ສ້າງໂຄງປະກອບເສດຖະກິດຄືນໃຫມ່, ຈຸດພົ້ນເດັ່ນໃນການແກ້ໄຂຄວາມຫຍູ້ງຍາກໃຫ້ແກ່ພື້ນຖານເສດຖະກິດຫວຽດນາມປີ 2013

(vovworld)- ປີ 2013 ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ, ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖ​ະ​ກິດ​ຄືນ​ໃຫມ່​ທີ່​ຜັ​ນ​ຂະ​ຫ​ຍາຍ​ໃນ​ໄລ​ຍະ​ຜ່ານ​ມາ​ ບັນ​ລຸ​ໄດ້​ໝາກ​ຜົນ​ໃນ​ເບື້ອງ​ຕົ້​ນ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ສ້າງໂຄງປະກອບເສດຖະກິດຄືນໃຫມ່, ຈຸດພົ້ນເດັ່ນໃນການແກ້ໄຂຄວາມຫຍູ້ງຍາກໃຫ້ແກ່ພື້ນຖານເສດຖະກິດຫວຽດນາມປີ 2013 - ảnh 1
ພາບປະກອບ:internet

        ປີ 2013, ໃນ​ລາຍ​ການ​ສັງ​ລວມ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບປຸງ​ລະ​ບອບ, ນະ​ໂຍ​ບາຍ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​, ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕ​ີບ​ໂຕ. ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ: ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຄືນ​ໃຫມ່, ຈຸດ​ສຸມ​ແມ່ນ​ລົງ​ທຶນ​ຂອງ​ລັດ, ສ້າງ​ໂຄງ​ປະ​ກອບ​ການ​ເງິນ, ສິນ​ເຊື່ອ,ໃນ​ນັ້ນ​ສຸມ​ໃສ່​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ ແລະ ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່, ເປັນ​ຕົ້ນ​ແມ່ນ​​ລັດວິ​ສາ​ຫະ​ກິດ. ປີ 2013 ແມ່ນ​ປີ​ທຳ​ອິດທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຜັນ​ຂະ​ຫ​ຍາຍ​ມະ​ຕິ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫ​ຍ່​ແຫ່ງ​ລັດ​ຄືນ​ໃຫມ່. ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂະ​ແຫນງ​ການ, ຂົງ​ເຂດ​ຫລັກ​ແຫລ່ງ ແລະ         ສະ​ຫ​ນອງ​ບັນ​ດາ​ບໍ​ລິ​ການ​ທີ່​ຈຳ​ເປັນ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ຕາມ​ວິ​ວັດ​​ການນີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ ໄດ້​ດຳ​ເນີນ​ການກວດ​ກາ, ກຳ​ນົດ​ຫ​ນ້າ​ທີ່, ຂະ​ແຫນງ​ອາ​ຊີບ​ດຳ​ເນີນ​ທຸ​ລ​ະ​ກິດ​ຕົ້ນ​ຕໍ​ຄືນ​ໃຫມ່, ຖອນ​ທຶນ​ຮອນ​ຢູ່​ບັນ​ດາ​ຂະ​ແຫນງ​ອາ​ຊີບບໍ່​ຂຶ້ນ​ກັບ​ຂະ​ແຫນງ​ອາ​ຊີບ ດຳ​ເນີນ​ທຸ​ລ​ະ​ກິດ ​​ ​ຕົ້ນ​ຕໍ. ທ່ານ ຫວູ​ຮູຍ​ຮ​ວ່າງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະ​ຫ​ຍາຍ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່​, ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສິດ, ຫ​ນ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຈົ້າ​ຂອງ​ກຳ​ມະ​ສິດ​ທີ່​ໄດ້​ຮັບ​ການມອບ​ຫມາຍ​ສຳ​ລັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ, ບັນ​ດາ​ບໍ​ລິ​ສັດ​ໃຫ​ຍ່ ແລະ ບັນ​ດາ​ບໍ​ລິ​ສັດ​ຂຶ້ນ​ກັບ​ກະ​ຊວງຢ່າ​ງ​ເຂັ້ມ​ງວດ. ບາງ​ຂົງ​ເຂດ​ພ​ວມ​ສືບ​ຕໍ່​ຄົ້ນ​ຄ້​ວາ​ເພື່ອ​ປະ​ກາດ​ໃຊ້​ຮັບ​ປະ​ກັນ​ລັກ​ສະ​ນະ​ຄົບ​ຊຸດ​ໃນ​ການ​ປະ​ຕິ​ບັດ, ພິ​ເສດ ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ຂ້ອ​ງ​ເຖິງ​ການ​ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃຫມ່ ແລະ ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາລັດ​ວິ​ສາ​ຫະ​ກິດ.”

        ​ໂດຍ​ມີ​ການ​ຜັນ​ຂະ​ຫ​ຍາຍບັນ​ດາ​ມາດ​ຕະ​ການ​ດັ່ງ​ກ່າວ, ມາ​ຮອດ​ປະ​ຈຸ​ບັນ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ. ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ບົດ​ບາດ​ຫ​ນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໂດຍ​ພື້ນ​ຖານ ແລະ ໄດ້​ຮັບ​ການ​ປັບ​ປຸງ​ສົມ​ບູນ​ແບບ, ເໝາະ​ສົມ​ກັບ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫລາດ ແລະ ຄຳ​ຮຽກຮ້ອງຕ້ອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​. ມາ​ຮອດ​ປະ​ຈຸ​ບັນ, ມີ​ ລັດ​ວິ​ສາ​ຫະ​ກິດ ປະ​ມານ 80% ​ພວມເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ມີ​ກຳ​ໄລ. ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫ​ຍ່​ແຫ່ງ​ລັດ​ປະ​ກອບ​ 33% GDP.

        ໃນ​ຂົງ​ເຂດ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຄືນ​ໃຫມ່, ຊື່ງ​ຈຸດ​ສຸມ​ແມ່ນ​ການ​ລົງ​ທຶນ​ຂອງ​ລັດ, ລັດ​ຖະ​ບານ ໄດ້​ຊີ້​ນຳ​ປັບ​ປຸງ​ໂຄງ​ປະ​ກອບ ແລະ ກົນ​ໄກ​​ຈັດ​ແບ່ງ​ເງິນ​ລົງ​ທຶນ, ສຸມ​ທຶນ​ໃຫ້​ແກ່​ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ, ມີ​ຄວາມ​ຈຳ​ເປັນ ແລະ ທຶນ​ສົມ​ທົບ​ໃຫ​້​ແກ່​ບັນ​ດາ​ໂຄງ​ການ ODA. ກວດ​ກາ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ທີ່ຫາ​ກໍລົງ​ມືກໍ່​ສ້າງ​ໃຫມ່​ຢ່າງ​ແຫ​ນ້ນ​ແຟ້ນ, ແກ້​ໄຂ​ສະ​ພາບ​ລົງ​ທຶນ​ບໍ່ເປັນ​ຈຸດສຸມ, ບໍ່​ບັນ​ລຸ​ປະ​ສິດ​ທິ​ຜົນ. ປັບປຸງ​ກົນ​ໄກ​ແບ່ງ​ຂັ້ນ​ຄຸ້ມ​ຄອງລົງ​ທຶນ, ຮັບ​ປະ​ກັນ​ການ​ຄຸ້​ມ​ຄອງ​ເປັນ​ເອ​ກະ​ພາບ​ຂອງ​ສູນ​ກາງ, ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທ້ອງ​ຖິ່ນ ແລະ ເຈົ້າ​ຂອງ​ລົງ​ທຶນ. ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ​ສັງ​ຄົມ. ມາ​ຮອດ​ປະ​ຈຸ​ບັນ, ອັດ​ຕາ​ເງິນ​ລົງ​ທຶນ​ຢູ່​ເຂດນອກ​ລັດ​ເພີ່ມ​ຂຶ້ນ 61,3% ໄລ​ຍະ 2006-2010 ຂຶ້ນ​ເຖິງ 62,6% ໄລ​ຍະ 2011-2013.

        ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ການ​ເງິນ, ສິນ​ເຊື່ອ​ຄືນ​ໃຫ​ມ່, ມາ​ຮອດ​ປ​ະ​ຈຸ​ບັນ ໄດ້​ຜັນ​ຂະ​ຫ​ຍາຍ​ຢ່າງ​ຄົບ​ຊຸດ​ບັນ​ດາ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫມ່ ແລະ ບັນ​ລຸ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ. ບັນ​ດາ​ທະ​ນາ​ຄານ​ດຳ​ເນີນ​ທຸ​ລະ​ກິດບໍ່​ມີ​ປະ​ສິດ​ທິ​ຜົນ​ໄດ້​ຮັບ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່. ໃນ​ປີ 2013 ໄດ້​ຫັນ​ທະ​ນາ​ຄານ​ການ​ຄ້າ​ແຫ່ງ​ລັດ 4 ແຫ່ງ​ເປັນ​ຫຸ້ນ​ສ່ວນ. ພ້ອມ​ກັບ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ທະ​ນາ​ຄານ​, ການ​ເງິນ ຄືນ​ໃຫມ່, ສະ​ພາບ​ຫນີ້​ເສຍເບື້ອງ​ຕົ້ນ​ໄດ້​ຮັບ​ການ​ຄວບ​ຄຸມ. ໃນ 8 ເດືອນ​ຕົ້ນ​ປີ, ລະ​ດັບ​ຫນີ້​ເສຍ​ເພີ່ມ​ຂຶ້ນ​ສະ​ເລ່ຍ 2,5%/ເດືອນ, ຫລຸດ​ລົງ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ລະ​ດັບ 3,9%/ເດືອນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

        ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່​ກໍ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢ່າງ​ຕັ້ງ​ຫ​ນ້າ​ຕາ​ມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ສຸມ​ໃສ່​ຫັນ​ປ່ຽນ​ຜ​ົນ​ລະ​ປູກ, ສັດ​ລ້ຽງ, ຍູ້​ແຮງ​ການ​ໝູນ​ໃຊ້​ຄວາມ​ກ້າວ​ຫ​ນ້າດ​້ານວິ​ທະ​ຍາ​ສາດ​ເຕັກ​ນິກ, ສ້າງ​ບັນ​ດາ​ເຂດ​ຜະ​ລິດ​ສະ​ເພາະ, ຜະ​ລິດ​ດ້ວຍ​ຂອບ​ຂະ​ຫ​ນາດ​ໃຫ​ຍ່, ເຂດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ຮ່ວມ​ສຳ​ພັນ​ການ​ຜ​ະ​ລິດ​ກັບ​ການ​ປຸງ​ແຕ່ງ, ຮັກ​ສາ ແລະ ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ຜະ​ລິດ ແລະ ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ.

        ເລື່ອງ​ລັດ​ຖະ​ບານ​ຮັບ​ຮອງ​ເອົາ ແລະ ຜັນ​ຂະ​ຫ​ຍາຍ​ບັນ​ດາ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ໄດ້​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​​ເຂົ້າໃນ​ການ​ປັບ​ປຸງ​ເສດ​ຖະ​ກິດ​ມະ​ຫາ​ພາກ ກໍ​ຄື ຈຸ​ລະ​ພາກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ເບິ່ງ​ສັງ​ລວມ​ກ່ຽວ​ກັບ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2011-2015 ໃຫ້​ເຫັນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍູ້ງ​ຍາກຢູ່, ເປັນ​ຕົ້ນ​ແມ່ນ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ຈະ​ເລີນ​ເຕີບ​ໂຕ​ຊັກ​ຊ້າ. ທີ່​ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ 2013 ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນຢູງ ໄດ້​ຢືນ​ຢັນ ຄວາມ​ຕັດ​ສິນ​ໃຈ​ຍູ້​ແຮງວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ, ສ້າງ​ທ່ວງ​ທ່າ​ໃຫ້​ແກ່​ເສດ​ຖະ​ກິດ​ຫວຽດ​ນາມ ພັດ​ທະ​ນາ ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        “ລັດ​ຖະ​ບານ​ຫວຽດ​ນາມ ສືບ​ຕໍ່​ສຸມ​ໃສ່​ຍູ້​ແຮງ​ການ​ສ້າງ​ໂຄ​ງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃຫມ່, ຫັນ​ປ່ຽນ​ຮູບ​ແບບ​ຈະ​ເລີນ​ເຕີບ​ໂຕ​ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວ​ຽດ​ນາມ​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງກວ່າ, ກຳ​ລັງ​ແກ້ງ​ແຍ້ງ​ສູງກວ່າ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ກວ່າ. ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສຸມ​ກຳ​ລັງ​ແຮງ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ສຸມ, ຫ​ນ້າ​ທີ່​ຕົ້ນ​ຕໍ​ເປັນ​ຢ່າງ​ດີ, ຮັບ​ປະ​ກັນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ໝັ້ນ​ແກ່ນ, ເປັນ​ເຈົ້າ​ການຄວບຄຸມໄພ​ເງິນ​ເຟີ້​ໃຫ້​ດີກວ່າ, ຮັກ​ສາ​ການ​ຈະ​ເລີນ​ເຕີບ​ໂຕ​ GDP ໃນ​ປີ 2014 ປະ​ມານ 5,8% ແລະ ປີ 2015 ແມ່ນ 6%, ສືບ​ຕໍ​່​ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ເປັນ​ປົກ​ກະ​ຕິ, ຮັກ​ສາ​​ລະ​ດັບ​ການ​ສົ່ງ​ອອກ.”

        ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫ​ມ່​ຢູ່ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢ່າງ​ແຂງ​ແຮງ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ, ກຳ​ລ​ັງ​ແກ້ງ​ແຍ້ງ. ປະ​ຕິ​ບັດ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ 500 ແຫ່ງ​ເປັນ​ຫຸ້ນ​ສ່ວນ ຕາມ​ວິ​ວັດ​ການ​ຊື່ງ​ອົງ​ການ​ການ​ຄ້າ​ໂລກ (WTO)ໄດ້ໃຫ້ຄຳໝັ້ນສັນຍາ ແລະ ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ສັນ​ຍາ​ຄູ່​ຮ່ວມ​ມື​ເຂດ​ປາ​ຊີ​ຟີກ TPP.

ຕອບກັບ

ຂ່າວ/ບົດ​ອື່ນ