ສ້າງໂຄງປະກອບຂະແຫນງຜະລິດປາຈາຄືນໃຫມ່

(vovworld)- ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ຍັງ​ຄົງ​ແມ່ນຫນື່ງ​ໃນ​ບັນດາ​ປະ​ເທດ​ນຳ​ຫນ້າ​ໂລກ ກ່ຽວ​ກັບ​ການ​ສົ່ງ​ອອກ​ປາຈາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ການ​ຜັນ​ແປ​ຂອງ​ຕະຫລາດ​ໂລກ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັບ​ຄວາ​ມຫຍຸ້ງຍາກ​ພາຍ​ໃນ​ປະ​ເທດ ​ໄດ້​ເຮັດ​ໃຫ້​ຂະ​ແຫນງ​ປາຈາ ພັດທະນາ​ບໍ່​ປົກກະຕິ. ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ພັດທະນາ, ຂະ​ແຫນງ​ປາຈາ ຫວຽດນາມ ພວມ​ວາງ​ຫນ້າທີ່​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມຄອງ ​ແລະ ປັບປຸງ​ໃນ​​ທຸກ​ຂັ້ນຕອນ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ລ້ຽງ​ປາ ​ແລະ ວິ​ສາ​ຫະກິດ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຜະລິດ​ຕະພັນ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງ​ເຂັ້ມ​ງວດ​ຂອງ​ຕະຫລາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ​ແທງ​ຕຸ​ງ ທີ່​ມີ​ຫົວ​ຂໍ້​ວ່າ​: ສ້າງ​ໂຄງ​ປະກອບ​ຂ​ະ​ແຫນງ​ຜະລິດ​ປາ​ຈາ​ຄືນ​ໃຫມ່

ສ້າງໂຄງປະກອບຂະແຫນງຜະລິດປາຈາຄືນໃຫມ່ - ảnh 1
ປີ 2013, ການ​ສົ່ງ​ອອກ​ປາຈາ​ຂອງ​ຫວຽດນາມ ບັນລຸ 1,8 ຕື້ USD
photo:internet

        ປາຈາ ​ແມ່ນ​ຫນື່ງ​ໃນ​ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງຂອງ​ຫວຽດນາມ. ປີ 2013, ການ​ສົ່ງ​ອອກ​ປາຈາ​ຂອງ​ຫວຽດນາມ ບັນລຸ 1,8 ຕື້ USD ​ແລະ ​ໄລ່​ມາ​ຮອດ​ທ້າຍ​ເດືອນ 4 ຜ່ານ​ມາ, ມູນ​ຄ່າ​​ສົ່ງ​ອອກ​ປາຈາ ກໍ​ບັນລຸ 546 ລ້ານ USD. ປະຈຸ​ບັນ, ປາຈາ ຂອງ​ຫວຽດນາມ ​ຖືກ​ສ່ົງ​ໄປ​ຂາຍ​ຢູ່ 149 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ ​ແລະ ກວມ​ເອົາ​ປະມານ 26% ​ໃນ​ຍອດ​ຈຳນວນ​ມູນ​ຄ່າ​ສົ່ງ​ອອກ​ສິນ​ໃນ​ນ້ຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ປະຈຸ​ບັນ, ການ​ຜະລິດ ​ແລະ ຈຳຫນ່າຍ​ປາຈາ ຂອງ​ຫວຽດນາມ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຍ້ອນ​ຕະຫລາດ​ນຳ​ເຂົ້າ​ເດີມ​ຂອງ​ຫວຽດນາມ ມີ​ທ່າ​ອ່ຽງ​​ເຕີບ​ໂຕ​ຊັກ​ຊ້າ. ນອກ​ນັ້ນ ບັນດາ​ການ​ແກ້ງ​ແຍ້​ງ​ດ້ານ​ການ​ຄ້າ​ຢູ່​ບັນດາ​ຕະຫລາດ​ໃຫຍ່​ຄື: ອາ​ເມ​ລິ​ກາ, ອີ​ຢູ  ​ໄດ້ກໍ່​ຄວາ​ມ​ເສຍ​ຫາຍ​ບໍ່​ແມ່ນ​ຫນ້ອຍ​ເຖິງ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ປາຈາ​ຂອງ​ຫວຽດນາມ. ​ເພື່ອຮັກສາທີ່​ຕັ້ງ ​ແລະ ພັດທະນາ​ຕະຫລາດ, ຂະ​ແຫນງ​ປາຈາ ພວມ​ວາງ​ອອກ​ຍຸດ​ທະ​ສາດ​ພັດທະນາ​ໃນ​ໄລຍະ​ຍາວ ​ແລະ ມີ​ລັກສະນະ​ໝັ້ນຄົງ. ມາດ​ຕະການ​ສຳຄັນ​ແມ່ນ​ເພີ່ມ​ທະວີ​ຄຸນະພາບ​ການ​ສົ່ງ​ອອກ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ໂຄສະນາ​ຜະລິດ​ຕະພັນ​ປາຈາ​, ​ຊ່ວຍ​ຕະຫລາດ​ຈຳຫນ່າຍ​ເຂົ້າ​ໃຈ​ແຈ້ງ​ກວ່າ ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດ ​ແລະ ຂັ້ນ​ຕອນ​ການ​ຜະລິດ​ປຸງ​ແຕ່ງ ຕາມ​ມາດຖານ​ຫລັກ​ອະນາ​ໄມ​​ດ້ານ​ສະບຽງ​ອາຫານ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຢູ່ ພາຍ​ໃນ​ປະ​ເທດ, ຂະ​ແຫນງ​ປາຈາ ຫວຽດນາມ ປະຕິບັດ​ບັນດາ​ມາດ​ຕະການ​ປະຕິ​ຮູບ​ວິວັດ​ການ​ຜະລິດ, ລ້ຽງ ​ແລະ ປຸງ​ແຕ່ງ ​ເພື່ອ​ປະຕິບັດ​ຕາມ​ວິທີ​ການ​ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຜະລິດ​ຕະພັນ​ປາຈາ ​ເພື່ອ​ຕອບ​ສະ​ຫນອງ​ມາດຖານ ​ແລະ ຄວາມຮຽກ​ຮ້ອງ​ຕ້ອງການ​ຂອງ​ຕະຫລາດ. ຫນື່ງ​ໃນ​ບັນດາ​ມາດ​ຕະການ​ບຸລິມະສິດ ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ລະຫວ່າງ​ວິ​ສາ​ຫະກິດ ​ແລະ ຜູ້​ລ້ຽງ​ປາຈາ, ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ເນື້ອ​ທີ່​ລ້ຽງ​ປາ, ຜ່ານ​ນັ້ນ ກວດກາ​ປະລິມານ​ປາຈາ​ໄດ້, ຮັບປະກັນ​ບັນດາ​ຂໍ້​ກຳນົດ, ມາດຕະຖານ​ດ້ານ​ເຕັກນິກ​ກ່ຽວ​ກັບ​ການ​ລ້ຽງ​​ປູກສິນ​ໃນ​ນ້ຳ. ທ່ານ ຫວໍ​ຮູ່ງຢູງ, ຮອງ​ປະທານ, ທັງ​ເປັນ​ເລຂາທິກາ​ນ​ໃຫຍ່ ສະຫະ​ມາ​ຄົມ​ປາຈາ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ລັດຖະບານ ມີ​ດຳລັດ​ເລ​ກທີ 36 ກ່ຽວ​ກັບ​ຍູ້​ແຮງການ​ປະຕິ​ບັດ​ມາດຖານ VIET GAP (ປະຕິບັດ​ການ​ຜະລິດ​ກະສິກຳ​ຢູ່​ຫວຽດນາມ ​ເປັນ​ຢ່າງ​ດີ ) ແລະ GLOBO GAP (ປະຕິບັດ​ກະສິກຳ​ທົ່ວ​ໂລກ​ເປັນ​ຢ່າງ​ດີ). ​ໄລຍະ​ຈະ​ມາ​ເຖິງ ຈະ​ສ້າງ​ບັນດາ​ມາດຖານ​ນີ້ ​ເພື່ອ​ປັບປຸງ​ເຂດ​ລ້ຽງ​ປາ. ດຳລັດ​ສະບັບ​ນີ້ ຍັງ​ກຳນົດ​ບັນດາ​ເງື່ອນ​ໄຂ​ກ່ຽວ​ຂ້ອງ​ເຖິງການ​ສ້າງ​ມາດຖານ​ຄຸນ​ນະພາ​ບ ​​ໃຫ້ເໝາະ​ສົມ​ກັບ​ບັນດາ​ເງື່ອນ​ໄຂ​ຂອງ​ປະ​ເທດ​ນຳ​ເຂົ້າ​ປາຈາ.”

        ຫວ່າງ​ແລ້ວ​ນີ້, ທີ່​ການ​ປະຊຸມ​ລະຫວ່າ​ງຄະນະ​ເສດຖະກິດ​ສູນ​ກາງ ​ແລະ ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ກໍ​ໄດ້​ເນັ້ນ​ຫນັກ​ເຖິງ​​ເລື່ອງ​ຍູ້​ແຮງການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ປາ​ຈາ​ຄືນ​ໃຫມ່. ທີ່​ກອງ​ປະຊຸມ, ທ່າ​ນ ​ເລ​ຫວີງ​ເຕີນ, ຮອງ​ຫົວຫນ້າ ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້​ເນັ້ນ​ຫນັກ​ເຖິງ​ບັນດາ​ວິທີ​ສ້າງ​ຄວາມດຸ​່ນດຽງ ລະຫວ່າງ​ຄວາມ​ຕ້ອງການ​ພັດທະນາ​​ກັບ​ຕະຫລາດ​ຈຳຫນ່າຍ, ​ໃນ​ນັ້ນ ຖື​ຄຸນ​ນະພາ​ບຜະລິດ​ຕະພັນເປັນ​ສຳຄັນ ​ແລະ ຍູ້​ແຮງ​ການ​ຮ່ວມ​ສຳພັນ, ຈັດ​ຕັ້ງ​ການ​ຜະລິດ​ຕາມ​ລະບົບ​ຄືນ​​ໃຫມ່. ທ່ານ ​ເລ​ຫວີງ​ເຕີນ ຖື​ວ່າ:

        “ປະຈຸ​ບັນ ການວາງ​ແຜນ​ກຳນົດ ຕ້ອງ​ປະຕິບັດ​ຕາມ​ກົດ​​ເກນ​ການ​ຕະຫລາດ. ​ໃນ​ນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເງື່ອນ​ໄຂ​ດິນ​ຟ້າ,​ທີ່​ດິນ, ນ້ຳ…. ກົນ​ໄກ​ຕະຫລາດ​ພຽງ​ຮັບ​ຮູ້ ​ບັນດາ​ວິ​ສາ​ຫະກິດດຳ​ເນີນ​ທຸລະ​ກິດ​ທີ່ມີ​ປະສິດທິ​ຜົນ ​ແລະ ​ປະຕິບັດ​ຕາມ​ບັນດາ​ຂໍ້​ກຳນົດ​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ. ສະ​ນັ້ນຄວນມີ​ນະ​ໂຍບາຍ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຢາກ​ເປີດ​ກວ້າງ​ຕະຫລາດ ​ແຕ່​ບໍ່​ມີ​ທຶນຮອນ​ເພື່ອ​ລົງທຶນ.”

        ທ່ານ​ນາຍົກລັດຖະມົນຕີ ຫາ​ກໍ​ເຊັນ​ອະນຸມັດ​ບັນຊີ​ລາຍ​ຊື່​ໂຄງການ“ສ້າງ​ລະບົບ​ສະຫນອງ​ປາຈາ, ປາ​ບາ​ຊາ ​ແບບ​ຍືນ​ຍົງ ຢູ່ ຫວຽດນາມ ​ໂດຍສະຫະພາບ​ເອີ​ລົບ(ອີ​ຢູ) ອຸປະຖຳ ​ໃນ​ຂອບ​ເຂດ​ໂຄງການ Switch - Asia ຂອງ ອີ​ຢູ. ​ໂຄງການ​ຈະ​ຊ່ວຍ​ຍົກ​ສູງ​ລັກສະນະ​ແກ້ງ​ແຍ້​ງຂອງ​ປາຈາ ຫວຽດນາມ ຢູ່ ຕະຫລາດ​ໂລກ ​ແລະ ຜ່ານ​ໂຄງການ, ອີ​ຢູ ຈະ​ຫນູນ​ຊ່ວຍ​ໂດຍ​ກົງ​​ລະບົບ​ສະຫນອງ​ປາຈາທັງ​ໝົດນັບ​ແຕ່ສະຫນອງ​ແນວ​ພັນ, ຜະລິດ​ຫົວອາຫານ, ການລ້ຽງ ​ແລະ ປຸງ​ແຕ່ງ​ຂອງ​ຫວຽດນາມ, ​ບັນດາ​ປະ​ເທດ​ນຳ​ເຂົ້າ ​ແລະ ສຸດ​ທ້າຍ​ແມ່ນຜູ້​ໃຊ້​ສອຍ, ​ໃນ​ນັ້ນມີ ອີ​ຢູ, ​ເຊິ່ງປະຈຸ​ບັນພວມ​ແມ່ນ​ຕະຫລາດ​ໃຫຍ່​ສຸດ ສຳລັບ​ການ​ສົ່ງ​ອອກ​ປາຈາ​ຂອງ​ຫວຽດນາມ. ​ໂຄງການ​ດັ່ງກ່າວ​​ແມ່ນ​ປະຕິບັດ​ໃນ​ໄລຍະ 4 ປີ ​ແຕ່​ປີ 2013- 2017, ສຸ​ມ​ໃສ່​ຍົກ​ສູງ​ກຳລັງ​ຄວາ​ມສາມາດ, ຊຸກຍູ້​ການ​ຜະລິດ​ມີ​ຄວາມ​ຮັບຜິດຊອບ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ຫຼຸ​ດຜ່ອນການ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ຫລຸດຜ່ອນ​ລາຍ​ຈ່າຍ​​ຜະລິດ. ​ໃນ​ນັ້ນ ກຳນົດ​ປາຈາ​ແມ່ນ ຂະ​ແຫນງ​ເສດຖະກິດ​ທີ່ມີ​ເງື່ອນ​ໄຂ, ພັດທະນາ​ຕາມ​ໝວດ​ຂະ​ແຫນງ ​ແລະ ຄຸ້ມ​ຄອງ​ຕາມ​ລະບົບ​ຂະ​ແຫນງສິນຄ້າ ນັບ​ແຕ່ບ່ອນ​ລ້ຽງ​ຕະຫລອດ​ຮອດ​ການ​ປຸງ​ແຕ່ງ, ສົ່ງ​ອອກ, ຈຳຫນ່າຍ ຜ່ານ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄຸນ​ນະພາ​ບຜະລິດ​ຕະພັນ. ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຂະ​ແຫນງ​ປາຈາ ຫວຽດນາມ ມຸ່ງ​ໄປ​ເຖິງ​ການ​ຜະລິດ​ແບບ​ຍືນ​ຍົງ, ນຳ​ມາ​ເຊິ່ງລາຍ​ຮັບ​ໃຫ້​ແກ່​ຄົນ​ງານ​ດ້ວຍ​ປະສິດທິ​ຜົນ​ດ້ານ​ເສດຖະກິ​ດສູງ.



ຕອບກັບ

ຂ່າວ/ບົດ​ອື່ນ