ສ້າງໂຄງປະກອບຂະແຫນງກະສິກຳຄືນໃຫມ່:ປະກົດອອກບັນດາ “ຮູບແບບ” ໃນອະນາຄົດ


(vovworld)-ປີ 2014 ແມ່ນ​ປີ​ສ້າງເປັນ​ຂີດ​ໝາຍ​ສຳ​ຄັນ​ຂອງ​ຂະ​ແຫນງ​ກະ​ສິ​ກຳ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃຫມ່ ​ໂດຍ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ເຊັນອະ​ນຸ​ມັດ​ໃນ​ເດືອນ 6/2013 ຈາກ​, ດ້ວຍ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ບັນ​ດາ “ຮູບ​ແບບ”ຄື: ທົ່ງ​ນາ​ຂະ​ຫນາດ​ໃຫຍ່; ເຂດປູກວັດ​ຖຸ​ດິບ​​ຮັບ​ໃຊ້​ຕະ​ຫລາດ​ພາຍ​ໃນ​ປະ​ເທດ ແລະ ສົ່ງ​ອອກ; ເຂດ​ລ້ຽງ​ສັດ​ປອດ​ໄພ​ຢູ່​ຫລາຍ​ທ້ອງ​ຖິ່ນ… ເຖິງວ່າ​ຫາກໍ່ເລີ່ມ​ຕົ້ນ ແຕ່​ດ້ວຍ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້, ບັນ​ດາ​ “ຮູບ​ແບບ” ນີ້​ຈະ​ແມ່ນ​ທິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ມີ​ປະ​ສິດ​ທິ​ຜົນ​​ໃຫ້​ແກ່​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ​ໃນ​ອະ​ນາ​ຄົດ. 

ສ້າງໂຄງປະກອບຂະແຫນງກະສິກຳຄືນໃຫມ່:ປະກົດອອກບັນດາ “ຮູບແບບ” ໃນອະນາຄົດ - ảnh 1
ພາບ​ປະ​ກອບ:internet

        ໂດຍ​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່, ຂ​ະ​ແຫນງ​ກະ​ສິ​ກຳ ຫວຽດ​ນາມ ກຳ​ນົດ​ຈຸດ​ສຸມ​ແມ່ນ​ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ​ບັນ​ດາ​ຮູບ​ການ​ຈັດ​ຕັ້ງ​ການ​ຜະ​ລິດ. ຈາກນັ້ນ ຂະ​ແຫນງ​ກະ​ສິ​ກຳ​ໄດ້​ຜັນ​ຂະ​ຫຍາຍ​ການ​ສ້າງ​ບັນ​ດາ​ແຜນ​ຮ່າງ​​ນ້ອຍກ່ຽວ​ກັບ​​ຂົງ​ເຂດ​ປູກ​ຝັງ, ລ້ຽງ​ສັດ, ສິນໃນ​ນ້ຳ, ປ່າ​ໄມ້, ຊົນ​ລະ​ປະ​ທານ, ດ້ວຍ​ບັນ​ດາ​ຈຸດ​ໝາຍ​ບຸ​ລິ​ມະ​ສິດ ແລະ ກຳ​ນົດ​ທິດ​ຍູ້​ແຮງ​​ຈັດ​ຕັ້ງ​ການຜະ​ລິດ​ຕາມລະ​ບົບ​ການ​ຜະ​ລິດ ແລະ ລະ​ບົບ​ມູນ​ຄ່າ. ຈຸດ​ໝາຍ​ຂອງ​ແຜນ​ຮ່າງ​ແມ່ນ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່ ຕາມ​ທິດ​ມຸ່ງ​ໄປ​ເຖິງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ. ເພາະ​ສະ​ນັ້ນ, ບັນ​ດ​າທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ໄດ້​ຫັນ​ປ່ຽນ​ເນື້ອ​ທີ່​ນາ​ບັນ​ລຸສະ​ມັດ​ຕະ​ພາບ​ຕ່ຳ 87.000 ເຮັກ​ຕາ​ມາ​ປູກ​​ພືດ​​ມີ​ມູນ​ຄ່າ​ສູງກວ່າ​ຄື: ສາ​ລີ, ໝາກ​ຖົ່ວ​ດິນ, ຜັກ, ໝາກ​ງາ. ບັນ​ດາ​ເຂດ​ປູກ​​ເຂົ້າສະ​ເພາະ​ຕາມ​ຮູບ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ຊາວ​ກະ​ສິ​ກອນ​​ຮ່ວມ​ມືກັ​ບ​ວິ​ສ​າ​ຫະ​ກິດ ຢູ່ 43 ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ, ດ້ວຍ​ເນື້ອ​ທີ່ 121.000 ເຮັກ​ຕາ ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ຂົງ​ເຂດ​ລ້ຽງ​ສັດ​ກໍ​ໄດ້​ຈັດ​ຕັ້ງ​ ​ຄືນ​ໃຫມ່, ​ຈັດ​ສັນ​​ເຂດ​ລ້ຽງສັດ​ປອດ​ໄພ​​ຫລີກ​ລ້ຽງ​ໂລກ​ລະ​ບາດ. ກ່ຽວ​ກັບ​ຂົງ​ເຂດ​ປ່າ​ໄມ້, ຂະ​ແຫນງ​ກະ​ສິ​ກຳ​ໄດ້​ກຳ​ນົດ 4 ຫນ້າ​ທີ່​ຈຸດ​ສຸມ ຊື່ງ​ລວມ​ມີ: ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ຄຸນ​ຄ່າ​​ການ​ປູກປ່າ. ຍົກ​ສູງ​ມູນ​ຄ່າ​ເພີ່ມ​​ຜະ​ລິດ​ຕະ​ພັນໄມ້ຜ່ານ​ການ​ປຸງ​ແຕ່ງ; ພັດ​ທະ​ນາ​ຕ​ະ​ຫລາດ​ໄມ້ ແລະ ຜະ​ລິ​ດ​ຕະ​ພັນ​ໄມ້ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຮ່ວມ​ມື ແລະ ຮ່ວມ​ສຳ​ພັນ​ຕາມ​ລະ​ບົບ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​​ປ່າ​ໄມ້.ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ, ຂະ​ແຫນງ​ກະ​ສິ​ກຳ​ສຸມ​ໃສ່​ຫັນ​ປ່ຽນ​ໂຄງ​ປະ​ກອບ​ລະ​ຫວ່າງ​ການ​ຂຸດ​ຄົ້ນ​ກັບ​ການ​ລ້ຽງ​ປູກ ແລະ ​ຮັກ​ສາ​ແຫລ່ງ​ຜົນ​ປະ​ໂຫຍດ​ສິນ​ໃນ​ນ້ຳ, ຍູ້​ແຮງ​ການ​ຫາ​ປາ​ນອກ​ຝັ່ງ​ທະ​ເລ​ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ທະ​ເລ, ຫລຸດ​ຜ່ອນ​ຄວາມ​ເສ​ຍ​ຫາຍ​ພາ​ຍຫລັງ​ເກັບ​ກູ້ ແລະ ຫັນ​ເປົ້າ​ໝາຍ​ລ້ຽງ​ສິນ​ໃນ​ນ້ຳ​ເປັນ​ຫລາຍ​ຮູ​ບ​ຫລາ​ຍ​ແບບ. ບັນ​ດາ​ເຂດ ແລະ ທ້ອງ​ຖິ່ນ ຜັນ​ຂະ​ຫຍາຍ​ການ​ສ້າງ​ບັນ​ດາ​ຮູບ​ແບບ​ກະ​ສິ​ກຳ​ໃຫມ່ ຊື່ງໄດ້ ​ ຮັບ​ການ​ຕີ​ລາ​ຄາ​ ​ ວ່າ ບັນ​ລຸ​ປະສິດ​ທິ​ຜົນເບື້ອງ​ຕົ້ນ ​​ ແລະ ສາ​ມາດ​ກາຍ​ເປັນ​ບັນ​ດາ “ຮູບ​ແບບ”ຂອ​ງ​ຂະ​ແຫນງ​ກະ​ສິ​ກຳ​ໃນ​ອະ​ນາ​ຄົດ. ທ່ານ​ນາງ ຫງວຽນ​ທິ​ຮົ່ງ, ຫົວ​ຫນ້າ​ກົມ​ແຜນ​ການ, ສັງ​ກັດ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ມີ​ ກວ່າ​ເຄິ່ງ​ຫນຶ່ງ​ຈຳ​ນວນ​ທ້ອງ​ຖິ່ນໃນ​ທົ່ວ​ປະ​ເທ​ດໄດ້​ຜັ​ນ​ຂະ​ຫຍາຍ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່.

        “ບັນ​ດາ​ຂົງ​ເຂດ​ປູກ​ຝັງ, ລ້ຽງ​ສັດ, ສິນ​ໃນ​ນ້ຳ, ຊົນ​ລະ​ປະ​ທານ ລ້ວນ​ແຕ່​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃຫມ່ ຕາມ​ທິດ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ເພີ່ມ​ມູນ​ຄ່າເພ​ີ່ມບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ. ປະ​ກົດ​ມີບັນ​ດາ​ຮູບ​ການ​ຜະ​ລິດ​​ໃຫມ່​ຄື: ສຸມ​ໃສ່​ຮູບ​ແບບ​ທົ່ງ​ນາ​ຂະ​ຫນາດ​ໃຫຍ່, ຮ່ວມ​ສຳ​ພັນ​ລະ​ຫວ່າງ​ຊາວ​ກະ​ສິ​ກອນ ກັບ​ວິ​ສາ​ຫະ​ກິດ, ລະ​ຫວ່າງ​ສະ​ຫະ​ກອນ, ບັນ​ດາ​ຫນ່ວຍ​ຜະ​ລິດ​ກັບ​ວິ​ສາ​ຫະ​ກິດ ຈາກ​ການ​ຜະ​ລິ​ດ​ຕະ​ຫລອດ​ຮອດ​ການ​ຈຳ​ຫນ່າຍ​ຜະ​ລິ​ດ​ຕະ​ພັນ, ສ້າງ​ລະ​ບົບ​ມູນ​ຄ່າ​ເພື່ອ​ຈຳ​ຫນ່າຍ​ໃຫ້​ດີກວ່າ.”

        ປີ 2014 ແມ່​ນ​ປີ​ທຳ​ອິດ​​ທີ່ຂະ​ແຫນງ​ກະ​ສິ​ກຳ​ຫວຽດ​ນາມ ບັນ​ລຸ​ມູນ​ຄ່າ​ ​ສົ່ງ​ອອກ​ລື່ນ​ກາຍຄາດ​ໝາຍ​ທີ່​ວາງ​ອອກ 30 ຕື້ USD, ການ​ເຕີບ​ໂຕ​ບັນ​ລຸກວ່າ 3%, ​ເພີ່ມ​ຂຶ້ນ​ເກືອບ 2,7% ເມື່ອ​ທຽບ​ໃສ່​ປີ​ກາຍ. ໝາກ​ຜົນ​ດັ່ງ​ກ່າວ​ສະ​ແດງໃຫ້​ເຫັນ​​ທາງ​ຢ່າງ​ຖືກ​ຕ້ອງ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃຫມ່, ໃນ​ນັ້ນ ເອົາ​ໃຈ​ໃສ່​ຍົກ​ສູງ​ມູນ​ຄ່າ​ ​ຜະ​ລິດ​ຕະ​ພັນ​ກະ​ເສດ.

        ຄຽງ​ຄູ່​ກັບ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້, ຂະ​ແຫນງ​ກະ​ສິ​ກຳ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກບໍ່​ແມ່ນ​ຫນ້ອຍ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່, ເປັນ​ຕົ້ນ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັບ​ມື້ນ​ັບ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ, ດ້ວຍ​ວິ​ວັດ​ການ​ຕ້ອງ​ປະ​ຕິ​ບັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ຢ່າງ​ແນ່ນອນ. ບັນ​ດາ​ຂໍ້​ຈຳ​ກັດ ແລະ ອ່ອນ​ດ້ອຍ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ​ຄື: ວິ​ວັດ​ການ​ຜັນ​ຂະ​ຫຍາຍ ແລະ ປ​ະ​ຕິ​ບັດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ, ການ​ປ່ຽນ​ໃຫມ່​ບັນ​ດາ​ຮູບ​ການ​ຈັດ​ຕັ້ງ​ການ​ຜະ​ລິດ​ຍັງ​ຊັກ​ຊ້າ​ຢູ່; ເລື່ອງ​ທະ​ວີ​ຄູນ​ຮູບ​ແບບ​ການ​ຜະ​ລິດ​ກະ​ສິ​ກຳ​ຍັງ​ຊັກ​ຊ້າ ແລະ ຂາດ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ. ຕາມ​ ດ​ຣ ດັ້ງ​ກີມ​ເຊີນ, ຫົວ​ຫນ້າ​ສະ​ຖາ​ບັນ​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສິ​ກຳ​ຊົນ​ນະ​ບົດ ຖື​ວ່າ:

        “ກຳ​ລັງ​ຫນູນ​ໃນ​ອະ​ນາ​ຄົດ​ຂອງ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ນັ້ນ​ແມ່ນ​ຕ້ອງ​ຫັນ​ປ່ຽນ​ຈາກ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຢູ່​ແລ້ວມາ​ສູ່​ການ​ຂຸດ​ຄົ້ນຊັບ​ພະ​ຍາ​ກອນ​ສຳ​ຄັນ​ທີ່​ສຸດນັ້ນ​ແມ່ນ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ຫວຽດ​ນາມ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີໃນ​ກະ​ສິ​ກຳ​ຢ່າງ​ແຮງ, ສຸມ​ໃສ່​ສ້າງ, ສຳ​ເລັດ​ພື້ນ​ຖານ​ໂຄງ​ລ່າງ ແລະ ປະ​ຕິ​ບັດ​ວຽກ​ງານ​ພະ​ນັກ​ງານ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຢ່າງ​ດີ. ພ້ອມ​ກັນ​ນັ້ນ ຕ້ອງ​ປັບ​ປຸງ​ລະ​ບອບ​ນະ​ໂຍ​ບາຍ, ​ນັ​ບ​ທັງການ​ຈັດ​ຕັ້ງ ແລະ ກົນ​ໄກ​ເພື່ອ​ສ້າງ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ແກ່​​ແຫລ່ງ​ກຳ​ລັງນີ້.”

        ການ​ສ້າງ​ໂຄງ​ປະ​ກອບ​ຂ​ະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່ ແມ່ນ​ການ​ ​ສ່ວນ​ຫນຶ່ງ​ຂອງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃຫມ່, ສອດ​ຄ່ອງ​ກັບ​ຍຸດ​ທະ​ສາດ ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ​ຂອງ​ຫວຽດ​ນາມ, ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ຮັກ​ສາ​ສິ່ງ​ແວດ​ລ້ອມ. ເຖິງວ່າ ຍັງມີ​ຫລາຍ​ວຽກ​ງານ​ຕ້ອງ​ປະ​ຕິ​ບັດ, ຫລາຍ​ບັນ​ຫາ​ຕ້ອງ​ແກ້​ໄຂ​ກໍ​ຕາມ, ແຕ່​ດ້ວຍ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ໃນ​ເບື້ອງ​ຕົ້ນ​ຂອງວິ​ວັດ​ການ​ຜັນ​ຂະ​ຫຍາຍ​ແຜ​ນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່ນັ້ນ ໄດ້ ແລະ ພວມ​ສ້າງ​ທ່າ​ຟື້ນ​ຟູ ແລະ ກ້າວ​ໄປ​ເຖິງ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ຄົງ​ໃຫ້​ແກ່​ຂະ​ແຫນງ​ກະ​ສິ​ກຳ​ກໍ​ຄື​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ