ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຮັກສາເສດຖະກິດມະຫາພາກເປັນປົກກະຕິເພື່ອພັດທະນາ


(vovworld) - ບຸລິມະສິດ​​ແກ່​ການຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດ​ຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ການເຕີບ​ໂຕ​ໃຫ້ຢູ່​ໃນ​ລະດັບ​ເໝາະ​ສົມ ນັ້ນ​ແມ່ນ​ບັນດາ​ຈຸດໝາຍ​ຊຶ່ງ​ພັກ ​ແລະ ລັດ​ຫວຽດນາມ ວາງ​ອອກ​ໃນ​ປີ 2012. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ​ໃຫ້​ໄດ້, ຄຽງ​ຄູ່​ກັບ​ບັນດາ​ມາດ​ຕະການ​ຮີບ​ດ່ວນ, ລັດຖະບານ​ໄດ້​ປະຕິບັດ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ໃນ 3 ຂົງ​ເຂດ​ພື້ນຖານ ນັ້ນ​ແມ່ນ: ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃຫມ່; ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່ ​ແລະ ສ້າງ​ໂຄງ​ປະກອບ​ຕະຫລາດ​ການ​ເງິນ​ຄືນ​ໃຫມ່, ຊຶ່ງ​ຈຸດ​ສຸມ​ແມ່ນ​ບັນດາ​ທະນາຄານ​. ມາ​ຮອດ​ປະຈຸ​ບັນ, ຮູບ​ແບບ​ການ​ເຕີບ​ໂຕ​ສົມທົບ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດ​ຖະກິດ​ຄືນ​ໃຫມ່​ໄດ້​ນຳ​ມາ​ເຊິ່ງຄຸນ​ປະ​ໂຫຍ​ດ ​ແລະ ​ໃນ​ເບື້ອງ​ຕົ້ນ​ສາມາດຄວບ​ຄຸມ​ໄພ​ເງິນ​ເຟີ້​ໄດ້​.

ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຮັກສາເສດຖະກິດມະຫາພາກເປັນປົກກະຕິເພື່ອພັດທະນາ - ảnh 1
ພາບປະກອບ:baomoi.com

        ​ໃນ​ປີ 2012, ​ໃນ​ສະພາບ​ທີ່ພື້ນຖານ​ເສດຖະກິດ​ໂລກ​ພວມຊຸດ​ໂຊມ​, ລັດຖະບານ ຫວຽດນາມ​ ຍັງຄົງ​ຢືດໝັ້ນຈຸດໝາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​​ໃຫມ່ ສົມທົບ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ດ້ວຍ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການສ້າງ​ລະບົບ​ນະ​ໂຍບາຍ​ຢ່າງຮອບດ້ານ ​ເພື່ອ​ຮັກສາ​ເສດ​ຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ງົບປະມານ, ​ເງິນຕາ​ຢ່າງ​ແຫນ້ນ​ແຟ້ນຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ ​ແລະ ຄວາມ​ດຸນ​ດ່ຽງ​​ໃຫ້ພື້ນຖານ​ເສດຖະກິດ. ທ່ານ​ນາຍົກລັດຖະ​ມົນຕີ ​ໄດ້​ອະນຸມັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ຕະຫລາດ​ການ​ເງິນ, ທະນາຄານ ​ແລະ ​ການ​ລົງທຶນ​ຕາມ​​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 3 ຊຸດ​ທີ 11. ຈຸດໝາຍ​ສັງ​ລວມຂອງ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​​​​ແມ່ນແນ​ໃສ່​ລະດົມ​ທຸກ​ແຫ​ລ່ງກຳລັງ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ບັນດາ​ແຫ​ລ່ງກຳລັງ​ລົງທຶນ. ຕ້ອ​ງ​ໄດ້​ນຳ​ໃຊ້, ຈັດ​ແບ່ງ​ຢ່າງ​​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ຕາມ​ທ່າ​ອ່ຽງ​​ຍາວນານ ​ແລະ ​ກວ້າງ​ຂວາງກວ່າ. ດຣ ຫວູດີ່ງ​​ແອ​ງ, ຜູ້​ຊ່ຽວຊານ​ດ້ານເສດຖະກິດ​ຖື​ວ່າ:

        “ຫວຽດນາມ ຄວນ​ກຳນົດ​ວ່າ ​ໃນ​ສະພາບ​ແຫ​ລ່ງກຳ​ລັງ​ຍັງ​ຈຳກັດ​ຢູ່ນັ້ນ ຕ້ອງ​ສຸມ​ໃສ່​ເຂົ້າ​​ບັນດາ​ໂຄງການ​ມີ​ປະສິດທິ​ຜົນ​ທີ່​ສຸດ ​ແລະ ບັນດາ​ໂຄງການນັ້ນ​ບໍ່​ພຽງ​​ແຕ່​ຮັບ​ໃຊ້​​ໃຫ້​ແກ່ພື້ນຖານ​ໂຄງ​ລ່າງ​ເທົ່າ​ນັ້ນ ຫາກ​ຍັງ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​​ເພື່ອ​ ສາມາດ​ຊຳລະ​ບ້ວງ​ຫນີ້​ສິນ​ຢ່າງ​ພຽງພໍ ​​ແນ​ໃສ່​ຫລຸດຜ່ອນບ້ວງ​ຫນີ້​ສິນຂອງ​ລັດ​​ໄດ້ສ່ວນ​​ໃດ​ຫນຶ່ງ.”

        ກ່ອນ​ອື່ນ​ໝົດ, ​ເລື່ອງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ການສ້າງ​ໂຄງ​ປະກອບ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​, ບໍລິສັດ​ໃຫຍ່​ແຫ່ງ​ລັດ​ຄືນ​ໃຫມ່ ​ໄດ້​ຮັບ​ການ​ກຳນົດ​​ແມ່ນ​ສຸມ​ໃສ່​ ໃນ​ຂະ​ແຫນງ​ດຳ​ເນີນ​ທຸລະ​ກິດ​ຕົ້ນຕໍ, ມີ​ຂອບ​ຂະຫນາດ​ເໝາະ​ສົມ​ກັບ​ຕະຫລາດ, ກຳລັງ​ຄວາ​ມສາມາດ​ການ​ບໍລິຫານ ​ແລະ ຄວາມ​ສາມາດ​ດ້ານ​ການ​ເງິນ. ​ເລື່ອງ​ປະຕິ​ຮູບ​ບັນດາລັດ​ວິ​ສາ​ຫະກິດ ແມ່ນ​ສຸມ​ໃສ່​ສ້າງ​ລະບອບບໍລິຫານ​ລັດ​ສຳລັບ​ວິ​ສາ​ຫະກິດ ​ແລະ ການ​ຄຸ້ມ​ຄອງ​ຂອງ​ກຳມະສິດ​ທີ່​ມີ​ຕໍ່​ລັດ​ວິ​ສາ​ຫະກິດ. ກຳນົດ​ຢ່າງ​ຈະ​ແຈ້ງ, ສິດ​ອຳນາດ, ຄວາມ​ຮັບຜິດຊອບ​ຂອງ​ເປົ້າ​ໝາຍ, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ບໍລິຫານ​ຂະ​ແຫນງ ​ແລະ ສະພາ​ບໍລິຫານ​ວິ​ສາ​ຫະກິດ. ການ​ສ້າງ​ກຸ່ມ​ບໍລິສັດ​ແຫ່ງ​ລັດ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ທິດ​ຫັນ​ກົງ​ຈັກ​ຄຸ້ມ​ຄອງ​ ຈາກ​ບຸກຄະລາ​ກອນ​ຕະຫລອດ​ຮອດ​ຂໍ້​ກຳນົດ​​ໃຫ້​ຊຳນານ​ງານ, ວາງ​ອອກ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​​ໂປ່​ງ​ໃສ​ໃນ​ວຽກ​ງານ ​ແລະ ການ​ລາຍ​ງານ.

        ​ເພື່ອ​ປະຕິບັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ລັດຖະບານ ກໍ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ຂົງ​ເຂ​ດການ​ເງິນ, ​ໃນ​ນັ້ນ​ສຸມ​ໃສ່​ຟື້ນ​ຕົວ​ລະບົບ​ທະນາຄານ. ວິວັດທະນາ​ການ​ນັ້ນ ​ໄດ້​ເລີ່​ມປະຕິບັດ​ຈາກ​ນະ​ໂຍບາຍ​ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍສິນ​ເຊື່ອ​ສອດ​ຄ່ອງ​ກັບ​ລະດັບ​ຫລຸດ​ລົງ​ຂອງ​ໄພ​ເງິນ​ເຟີ້, ບໍລິຫານ​ອັດຕາ​ແລກປ່ຽນ​ເງິນຕາຕ່າງປະເທດ​ຕາມ​ສັນຍານ​ຂອງ​ຕະຫລາດ, ຮັບປະກັນ​​ຄ່າ​ຂອງ​ສະກຸນ​ເງິນ​ດົ່ງ, ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ຕະຫລາດ​ຄຳ​ໃຫ້​ສົມບູນ​ແບບ, ປັບປຸງ​ການ​ດຸນ​ດຽງ​ຊຳລະ​ສາກົນ ​ແລະ ​ເພີ່ມ​ການ​ສະ​ສົມ​ເງິນ​ຕາ​ຕ່າງປະ​ເທດ.

        ດ້ວຍ​ບັນດາ​ມາດ​ຕະການ​ທັງ​ມີ​ລັກສະນະ​ຮີບ​ດ່ວນ, ທັງ​ມີ​ລັກສະນະ​ຍາວ​ນານ, ຮູບ​ແບບ​ການ​ເຕີບ​ໂຕ​ສົມທົບ​ກັບ​ການ​ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​​ໃຫມ່​ແມ່ນ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​ໃນ​ເບື້ອງ​ຕົ້ນ. ຕາມ​ການ​ສິຖິຕິ​ຫລ້າ​ສຸດ, ​ເສດຖະກິດ​ຂອງ​ຫວຽດນາມ ​​ໃນ 11 ​ເດືອນ​ຂອງ​ປີ 2012 ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ ​ແລະ ຖືກ​ທິດ. ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ການ​ຮັກສາ​ເສດຖະກິ​ດມະຫາ​ພາກ​​ໃຫ້​ເປັນ​ປົກກະຕິ​ໄດ້​ຮັບການເສີມ​ຂະ​ຫຍາ​ຍປະສິດທິຜົນ ​ແລະ ບັນລຸ​ໝາກຜົນດີ. ​ໃນ​ນັ້ນ ດັດ​ຊະນີ​ລາຄາ​ໃຊ້​ສອຍ CPI ​ໃນ​ເດືອນ 11 ​ເພີ່ມ​ຂຶ້ນ​ພຽງ 0,47% ​ເມື່ອ​ທຽບ​​ໃສ່​ເດືອນ​ກອ່ນ. ຄາ​ດຄະ​ເນ​ວ່າ ຖ້າ​ຫາກ​ບໍ່​ມີ​ການ​ຜັນ​ແປ​ໃນ​​ເດືອນ​ທ້າຍ​ປີ, ຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຕ່ຳ​ກວ່າ​ຫນຶ່ງ​ຕົວ​ເລກ​ໃນ​ປີ​ນີ້ ​ແມ່ນ​ສາມາດ​ບັນລຸ​ໄດ້. ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ກ່ຽວກັບ​ການ​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຫລາຍ​ຂົງ​ເຂດ​ເສດຖະກິ​ດອື່ນ​ກໍ​ບັນລຸ​ຄາດໝາຍ​ວາງ​ອອກ. ປີ 2012, ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ, ​ເປັນ​ຕົ້ນ​ຖືກ​ຜົນ​ສະທ້ອນ​ຈາກ​ການ​ຊຸດ​ໂຊມ​​ເສດຖະກິດ​ໂລກ, ​ແຕ່​​ລະດັບ​ຈະ​ເລີ​ນ​ເຕ​ີບ​ໂຕ GDP ທັງ​ປີ​ຂອງ​ຫວຽດນາມ ຄາດ​ວ່າ​ບັນລຸ 5,2%. ທີ່​ການ​ປະຊຸມ​ປະຈຳ​ເດີ​ອນ 11 ຂອງ​ລັດຖະບານ, ທ່ານ​ນາຍົກລັດ​ຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢູ໋ງ ຊີ້​ແຈງ​ວ່າ:

        “​ເຖິງ​ວ່າ​ບັນລຸ​ໄດ້​ໝາກຜົນ​ເປັນ​ຫນ້າ​ຊື່ນ​ຊົມ, ​ແຕ່​ພວກ​ເຮົາ​ບໍ່​ຄວນຟ້າວປະເອີບໃຈ ກ່ອນ​ອື່ນ​ໝົດ ຕ້ອງ​ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້ໃຫ້ໄດ້. ຂ້າພະ​ເຈົ້າ​ສະ​ເຫ​ນີ: ສືບ​ຕໍ່​ຄວບ​ຄຸມ​ລາຄາ​ສິນຄ້າ​ໃຫ້​ເປັນ​ປົກກະຕິ. ສືບ​ຕໍ່ກວດກາບັນດາທະນາຄານ, ​ເພີ່ມ​ສິນ​ເຊື່ອ​​ໃຫ້​ເໝາ​ະສົມ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ​້​ແກ່​ວິ​ສາ​ຫະກິດ ທັງ​ຄິດ​ໄລ່​ອັດຕາ​ດອກ​ເບ້​ຍ ​ແຕ່​ຕ້ອງ​ຄິດ​​ໄລ​່​ເຖິງ​ຄວາມ​ຕ້ອງການ​ໃຫ້​ເໝາະ​ສົມ ​ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​​ແຫນ້ນ​ແຟ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ບົນ​ພື້ນຖານ​ກຳນົດ​ຮູບ​​ແບບ​ການ​ເຕີບ​ໂຕ​ໃຫ​້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ, ລັດຖະບານ ຫວຽດນາມ ​ໄດ້​ສ້າງ​ກົນ​ໄກ​ສົມທົບ​ໃນ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ​ໄລຍະ 2012 - 2020. ​ໃນ​ນັ້ນ ກຳນົດ​​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສູ້​ຊົນ​ຫລຸດຜ່ອນ​ໄພ​ເງິນ​ເຟິ້ຢູ່​​ໃນ​ລະດັບ​ຕ່ຳ​ກວ່າ ​ແລະ ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ໃຫ້​ສູງ​ກວ່າ​ປີ 2012. ສືບ​ຕໍ່​ປະຕິບັດ​ກາ​ນສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ. ຮັບປະກັນ​ຊີ​ວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ ພ້ອມ​ທັງ​ຍົກ​ສູງ​ປະສິດທິ​ຜົນ​ຂອງວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສ້າງ​ພື້ນຖານ​ເພື່ອ​ພັດທະນາ​ເສດຖະກິດ​ໃຫ້​ໝັ້ນຄົງ​ຫນັກ​ແຫນ້ນ​ໃນ​ຊຸ​ມປີ​ຕໍ່​ໄປ.


ຕອບກັບ

ຂ່າວ/ບົດ​ອື່ນ