ​ແມ່ນ​ສ້າງ​ຫນ່ວຍ​ຈຳຫນ່າຍໝາກ​​ພິກ​ໄທ ຢູ່​ບັນດາ​ທ້ອງ​ຖິ່ນ, ​ໂຄສະນາຫນັງສືແນະນຳຂອງ​ບັນດາ​ນັກວິທະຍາສາດ, ອົງການ​ກວດກາ​ຄຸນ​ນະພາ​ບ ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຊາວ​ກະສິກອນ​ເຫັນ​ໄດ້​ວ່າ ສ້າງ​ສວນ ໝາກ​​ພິກ​ໄທ​ແບບ​ຍືນ​ຍົງ​ຈຶ່ງ​ມີ​ຕະຫລາດ​ສ່ົງ​ອອກ​ແບບ​ຍືນ​ຍົງ​​ໄດ້.”

        ​ເພື່ອ​ສ້າງ​ເຄື່ອງໝາຍ​ສົ່ງ​ອອກ ໝາກ​​ພິກ​ໄທ ​ແບບ​ຍືນ​ຍົງ, ຂະ​ແຫນງ ໝາກ​​ພິກ​ໄທ ພວມ​​ເອົາ​ໃຈ​ໃສ່​ປັບປຸງ ​ແລະ ສ້າງ​ບັນດາ​ເຂດ​ຜະລິດໝາກ​​ພິກ​ໄທ, ມີ​ຫນັງສື​ຢັ້ງຢືນ​ຕົ້ນ​ກຳ​ເນີ​ດ ​ແລະ ຕ້ອງ​ໝັ້ນ​ໝາຍ​ຮັບປະກັນ​ມາດຕະຖານ​ຄວາມ​ປອດ​ໄພ​ ທີ່​ໄດ​້​ກຳນົດຂອງ​​ອົງການ​ສາກົນ. ດ້ວຍ​ບັນດາ​ມາດ​ຕະການ​ທັງ​ມີ​ລັກ​ສະ​ນະ​ແທ​ດ​ຈິງ, ​ຍາວ​ນານ, ຂະ​ແຫນງ ໝາກ​​ພິກ​ໄທ ຫວຽດນາມ ພວມ​ວາງ​ອອກ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ເພື່ອ​ໃຫ້​ຂະ​ແຫນງໝາກ​​ພິກ​ໄທ ຫວຽດນາມ ບໍ່ພຽງ​ແຕ່​ຮັກສາ​​​​ປະ​ເທດ​ນຳ​ຫນ້າ​ໃນ​ການ​ສົ່ງ​ອອກໝາກ​​ພິກ​ໄທ​ເທົ່າ​ນັ້ນ ຫາກ​ສິ່ງ​ສຳຄັນ​ແມ່ນ​ນຳ​ມາ​ເຊິ່ງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ແກ່​ປະຊາຊົນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ