ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ເພື່ອຜ່ານຜ່າວິກິດການ

(vovworld)- ວິ​ກິດ​ການ​ເສດຖະກິ​ດທົ່ວ​ໂລກ​ໄດ້​ກໍ່ໃຫ້ເກີດ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຊຶ່ງ​ວິສາ​ຫະກິດ ຫວຽດນາມ ພວມຕ້ອງ​ປະ​ເຊີນ​ຫນ້າ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ກໍ​​ໄດ້​ຮັບ​ຖື​ວ່າ: ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ຕີ​ລາຄາ​ຕົວເອງ ​ແລະ ປັບປຸງ​ບໍລິສັດ​ຜ່ານ​ວິ​ກິດ​ການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່.

        ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ​​ສາກົນ​ຫລາຍ​ແຫ່ງກໍ​ຄືບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ກ່ຽວ​ກັບ​ສະພາບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ໃນ​ຊຸມ​ເດືອນ​ທ້າ​ຍປີ 2012 ​ແລະ ປີ 2013 ​ແມ່ນ​​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ, ສະພາບ​​ເສດຖະກິດ ຫວຽດນາມ ກໍ​ຄື​ໂລກ​ຍັງ​ຄົງ​ຜັນ​​ແປ​ໄປ​ບໍ່​ສະດວກ. ​ປະຈຸ​ບັນ, ຢູ່ ຫວຽດນາມ ມີຈຳນວນ​ວິ​ສາ​ຫະກິດ​ປະກາດ​ລົ້ມ​ລະລາຍ ຫລື​ ​ຢຸດຕິ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​​ແມ່ນເພີ່ມ​ຂຶ້ນ​ຢ່າງ​ແຮງ, ສະ​ເພາະ​ ຮອດ​ທ້າຍ​ເດືອນ 7/2012 ມີ ວິ​ສາ​ຫະກິດ 30.000 ​ແຫ່ງ​ຕົກ​ເຂົ້າ​ສູ່​ສະພາບຄື​ດັ່ງກ່າວ. ​ເພາະສະ​ນັ້ນ ຕາມ​ບັນດາ​ຊ່ຽວຊານ​ເສດຖະກິດ​ແລ້ວ, ວິ​ສາ​ຫະກິດ ຫວຽດນາມ ຄວນ​ຍູ້​ແຮງ​ວິວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານເສດຖະກິດ​ຄືນ​ໃຫມ່ ​ເພາະວ່າ ວິ​ສາ​ຫະກິດ​ແຫ່ງ​​ໃດ​ຜ່ານ​ຜ່າ​ໄດ້ ຈະ​ມີ​ກາລະ​ໂອກາດ​ເພື່ອ​ພັດທະນາ. ທ່ານ Pham Ngoc Hung ຮອງ​ປະທານ​ສະຫະ​ສະມາຄົມ​ວິສາ​ຫະກິດ​ ນະຄອນ ​ໂຮ່ຈິ​ມິນ ຖື​ວ່າ​:

        “​ໃນ​ໄລ​ຍະ​ວິ​ກິດ​ການ​ນີ້ ຄວນ​ກຳນົດ​ທິດໃຫ້​ແກ່​ວິ​ສາ​ຫະກິດ​ຊອກ​ຫາ​ເສັ້ນທາງ​ເດີນ​ແກ່​ຕົນ​ເອງ. ​ເພາະວ່າ ວິ​ກິດ​ການ​ທັງ​ແມ່ນ​ປັດ​ໄຈ​ອັນຕະລາຍ ​ແຕ່ກໍ​ມີ​ກາລະ​ໂອກາດ​. ສະ​ນັ້ນ, ຄວນ​ຊອກ​ຫາ​ບັນດາ​ປັດ​ໄຈ​ກາລະ​ໂອກາດ​ໃນ​ວິ​ກິດ​ການ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ໃຫ້​ແກ່​ບັນດາ​ບໍລິສັດ​ແມ່ນ​ສິ່ງ​ສຳຄັນ​ຍິ່ງ.”

ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ເພື່ອຜ່ານຜ່າວິກິດການ - ảnh 1
ພາບປະກອບ:tinmoi.com

        ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ​ເລື່ອງ​ສ້າງ​ໂຄງ​ປະກອບ​                 ວິ​ສາ​ຫະກິ​ດຄືນ​ໃຫມ່​ຕ້ອງ​ມີ​ວິວັດ​ທະນາການ. ​ໃນ​ນັ້ນ, ກ່ອນ​ອື່ນ​ໝົດ​ຄວນ​ຜ່ານ​ຜ່າ​ປັດ​ໃຈ​ອ່ອນ​ດອ້ຍ​ໃນ​ການ​ຄັດ​ເລືອກ ​ແລະ ກໍ່ສ້າງ, ບຳລຸງ​ຊັບພະຍາກອນ​ມະນຸດ, ຫລີກ​ລ້ຽງ​ການ​​ເຮັດແບບ​​ເປັນຮູບ​ການ, ​ເຮັດ​ໃຫ້​ກົງຈັກ​ກະທັດ​ລັດ. ນອກ​ນັ້ນ ​ເພື່ອ​ສ້າງ​​ໂຄງ​ປະກອບວິ​ສາ​ຫະກິດຄືນ​ໃຫມ່​ຄວນ​ສ້າງ​ຍຸດ​ທະ​ສາດ ​ແລະ ຄຸ້ມ​ຄອງ​ຍຸດ​ທະ​ສາດ​ໃຫ້​ເປັນ​ຢ່າງ​ດີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ກົດ​ດັນ​​ໃຫຍ່​ສຸດ​ຕໍ່​ການ​ສ້າງ​ໂຄງ​ປະກອບ​ວິສາ​ຫະກິດ​ປະຈຸ​ບັນ​ແມ່ນ​ສະພາບ​​ເສດຖະກິດ​ຊຸດ​ໂຊມ ​ແລະ ວິ​ກິດ​ການ​ການ​ເງິນ, ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຕ້ອງ​ປະ​ເຊີນ​ຫນ້າ​ກັບຄວາມ​ຕ້ອງການ​ໃຊ້​ສອຍຖືກ​ຊຸດໂຊມ​ຢ່າງ​​ແຮງ​. ​ເລື່ອງ​ກຳນົດ​ຍຸດ​ທະ​ສາດ​ເຄື່ອນ​ໄຫວ​ບໍ່ພຽງ​ແຕ່​​ແມ່ນ​ຈຸດ​ເລີ່​ມຕົ້ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນຈຸດ​ຕົ້ນຕໍ​ຂອງ​ວິວັດ​ທະນາການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ອີກ​ດ້ວຍ. ​​ເມື່ອ​ແບ່ງປັນ​ບົດ​ຮຽນ​​ໃນ​ການສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ຈາກ​ບັນດາ​ປະ​ເທດ​ໃນ​ໂລກ, ສາ​ສະ​ດາ​ຈານ Douglas Coulter ສັງກັດ​ມະຫາວິທະຍາ​ໄລ Harvard ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ​ແຜນການ ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ ຕ້ອງ​ແມ່ນ​ການ​ປະຕິ​ຮູບ​ວິ​ສາ​ຫະກິດຮອບດ້ານ​ຈາກ​ຂັ້ນ​ຕອນ, ​ເຕັກ​ໂນ​ໂລ​ຊີ, ການ​ເງິນ ​ແລະ ບຸກຄະລາ​ກອນ.

        “ຕາມ​ຂ້າພະ​ເຈົ້າ​ແລ້ວ, ມີ 6 ບາດກ້າວ​ກຳນົດ​ທິດ ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່, ນັ້ນ​ແມ່ນ: ຕ້ອງ​ມີ​ການ​ຕົກລົງສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່, ທີ​ສອງ ກຳນົດ​ເປົ້າ​ໝາຍ​ຄວນສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່, ທີ​ສາມ ສ້າງ ໂຄງ​ປະກອບ​ສັງ​ລວມອີງ​ໃສ່​ບັນດາ​ຄຸນ​ຄ່າ​ແຫ​ລ່ງກຳລັງ; ທີ 4, ກຳນົດ​ລະດັບ​ສິດ​ອຳນາດ​ຂອງ​ຜູ້​ອອກ​ຂໍ້​ຕົກລົງ. ທີ 5, ດັດ​ປັບ​ບັນດາ​ພາກສ່ວນ​​ໃນ​​ໂຄງ​ຮ່າງ​ການຈັດ​ຕັ້ງ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ເລື່ອງອອກຂໍ້​ຕົກລົງຢ່າງ​ເໝາະ​ສົມ. ສຸດ​ທ້າຍ​ແມ່ນ​ຫນູນ​ຊ່ວຍ​ການ​ຄຸ້ມ​ຄອງ, ​ເສີມ​ຂະຫຍາຍ​ຄວາມ​ຊຳນານ​ງານ ​ແລະ ການ​ກະທຳ​ທີ່​ຈຳ​ເປັນ​ເພື່ອ​ວາງ​ອອກ ​ແລະ ປະຕິບັດ​ຂໍ້​ຕົກລົງ​ຢ່າງ​ວອ່ງ​ໄວ, ຖືກຕ້ອງ.”

        ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຊອກ​ຫາ​ບັນດາ​ມາດ​ຕະການ​ກູ້​ຢືມ​ທຶນ​ໃນ​ໄລຍະ​ສັ້ນ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ທຶນຮອນ​​ໃນ​ໄລຍະ​ຕົ້ນ ​ແຕ່​ບໍ່ຄິດ​ໄລ່​ໄດ້​ບັນດາ​​ແຜນການ​ສຳລັບ​ໄລຍະ​ກາງ ​ແລະ ຍາວ. ຕາມ​ການ​ສະຖິຕິ​ຂອງ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ​ແລ້ວ, ປະຈຸ​ບັນ ທັງ​ປະ​ເທດມີ 75% ຈຳນວນວິ​ສາ​ຫະກິດຂະຫນາດ​ກາງ ​ແລະ ນ້ອຍ ພວມ​ຕົກ​ເຂົ້າ​ສູ່​ສະພາບ​ການ​ດັ່ງກ່າວ. ລັດຖະບານ ຫວຽດນາມ ພວມ​ຊີ້​ນຳ​ບັນດາ​ທະນາຄານ​ການ​ຄ້າ ສ້າງ​ກົນ​ໄກ​ສະດວກ​ກວ່າ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສາມາດ​ໄດ້​ກູ້​ຢືມ​ທຶນ​ເພື່ອ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ຢ່າງ​ງ່າຍດາຍ​ກວ່າ. ທ່ານ Pham Hong Hai ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ ຮົ່າກົງ ​ແລະ ​ຊຽງ​ໄຮ່ ປະ​ເທດ​ຈີນ ປະຈຳ ຫວຽດນາມ ຖື​ວ່າ: ​ເພື່ອ​ກູ້​ຢືມ​ທຶນ​ຢ່າງ​ງ່າຍ​ດາ​ຍກວ່າ, ບັນດາ​ວິ​ສາ​ຫະກິດ​ຄວນ​ມີ​ການ​ຮັບປະກັນ​ກ່ຽວ​ກັບ​ແຜນການ​ດຳ​ເນີນ​ທຸລະ​ກິດ​ພ້ອມ​ກັບ​ການ​ພິສູດຄວາມ​ຈະ​ແຈ້ງດ້ານ​ການ​ເງິນ.

        “ສຳລັບ​ວິ​ສາ​ຫະກິດ ນີ້​ແມ່ນ​ກາລະ​ໂອກາດ​ດີ​ເພື່ອ​ປະຕິ​ຮູບ​ຕົນ​ເອງ, ບໍ່​ອາດ​ລໍຖ້າ​ການ​ຊ່ວຍ​ເຫຼືອຈາກ​ລັດຖະບານ. ສະພາບ​ປະຈຸ​ບັນ ມີວິ​ສາ​ຫະກິດ​ຫລາຍ​ແຫ່ງຍັງ​ຕິດ​ຫນິ້ທະນາຄານ​ ​ແລະ ວິ​ສາ​ຫະກິ​ດຄວນ​ພິຈາລະນາ​ບ້ວງ​ຫນິ້ດັ່ງກ່າວ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ແທ້​ຈິງ​ຫລື​ບໍ່, ຄວນ​ສຸມ​ໃສ່​ເຂົ້າ​ໃນ​ຂະ​ແຫນງ​ທີ່​ຕົນ​ເອງ​ມີ​ທ່າ​ແຮງ​ຫລື​ຍັງ​ຄົງ​ສືບ​ຕໍ່​ລົງທຶນ​ແບບ​ກະຈັດກະຈາຍ, ສືບ​ຕໍ່​ລົງທຶນ​​ເຂົ້າ​ຂົງ​ເຂດ​ອະສັງຫາລິມະ​ຊັບ, ຫລັກ​ຊັບ​ນັ້ນບໍ່​ແມ່ນ​ຂະ​ແຫນງ​ຕົ້ນຕໍ. ສ່ວນ​ທະນາຄານ​ເອງ​ກໍ​ຢາກ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກປະຈຸ​ບັນ ​ແຕ່​ທະນາຄານ​ກໍ​ມີ​ຄວາມ​ມຸ່ງ​ຫວັງ​ຈາກ​   ວິ​ສາ​ຫະກິດ​ນັ້ນ​ແມ່ນ​ຄວາມ​ກະຈ່າງ​ແຈ້ງ​ດ້ານການ​ເງິນ.”

ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ເພື່ອຜ່ານຜ່າວິກິດການ - ảnh 2
ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່​ແມ່ນ​ວິວັດ​ການ​ທີ່​ຈຳ​ເປັນ​
ສຳລັບ​ວິ​ສາ​ຫະກິດປະຈຸບັນ
ພາບ: internet

        ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່​ແມ່ນ​ວິວັດ​ການ​ທີ່​ຈຳ​ເປັນ​ສຳລັບ​ວິ​ສາ​ຫະກິດ ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ຈະ​ບໍ່​ມີ​ຮູບ​ການ​ລວມ​ໃດ​ທີ່​ມີ​ຕໍ່​ວິ​ສາ​ຫະກິດ​ທັງ​ໝົດ. ອີງ​ໃສ່​ຮູບ​​ແບບ​ການ​ຜະລິດ, ປະ​ເພດ​ສິນຄ້າ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ກໍ​ຄື​ລັກສະນະ​ພິ​ເສດ​ຊຶ່ງ​ວິ​ສາ​ຫະກິດ​ຈະ​ເຫັນ​ໄດ້​ພາກສ່ວນ​ໃດ​ຄວນ ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ ​ແລະ ຈຸດໝາຍ​ຕ້ອງ​ປ່ຽນ​ໃຫມ່. ນັ້ນ​ອາດ​ຈະ​​ແມ່ນ​ບັນຫາ​ກ່ຽວຂ້ອງ​ເຖິງ​ດ້ານ​ການ​ເງິນ, ຫລື​ບຸກຄະລາ​ກອນ, ​ໂຄງ​ຮ່າງ​ການຈັດ​ຕັ້ງ. ຖ້າຫາກ​ເຫັນ​ໄດ້​ສະພາບ​ຕົວ​ຈິງ​ເພື່ອ​ກຳນົດ​ທິດ​ຍາວ​ນານ ຈະ​ຊ່ວຍ​ວິ​ສາ​ຫະກິດ​ຄົງ​ຕົວ ​ແລະ ພັດທະນາ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ