ຫັນ​ເປັນ​ດິ​ຈີ​ຕອນ ໃນ​ຂົງ​ເຂດ​ລ້ຽງ​ສັດ ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນ

(VOVWORLD) -ກໍ່ເຊັ່ນດຽວກັນກັບຫລາຍໆຂະແຫນງ ແລະ ຂົງເຂດເສດຖະກິດອື່ນ, ການຫັນເປັນດິຈີຕອນ ໃນຂົງເຂດລ້ຽງສັດ ໄດ້ຮັບການກຳນົດວ່າ ແມ່ນທ່າອ່ຽງທີ່ຈຳເປັນ. ໂດຍຮັບຮູ້ໄດ້ຕົວຈິງນັ້ນ ໄລຍະຜ່ານມາ ບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງ ແລະ ວິສາຫະກິດ, ຜູ້ລ້ຽງສັດ ໄດ້ຕັ້ງຫນ້າປະຕິບັດການຫັນເປັນດິຈີຕອນ. ຜ່ານນັ້ນ ຫັນເປັນດິຈີຕອນໃນຂົງເຂດລ້ຽງສັດມາຮອດປະຈຸບັນ ບັນລຸໄດ້ໝາກຜົນດີພໍສົມຄວນ ດ້ວຍພື້ນຖານສຳຄັນຫລາຍຢ່າງທີ່ໄດ້ສ້າງຂຶ້ນ.

ຫັນ​ເປັນ​ດິ​ຈີ​ຕອນ ໃນ​ຂົງ​ເຂດ​ລ້ຽງ​ສັດ ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນ - ảnh 1ພິທີຜັນຂະຫຍາຍລະບົບຂໍ້ມູນ ແລະ ຖານຂໍ້ມູນຂະແຫນງລ້ຽງສັດ (ພາບ: baochinhphu.vn)
 
  ທີ່ “ພິທີຜັນຂະຫຍາຍລະບົບຂໍ້ມູນ ແລະ ຖານຂໍ້ມູນຂະແຫນງລ້ຽງສັດ” ໂດຍໄດ້ຈັດຂຶ້ນຢູ່ ນະຄອນຫລວງ ຮ່າໂນ້ຍ ເມື່ອເດືອນມິຖຸນາ, ທ່ານ ຟຸ່ງດຶກຕຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກໍ່ໄດ້ຢັ້ງຢືນວ່າ: ພ້ອມກັບການປູກຝັງ, ຂົງເຂດ ລ້ຽງສັດ ກໍ່ໄດ້ຮັບການເລືອກເຟັ້ນບຸລິມະສິດຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເພື່ອບຸກທະລຸໃນການຫັນເປັນ ດິຈີຕອນ ປີ 2022.

ລະບົບຖານຂໍ້ມູນຂະແຫນງລ້ຽງສັດ ແມ່ນພື້ນຖານຊ່ວຍເຊື່ອມຕໍ່, ແບ່ງປັນຂໍ້ມູນລະຫວ່າງອົງການຄຸ້ມຄອງລັດ ກັບ ວິສາຫະກິດລ້ຽງສັດ ແລະ ຜູ້ລ້ຽງສັດ; ຊ່ວຍອັບເດດຂໍ້ມູນກ່ຽວກັບຮາກຖານລ້ຽງສັດ, ຈຳນວນສັດລ້ຽງ, ສະມັດຕະພາບຜະລິດຕະພັນສັດລ້ຽງ, ຫົວອາຫານສັດ ແລະ ຕະຫລາດຈຳຫນ່າຍຜະລິດຕະພັນຢ່າງຊັດເຈນ.

ພິເສດ, ຖານຂໍ້ມູນກ່ຽວກັບການລ້ຽງສັດ ໄດ້ຮັບຖືວ່າ ແມ່ນບາດກ້າວທຳອິດ ແລະ ແມ່ນຄຳຮຽກຮ້ອງຕ້ອງການທີ່ມີຄວາມຈຳເປັນຢ່າງຮີບດ່ວນເພື່ອຍົກສູງປະສິດທິຜົນການຄຸ້ມຄອງລ້ຽງສັດຕາມກົດໝາຍວ່າດ້ວຍການລ້ຽງສັດ ພ້ອມທັງ ເປັນເຈົ້າການໃນການເຊື່ອມຕໍ່ກ່ຽວກັບຂໍ້ມູນລະຫວ່າງອົງການຄຸ້ມຄອງລັດກັບວິສາຫະກິດລ້ຽງສັດ ແລະ ຜູ້ລ້ຽງສັດ. ຕາມນັ້ນແລ້ວ, ລະບົບຂໍ້ມູນ ແລະ ຖານຂໍ້ມູນຂະແຫນງລ້ຽງສັດ ໄດ້ຮັບການຜັນຂະຫຍາຍທົດລອງ ຢູ່ 7 ແຂວງ, ນະຄອນ ແລະ 269 ໂຮງຈັກໂຮງງານຜະລິດຫົວອາຫານສັດໃນທົ່ວປະເທດ. ມາຮອດປະຈຸບັນ ມີ ກວ່າ 600 ລະຫັດ ໄດ້ສະຫນອງໃຫ້ບັນດາໂຮງຈັກ, ພະນັກງານລ້ຽງ ແລະ ປົວພະຍາດໃຫ້ສັດຂັ້ນຕາແສງ ແລະ ບັນດາຟາມ, ວິສາຫະກິດລ້ຽງສັດຂະຫນາດໃຫຍ່ ເພື່ອອັບເດດຖານຂໍ້ມູນ. ທ່ານ ຟຸ່ງດຶກຕຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢັ້ງຢືນວ່າ:

“ເມື່ອຫັນເປັນດິຈີຕອນ ສຳເລັດຜົນ ແມ່ນພວກເຮົາຮູ້ໄດ້ເຖິງຄວາມຕ້ອງການຂອງຕະຫລາດ, ຊ້ຳບໍ່ໜຳ ແຕ່ລະຕະຫລາດແມ່ນຄືແນໃດເພື່ອໃຫ້ພວກເຮົາສາມາດຕອບສະຫນອງໃຫ້ແກ່ແຕ່ລະຕະຫລາດ, ພ້ອມກັນນັ້ນ ກໍມີຄວາມດຸນດຽງໃນການຜະລິດໄດ້. ນັ້ນແມ່ນພື້ນຖານເພື່ອສ້າງແຜນການຜະລິດ, ແຜນການປຸງແຕ່ງ ແລະ ແຜນການຕະຫລາດ. ນີ້ແມ່ນປັດໄຈສຳຄັນຕັດສິນຊີ້ຂາດປະສິດທິຜົນ ແລະ ກຳລັງແກ້ງແຍ່ງຂອງຂະແຫນງລ້ຽງສັດ”

ທີ່ກອງປະຊຸມທາງໄກ “ຫັນເປັນດິຈີຕອນໃນກະສິກຳ ແລະ ພັດທະນາຊົນນະບົດ” ຊື່ງໄດ້ຈັດຂຶ້ນໃນເດືອນ ມິຖຸນາ ປີ 2021, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກໍ່ໄດ້ຢັ້ງຢືນວ່າ: ພວກເຮົາບໍ່ຄວນພາດໂອກາດການຫັນເປັນດິຈີຕອນ. ຖ້າບໍ່ຫັນເປັນດິຈີຕອນ ແມ່ນບໍ່ມີຄວາມຮັບຜິດຊອບຕໍ່ອະນາຄົດຂອງພື້ນຖານກະສິກຳ”.

ທ່ານ ຫງວຽນຮູຍຢູງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ສື່ສານ ຢັ້ງຢືນວ່າ: ເລື່ອງຜັນຂະຫຍາຍລະບົບຂໍ້ມູນ ແລະ ຖານຂໍ້ມູນຂະແຫນງລ້ຽງສັດ ແມ່ນມີຄວາມໝາຍທີ່ສຸດ, ບໍ່ພຽງແຕ່ສ້າງຂີດໝາຍໃນການຫັນເປັນ ດິຈີຕອນ ໃນຂະແຫນງກະສິກຳ ແລະ ພັດທະນາຊົນນະບົດ ຫາກຍັງປະກອບສ່ວນສຳຄັນໃນວິວັດການຫັນເປັນ ດິຈີຕອນຂອງຊາດ. ລະບົບນີ້ ຈະປະກອບສ່ວນແທດຈິງເຂົ້າໃນການຊຸກຍູ້ ແລະ ພັດທະນາຂະແຫນງລ້ຽງສັດໃນໄລຍະຈະມາເຖິງ. ທ່ານ ຫງວຽນຮູຍຢູງ ອະທິບາຍວ່າ:

“ການປະກົດອອກຂອງລະບົບຂໍ້ມູນ ແລະ ຖານຂໍ້ມູນຂະແຫນງລ້ຽງສັດ ແມ່ນຕັ້ງພື້ນຖານໃຫ້ແກ່ວິວັດການຫັນເປັນ ດິຈີຕອນ ຂອງຂະແຫນງກະສິກຳ. ຖ້າຫາກຕ້ອງເລືອກເຟັ້ນ ຄຳສັບ ສຳຄັນທີ່ສຸດເພື່ອອະທິບາຍກ່ຽວກັບການຫັນເປັນ ດິຈີຕອນ ນັ້ນແມ່ນ ຄຳສັບ “ຂໍ້ມູນ”. ເພາະມີຂໍ້ມູນ ອົງການຄຸ້ມຄອງລັດ ຈຶ່ງກຳນົດໄດ້ເປົ້າໝາຍທີ່ໄດ້ຮັບການຄຸ້ມຄອງ, ເຫັນໄດ້ຮູບແບບອົງການຈັດຕັ້ງ, ຫັນການເຄື່ອນໄຫວເປັນດີທີ່ສຸດ. ເພາະສະນັ້ນ ຂໍ້ມູນແມ່ນກຳນົດໄດ້ເລື່ອງສຳຄັນທີ່ສຸດໃນການຫັນເປັນ ດິຈີຕອນ ແລະ ພື້ນຖານຂໍ້ມູນຕ້ອງປະຕິບັດຢ່າງວ່ອງໄວ, ເດີນກ່ອນບາດກ້າວຫນຶ່ງເພື່ອຊຸກຍູ້ ແລະ ແຜ່ຂະຫຍາຍ”

ຍຸດທະສາດພັດທະນາການລ້ຽງສັດ ໄລຍະ ແຕ່ປີ 2021 – 2030, ວິໄສທັດ 2045 ໂດຍທ່ານນາຍົກລັດຖະມົນຕີ ປະກາດໃຊ້ ໄດ້ວາງເປົ້າໝາຍ: ໃນໄລຍະແຕ່ປີ 2021  -2025, ລະດັບການເຕີບໂຕມູນຄ່າການຜະລິດສະເລ່ຍແຕ່ລະປີແມ່ນ 4% -5%. ນີ້ແມ່ນບັນດາເປົ້າໝາຍໃຫຍ່ສຳລັບຂະແຫນງລ້ຽງສັດ, ຮຽກຮ້ອງຕ້ອງມີມາດຕະການປະຕິບັດ, ໃນນັ້ນ ມີມາດຕະການຫັນເປັນ ດິຈີຕອນ.

ບັນດາຜູ້ຊ່ຽວຊານຂຶ້ນກັບສະເພາະຂະແຫນງທີ່ກ່ຽວຂ້ອງມີຄວາມເຊື່ອໝັ້ນວ່າ: ການຫັນເປັນ ດິຈີຕອນໃນຂະແຫນງລ້ຽງສັດ ຈະປະກອບສ່ວນແນໃສ່ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ພັດທະນາການລ້ຽງສັດຢ່າງຮອບດ້ານ, ມີປະສິດທິຜົນ, ຍືນຍົງ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຕິດພັນກັບການພັດທະນາບັນດາລະບົບມູນຄ່າ, ຍົກສູງມູນຄ່າເພີ່ມ, ຮັບປະກັນຄວາມປອດໄພດ້ານຊີວະສາດ, ໂລກລະບາດ ແລະ ສິ່ງແວດລ້ອມ. ພ້ອມກັນນັ້ນ ກໍຊ່ວຍໃຫ້ຟາມ, ຄອບຄົວ ລ້ຽງສັດຕາມທິດເປັນມືອາຊີບ, ບັນດາຜະລິດຕະພັນຈາກການລ້ຽງສັດຮັບປະກັນຄວາມປອດໄພດ້ານຊີວະສາດ, ໂລກລະບາດ, ເປັນມິດກັບສິ່ງແວດລ້ອມ, ຕອບສະຫນອງຄວາມຮຽກຮ້ອງກ່ຽວກັບຄຸນນະພາບ, ຄວາມປອດໄພຫລັກອະນາໄມດ້ານອາຫານຂອງການໃຊ້ສອຍພາຍໃນປະເທດ ແລະ ຮັບໃຊ້ການສົ່ງອອກ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ