ຫັນເປັນ ດີຈິຕອນ ເພື່ອເຮັດໃຫ້ການເຄື່ອນໄຫວຂອງທະນາຄານມີປະສິດທິຜົນທີ່ສຸດ

(VOVWORLD) - ລັດຖະບານຫວຽດນາມໄດ້ກຳນົດສ້າງລັດຖະບານເອເລັກໂຕນິກ, ມຸ່ງໄປເຖິງລັດຖະບານດີຈິຕອນ, ສັງຄົມດີຈິຕອນແລະພື້ນຖານເສດຖະກິດດີຈິຕອນແມ່ນຫນຶ່ງໃນບັນດາບຸລິມະສິດແຖວຫນ້າໄລຍະແຕ່ປີ 2016-2020, ສ້າງພື້ນຖານອັນຫນັກແຫນ້ນໃຫ້ແກ່ການຫັນເປັນດີຈິຕອນຮອບດ້ານໃນໄລຍະ 2021-2030. ກະແສເງິນໄດ້ຮັບຖືວ່າແມ່ນກົກເຄົ້າຂອງພື້ນຖານເສດຖະກິດດີຈິຕອນ, ສະນັ້ນຂະແຫນງການເງິນ - ທະນາຄານສວມບົດບາດສຳຄັນໃນຍຸດທະສາດຫັນເປັນດີຈິຕອນແຫ່ງຊາດ. ຊຸກຍູ້ວິວັດການຫັນເປັນດີຈິຕອນຢ່າງວ່ອງໄວ, ປອດໄພແລະໝັ້ນຄົງໃນຂະແຫນງທະນາຄານ ແມ່ນຫນຶ່ງໃນບັນດາເປົ້າໝາຍສຳຄັນຕົ້ນຕໍມຸ່ງໄປເຖິງພື້ນຖານເສດຖະກິດດີຈິຕອນໃນອະນາຄົດ.

ຫັນເປັນ ດີຈິຕອນ ເພື່ອເຮັດໃຫ້ການເຄື່ອນໄຫວຂອງທະນາຄານມີປະສິດທິຜົນທີ່ສຸດ - ảnh 1ພາບປະກອບ:baochinhphu.vn

ຕາມການສະຖິຕິຂອງທະນາຄານແຫ່ງລັດຫວຽດນາມແລ້ວ, ມີເຖິງ 95% ຈຳນວນທະນາຄານໄດ້ ແລະພວມສ້າງຍຸດທະສາດຫັນເປັນດີຈິຕອນ, ໃນນັ້ນມີ 39% ທະນາຄານໄດ້ອະນຸມັດຍຸດທະສາດຫລືໂຮມເຂົ້າໃນການກຳນົດທິດພັດທະນາດຳເນີນທຸລະກິດແລະເຕັກໂນໂລຊີຂໍ້ມູນຂ່າວສານ. ຫວ່າງແລ້ວນີ້, ແຜນການຫັນເປັນດີຈິຕອນຂະແຫນງທະນາຄານຮອດປີ 2025, ການກຳນົດທິດຮອດປີ 2030” ຂອງທະນາຄານແຫ່ງລັດໄດ້ກຳນົດເປົ້າໝາຍຮອດປີ 2025 ຮັບປະກັນໃຫ້ກວ່າ 60% ອົງການສິນເຊື່ອມີອັດຕາສ່ວນລາຍຮັບຈາກຊ່ອງທາງດີຈິຕອນບັນລຸກວ່າ 30%.

ຫັນເປັນດີຈິຕອນ ໃນຂະແຫນງທະນາຄານບໍ່ພຽງແຕ່ໝູນໃຊ້ບັນດາເຕັກໂນໂລຊີໃຫມ່ ຫາກຍັງແມ່ນຫັນປ່ຽນທັງໝົດຮູບແບບ,ຍຸດທະສາດແລະວັດທະນະທຳດຳເນີນທຸລະກິດຂອງທະນາຄານບົນພື້ນຖານການປ່ຽນໃຫມ່ເຕັກໂນໂລຊີ. ທ່ານຫວໍເຕີນລອງ, ຮອງຜູ້ອຳນວຍາການໃຫຍ່ ບໍລິສັດ PWC ຫວຽດນາມຖືວ່າ:

“ລາຍຈ່າຍການເຄື່ອນໄຫວທະນາຄານມາຈາກບັນດາສາຂາຈາກລາຍຈ່າຍເຊົ່າຫ້ອງການ, ພາລະກອນເຮັດວຽກ, ກວມເອົາເຖິງ 70% ລາຍຈ່າຍການເຄື່ອນໄຫວຂອງທະນາຄານ. ເພື່ອຫລຸດຜ່ອນລາຍຈ່າຍນັ້ນ ຄວນເພີ່ມກຳລັງຄວາມສາມາດການເຄື່ອນໄຫວຂອງບັນດາຊ່ອງທາງທີ່ແຕກຕ່າງກັນຄື: ດີຈິຕອນ, ຮັບໃຊ້ເອງ.

ເຖິງຢ່າງໃດກໍຕາມ, ວິວັດການຫັນເປັນດີຈິຕອນປະຈຸບັນຍັງມີສິ່ງທ້າທາຍບາງຢ່າງ. ກ່ອນອື່ນແມ່ນຂອບເຂດນິຕິກຳຍັງບໍ່ທັນສົມບູນກາຍເປັນຈຸດອຸດຕັນທຳອິດໃນວິວັດການຫັນເປັນດີຈິຕອນ. ຄຽງຂ້າງນັ້ນແມ່ນບັນດາຂໍ້ຈຳກັດກ່ຽວກັບພື້ນຖານໂຄງລ່າງ. ນອກນັ້ນແມ່ນການເຂົ້າຮ່ວມຂອງບັນດາບໍລິສັດເຕັກໂນໂລຊີການເງິນ(Fintech)ໃນການຮ່ວມມືກັບທະນາຄານ, ວາງອອກບັນດາບັນຫາຄື: ຄວາມໝັ້ນຄົງຄວາມປອດໄພ, ຄວາມລັບດ້ານຂໍ້ມູນຂ່າວສານ… ທ່າອ່ຽງອາດຊະຍາກອນເຕັກໂນໂລຊີສູງເພີ່ມຂຶ້ນດ້ວຍຫລາຍເລ່ລ່ຽມໃຫມ່ ແລະນັບມື້ນັບເລິກແລບ. ທ່ານເຈີນທາຍບີ່ງຜູ້ອຳນວຍການກຸ່ມເຕັກໂນໂລຊີຂໍ້ມູນຂ່າວສານ, ທະນາຄານSacombankຖືວ່າບັນດາທະນາຄານຄວນໝູນໃຊ້ການຫັນເປັນດີຈິຕອນໃນໄລຍະຈະມາເຖິງ.

 “ເລື່ອງໂອນຍ້າຍ 90% ລູກຄ້າເຂົ້າພື້ນຖານດີຈິຕອນ ຂ້າພະເຈົ້າຖືວ່າບັນດາທະນາຄານຈະເຮັດໄດ້ ເປັນຕົ້ນພາຍຫລັງໂລກລະບາດໂຄວິດ -19, ບັນດາລູກຄ້າຈະຢາກພົວພັນຕິດຕໍ່ແບບອອນລາຍ, ຊຳລະອອນລາຍ,ບໍ່ຢາກມາທະນາຄານອີກ. ເຖິງຢ່າງໃດກໍຕາມສິ່ງທ້າທາຍໃຫຍ່ແມ່ນການຫັນເປັນດີຈິຕອນຢູ່ໃນທະນາຄານ, ຫັນທຸກການເຄື່ອນໄຫວຂອງທະນາຄານເປັນດີຈິຕອນ”

ຫັນເປັນ ດີຈິຕອນ ເພື່ອເຮັດໃຫ້ການເຄື່ອນໄຫວຂອງທະນາຄານມີປະສິດທິຜົນທີ່ສຸດ - ảnh 2ທ່ານ ເຈີນທາຍບີ່ງ ຜູ້ອຳນວຍການກຸ່ມເຕັກໂນໂລຊີຂໍ້ມູນຂ່າວສານ ທະນາຄານSacombank.(ພາບ:tuoitre.vn)

ບັນດາຜູ້ຊ່ຽວຊານຖືວ່າອະນາຄົດທະນາຄານຫວຽດນາມຮອດປີ 2025, ຈຳນວນພາລະກອນຈະຫລຸດລົງ, ຈຳນວນສາຂາຈະຫລຸດລົງ, ເຖິງຢ່າງໃດກໍຕາມຈຳນວນລູກຄ້າແລະລາຍຮັບຈະເພີ່ມຂຶ້ນ, ບັນດາທະນາຄານຈະສົມທົບກັບບັນດາບໍລິສັດເຕັກໂນໂລຊີການເງິນສ້າງລະບົບຊີວະພາບ, ສະຫນອງຫລາຍການບໍລິການໃຫ້ລູກຄ້າ, ບໍ່ພຽງແຕ່ບັນດາບໍລິການທີ່ພວມມີໃນປະຈຸບັນເທົ່ານັ້ນ. ທ່ານບຸ່ຍດີງຢາບ, ຜູ້ກໍ່ຕັ້ງ,ຜູ້ອຳນວຍການຝ່າຍບໍລິຫານ Akabot ຕີລາຄາວ່າ:

“ບັນດາທະນາຄານຈະສົມທົບ fintech ສະຫນອງການບໍລິການໄປພ້ອມຄື: ໃຫ້ກູ້ຢືມ, ການເງິນຈຸນລະພາກ… ນີ້ຈະແມ່ນທິດພັດທະນາຢ່າງແຮງໃນໄລຍະ 3 ປີຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍການຫັນເປັນດີຈິຕອນຢ່າງແຮງ, ດ້ວຍວິໄສທັດຂອງບັນດາທະນາຄານຢູ່ ຫວຽດນາມພວກເຮົາຈະແມ່ນຫນຶ່ງໃນບັນດາປະເທດນຳຫນ້າຢູ່ ອາຊີຕາເວັນອອກສ່ຽງໃຕ້, ອາຊີໝູນໃຊ້ດີຈິຕອນເຂົ້າໃນຂົງເຂດທະນາຄານແລະຫລາຍຂົງເຂດອື່ນອີກ”

ອາດເຫັນໄດ້ວ່າ ຍັງບໍ່ທັນມີເວລາໃດການແກ້ງແຍ່ງດີຈິຕອນລະຫວ່າງບັນດາທະນາຄານພັດແຮງຄືປະຈຸບັນ ແລະແນ່ນອນວ່າຈະສືບຕໍ່ເກີດຂຶ້ນໃນຊຸມປີຈະມາເຖິງ. ເລື່ອງຜັນຂະຫຍາຍທະນາຄານດີຈິຕອນຂອງຫວຽດນາມພວມໄປຖືກທິດກັບທ່າອ່ຽງຂອງໂລກກໍຄືແຜນນະໂຍບາຍການຊື້ເຄື່ອງຂອງໂດຍບໍ່ໃຊ້ເງິນສົດຂອງທະນາຄານແຫ່ງລັດ. ສິ່ງນີ້ ບໍ່ພຽງແຕ່ຊ່ວຍຂະແຫນງທະນາຄານພັດທະນາແລະ ນັບທັງລູກຄ້າກໍ່ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາສິ່ງສະດວກຊື່ງທະນາຄານດີຈິຕອນນຳມາໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ