ສ້າງໂຄງປະກອບກະສິກຳຄືນໃໝ່ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ໂດຍແມ່ນໜຶ່ງໃນບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງຍ້ອນຜົນຮ້າຍຢ້ອນຫຼັງຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ຫວຽດນາມ ຖືການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາມີຄວາມໝາຍເປັນຕາຍ ໃນການພັດທະນາເສດຖະກິດ, ສັງຄົມ, ພິເສດແມ່ນໃນຂົງເຂດກະສິກຳ.
ສ້າງໂຄງປະກອບກະສິກຳຄືນໃໝ່ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ 

ລັດຖະບານ ຫວຽດນາມ ກໍ່ມີການກະທຳຢ່າງຂ້ຽວຂາດໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໃນນັ້ນ, ສຳຄັນພິເສດແມ່ນໂຄງປະກອບຂະແໜງກະສິກຳຄືນໃໝ່. ບົດຂຽນ “ສ້າງໂຄງປະກອບກະສິກຳຄືນໃໝ່ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ” ຂອງ ຟານແອ໋ງ, ນັກຂ່າວ VOV.

        ປະຈຸບັນ, ບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ 180 ປະເທດ ແລະ ເຂດແຄ້ວນໃນໂລກ, ປີ 2017, ມູນຄ່າການສົ່ງອອກຄາດວ່າບັນລຸ 35 ຕື້ USD. ເຖິງວ່າໄລຍະຜ່ານມາ, ບັນດາໄພພິບັດທຳມະຊາດຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນຄື: ພາຍຸ, ໄພແຫ້ງແລ້ງ, ໄພນ້ຳຖ້ວມ, ແດດຮ້ອນ, ຝົນຕົກຜິດປົກກະຕິ, ນ້ຳທະເລຊຶມເຂົ້າ, ດິນເຊາະເຈື່ອນ… ອັນໄດ້ເຮັດໃຫ້ເນື້ອທີ່ນາ, ພືດ, ທັນຍາຫານນັບໝື່ນໆ ເຮັກຕາ ຖືກເສຍຫາຍ… ວິວັດການປ່ຽນແປງຂອງດິນຟ້າອາກາດພວມນາບຂູ່ເຖິງການຄ້ຳປະກັນດ້ານສະບຽງອາຫານ ສຳລັບປະຊາຊົນນັບລ້ານໆຄົນທີ່ດຳລົງຊີວິດໃນເຂດຖືກຜົນສະທ້ອນ. ຍ້ອນເຫດນັ້ນ, ເລື່ອງສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດພວມແມ່ນໜ້າທີ່ຮີບເຮັ່ງໃນປະຈຸບັນຂອງ ຫວຽດນາມ.

        ການປ່ຽນແປງຂອງດິນຟ້າອາກາດຢ່າງວ່ອງໄວຕາມແຕ່ລະປີ, ໄດ້ກໍ່ໃຫ້ເກີດບັນດາຄວາມເສຍຫາຍອັນໃຫຍ່ຫຼວງເຖິງການຜະລິດກະສິກຳໃນທົ່ວປະເທດ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຢູ່ແຂວງ ອານຢາງ, ທ້ອງຖິ່ນມີທ່າແຮງກ່ຽວກັບການຜະລິດກະສິກຳ, ພິເສດແມ່ນການຜະລິດເຂົ້າສານ. ຂະແໜງກະສິກຳໄດ້ນຳໃຊ້ຫຼາຍມາດຕະການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນເບື້ອງຕົ້ນ. ໃນຊຸມປີມໍ່ໆມານີ້, ແຂວງ ອານຢາງ  ແລະ ຫຼາຍແຂວງ, ນະຄອນໃນເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ໄດ້ ແລະ ພວມມີການຫັນປ່ຽນໂຄງປະກອບແນວປູກ, ສັດລ້ຽງ ແລະ ຜະລິດຕາມທິດຮ່ວມສຳພັນລະບົບມູນຄ່າ, ນຳໃຊ້ວິວັດການຜະລິດປອດໄພ, ໝູນໃຊ້ຄວາມກ້າວໜ້າດ້ານເຕັກນິກ, ຜະລິດກະສິກຳໝູນໃຊ້ເຕັກໂນໂລຢີສູງ, ຍົກສູງມູນຄ່າເສດຖະກິດໃຫ້ແກ່ຊາວກະສິກອນ. ທ່ານ ເຈີ່ນແອງທື, ຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ອານຢາງ, ໃຫ້ຮູ້ວ່າ:

“ປະຈຸບັນ, ພວກຂ້າພະເຈົ້າໄດ້ສ້າງຕັ້ງບັນດາເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງ, ຂອບຂະໜາດປະມານ 100, 200 ເຮັກຕາ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ກໍ່ສ້າງໂຄງການຊົນລະປະທານ, ຈາກນັ້ນ ມີພື້ນຖານໂຄງລ່າງຮັບໃຊ້ການຫັນປ່ຽນຈາກການປູກເຂົ້າມາປູກ ພືດຜັກ, ຕົ້ນໄມ້ກິນໝາກ, ລ້ຽງສິນໃນນ້ຳ ແລະ. ສຳລັບການສ້າງໂຄງປະກອບຫັນປ່ຽນແນວປູກຄືນໃໝ່, ພວກຂ້າພະເຈົ້າໄດ້ລະມັດລະວັງ. ການຫັນປ່ຽນຕ້ອງຕອບສະໜອງ 4 ເງື່ອນໄຂ, ທີໜຶ່ງແມ່ນຕ້ອງມີຕະຫຼາດຈຳໜ່າຍ, ທີສອງແມ່ນມີປະສິດທິຜົນກ່ວາການປູກເຂົ້າ, ທີສາມແມ່ນຕ້ອງມີຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ທີສີ່ແມ່ນຕ້ອງເໝາະສົມກັບແຜນຜັງ.”

ພ້ອມກັບການຖ່າຍທອດບັນດາມາດຕະການ, ຮູບແບບການຜະລິດກະສິກຳແບບຍືນຍົງ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ມີວິສາຫະກິດຫຼາຍແຫ່ງຢູ່ ຫວຽດນາມ, ໄດ້ຄົ້ນຄ້ວາພັດທະນາເຕັກໂນໂລຢີສູງໃນການຜະລິດກະສິກຳ ແລະ ບັນລຸໄດ້ໝາກຜົນໃນເບື້ອງຕົ້ນ. ບາງເຕັກໂນໂລຢີກ້າວໜ້າໄດ້ຮັບການພັດທະນາເພື່ອຮັບໃຊ້ການຜະລິດຄື: ເຕັກໂນໂລຢີພັນທຸກຳແນວພັນຕົ້ນໄມ້ປ່າ, ເຕັກໂນໂລຢີຜະລິດຜັກປອດສານພິດຕາມມາດຖານ VietGAP, ເຕັກໂນໂລຢີປູກຜັກໃນຮົ່ມ…

ກະສິກຳ ຫວຽດນາມ ພວມຜັນຂະຫຍາຍ “ແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ”, ຊ່ວຍໃຫ້ຂະແໜງປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງກຳລັງແກ່ງແຍ້ງ ໃນການເຊື່ອມໂຍງເຂົ້າກັບສາກົນ. ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຖືວ່າ:

“ໄລຍະຈະມາເຖິງ, ຕໍ່ໜ້າສິ່ງທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ, ຕໍ່ໜ້າສິ່ງທ້າທາຍຂອງການສ້າງໂຄງປະກອບກະສິກຳຄືນໃໝ່ທີ່ອີງໃສ່ການຫັນບັນດາຄົວຄອບແບບກະແຈກກະຈາຍ ໄປສູ່ພື້ນຖານກະສິກຳລວມສູນຕາມທິດລະບົບມູນຄ່າສິນຄ້ານັ້ນ ບໍ່ມີວິທີອື່ນອີກ ແມ່ນຕ້ອງສຸມໃສ່ມາດຕະການວິທະຍາສາດເຕັກໂນໂລຢີແມ່ນແກ່ນສານ. ໃນນັ້ນ, ບົດບາດຂອງບັນດານັກວິທະຍາສາດ, ສະຖາບັນສວມບົດບາດຕັດສິນທີ່ສຸດໃນຂົງເຂດນີ້, ຕ້ອງກາຍເປັນ “ແກ່ນສານ” ເພື່ອຮ່ວມສຳພັນ. ກະຊວງກະສິກຳຈະສ້າງຕັ້ງກົນໄກຮ່ວມມືໜຶ່ງເພື່ອເຮັດແນວໃດຍາດແຍ່ງ ແລະ ຮັບເອົາບັນດາແນວຄວາມຄິດ, ຫົວເລື່ອງ, ແຜນການທາບທາມຄວາມເຫັນທີ່ມີຜົນປະໂຫຍດຕິດແທດກັບສະພາບການຕົວຈິງຂອງບັນດານັກວິທະຍາສາດເພື່ອຊ່ວຍສ້າງໂຄງປະກອບກະສິກຳຄືນໃໝ່ຖືກຕາມການກຳນົດທິດພັດທະນາຂອງລັດ.”

ສ້າງໂຄງປະກອບກະສິກຳຄືນໃໝ່ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ - ảnh 2 ຮູບພາບທົ່ງນາຂະໜາດໃຫຍ່

ປະຈຸບັນ, ຫວຽດນາມ ມີບັນດານະໂຍບາຍບຸລິມະສິດສະຫງວນໃຫ້ບັນດາວິສາຫະກິດເຂົ້າຮ່ວມຂົງເຂດກະສິກຳເຕັກໂນໂລຢີສູງຢູ່ບັນດາທ້ອງຖິ່ນເພື່ອສ້າງບັນດາຜະລິດຕະພັນກະສິກຳມີສະມັດຕະພາບ, ມີຄຸນນະພາບ, ມີມູນຄ່າເພີ່ມ. ບັນດາທ້ອງຖິ່ນກໍ່ໄດ້ວາງແຜນຜັງບັນດາເຂດຜະລິດກະສິກຳເຕັກໂນໂລຢີສູງ, ເອົາໃຈໃສ່ສ້າງແຫຼ່ງກຳລັງ. ນີ້ແມ່ນໜຶ່ງໃນບັນດາບາດກ້າວສຳຄັນ, ຈຳເປັນເພື່ອໃຫ້ກະສິກຳ ຫວຽດນາມ ພັດທະນາ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ