ຫວຽດນາມ ຍູ້ແຮງການສົ່ງອອກມຸ່ງໄປເຖິງລະບົບມູນຄ່າເພີ່ມ



(vovworld)- ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ປະ​ເທດ​ສົ່ງ​ອອກ​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ ແລະ ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ນຳ​ມາ​ເຊິ່ງມູນ​ຄ່າ​ສູງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງ​ຫວຽດ​ນາມ ສ່ວນ​ຫລາຍ​ແມ່ນ​ສົ່ງ​ອອກວັດ​ຖຸ​ດິບ, ສະ​ນັ້ນ ບໍ່​ທັນ​ນຳ​ມາ​ເຊິ່ງມ​ູ​ນ​ຄ່າ​ເພີ່ມ​ສູງ. ນີ້​ກໍ​ແມ່ນ​ບັນ​ຫາ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ສົ່ງ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫາຍ​ຮ່າ ທີ່​ພາດ​ຫົວ​ຂໍ້​ວ່າ: “ຫວຽດ​ນາມ ຍູ້​ແຮງ​ການ​ສົ່ງ​ອອກ​ມຸ່ງ​ໄປ​ເຖິງ​ລະ​ບົບ​ມູນ​ຄ່າ​ເພີ່ມ”

ຫວຽດນາມ ຍູ້ແຮງການສົ່ງອອກມຸ່ງໄປເຖິງລະບົບມູນຄ່າເພີ່ມ - ảnh 1
ພາບ​ປະ​ກອບ

        ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ມີ ​ສິນ​ຄ້າ​ສົ່ງ​ອອກ​ 24 ປະ​ເພດ ບັນ​ລຸ​ວົງ​ເງິນກວ່າ 1 ຕື້ USD. ຜະ​ລິດ​ຕະ​ພັນ​ກະ​ເສດ​, ສິນ​ໃນ​ນ້ຳສຳ​ຄັນບາງ​ປະ​ເພດຄື: ເຂົ້າ​ສານ, ກາ​ເຟ, ຢາງ​ພາ​ລາ, ໝາກ​ພິກ​ໄທ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ຫນັງ, ຄອມ​ພິວ​ເຕີ, ໂທ​ລະ​ສັບ​ມື​ຖື.. ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ຢ່າງ​ລຽນ​ຕິດ, ປະ​ກອບ​ສ່ວນ​ຫລາຍ​ພໍ​ສົມ​ຄວນ​ເຂົ້າ​ໃນ​ຍອດ​ວົງ​ເງິນ​ສົ່ງ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜະ​ລິດ​ຕະ​ພັນ​ກະ​ເສດ​ຫລາຍ​ປະ​ເພດ​ສວ່ນ​ຫລາຍ​ແມ່ນສົ່ງ​ອອກ​ແບບວັດ​ຖຸ​ດິບ, ບໍ່​ທັນ​ໄດ້​ຮັບ​ການ​ປຸງ​ແຕ່ງ​ເທື່ອ. ມີ​​ຫລາຍຂະ​ແຫນງສິນ​ຄ້າ​ສົ່ງ​ອອກຂາດ​ວັດ​ຖຸ​ດິບ, ອຸດ​ສາ​ຫະ​ກຳ​ສຳ​ຮອງ, ລາຍ​ຈ່າຍ​ການ​ຜະ​ລິດ​ສູງ ສະ​ນັ້ນ ຖືກ​​ຫລຸດ​ຜ່ອນກຳ​ລັງ​ແກ້ງ​ແຍ້ງ ເມື່ອ​ເຊື່ອ​ມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ເຂົ້າ​ກັບ​ຕະ​ຫລາດ​ໂລກ, ເປັນ​ຕົ້ນ​ຢູ່​ບັນ​ດາ​ປະ​ເ​ທດ​ຕ້ອງ​ການ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ.  ເພື່ອ​ແກ້​ໄຂ​ຂໍ້​ຈຳ​ກັດ​ນີ້, ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຍຸດ​ທະ​ສາດ​ຕະ​ຫລາດ, ສຸ​ມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຕະ​ຫລາດ​ຈຸດ​ສຸມ, ຍູ້​ແຮງ​ການ​ລົງ​ທຶນ​ເຕັກ​ໂນ​ໂລ​ຊີ​ສູງ, ເຕັກ​ໂນ​ໂລ​ຊີ​ຜະ​ລິດປຸງ​ແຕ່ງ​ທັນ​ສະ​ໄຫມ ເພ່​ືອ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ສູງ, ພັດ​ທະ​ນາ​ແບບ​ຍືນ​ຍົງ​ກວ່າ. ທ່ານ ໂດ​ກີມ​ລາງ, ຮອງ​ຫົວ​ຫນ້າ​ກົມ​ສົ່ງ​ເສີມ​ການ​ຄ້າ, ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ຄວນ​ກຳ​ນົດ​ຂະ​ແຫນງ​ສິນ​ຄ້າ ຄືນ​ໃຫມ່ ແລະ ຂົງ​ເຂດ​ຄວນ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ໄລ​ຍະ​ຈະ​ມ​າ​ເຖິງ, ສັ້ນ​ສຸດ​ແມ່ນ​ຮອດ​ປີ 2020. ພວກ​ເຮົາ​ຢາກ​ເຂົ້າ​ຕະ​ຫລາດ​ໃຫຍ່​ໃນ​ໂລກ ຊື່ງ​ໃນ​ຂົງ​ເຂດ​ການ​ຜະ​ລິດ​ເຕັກ​ໂນ​ໂລ​ຊີ​ສູງ ຕ້ອງ​ສືບ​ຕໍ່​ລົງ​ທຶນ​ຫລາຍກວ່າ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ສຳ​ຮອງ ແລະ ບຸ​ລິ​ມະ​ສິດ​ໃຫ້ກຸ່ມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້​ອຍ​.”

        ເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ສິນ​ຄ້າ​ສົ່ງ​ອອກ, ໄລ​ຍະ​ແຕ່​ປີ 2011-2013, ລັດ​ຖະ​ບານ ໄດ້​ຊີ້​ນຳ​ບັນ​ດາ​ທ້ອງ​ຖິ່ນ, ຂະ​ແຫນງ​ການ ຕ້ອງກວດ​ກາ, ວາງ​ແຜນ​ກຳ​ນົດ​ ​ບັນ​ດາ​ຂະ​ແຫນງ​ອາ​ຊີບ​ສົ່ງ​ອອກຄືນ​ໃຫມ່, ໃນ​ນັ້ນ ບ​ຸ​ລິ​ມະ​ສິດ​ການ​ລົງ​ທຶນ​ບັນ​ດາ​ຂະ​ແຫນງ​ອາ​ຊີບ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ, ສຸ​ມ​ໃສ່​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຈຳ​ນວນ​ຫນຶ່ງ​ທີ່ມ​ີ​ກຳ​ລັງ​ແກ້ງ​ແຍ້ງ​ພຽງ​ພໍ​ເພື່ອ​​ເຂົ້າ​ຮ່ວມ​ບັນ​ດາ​ຕະ​ຫລາດ​ໃຫຍ່, ຕະ​ຫລາດ​​ທີ່ຕ້ອງ​ການ​ສິນ​ຄ້າ​ມີ​ຄຸນ​ນະ​ພາບ​ສູງ. ທ່ານ​ນາງ ຫງວຽນ​ທິ​ຮົ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ, ຊື່ງ​ແມ່ນສູນ​ກາງໃຫຍ່​ສຸດ​ຂອງ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ສົ່ງ​ອອກ​ໃຫ້​ຮູ້​ວ່າ:

        “ນະ​ຄອນ​ໂຮ່​ຈິ​ມີນ ພວມ​ສຸມ​ໃສ່​ເຂົ້າ​ໃນ​ການ​ເພີ່ມ​ມູນ​ຄ່າ​ເພີ່ມ​ຂອງ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ແຕ່​ລະ​ປະ​ເພດ, ຜ່ານ​ການ​ນຳ​ໃຊ້​ແຫລ່ງວັດ​ຖຸ​ດິບ​ຂອງ​ບັນ​ດາ​ແຂວງ ,ນະ​ຄອນ​ພາຍ​ໃນ​ປະ​ເທດ. ນະ​ຄອນ ໂຮ່​ຈິ​ມີນ ກໍ​ມີ​ແຜນ​ນະ​ໂຍ​ບາຍ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ບົນ​ພື້ນ​ຖານນັ້ນ ສົ່ງ​ເສີມ​ສ້າ​ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມ​ີ​ມູນ​ຄ່າ​ເພີ່ມ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ. ເຮັດ​ຄື​ແນວນັ້ນ ທັງ​ມີ​ຄວາມສາ​ມາດ​ສຳ​ພ​ັດ​ກັບ​ຕະ​ຫລາດ​ຢ່າງວ່ອງ​ໄວ ທັງ​ເປີດກວ້າງ​ອັດ​ຕາ​ສ່ວນ​ຕະ​ຫລາດ​ສຳ​ລັບ​ບັນ​ດາ​ຕະ​ຫລາດ​ຫລັກ​ແຫລ່ງ ແລະ ຕະ​ຫລາດ​ຕ້ອງ​ການ​ສິນ​ຄ້າ​ມີ​ຄຸນ​ນະ​ພາບ​ສູງ.”

        ໄລ​ຍະ​ມໍ່ໆ​ມາ​ນີ້ ຕະ​ຫລາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ມີ​ສັນ​ຍານ​ດີ​ພໍ​ສົມ​ຄວນ. ອາ​ເມ​ລິ​ກາ,​ ຊື່ງ​ແມ່ນຕະ​ຫລາດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ນຳ​ມາ​ເຊິ່ງ​ມູນ​ຄ່າ​ເພີ່ມ​ສູງ ແລະ ແມ່ນ​ຕະ​ຫລາດ​​ທີ່​​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ​ກ່ຽວ​ກັບ​ຫລັກ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະ​ບ​ຽງ​ອ​າ​ຫານ ຫາ​ກໍ​ເຫັນ​ດີ​ນຳ​ເຂົ້າ​ໝາກ​ລ​ຳ​ໄຍ ແລະ ໝາກ​ລີ່ນ​ຈີ​່​ຈາກ ຫວຽດ​ນາມ ແລະ ພວມ​ພິ​ຈາ​ລະ​ນາ​ອອກ​ຫນັງ​ສື​ອະ​ນຸ​ຍາດ​ໃຫ້​ໝາກ​ໄມ້ 2 ປະ​ເພ​ດ​ຕື່ມອ​ີກ ນັ້ນ​ແມ່ນ ໝາກ​ມ່ວງ​ ແລະ ….ເຂົ້າ​ຕະ​ຫລາດນີ້. ໃນ​ສະ​ພາບ​ຫວຽດ​ນາມ ພວມ​ຊອກວິ​ທີ​ເປີດກວ້າງ​ສົ້ນ​ອອກ​ໃຫ້​ແກ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ ຊື່ງ​ເຄີຍ​ແມ່ນ​ທ່າ​ແຮງ​ຂອງ​ຫວຽດ​ນາມ, ເລື່ອງ​ໝາກ​ໄມ້​ສົດ​ຈຳ​ນວນ​ຫນຶ່ງ​ຂອງ​ຫວຽດ​ນາມ ແຊກ​ຊືມ​ເຂົ້າ​ຕະ​ຫລາດ ດ້ວຍ​ພົນ​ລະ​ເມືອງ​ເກືອບ 320 ລ້ານ​ຄົນ ຈະ​ເປ​ີດ​ກາ​ລະ​ໂອ​ກາດ​ໃຫຍ່​ໃຫ້​ແກ່​ຊາວ​ກະ​ສິ​ກອນ ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມ. ເດືອນ 8 ຜ່ານ​ມາ, ສັນ​ຍາ​ສົ່ງ​ອອກ​ປາ​ທູ​ນາ ສະ​ບັບ​ທຳ​ອິດ ຕາມ​ຮູບ​ແບບ​ຂຸດ​ຄົ້ນ ແລະ ເກັບ​ຊື້, ສົ່ງ​ອອກ​ປາ​ທູ​ນາ ​ທົດ​ລອງ ໄປ​ຍັງ​ຕະ​ຫລາດ ຍີ່​ປຸ່ນ  ກໍ​ໄດ້​ຮັບ​ການ​ປະ​ຕິ​ບັດ, ເປີດ​ທິດ​ໃຫມ່​ໃຫ້​ແກ່​ການ​ສົ່ງ​ອອກ​ປາ​ທູ​ນາ​ໄປ​ຍັງ​ຕະ​ຫລາດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນນີ້.

        ປີ 2014, ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໄດ້ ແລະ ພວມ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃຫມ່. ພ້ອມ​ກັບ​ຈຳ​ກັດ​ການ​ສົ່ງ​ອອກວັດ​ຖຸ​ດິບ, ເພີ່ມ​ມູນ​ຄ່າ​ເພີ່ມ​ໃນ​ວົງ​ເງິນ​ສົ່ງ​ອອກ, ຫວຽດ​ນາມ ກໍ​ຕັ້​ງ​ຫນ້າ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ການ​ຄ້າ ເປີດ​ກາ​ລະ​ໂອ​ກາດ​ສົ່ງ​ອອກ​ໃຫມ່​ໃຫ້​ແກ່​ບັນ​ດາ​ປະ​ເພດ​ສິນ​ຄ້າ. ນີ້​ແມ່ນ​ບັນ​ດາ​ບາດ​ກ້າວ​ ​ເຮັດ​ໃຫ້​ ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໃນໄລ​ຍະ​ຈະ​ມາ​ເຖິງ​ຈະມີ​ການ​ປ່ຽນ​ແປງ​.

ຕອບກັບ

ຂ່າວ/ບົດ​ອື່ນ