ສ້າງໂຄງປະກອບການປູກຝັງ, ລ້ຽງສັດ ແລະ ສິນໃນນ້ຳຄືນໃຫມ່ໃນການຜະລິດ ກະສິກຳ


(vovworld)- ໂດຍ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິ​ດ​ຄືນ​ໃຫມ່, ຫວ່າງ​ແລ້ວນີ້ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ຊີ້​ນຳ​ບັນ​ດາ​ຂະ​ແຫນງ​ຜະ​ລິດ​ກະ​ສິ​ກຳ ຮີ​ບ​ເຮັ່ງ​ສ້າງ​ໂຄງ​ປະ​ກອບ​ສະ​ເພາະ​ໃຫ້​ແຕ່​ລະ​ຂະ​ແຫນງ. ແຜນ​ຮ່າງສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ແມ່ນ​ສຸມ​ໃສ່​ເຂົ້າ​ໃນ 3 ​ຂະ​ແຫນງ​ຫລັກ​ແຫລ່ງໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ ນັ້ນ​ແມ່ນ: ການ​ປູກ​ຝັງ, ລ້ຽງ​ສັດ ແລະ ສິນ​ໃນ​ນ້ຳ.

        ພາຍ​ຫລັງ 1 ປີ​ແຫ່ງ​ການ​ຜັນ​ຂະ​ຫ​ຍາຍ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່​ໂດຍ​ລັດ​ຖະ​ບານ​ວາງ​ອອກ, ມາ​ຮອ​ດ​ປະ​ຈຸ​ບັນ ມີ​ຫລາຍ​ທ້ອງ​ຖິ່ນ​ພາຍ​ໃນປະ​ເທດ ໄດ້​ເລີ່ມຜັນ​ຂະ​ຫ​ຍາຍ​​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່ ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ເພື່ອ​ຫັນ​ແຜນ​ນະ​ໂຍ​ບາຍ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນ​າ​ຊົນ​ນະ​ບົດ ຫາກໍ່​ປະ​ກາດ​ລາຍການ​ສ້າງ​ໂຄງ​ປະ​ກອບ​ ການ​ປູກ​ຝັງ, ລ້ຽງ​ສັດ ແລະ ສິນ​ໃນ​ນ້ຳຄືນ​ໃຫມ່ ​ໂດຍ​ພື້ນ​ຖານ​ເພື່ອ​ໃຫ້​ຂະ​ແຫນງ​ກະ​ສິ​ກຳ ແລະ ບັນ​ດາ​ທ້ອ​ງ​ຖິ່ນ​ສ້າງ​ແຜນ​ການ​ດຳ​ເນີນ​ງານ​ລະ​ອຽດ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ກະ​ສິ​ກຳ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທີ່​ພິ​ທີ​ປະ​ກາດ​ໂຄງ​ການ, ແຜນ​ການ​ດຳ​ເນີນ​ງານ​ສ້າງ​ໂຄງ​ປະ​ກອບ ການ​ປູກ​ຝັງ, ລ້ຽງ​ສັດ ແລະ ສິນ​ໃນ​ນ້ຳຄືນ​ໃຫມ່, ທ່ານ ກາວ​ດຶກ​ຟາດ, ລັດ​ຖະ​ມົນ​ຕີ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຊີ້​ແຈ້ງວ່າ:

        “ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ແມ່ນ​ປ່ຽນ​ແປງວິ​ທີ​ສຳ​ພັດ​ກັບ​ການພັດ​ທະ​ນາ​ຂະ​ແຫນງ​ກະ​ສິ​ກຳ ໂດຍ​ອີງ​ໃສ່​ມາດ​ຖານ​​ລະ​ອຽດ​ກ່ຽວ​ກັບ 3 ເສົາ​ຄ້ຳ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຄື: ເສດ​ຖະ​ກິດ, ສັງ​ຄົມ, ສິ່ງ​ແວດ​ລ້ອມ. ຮ່າງ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ການ​ຜະ​ລິດກະ​ສິ​ກຳແມ່ນອີງຕາມ​ສະ​ພາບ​ການ​ຂອງ​ຕະ​ຫລາດ ແລະ ຄວາມ​ຕ້ອງ​ການ​ໃຊ້​ສອຍ, ໃນ​ນັ້ນ ລັດ​ຖະ​ບານ​ໄດ້​ຫັນ​ບົດ​ບາດ​ຈາກ​ການສະ​ຫນອງ​ໂດຍ​ກົງ​ໄປ​ສູ່​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ປອດ​ໃສ ເພື່ອ​ໃຫ້​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ລົງ​ທຶນ ແລະ ບໍ​ລິ​ການ​ໃນ​ຂະ​ແຫນງ. ແຜນ​ຮ່າງ​ກໍ​ໄດ້​ວາງ​ອອກສາຍພົວພັນ​ຢ່າງ​ສະໜິດແຫ​ນ້ນ​ລະຫວ່າງ “ລັດ-ວິ​ສາ​ຫະ​ກິດ-ຊາວ​ກະ​ສິ​ກອນ.”

        ຈຸດ​ສຸມ​ຂອງ​ໂຄງ​ການ, ແຜນ​ການສ້າງ​ໂຄງ​ປະ​ກອບຄືນ​ໃຫ​ມ່​ໃນຂົງເຂດ​ກະ​ສິ​ກຳ ທີ່​ປະ​ກາດ​ຫວ່າງ​ແລ້ວນີ້ ​ແມ່ນຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ ການ​ປູກ​ຝັງ, ລ້ຽງ​ສັດ ແລະ ສິນ​ໃນ​ນ້ຳຄືນ​ໃຫມ່​ ຕາມ​ທິດ​ລົງ​ເລິກ, ມີ​ການ​ເຂົ້າ​ຮ່ວ​ມ​ຢ່າງ​ແຂງ​ແຮງ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ຈຸດ​ໝາຍ​ວາງ​ອອກ ນັ້ນ​ແມ່ນ ພາຍ​ຫລັງ 10 ປີ, ປະ​ລິ​ມານ​ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ 20%, ໝາຍ​ຄວາມ​ວ່າ ອັດ​ຕາ​ສ່ວນ​ຄອບ​ຄົວ​ອຶດ​ຫິ​ວ​ທຸກ​ຍາກ​ຈະ​ຫລຸດ​ລົງ 20%. ເນື້ອ​ໃນ​ຂອງ​ໂຄງ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ກໍ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂະ​ແຫນງ​, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ທີ່​ຫວຽດ​ນາມ ພວມ​ມີ​ທ່າ​ໄດ້​ປຽບ​ຄື: ເຂົ້າ, ກາ​ເຟ, ປາ​ຈາ, ກໍ່ຄື​ມີ​ລະ​ດັບ​ການ​ພັດ​ທະ​ນາ​ສູງກວ່າ ແລະ ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່ມີ​ເຄື່ອງ​ໝາຍ​ການຄ້າແຫ່ງ​ຊາດ. ຕາມ​ທິດນີ້, ແຜນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ແມ່​ນ​ສົ່ງ​ເສີມ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ ແລະ ລົງ​ທຶນ​ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ສ້າງ​ບັນ​ດາ​ຂັ້ນ​ຕອນ​ເຕັກ​ນິກ. ໃນ​ນັ້ນ ວິ​ສາ​ຫະ​ກິດ​ພ້ອມ​ກັບ​ລັດ ຫ​ນູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຜະ​ລິດ​ຕາມ​ຂັ້ນ​ຕອນ​ເຕັກ​ນິກ, ເພື່ອ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ໃຫ້​ສະ​ມັດ​ຕະ​ພາບ​ ແລະ ມູນ​ຄ່າສູງກວ່າ, ຈາກນັ້ນ ສ້າງ​ທ່​ວງ​ທ່າ​ເພື່ອໃຫ້​ ກະ​ສິ​ກຳ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ເລື່ອງ​ປັບ​ປຸງ​ນ​ະ​ໂຍ​ບາຍ​ກໍ​ໄດ້ຮັບ​ຖື​ເປັນ​ສຳ​ຄັນ. ທ່ານ ເຈີນ​ບີງ​ຈ້ອງ, ຮອງ​ຫົວ​ຫ​ນ້າ​ສະ​ຖາ​ບັນ​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ ສັງ​ກັດ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ຖື​ວ່າ:

ສ້າງໂຄງປະກອບການປູກຝັງ, ລ້ຽງສັດ ແລະ ສິນໃນນ້ຳຄືນໃຫມ່ໃນການຜະລິດ ກະສິກຳ - ảnh 1
ພາບ​ປະ​ກອບ:internet

        “ຄວນ​ກຳ​ນົດ​ທິດ​​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ໃຫ້​ຈະ​ແຈ້ງ, ພິ​ເສດ ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ທີ່ຕອບ​ສະ​ຫນອງ​ໃຫ້ແກ່ການ​ສ້າງ​ໂຄ​ງ​ປະ​ກອບ​ຄືນ​ໃຫມ່​ສຳ​ລັບ​ແຕ່​ລະ​ຂະ​ແຫນງ,ແລະ ຄວນ​ຊີ້​ແຈ້ງ​ບັນ​ຫາ​ປະ​ຕິ​ຮູບ​ລະ​ບອບ, ປະ​ຕິ​ຮູບ​ນະ​ໂຍ​ບາຍ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່.”

        ຕາມ​ແຜນ​ການ​​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່, ຂະ​ແຫນງ​ປູກ​ຝັງ ຈະ​ສົມ​ທົບ​ກັບ​ບັນ​ດາ​ຂະ​ແຫນງ ແລະ ທ້ອງ​ຖິ່ນ ດຳ​ເນີນ​ການ​ວາງ​ແຜນ​ກຳ​ນົດ​ບັນ​ດາ​ເຂດ​ຜະ​ລິດແນວ​ພັນ​ປູກ​ເປັນ​ຈຸດ​ສຸມ, ສ້າງ​ບັນ​ດາ​ເຂດ​ປູກ​ຕົ້ນ​​ໄມ້​ເພື່ອ​ປຸງ​ແຕ່ງ​ທີ່ມີ​ຂອບ​ຂະ​ຫ​ນາດ​ໃຫ​ຍ່, ບົນ​ພື້ນ​ຖານ​ໂຮມ​ເນື້ອ​ທີ່​ນາ​ເປັນ​ຂະ​ຫ​ນາດ​ໃຫ​ຍ່ ແລະ ກໍ່​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ, ຊົນ​ລະ​ປະ​ທານ, ຕາ​ຫ​ນ່າງ​ໄຟ​ຟ້າ​ໃຫ້​ສຳ​ເລັດ, ເພື່ອ​ສ້າງ​ບັນ​ດາ​ເຂດ​ຜະ​ລິດ​ສິນ​ຄ້າ​ເປັນ​ຈຸດ​ສຸມ, ສາ​ມາດ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຊີ​ກ້າວ​ຫ​ນ້າ​. ແຜນ​ການ​ສັງ​ລວມນັ້ນ ຕ້ອງບຸ​ລິ​ມະ​ສິດ​ລົງ​ທຶນ​ໃຫ້​ແກ່​ບັນ​ດາ​ເຂດ​ພາກ​ທີ່ສ້າງ​ບັນ​ດາ​ຜະ​ລິດ​ກະ​ສິ​ກຳ ແລະ ຜະລິດປຸງ​ແຕ່ງ​ຕົ້ນ​ຕໍ​ຄື: ກາ​ເຟ, ໝາກ​ພິກ​ໄທ, ໝາກ​ມ່ວງ​ຫິ​ມະ​ພານ, ຊາ, ຕົ້ນ​ໄມ້​ກິນ​ໝາກ ຢູ່​ເຂດ​ໄຕ​ງວຽນ, ພາກ​ກາງ, ເຂດ​ພູ​ດອຍ​ທາງ​ພາກ​ເຫ​ນືອ.

        ໃນ​ໂຄງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່, ຂະ​ແຫນງ​ລ້ຽງ​ສັດ ຈະ​ປະ​ຕິ​ບັດ​ການກວດ​ກາ​ຄືນ​ບັນ​ດາ​ເຂດ​ລ້ຽງ​ສັດ​ຢູ່​ບັນ​ດາ​ແຂວງ. ບັນດາຮາກ​ຖານ, ຟາມ​ລ້ຽງສັດຕ້ອງວາງ​ແຜນ​ກຳ​ນົດ​ຕິດ​ພັນ​ກັບ​ບັນ​ດາ​ຮາກ​ຖານ​ຜະລິດປຸງ​ແຕ່ງ, ຕະ​ຫລາດ​ຈຳ​ຫ​ນ່າຍ ແລະ ຕ້ອງ​ສ້າງ​ບັນ​ດາ​ເຂດ​ລ້ຽງ​ສັດ​ປອດ​ໄພ, ຮັບ​ປະ​ກັນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ. ບັນ​ດາ​ຮູບ​ແບບ​ລ້ຽງ​ສັດ​ກໍ​ຕ້ອງ​ຕິດ​ພັນ​ກັບ​ຕົ້ນ​ກຳ​ເນີດ​ຂອງ​ຜະ​ລິດ​ຕະ​ພັນ​ລ້ຽງ​ສັດ.

        ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຂົງ​ເຂດມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ແລະ ທ່າ​ແຮງ​ຂອງ​ຫວຽດ​ນາມ, ເພາະ​ສະ​ນັ້ນ ໃນ​ໂຄງ​ການ​ດຳ​ເນີນ​ງານ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ສິນ​ໃນ​ນ້ຳ​ຄືນ​ໃຫມ່​ຄັ້ງ​ນີ້ ບັນ​ຫາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ ແມ່ນ​ຂອດ​ວາງ​ແຜນ​ກຳ​ນົດ. ຕາມ​ໂຄງ​ການ​ແລ້ວ, ຂະ​ແຫນງ​ສິນ​ໃນ​ນ້ຳ ຈະ​ສ້າງນ​ະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສິນ​ໃນ​ນຳ​້​ແຄມ​ທະ​ເລ, ນະ​ໂຍ​ບາຍ​ດຶງ​ດູດ​ແຫລ່ງ​ທຶນ ແລະ ກອງ​ທຶນ​ສ້າງ​ແຫລ່ງ​ຜົນ​ປະ​ໂຫຍດ​ສິນ​ໃນ​ນ້ຳ​ຄືນ​ໃຫມ່​ໃຫ້​ສົມ​ບູນ​ແບບ, ພິ​ເສດ ຈະ​ສຳ​ຫລວດກວດ​ກາ​ແຜນ​ການ​ລ້ຽງ​ສິນ​ໃນ​ນ້ຳ. ພ້ອມ​ກັນ​ນັ້ນ ຂະ​ແຫນງ​ຈະ​ດຳ​ເນີນ​ການ​ປັບ​ປຸງ, ສຳ​ຫລວດກວດ​ກາ​ແຜນ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ. ໃນ​ການ​ລ້ຽງ​ສິນ​ໃນ​ນ້ຳ ຈະ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ​ຕາມ​ມາດ​ຕະ​ຖານ​ສາ​ກົນ.

        ມາ​ຮອດ​ປະ​ຈຸ​ບັນ ພາຍ​ຫລັງ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່​, ໄດ້​ມີ​ເກືອບ 50% ຈຳນວນແຂວງ, ນະ​ຄອນ ຢູ່ ຫວຽດ​ນາມ ມີ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຢູ່​ທ້ອງ​ຖິ່ນ​ຄືນ​ໃຫມ່. ເລື່ອງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ປະ​ກາດ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ ການ​ປູກ​ຝັງ, ລ້ຽງ​ສັດ ແລະ ສິນ​ໃນ​ນ້ຳ​ຄືນ​ໃຫມ່ ແມ່ນ​ບາດ​ກ້າວ​ຫັນ​ໂຄງ​ການສັງລວມ​ສ​້າງ​ໂຄງ​ປະ​ກອບພື້ນຖານ​ເສດ​ຖະ​ກິດ​ເປັນລະ​ອຽດ​, ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ພື້ນ​ຖານ​ກະ​ສິ​ກຳ​ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ.

 

ຕອບກັບ

ຄົນ​ຮັກ​ກະ​ເສດ

ຮັກກະເສດເປັນເວັບໃຊ້ທີ່ລວບລວມຂໍ້ມູນທາງດ້ານການສຶກສາ ເຊັ່ນ:ປູກຝັງ,ການລ້ຽງສັດ,ການໃຫ້ອາຫານ,ການປະສົມພັນ,ການຂະຫຍາຍພັນ, ການປູກໄມ ... ອ່ານຕໍ່

ຂ່າວ/ບົດ​ອື່ນ