ສ້າງເງື່ອນໄຂສະດວກຢ່າງສຸດຂີດເພື່ອໃຫ້ວິສາຫະກິດພັດທະນາ

(vovworld) - ລັດ​ຈະ​ສ້າງ​ເງື່ອນ​ໄຂ​ຢ່າງ​ສູງ​ໃຫ້​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ. ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດ​າ​ເນື້ອ​ໃນ​ສຳ​ຄັນ​ຂອງ​ມະ​ຕິ​ເລກ​ທີ 35 ກ່ຽວ​ກັບ​ການ​ໜູນ​ຊ່ວຍ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຮອດ​ປີ 2020. ນັ້ນ​ກໍ່​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ທີ່​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ວິ​ສ​າ​ຫະ​ກິດ​ທີ່​ຫາກ​ໍ​ດຳ​ເນີນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ໃນ​ທ້າຍ​ເດືອນ 04 ຜ່ານ​ມາ. ບົດ​ຂຽນ​ຂ​ອງ ໂຕ​ຕວນ, ນັກ​ຂ່າວ VOV.


ສ້າງເງື່ອນໄຂສະດວກຢ່າງສຸດຂີດເພື່ອໃຫ້ວິສາຫະກິດພັດທະນາ - ảnh 1
(ພາບ​ປະ​ກອບ: baoquangninh)

ມະ​ຕິ​ເລກ​ທີ 35 ຂອ​ງ​ລັດ​ຖະ​ບາ​ນ​ໄດ​້​ກຳ​ນົດ​ຄາດ​ໝາຍ​ຮອດ​ປີ 2020, ວິ​ສາ​ຫະ​ກິດ​ຫວຽດ​ນາມ ມີ​ກຳ​ລັງ​ແກ່ງ​ແຍ້ງ, ​ພັດ​ທະ​ນາແບບ​ຍື​ນ​ຍົງ ແລະ ​ ໃນ​ທົ່ວ​ປະ​ເທດ​ມີວ​ິ​ສາ​ຫະ​ກິດ​ເຄື່ອນ​ໄຫວຢ່າງ​ໜ້ອຍ​ສຸດ​ແມ່ນ​ 1 ລ້ານ​ແຫ່ງ, ໃນ​ນັ້ນ​ມີບັນ​ດາ​ວິ​ສາ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ​ມີແຫຼ່ງ​ກຳ​ລັງ​​ເຂັ້ມ​ແຂງ​. ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍນີ້, ມະ​ຕິ​ກໍ​ຍົກ​ອອກ​ບາງ​ໜ້າ​ທີ່ ແລະ ມາ​ດ​ຕະ​ການ​ແກ້​ໄຂ, ໃນ​ນັ້ນ​ມາດ​ຕະ​ການ​ແກ້​ໄຂ​ທຳ​ອິດ​ແມ່ນ​ການ​ປະ​ຕິ​ຮູບ​​ລະ​ບຽບບໍ​ລິ​ຫານ, ສ້າງ​ຄວາມ​ສະ​ດວກ​​ໃຫ້​ວິ​ສາ​ຫະ​ກິດ; ສ້າງ​ສະ​ພາບ​ແວດ​ລ້ອມ​ ​ສະ​ດວກ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ປະ​ກອບ​ອາ​ຊີບ, ວິ​ສາ​ຫະ​ກິດ​ມີ​ການ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ; ຮັບ​ປະ​ກັນ​ສິດ​ດຳ​ເນີນ​ທຸ​ລະ​ກິດ, ສິດ​ສະ​ເໝີ​ພາບ​ໃນ​ການ​ສຳ​ຜັດກັບ​ບັນ​ດາ​ແຫຼ່ງ​ກຳ​ລັງ ແລະ ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ; ຫຼຸດ​ຜ່ອນ​ລາຍ​ຈ່າຍ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ວິ​ສາ​ຫະ​ກິດ; ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງວິ​ສາ​ຫະ​ກິດ. ຈຸດ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ເປັນ​ຄັ້ງ​ທຳ​ອິດ​ໃນ​ມະ​ຕິ, ລັດ​ຖະ​ບານ​​ໄດ້ຢັ້ງ​ຢືນ​​ວ່າ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນແມ່ນ​ກຳ​ລັງ​ໜູນເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ. ມີ​ຈຸດ​​ໃ​ໝ່​ໜຶ່ງອີກ​ນັ້ນ​ແມ່ນ ລັດ​ຖະ​ບານ​ໄດ້​ຮຽກ​ຮ້ອງ​ສ້າງ​ແຜນ​ການສຳ​ຫຼວດ​ກວດ​ກາ ແລະ ກວດ​ສອບວິ​ສາ​ຫະ​ກິດ​ຢ່າງ​ເປີດ​ເຜ​ີຍ, ຫຼີິກ​ລ້ຽງບໍ່​ໃຫ້ຊ້ອນ​ກັນ; ວຽກ​ງານ​ກວດ​ກາ​ມີ​ແຕ່​ປະ​ຕິ​ບັດ​ປີ​ລະ​​ເທື່ອໜຶ່ງ​ເທົ່າ​ນັ້ນ, ພິ​ເສດ​ແມ່ນ​ການ​ປະ​ຕິ​ຮູ​ບ​​ດ້ານ​ການບໍ​ລິ​ຫານ​ໃນ​ຂົງ​ເຂດ​ພາ​ສີ​ອາ​ກອນ. ທ່ານ​ນາງ ຫງວຽນ​ທິ​ກຸກ, ສະ​ພາ​ທີ່​ປຶກ​ສາ​ດ້າ​ນ​ພາ​ສີ​ອາ​ກອນ ຫວຽດ​ນາມ ແບ່ງ​ປັນ​ວ່າ.

        “ປະ​ຈຸ​ບັນ, ຂະ​ແໜງ​ພາ​ສີ​ອາ​ກອນ​ໄດ້​ມີ​ການ​ປະ​ຕິ​ຮູບ​ຫຼາຍ​​ທີ່​ສຸດ​ກ່ຽວ​ກັບ​ບັນ​ດາ​​ຂັ້ນ​ຕອນ, ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​, ​ຍ້ອນ​ແນວ​ນັ້ນ​ຈຶ່ງ​ຫຼຸດ​ຜ່ອນ​ການ​ພົບ​ປະ​ໂດຍ​ກົງລະ​ຫວ່າງ​ຜູ້​​​ເສຍ​ພາ​ສີ ແລະ ອົງ​ການ​ພາ​ສີ​ອາ​ກອນ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂະ​ແໜງ​ພາ​ສີ​ອາ​ກອນ​ຕ້ອ​ງ​ມີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປັບ​ປຸງ​ບັນ​ດາ​ຂັ້ນ​ຕອນ ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ກໍ່​ສ້າງ​ພະ​ນັກ​ງານ​ພາ​ສີ​ອາ​ກອນ​ໃຫ້​ມີ​ຄວາມ​ຊຳ​ນານ ນັບ​ທັງດ້ານ​ວິ​ຊາ​ຊີບ ແລະ ວັດ​ທະ​ນະ​ທຳ​ໃນການ​ປະ​ພຶດ ແລະ ​ຈັ​ນ​ຍາ​ບັນ​ອາ​ຊີບ​ອີກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້​ນ​ວ່າ, ດ້ວຍ​ຄວາມ​ມາ​ນະ​ພະ​ຍາຍ​າມ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເຂົ້າ​ໃນ​ການ​ຄຸ​ມ​ຄອງ​ພາ​ສີ​ອາ​ກອນ, ບັນ​ດາ​ວິ​ສາ​ຫະ​ກິດ​ຈະ​ສະ​ໜັບ​ສະ​ໜູນ​ການ​ປ່ຽນ​ແປງ, ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ, ໃນ​ນັ້ນ​ມີ​ຂະ​ແໜງ​​ອາ​ກອນ ແລະ ພາ​ສີ”.

        ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ວິ​ສາ​ຫະ​ກິດ​ຢ່າງ​ທັນ​ການນັ້ນ, ລັດ​ຖະ​ບານ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງຄົ້ນ​ຄວ້າ, ສະ​ເໜີ​ຫຼຸ​ດ​ຜ່ອນອາ​ກອນລາຍ​ຮັບ​ສ່ວນ​ຕົວລົງ 50% ​ໃນ​ບາງ​ຂົງ​ເຂດ​; ພິ​ຈາ​ລະ​ນາ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ຮັບ​ຮອງ​ເ​ອົາ​ຮ່າງ​ມະ​ຕິ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ດ​້ານ​ພາ​ສີ​​ອາ​ກອນໃຫ້​ວິ​ສາ​ຫະ​ກິດ​ໃນ​ປີ 2016; ແກ​້​ໄຂ​ໜີ້​ຍ້ອນເສຍ​ພາ​ສີ​ອາ​ກອນ​ຊ້າ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ສາຍ​ເຫດ​​ພາ​ວະ​ວິ​ໄສ; ຄົ້ນ​ຄວ້າ​, ສະ​ເໜີ​ຫຼຸດ​ຜ່ອນ​ອັດ​ຕາ​ພ​າ​ສີອາ​ກອນ, ​ອາ​ກອນລາຍ​ຮັບວ​ິ​ສາ​ຫະ​ກິດໃຫ້​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ຫຼຸດ​ຜ່ອນ ແລະ ຫັນ​ລະ​ບຽບ​ການ​ບໍ​ລິ​ການ​ເປັນ​​ມາດ​ຖານ ໃນ​ສະ​ພາບ​ເຊື່ອ​ມ​ໂຍງ.

        ທີ່​ການ​ພົບ​ປະ​ກັບ​ວິ​ສາ​ຫະ​ກິດ​ຫວ່າງມໍ່ໆ​ມາ​ນີ້​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ກໍ​ຊີ້​ແຈ້ງວ່າ: ​ວິ​ສາ​ຫະ​ກິດ​​ທັງ​ໝົດ ໂດຍບໍ່​​ຈຳ​ແນກ​ຂອບ​ຂະ​ໜາດ, ຮູບ​ແບບ (ຍົກ​ເວັ້ນ​ບາງວິ​ສາ​ຫະ​ກິດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ), ພາກ​ສ່ວນ​ເສດ​ຖະ​ກິດ​ລ້ວ​ນ​ແຕ່​ມ​ີ​ຄວາມສະ​ເໝີ​ພາບໃນ​ການ​ສຳ​​ຜັດ​ກັບ​ແຫຼ່ງ​ກຳ​ລັງ​ຄື ແຫຼ່ງ​ທຶນ, ຊັບ​ພະ​ຍາ​ກອນ, ທີ່​ດິນ, ລັດ​ຈະ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັບ​ຊອບ​ທຳຮັບ​ປະ​ກັນ​ສິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ວິ​ສາ​ຫະ​ກິດ​ໄດ້​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​​ດ້ວຍ​ທຸກ​ຮູບ​ການ, ຂົງ​ເຂດ​ເຊິ່ງ​ກົດ​ໝາຍບໍ່​ຫ້າມ. ລັດ​ກໍ່​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ນະ​ໂຍ​ບາຍ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ຄວາມ​ອຸ​່ນ​ອ່​ຽງ​ໃຈ​ລົງ​ທຶນ. ແບ່ງ​ປັນ​ກ່ຽວ​ກັບ​ທັດ​ສະ​ນະ​ນີ້, ທະ​ນາຍ​ຄວາມ ຟ້າມຫງອກຮຸ່ງ, ສະ​ມາ​ຊິກ​​ສະ​ຫະສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຖື​ວ່າ.

        “ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ໄດ້​ເຮັດ​ທຸກ​ສິ່ງ​ເຊິ່ງ​ລັດ​ບໍ່​ຫ້າມ. ​ເມື່ອທຸກ​ຄົນມີ​ເງິນ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ເຖິງວ່າ​ດຳ​ເນີນ​ທຸ​ລະ​ກິດ​ຂະ​ໜາດ​ໜ້ອຍ ​ຫຼື ໃຫຍ່ກໍ່ແມ່ນ​ເລື່ອງ​ຂອງວິ​ສາ​ຫະ​ກິດ, ສ່ວນ​ເງິນ​ຂອງ​ລັດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ໃດ ເຊິ່ງລັດວິ​ສາ​ຫະ​ກິດ​ກຳ​ນົດ​ຕາມ​ນະ​ໂຍ​ບາຍ​​ຂອງ​​​ລັດ​ເພື່ອ​ປະ​ຊາ​ຊົນ. ລັດ​ຕ້ອງ​​ການລົງ​ທຶນ, ວິ​ສາ​ຫະ​ກິດ​ພ​າ​ກ​ເອ​ກະ​ຊົນ​ພ​ຽງ​ໄດ້​ປະ​ຕິ​ບັດ​ສິ່ງ​ທີ່​ລັດ​ອະ​ນຸ​ຍາດ​ເທົ່າ​ນັ້ນ. ​ມີ 2 ເສັ້ນ​ທາງ​ທີ່​ແຕກ​ຕ່າງ​ກັ​ນ​ນັ້ນ​ແມ່ນ: ວິ​ສາ​ຫະ​ກິ​ດ​ພາກ​ເອ​ກະ​ຊົນ​ມີ​ສິດ​ດຳ​ເນີນ​ທຸ​ລະ​ກິດ​ສິ່ງ​ທ​ີ່​ລັດ​ບໍ່​ຫ້າມ, ສ່ວນ​​ລັດວິ​ສາ​ຫະ​ກິດ​ ພຽງ​ມີ​ສິດ​​ເຮັດ​ສິ່ງ​​ໃດທີ່​ລັດ​ອ​ະ​ນຸ​ຍາດ​ເທົ່າ​ນັ້ນ. ສິ່ງນີ້ກໍ່​ບໍ່ຂັດ​ແຍ່ງ​ກັນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ”.

        ລັດ​ຖະ​ບານ​ຈະ​ສ​ືບ​ຕໍ່​ສ້າງ​ບັນ​ດາ​ນະ​ໂຍ​ບາຍ ເພື່ອ​ຫຼຸດ​ຜ່ອນ​ລາຍ​ຈ່າຍ​ໃຫ້​ວິ​ສາ​ຫະ​ກິ​ດ​ຢ່າງ​ແຮງ. ລັດ​ຖະ​ບານ​ກໍ​ມີ​ລາຍ​ການ​​ບຸ​ລິ​ມະ​ສິດ​​ໃຫ້​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ເຂົ້າ​ຮ່ວມ​ລະ​ບົບ​ຜະ​ລິດ; ສ້າງ​ກົນ​ໄກ​ພັດ​ທະ​ນາ​ຊ່ອງ​ແຈກ​ຢ່າຍ; ສ້າງ​ກົນ​ໄກ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ບັນ​ດາ​ກຸ່ມ​ອຸດ​ສາ​ຫະ​ກຳ​ທີ່​ມີ​ພື້ນ​ຖານ​ຢ່າງ​ພຽງ​ພໍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມ​ູນ​ຂ່າວ​ສານເຂົ້າ​ໃນ​ການ​ສະ​ໜອງ​ການ​ບໍ​ລິ​ການ​ພາກ​ລັດ. ບ​ັນ​ດາ​​ເອ​ກະ​ສານ​ນິ​ຕິ​ກຳຢ່າງ​ຄົບ​ຖ​້ວນນີ້ ຈະ​ສ້າງ​ເງື່ອນ​ໄຂ​ສູງ​ສຸດ​ໃຫ້​ວິ​ສາ​ຫະ​ກິ​ດ​ຫວຽດ​ນາມ ພັດ​ທະ​ນາ​.

ຂ່າວ/ບົດ​ອື່ນ