ຫວຽດນາມ ຍາດແຍ່ງກາລະໂອກາດຕໍ່ສັນຍາ CPTPP

(VOVWORLD) - ເຖິງວ່າ, ອາເມລິກາ ໄດ້ຖອນອອກຈາກສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ຢ່າງເປັນທາງການແລ້ວກໍ່ຕາມ, ແຕ່ໃນຂອບເຂດສັບປະດາຂັ້ນສູງ APEC 2017, ບັນດາລັດຖະມົນຕີຂອງ 11 ປະເທດສະມາຊິກ TPP ທີ່ຍັງເຫຼືອບັນລຸໄດ້ຂໍ້ຕົກລົງພື້ນຖານໃຫ້ TPP  11 ດ້ວຍຊື່ວ່າ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມປາຊີຟິກ (CPTPP).

 ຕາມການຕີລາຄາແລ້ວ, ຫວຽດນາມ ຍັງແມ່ນປະເທດໄດ້ຮັບຜົນປະໂຫຍດຫຼາຍຢ່າງ ເມື່ອ CPTPP ໄດ້ຮັບການປະຕິບັດ, ແຕ່ເພື່ອໝູນໃຊ້ກາລະໂອກາດ, ຮຽກຮ້ອງໃຫ້ລັດຖະບານ ແລະ ວິສາຫະກິດ ຫວຽດນາມ ເອງຄວນມີຄວາມມານະພະຍາຍາມອັນໃຫຍ່ຫຼວງ. ບົດຂຽນ “ຫວຽດນາມ ຕ້ອນຮັບກາລະໂອກາດສັນຍາ CPTPP” ຂອງ ເກີ໋ມຕູ໋, ນັກຂ່າວ VOV.

ຫວຽດນາມ ຍາດແຍ່ງກາລະໂອກາດຕໍ່ສັນຍາ CPTPP - ảnh 1ພາບປະກອບ

        ຕາມບາງໝາກຜົນແຫ່ງການໄຈ້ແຍກໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າ, ເຖິງວ່າ ຜົນປະໂຫຍດຈາກສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າ ປາຊີຟິກ ໄດ້ນຳມາໃຫ້ ຫວຽດນາມ ບໍ່ຫຼາຍຄືສັນຍາຄູ່ຮ່ວມມືຂ້າມປາຊີຟິກ, ແຕ່ບັນດານັກຊ່ຽວຊານຖືວ່າ, ເຂົ້າຮ່ວມສັນຍານີ້ຈະສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ ຫວຽດນາມ ໃນການຮ່ວມມືກັບບັນດາພື້ນຖານເສດຖະກິດແຖວໜ້າພາກພື້ນ ແລະ ໂລກ. ຕົວຢ່າງຄືເປີດກ້ວາງຕະຫຼາດສົ່ງອອກ ກັບ ການາດາ, ແມັກຊີໂກ, ເປຣູ, ຈີເລ ຊຶ່ງແມ່ນບັນດາຕະຫຼາດ ຫວຽດນາມ ທີ່ຍັງບໍ່ທັນມີສັນຍາການຄ້າ. ໃນບາງຂະແໜງຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ບາງຂະແໜງນຳໃຊ້ແຮງງານອື່ນໆ, ຫວຽດນາມ ກໍ່ໄດ້ຮັບຜົນປະໂຫຍດ ແລະ ເພີ່ມອັດຕາການສົ່ງອອກ. ທ່ານ ຫງວຽນດິ່ງກູງ, ຫົວໜ້າສະຖາບັນຄົ້ນຄ້ວນ ຄຸ້ມຄອງເສດຖະກິດສູນກາງ ຖືວ່າ:

        “ເປັນທີ່ຈະແຈ້ງແລ້ວວ່າ, ບໍ່ອາດມີຜົນປະໂຫຍດ ຄື ມີອາເມລິກາ ເຂົ້າຮ່ວມສັນຍາ, ແຕ່ຍັງມີຜົນປະໂຫຍດກ່ຽວກັບຕະຫຼາດ. ຫວຽດນາມ ຍັງສາມາດເຂົ້າຮ່ວມບັນດາຕະຫຼາດ, ຕົວຢ່າງ ຄືຕະຫຼາດ ຍີ່ປຸ່ນ - ແມ່ນຄູ່ຮ່ວມມືທີ 5 ກ່ຽວກັບການຄ້າ ແລະ ຄູ່ຮ່ວມມືທີ 3 ກ່ຽວກັບການລົງທຶນ, ແມ່ນຕະຫຼາດໃຫຍ່ຢ່າງແທ້ຈິງ. ຫຼືວ່າຄືຕະຫຼາດ ອົດສະຕາລີ ນັ້ນ, ຫວຽດນາມ ສາມາດເຊື່ອມຊຶມ, ພິເສດ ແມ່ນບັນດາປະເພດຜະລິດຕະພັນກະເສດຂອງ ຫວຽດນາມ ອາດຈະແຊກຊຶມເຂົ້າຕະຫຼາດນັ້ນ.”

        ບໍ່ພຽງແຕ່ເປີດກ້ວາງຕະຫຼາດສົ່ງອອກເທົ່ານັ້ນ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມປາຊີຟິກ ຍັງແມ່ນສັນຍາມີບັນດາເງື່ອນໄຂມາດຖານສູງກ່ຽວກັບລະບອບລະບຽບການ, ຄຸນນະພາບການຄຸ້ມຄອງລັດ ກໍ່ຄືຂອບເຂດກົດໝາຍອີກດ້ວຍ. ຕາມ ປອ  ຫວໍຈີ໋ແທ່ງ, ນັກຊ່ຽວຊານເສດຖະກິດ ແລ້ວ, ເລື່ອງເຂົ້າຮ່ວມສັນຍານີ້ກໍ່ຈະສ້າງການແກ່ງແຍ້ງ ໃນລັດແຫ່ງອຳນາດຕິນິບັນຍັດ ດ້ວຍສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດເປີດເຜີຍ, ຜ່ານນັ້ນ, ຈະນຳມາເຊິ່ງກຳລັງໜູນຕັ້ງໜ້າເພື່ອພັດທະນາ:

        “ບັນຊີລາຍຊື່ທີ່ບັນດາປະເທດໂຈ້ໄວ້ຢ່າງຊົ່ວຄາວແມ່ນໜ້ອຍທີ່ສຸດມີພຽງ 20 ເທົ່ານັ້ນ, ເມື່ອທຽບໃສ່ບັນຊີລາຍຊື່ໃນເບື້ອງຕົ້ນ ແມ່ນປະມານ 50. ເປັນອັນວ່າ, ລັກສະນະຄຸນນະພາບສູງ, ເປັນເອກະລັກສະເພາະຂອງສັນຍາ CPTPP ຈະໄດ້ຮັບປະກັນ ແລະ ສິ່ງດັ່ງກ່າວໄດ້ຕິດພັນກັບການປະຕິຮູບລະບອບລະບຽບການ, ການປະຕິຮູບບັນດານະໂຍບາຍ ແລະ ສິ່ງດັ່ງກ່າວແມ່ນສິ່ງສຳຄັນທີ່ສຸດ ເພື່ອຊຸກຍູ້ການພັດທະນາ, ຊຸກຍູ້ການເຕີບໂຕມີຄຸນນະພາບ ແລະ ຍິ່ງກ່ວານັ້ນ, ຕິດພັນກັບການພັດທະນາມີລັກສະນະກວມລວມ.”

        ຕາມການຄາດຄະເນແລ້ວ, ຖ້າຫາກວ່າ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ ກວມລວມ 40% GDP ໃນໂລກ, 30% ມູນຄ່າການຄ້າທົ່ວໂລກນັ້ນ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ ມີລະດັບການປົກຄຸມພຽງ 14% GDP ໂລກ ແລະ 1/6 ມູນຄ່າການຄ້າທົ່ວໂລກ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມບັນດານັກຊ່ຽວຊານດ້ານເສດຖະກິດ ແລະ ປະຊາຄົມວິສາຫະກິດ ແລ້ວ, ເຖິງວ່າ, ລະດັບການປົກຄຸມຕ່ຳກ່ວາ ແຕ່ບັນດາສິ່ງທ້າທາຍເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າຕໍ່ໜ້າສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ ຍັງເໝືອນເດີມຄືກັນກັບສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ. ທ່ານ ຫງວຽນວັນເກີ່ນ, ຫົວໜ້າພະແນກຄົ້ນຄ້ວາ ແລະ ພັດທະນາສັງກັດບໍລິສັດໃຫຍ່ 28 ຖືວ່າ:

        “ສິ່ງທ້າທາຍທີໜຶ່ງ ແມ່ນເມື່ອຫລຸດຜ່ອນພາສີອາກອນ, ເພື່ອໄດ້ຮັບບັນດາບຸລິມະສິດນັ້ນ, ສິນຄ້າຂອງບັນດາປະເທດອື່ນໃນກຸ່ມ ກໍ່ໄດ້ແຊກຊຶມເຂົ້າ ຫວຽດນາມ, ສ້າງຄວາມແກ່ງແຍ້ງພາຍໃນປະເທດ, ສ້າງຄວາມແກ່ງແຍ້ງອັນໃຫຍ່ຫຼວງໃນຕະຫຼາດ ຫວຽດນາມ. ທີສອງແມ່ນຜູ້ອອກແຮງງານ, ເມື່ອມີການລົງທຶນເຂົ້າປະເທດພວກເຮົານັ້ນ, ການພົວພັນແລກປ່ຽນການຄ້າໄດ້ຮັບການເປີດກ້ວາງກ່ວາ, ຮ່ວມມືດີກ່ວາຈະສາມາດດຶງດູດຫຼາຍຂຶ້ນ, ຮັກສານະໂຍບາຍສຳລັບຜູ້ອອກແຮງງານ ກໍ່ຄືຄວາມຫຍຸ້ງຍາກ, ເຊິ່ງທ່າອ່ຽງນັ້ນ ໄດ້ເຫັນຢ່າງຈະແຈ້ງໃນໄລຍະຜ່ານມາ.”

        ໂດຍໄດ້ຮັບການຕີລາຄາແມ່ນສັນຍາການຄ້າເສລີຮອບດ້ານທີ່ສຸດ, ຂໍ້ຕົກລົງການຄ້າສູງສຸດຂອງ ຫວຽດນາມ ໃນວິວັດການເຊື່ອມໂຍງເສດຖະກິດສາກົນ, ບັນດາວິສາຫະກິດ ຫວຽດນາມ ຄວນມີການກະກຽມຢ່າງລອບຄອບຖີ່ຖ້ວນຕໍ່ໜ້າສັນຍານີ້, ນັ້ນແມ່ນຍົກສູງຄຸນນະພາບກຳລັງແຮງງານ, ເພີ່ມທະວີການບຳລຸງສ້າງບັນດາທັກສະ, ພິເສດແມ່ນທັກສະກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ. ບັນດາການປ່ຽນແປງທັນການ, ເພີ່ມລັກສະນະແກ່ງແຍ້ງ ຈະຊ່ວຍໃຫ້ ຫວຽດນາມ ເຕີບໂຕ, ແຍດແຍ່ງເອົາທ່າແຮງຈາກສັນຍານີ້.

ຕອບກັບ

ຂ່າວ/ບົດ​ອື່ນ