ຫລຸດຜ່ອນການອີງໃສ່ສິນຄ້ານຳເຂົ້າ-ກາລະໂອກາດຈາກບັນດາສັນຍາການຄ້າ

(vovworld)- ຫວຽດນາມ ພວມ​ຢືນ​ຕໍ່ຫນ້າ​​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ກັບ​ຫລາຍ​ປະ​ເທດ​ຄູ່​ຮ່ວມ​ມື​ໃຫຍ່​ໃນ​ໂລກ, ກ່ອນ​ອື່ນ​ໝົດ​ແມ່ນ​ສັນຍາ​ສຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ(TPP) ພວມ​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ- ສະຫະພາບ​ເອີ​ລົບ(ອີ​ຢູ) .. ຊື່​ງຄາດ​ວ່າ​ຈະສິ້ນ​ສຸດ​ການ​ເຈລະຈາ​ໃນ​ທ້າຍ​ປີ​ນີ້. ນີ້​ແມ່ນ​ກາລະ​ໂອກາດ​​ໃຫຍ່​ເພື່ອ​ໃຫ້​ຫວຽດນາມ​ເປີດ​ກວ້າງ, ຫັນ​ຕະຫລາດ​ຂາ​ອອກ​ຂາ​ເຂົ້າ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຫລຸດຜ່ອນ​ຄວາມ​ສ່ຽງ​ຍ້ອນ​ອີງ​ໃສ່​ຕະຫລາດ​ຈຳນວນ​ຫນຶ່ງ.

        ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີ​ກ​(TPP) ມາ​ຮອດ​ປະຈຸ​ບັນ ​ໄດ້​ຜ່ານ​ຮອບ​ເຈລະຈາ 20 ຄັ້ງ​ແລ້ວ ​ແລະ ​ຕັ້ງຄວາມຫວັງ​ວ່າ​ ຈະ​ສິ້ນ​ສຸດ​ໃນ​ທ້າຍ​ປີ​ນີ້. ຕາມ​ຄຳ​ໝັ້ນ​ສັນຍາ​ໃນ​ສັນຍາ​ດັ່ງກ່າວ​ແລ້ວ, ບັນດາ​ປະ​ເທດ​ສະມາຊິກ ຈະ​ຕ້ອງ​ລົບ​ລ້າງ 100% ພາສີ​ນຳ​ເຂົ້າ, ​ໃນ​ນັ້ນ ປະມານ 90% ​ຖືກ​ລົບ​ລ້າງ​ເມື່ອ​ສັນຍາ​ດັ່ງກ່າວ​ມີ​ຜົນ​ສັກສິດ. ສະ​ເພາະ ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ TPP ​ໄດ້​ກວມ​ເອົາ​ເຖິງ 40% ຍອດ GDP ​ແລະ 30% ຍອດ​ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ທົ່ວ​ໂລກ. ຖ້າ​ຫາກ​​ໄດ້ລົງ​ນາມ​ໃນສັນຍາ​ດັ່ງກ່າວ, ສິນຄ້າ​ຂອງ​ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ແຊກ​ຊືມ​ເຂົ້າ​ບັນດາ​ຕະຫລາດ​ໃຫຍ່​ຄື: ອາ​ເມ​ລິ​ກາ, ກາ​ນາ​ດາ, ​ເມ​ຊີ​ໂກ, ຍີ່​ປຸ່ນ…

ຫລຸດຜ່ອນການອີງໃສ່ສິນຄ້ານຳເຂົ້າ-ກາລະໂອກາດຈາກບັນດາສັນຍາການຄ້າ - ảnh 1
ພາບປະກອບ:internet

        ຕຳ່​ແຜ່ນ​ຕັດຫຍິບ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ ​ເມື່ອ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ​ໄດ້​ຮັບ​ການ​ລົງ​ນາມ. ມີ​​ ພາສີ ເກືອບ 1.000 ປະ​ເພດ​ ​ສຳລັບ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ທີ່​ສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ອາ​ເມ​ລິ​ກາ ຈະ​ຖືກ​ຫລຸດ​ລົງ​ໃນ​ລະດັບ 0%, ​ແທນ​ທີ່ 18% ຄື​ປະຈຸ​ບັນ. ລະດັບ​ການ​ເຕີບ​ໂຕການ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດ​ຫຍິບ​ອາດ​ຈະ​ຮັກສາ​​ແຕ່ 15%- 20%/ປີ ​ແລະ ຮອດ​ປີ 2025, ຂອບ​ຂະຫນາ​ດການ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ອາດ​ຈະ​ບັນລຸ​ກວ່າ 50 ຕື້ USD. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ເຂົ້າ​ຮ່ວມ​ຂົງ​ເຂດ​ນີ້, ​​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ຕ້ອງ​ຕອບ​ສະຫນອງ​ບັນດາ​ເງື່ອນ​ໄຂຄື: ​ຕົ້ນ​ກຳ​ເນີ​ດຂອງ​ສິນຄ້າ, ການ​ນຳ​ໃຊ້​ວັດຖຸ​ດິບ​ທີ່​ຜະລິດ​ພາຍ​ໃນ​ກຸ່ມ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ TPP. ຕາມ​ທ່ານ​ນາງ ດັ້ງ​ເຟືອງ​ຢູງ, ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ​ແລ້ວ, ຕໍ່ຫນ້າ​ກາລະ​ໂອກາດ​ເປີດ​ກວ້າງ, ຫັນ​ຕະຫລາດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ບັນດາ​ວິ​ສາ​ຫະກິດ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຕ້ອງ​ມີ​ການ​ປ່ຽນ​ໃຫມ່, ລົງທຶນ​ຜະລິດ​ວັດຖຸ​ດິບ, ສ້າງ​ວິວັດ​ການ​ຜະລິດ​ຄົບ​ວົງ​ຈອນ, ​ເພີ່ມ​ອັດຕາ​ນຳ​ໃຊ້​ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ ​ແລະ ​ເພີ່ມ​ມູນ​ຄ່າ​ຜະລິດ​ຕະພັນ​ໃຫມ່ ຈຶ່ງ​ສາມາດ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຈາກ​ສັນຍາ TPP ​ໄດ້.

        “ສິ່ງ​ທ້າ​ທາຍ​ຂອງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ​ແມ່ນ​ຕ້ອງ​ເຮັດ​​ແນວ​ໃດ​ມີ​ຜະລິດ​ຕະພັນ​​ໄດ້​ຮັບ​ການຜະລິດ​ຈາກ​ຝ້າຍ​ຂອງຫວຽດນາມ. ສຳລັບບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ TPP ເງື່ອໄຂນີ້ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ສະ​ນັ້ນ ພວກ​ເຮົາ​​ພຽງ​ແຕ່​​ເພີ່ມ​ທະວີ​ການ​ຜະລິດ​ແຫ​ລ່ງວັດ​ຖຸດິບ​ຢູ່ ຫວຽດນາມ. ສະຫະ​ສະມາຄົມ ກໍ​ພວມ​ກະກຽມ​ບຳລຸງ​ສ້າງ, ຫັນປ່ຽນ​ວິ​ທິການ​ຜະລິດ​ແບບ​ຮັບ​ຈ້າງ​ເປັນ​ທັນ​ສະ​ໄຫມ, ​ເຮັດ​ໄດ້​ຄື​ແນວ​ນັ້ນ ຈະ​ເພີ່ມ​ມູນ​ຄ່າ​ເພີ່ມ​ຂອງ​ຜະລິດ​ຕະພັນ​ໄດ້.”

        ຄຽງ​ຄູ່​ກັບ​ສັນຍາ TPP, ​ໃນ​ປີ​ນີ້ ຫວຽດນາມ ຍັງ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ອື່ນຈຳນວນ​ຫນຶ່ງຄື: ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ -ອີ​ຢູ, ຫວຽດນາມ-ສ​ເກົາຫລີ, ຫວຽດນາມ ​ແລະ ພັນທະ​ພາບ​ພາ​ສີ ລັດ​ເຊຍ - ​ເບ​ລາຣຸດ - ກາ​ຊັກ​ສະຖານ. ດ້ວຍ​ການ​ໃຫ້​ບຸລິ​ມະ​ສິດ​ຫລາຍ​ຢ່າງ​ກ່ຽວ​ກັບ​ພາສີ, ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ນີ້, ຫວຽດນາມ ຈະ​ມາ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ຫັນ​ຕະຫລາດ​ນຳ​ເຂົ້າ​ສົ່ງ​ອອກ​ສິນຄ້າເປັນຫລາຍຮູບຫລາຍແບບ, ພິ​ເສດ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ. ດ້ວຍ​ການ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ນີ້ ຫວຽດນາມ ຈະ​ມີ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອື່ນຫລາຍ​ແຫ່ງ.  ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ ​ເຈີ​ນຫຶ​ວຮີ່ງ, ປະທານ​ສູນ​ຕຸລາການ​ສາກົນ ຫວຽດນາມ​ແລ້ວ, ​ເພື່ອ​ຕອບ​ສະຫນອງ​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ບັນດາ​ສັນຍາ​ດັ່ງກ່າວ, ຫວຽດນາມ ຕ້ອງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ເພື່ອ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ທົ່ວ​ໂລກ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ດັ່ງກ່າວ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ ຢ່າ​ງ​ເລິກ​ເຊິ່ງ.

        “ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຕ້ອງ​ຍົກ​ສູງ, ປ່ຽນ​ໃຫມ່, ຮັບ​ຮູ້​ບັນດາ​ການ​ແກ້​ງ​ແຍ້​ງ ຫາກ​ບໍ່​ຕ້ອງ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ເທົ່າ​ນັ້ນ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ຕ້ອງ​ບືນຕົວ​ຂຶ້ນ​ໃນ​ລະບົບ​ມູນ​ຄ່າ​ທົ່ວ​ໂລກ. ນີ້​ແມ່​ນກາລະ​ໂອກາດ ​ແລະ ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ປ່ຽນ​ໃຫມ່, ນຳ​ໃຊ້​ບັນດາ​ສັນຍາ​ໃກ້​ຈະ​ລົງ​ນາມ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ຂອງ​ຕົນ.”

        ດ້ວຍ​ການ​ເຂົ້າ​ຮ່ວ​ມບັນດາ​ສັນຍາ​ດັ່ງກ່າວ, ການ​ນຳ​ເຂົ້າຂອງ​ຫວຽດນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ບັນດາ​ບຸລິມະສິດ​ດ້ານ​ພາສີ, ອຸປະກອນ, ​ກົນ​ຈັກ, ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ການ​ຜະລິດ, ວັດຖຸ​ດິບ​ສົ້ນ​ເຂົ້າ ​ແລະ ​ເຄື່ອງ​ໃຊ້​ສອຍ​ຈາກ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມືທີ່ເຂົ້າ​ຮ່ວມສັນຍາ​ການ​ຄ້າ, ພິ​ເສດ ຈາກ​ບັນດາ​ປະ​ເທດ​ມີ​ພື້ນຖານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ​່ກ້າວຫນ້າ, ສິນຄ້າທີ່​ຫວຽດນາມ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ຈະ​ມີ​ລາຄາ​ເໝາະ​ສົມ​ກວ່າ. ຕໍ່ຫນ້າ​ກາລະ​ໂອກາດ​ໃຫຍ່​ຈາກ​ບັນດາ​ສັນຍາ​ການ​ຄ້າ, ຫວຽດນາມ ພວມ​ຕັ້ງຫນ້າ​ເຈລະຈາ​ເພື່ອ​ບັນລຸ​ບັນດາ​ຂໍ້​ຕົກລົງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ​ແລະ​ນຳ​ເຂົ້າ. ​ເພື່ອ​ຮັບ​ເອົາ​ກາລະ​ໂອກ​າດນີ້, ທ່ານ ຫວູູຮູ​ຍຮ່ວາງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ ຢືນຢັນ​ວ່າ:

        “​ແຜນ​ນະ​ໂຍບາຍຂອງ​ລັດຖະບານ ​ແມ່ນ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​​ໃຫມ່ຕື່ມ​ອີກ ​ເພື່ອ​ຫລີກລ້ຽງ​ການ​ອີງ​ໃສ່​ຄູ່​ຮ່ວມ​ມື​ໃດ​ຫນຶ່ງ. ​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມການ​ເຈລະຈາ​ສັນຍາ, ຜົນ​ປະ​ໂຫຍ​ດຕົ້ນຕໍ​ແມ່ນ​ເປີດ​​ຕະຫລາດ​ສິນຄ້າ, ສ້າງ​ເງື່ອນ​ໄຂ​ໃຫ​້​ແກ່​ບັນດາ​ປະ​ເພດ​ສິນຄ້າ​ມີ​ທ່າ​ໄດ້​ປຽບ​ຂອງ​ພວກ​ເຮົາ​ຄື: ​ເຄື່ອງ​ຕຳ່​​ແຜ່ນ​ຕັດຫຍິບ, ​ເກີບຫນັງ, ຜະລິດ​ຕະພັນ​ກະ​ເສດ..​​ແຊກ​ຊືມດ້ວຍ​ຂອບ​ຂະຫນາດ​ໃຫຍ່​ກວ່າ. ລັດຖະບານ​ ຈະ​ສ້າງ​ທຸກເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ກົ​ນ​ໄກ​ນະ​ໂຍບາຍ​ໃຫ້​ແກ່​ການ​ຜະລິດ​ກະສິກຳ, ​ເພີ່ມ​ມູນ​ຄ່າ​ເພີ່ມ, ​ເພີ່ມ​ຄວາມ​ສາມາດ​ການ​ສົ່ງ​ອອກ ​ເພື່ອ​ໃຫ້​ຜ່ານ​ນັ້ນ ການ​ສົ່ງ​ອອກ​ນັບ​ມື້​ນັບ​ເປັນ​ປົກກະຕິ ​ແລະ ໝັ້ນຄົງ​ກວ່າ.”

        ​ເພື່ອ​ລົງ​ນາມ​ບັນດາ​ສັນຍາ ຄື: TPP ​ຫລື FTA ລະຫວ່າງ ຫວຽດນາມ -ອີ​ຢູ ​ແລະ ພັນທະ​ພາບ​ພາສີ ລັດ​ເຊຍ - ​ເບ​ລາ​ຣຸດ - ກາ​ຊັກ​ສະຖານ, ຫວຽດນາມ ພວມ​ສ້າງ​​ໂຄງການ​ສົ່ງ​ເສີມ​ພາ​ສີລະອຽດ ຕາມ​ແຕ່ລະ​ໝວດ​ສິນຄ້າ, ສ້າງ​ແຜນ​ກຳນົດ​ເຂດ​ຜະລິດ​ວັດຖຸດິບ, ພັດທະນາ​ອຸດສາຫະກຳ​ສຳຮອງ. ​ເພື່ອ​ຮັບ​ເອົາ​ກາລະ​ໂອກາດ​ດີ​ດັ່ງກ່າວ, ລັດຖະບານ ຈະ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຕຳ່​ແຜ່ນ​ຕັດຫຍິບ, ​ເກ​ີບຫນັງ, ກະສິກຳ ​ໂດຍ​ໄວ, ຂຸດ​ຄົ້ນ​ ​ບັນດາ​ທ່າ​ໄດ້​ປຽບ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນຢ່າງມີປະສິດທິ​ຜົນ ​ເພື່ອ​ເພີ່ມ​ມູນ​ຄ່າ​ເພີ່ມ​ຜະລິ​ດຕະພັນ, ຍົກ​ສູງ​ຄວາມ​ສາມາດ​ແກ້ງ​ແຍ້​ງ.

ຂ່າວ/ບົດ​ອື່ນ