ຫວຽດນາມ ນຳຫນ້າໂລກກ່ຽວກັບການສົ່ງອອກກາເຟ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງ

(vovworld) - ​ນັບ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາ, ຫວຽດນາມ ຖືກ​ຈັດ​ເຂົ້າ​ໃນ​ຈຳນວນ 4 ປະ​ເທດ​ສົ່ງ​ອອກ​ກາ​ເຟອັນ​ດັບ​ຕົ້ນ​ຂອງ​ໂລກ, ​ແຕ່​ພາຍຫລັງ 15 ປີ ຫວຽດນາມ ຈຶ່ງ​ສາມາດ​ລື່ນ​ກາຍ ບຣາຊີ​ນ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ກາ​ເຟອັນ​ດັບ​ຫນຶ່ງ​ຂອງ​ໂລ​ກ​​ໄດ້. ​ 

ຫວຽດນາມ ນຳຫນ້າໂລກກ່ຽວກັບການສົ່ງອອກກາເຟ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງ - ảnh 1



       ​ໃນ​ໄລຍະ 10 ປີ​ມາ​ນີ້, ກາ​ເຟຍາມ​ໃດ​ກໍ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ​ປະ​ເພດ​ຫນຶ່ງທີ່​ມີ​ມູນ​ຄ່າ​ການ​ສົ່ງ​ອອກ​ຫລາຍ​ອັນ​ດັບ 2 ຖັດຈາກ​ເຂົ້າສານ. ການ​ສົ່ງ​ອອກ​ກາ​ເຟຂອງ ຫວຽດນາມ ​ໃນ​ໄລຍະ​ຕົ້ນ​ປີນີ້​ເພີ່ມ​ຂຶ້ນ​ຢ່າງ​ລ່ຽນ​ຕິດ ບັນລຸ​ເກືອບ 270 ລ້ານ USD ​ໃນ​ເດືອນ 8 (​ເດືອນ 7 ບັນລຸ​ກວ່າ 250 ລ້ານ USD) ນັ້ນ​ແມ່ນ​ສັນຍານ​ດີພໍ​ສົມຄວນ.​ນັບ​ແຕ່​ຕົ້ນ​ປີ, ການ​ສົ່ງ​ອອກ​ກາ​ເຟຂອງ ຫວຽດນາມ ບັນລຸ​ເກ​ືອບ 1,3 ລ້ານ​ໂຕນ ລວມມີ​ມູນ​ຄ່າ ກວ່າ 2,7 ຕື້ USD. ​ໃນ​ຂະນະ​ນັ້ນ, ຕາມ​ຕົວ​ເລກ​ຂອງ​ອົງການ​ກາ​ເຟສາກົນ (ICO) ​ແລ້ວ, ພຽງ​ໃນ 6 ​ເດືອນ​ຕົ້ນ​ປີ 2012, ຫວຽດນາມ ​ໄດ້​ສົ່ງ​ອອກ​ກາ​ເຟລວມມູນ​ຄ່າ 2,5 ຕື້ USD, ​ເພີ່ມ​ຂຶ້ນ 25% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ຫລາຍ​ກວ່າ 13% ​ເມື່ອ​ທຽບ​ໃສ່ ບຣາຊີ​ນ, ຊຶ່ງ​​ແມ່ນ​ປະ​ເທດ​ນຳ​ຫນ້າ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກ​ກາ​ເຟ​ໃນ​ຕະຫລອດ​ໄລ​ຍະ​ 10 ​ປີຜ່ານ​ມາ, ​ສະ​ນັ້ນ ຫວຽດນາມ ລື່ນ​ກາຍ ບຣາຊີ​ນ ​ເພື່ອ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ກາ​ເຟຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ.

        ຕາມ​ຕົວ​ເລກ​ຂອງ​ສະຫະ​ສະມາຄົມ​ກາ​ເຟກາ​ກາວ ຫວຽດນາມ (Vicofa) ​ແລ້ວ, ​ໃນ​ໄລຍະ 3 ປີ ​ແຕ່​ປີ 2009 ຮອດ​ປີ 2011, ປະລິມານ​ສົ່ງ​ອອກກາ​ເຟ Arabica ທີ່​ມີມູນ​ຄ່າ​ສູງ​ຂອງ​ຫວຽດນາມ ​ໄປ​ຍັງ​ບັນດາ​ຕະຫລາດ​​ໃນໂລກ​ໄດ້​ເພີ່ມ​ຂຶ້ນ​ພໍ​ສົມຄວນ, ​ຈາກ 24.000 ​ໂຕນ​ໃນ​ປີ 2009 ຂຶ້ນ​ເຖິງ 41.000​ໂຕນ​ໃນ​ປີ 2010 ​ແລະ 50.000 ​​ໂຕນໃນປີ 2011. ​ໄປ​ຄຽງຄູ່​ກັນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ, ​ຈາກ 2.313  USD/​ໂຕນ​ໃນ​ປີ 2009 ຂຶ້ນ​ເຖິງ 4.261 USD/​ໂຕນ ​ໃນ​ປີ 2011. ພ້ອມ​ກັນ​ນັ້ນ ​ລາຄາ​ລະຫວ່າງ​ກາ​ເຟປະ​ເພດ Arabica  ​ແລະ Robusta ນັບ​ມື້​ນັບຫ່າງ​ກັນ​ຫລາຍ. ​ເລື່ອງ​ຍູ້​ແຮງ​ການ​ສົ່ງ​ອອກ​ກາ​ເຟປະ​ເພດ Arabica  ​ໄດ້ ​ແລະ ພວມ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ກາ​ເຟຂອງ ຫວຽດນາມ ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ປະຈຸ​ບັນ ກາ​ເຟ ຂອງ​ຫວຽດນາມ ​ໄດ້​ສົ່ງ​ໄປ​ຂາຍ​ຢູ່ 80 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ບັນດາ​ຕະຫລາດ​ນຳ​ເຂົ້າກາ​ເຟ ຫວຽດນາມ ຕົ້ນ​ຕໍ ​ແມ່ນ: ອາ​ເມ​ລິ​ກາ, ຍີ່​ປຸ່ນ ​ແລະ ​ເອີ​ລົບ, ​ເປັນ​ຕົ້ນ​ແມ່ນ ​ເຢຍລະ​ມັນ, ອີ​ຕາ​ລີ, ​ແບນ​ຊີກ... ຜະລິດ​ຕະພັນ​ກາ​ເຟ ຊາ ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຕີ​ລາຄາ​ສູງກ່ຽວ​ກັບດ້ານ​ຄຸນ​ນະພາ​ບ​ຈາກ​ບັນດາ​ບໍລິສັດ​ນຳ​ເຂົ້າ​ຢູ່​ໃນ​ໂລກ ນັບ​ທັງ​ຕະຫລາດ​ມີຄວາມ​ຕ້ອງການຄຸນ​ນະພາ​ບສູງ​ຄື ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຍີ​່ປຸ່ນ ​ແລະ ​ແບກ​ຊີກ. ນີ້​ແມ່ນ​ສັນຍານ​ເປັນ​ຫນ້າ​ຊື່​ນຊົມ, ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ຈຸດ​ໝາຍ​ຊື່​ງຂະ​ແຫນງ​ສົ່ງ​ອອກ​ກາ​ເຟຫວຽດນາມ ພວມ​ມຸ່ງ​ໄປ​ເຖິງ​ບໍ່​ພຽງ​ແຕ່​ແມ່ນ​ການ​ຍົກ​ສູງ​ມູນ​ຄ່າ​ການ​ສົ່ງ​ອອກ​ກາ​ເຟ​ເທົ່າ​ນັ້ນ ຫາກ​ຍັງຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ວິ​ສາ​ຫະກິດ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ ຫງວຽນ​ກົງ​ແທ່ງ, ຮອງ​ຜູ້​້ອຳນວຍ​ການ​ໃຫຍ່​ບໍລິສັດ​ກາ​ເຟ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ ຂະ​ແຫນງ​ກາ​ເຟ ຫວຽດນາມ ​ໄດ້​ສ້າງ​ສະຫະ​ສະມາຄົມ​ກາ​ເຟກາ​ກາວ​ແລ້ວ, ​ແລະ ຫວ່າງ​ແລ້ວ​ນີ້​ໄດ້​ສ້າງ​ຕັ້ງສະ​ໂມ​ສອນ​ບັນດາ​ບໍລິສັດ​ສົ່ງ​ອອກ​ກາ​ເຟອັນ​ດັບ​ຕົ້ນ​ຂອງ ຫວຽດນາມ ລວມມີວິ​ສາ​ຫະກິດ​ສົ່ງ​ອອກ​ກາ​ເຟລາຍ​ໃຫຍ່ 20 ​ແຫ່ງ ກວມ​ກວ່າ 90% ຕະຫລາດ​ສົ່ງ​ອອກ​ກາ​ເຟຂອງ​ທັງ​ປະ​ເທດ. ​ເວົ້າ​ລວມ​ແລ້ວ, ຢາກ​​ແກ້ງ​ແຍ້​ງກັບ​ພື້ນຖານ​ເສດຖະກິດ​ການ​ຕະຫລາດຄື​ປະຈຸ​ບັນ ບັນດາ​ບໍລິສັດ​ສ່ົງ​ອອກ​ກາ​ເຟຂອງ​ຫວຽດນາມ ຕ້ອງ​ມີ​ຄວາມ​ສາມັກຄີ​ນຳ​ກັນ​ກວ່າ.”

ຫວຽດນາມ ນຳຫນ້າໂລກກ່ຽວກັບການສົ່ງອອກກາເຟ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງ - ảnh 2
ຫວຽດນາມ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ກາ​ເຟອັນ​ດັບ​ຫນຶ່ງ​ຂອງ​ໂລ​ກ​​
ພາບ: internet

        ​ເພື່ອ​ຕອບ​ສະ​ຫນອ​ງຄວາມ​ຕ້ອງການ, ຄວາມ​ນິຍົມ​ຂອງ​ຜູ້​ອຸປະ​ໂພ​ກໃນ​ໂລກ​ເທື່ອ​ລະ​ກ້າວ, ​ໃນ​​ໄລຍະ ສະຫະ​ສະມາຄົມ​ກາ​ເຟກາ​ກາວ ຫວຽດນາມ ພວມ​ສຸມ​ໃສ່​ປະ​ກອບ​ເຕັກ​ໂນ​ໂລ​ຊີ​ປັບປຸງ​ການ​ປຸງ​ແຕ່ງ​ກາ​ເຟ ​ເພື່ອ​ເພີ່ມ​ມູນ​ຄ່າ​ການ​ຜະລິດ, ສົ່ງ​ອອກ​ກາ​ເຟຕາມ​ທິດ​ຍືນ​ຍົງ, ​ໃນ​ນັ້ນ ​ເພີ່ມ​ອັດຕາ​ສ່ວນ​ນຳ​ໃຊ້​ການ​ຜະລິດ​ກະສິກຳ​ທີ່​ດີ​(ມາດຕະຖານ GAP) ​ແລະ ສູ້​ຊົນ​ເພີ່ມ​ເນື້ອ​ທີ່​ປູກ​ກາ​ເຟ ​ໂດຍ​ມີ​ຫນັງສື​ຢັ້ງຢືນ​ຕົ້ນ​ກ​ຳ​ເນີ​ດ ຕ້ອງ​ກວມ​ກວ່າ​ເຄິ່ງຫນຶ່ງ​ຍອດ​ຈຳນວນ​ເນື້ອ​ທີ່​ດິນ​ປູກ​ກາ​ເຟ. ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ຍົກ​ອັດຕາ​ສ່ວນ​ກາ​ເຟປຸງ​ແຕ່ງ, ກາ​ເຟສຳ​ເລັດ​ຮູບ , ກາ​ເຟບົດ ກວ່າ 20% ​ໂດຍ​ນຳ​ໃຊ້​ຂັ້ນ​ຕອນ GAP ​ໃນ​ການ​ຜະລິດ​ກາ​ເຟ, ນຳ​​ໃຊ້​ມາດຕະຖານ​​ໃນ​ການ​ຜະລິດ, ຄຸນ​ນະ​ພາບ​ກາ​ເຟກໍ​ຄື​ສ້າງ​ເຄື່ອງໝາຍ​ກາ​ເຟ ​ແລະ ອິດ​ທິພົນ​ໃຫ້​ແກ່​ກາ​ເຟ ຫວຽດນາມ ​ເພື່ອ​ແກ້​ໄຂ​ສົ້ນ​ອອກ​​ເປັນ​ຢ່າງ​ດີ. ທ່ານ ​ໂດ໋ຮ່າ​ນາມ, ຮອງ​ປະທານ​ສະຫະ​ສະມາຄົມ​ກາ​ເຟກາ​ກາວ ຫວຽດນາມ (VICOFA) ​ຖື​ວ່າ:

        “ລັດຖະບານ ຄວນ​ສ້າງ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ກວ່າ​ທີ່​ມີ​ຕໍ່​ຂະ​ແຫນງ​ກາ​ເຟກໍ​ຄືເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແຫນງ​ກາ​ເຟ. ບັນດາ​ການ​ເຄື່ອນ​ໄຫວ​ນີ້​ຕ້ອງ​ປະກອບສ່ວນ​ສ້າງ​ອິດ​ທິພົນ​ກໍ​ຄື​ໂຄສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ.”

        ​ໂດຍ​ກຳນົດ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ກາ​ເຟ Arabica ສຳລັບ​ຕະຫລາດ​ໂລກ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ວາງ​ຈຸດໝາຍ​ຮອດ​ປີ 2020, ທັງ​ປະ​ເທດ​ຈະ​ປູກ​ກາ​ເຟ ຊາ ​ໃນ​ເນື້ອ​ທີ່ 40.000 ​ເຮັກຕາ,​ ກວມ 8% ຍອດ​ເນື້ອ​ທີ່​ປູກ​ກາ​ເຟ​ໃນ​ທົ່ວ​ປະ​ເທດ. ​ເພື່ອ​ຄຸ້ມ​ຄອງ​ຄຸນ​ນະພາ​ບກາ​ເຟຢ່າງ​ແຫນ້ນ​ແຟ້ນ ຈາກ​ຂອດ​ປູກຝັງ​ຕະຫລອດ​ຮອດ​ການ​ປຸງ​ແຕ່ງ, ມີຜູ້​ຊ່ຽວຊານຫລາຍ​ທ່ານ​ຖື​ວ່າ: ບັນດາ​ຂະ​ແຫນງ​ທີ່​ກ່ຽວຂ້ອງ​​ຄວນ​ມີ​ນະ​ໂຍບາຍ​ເພື່ອ​ຊ່ວຍ​​ເຫລືອຄອບຄົວ​ຊາວ​ກະສິກອນ​​ຜະລິດ​ກາ​ເຟ, ຈັດ​ຕັ້ງ​ການ​ປຸງ​ແຕ່ງ​​ເປັນ​ຈຸດ​ສຸມ, ສ້າງ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ຢ່າງສະ​ເໝີ, ມີ​ມູນ​ຄ່າ​ສູງ. ຂະ​ແຫນງ​ກາ​ເຟ​ໄດ້​ປະກອບສ່ວນ​ພໍ​ສົມຄວນ​ໃນ​ອັດຕາ​ສ່ວນ​ຂອງ​ພື້ນຖານ​ເສດຖະກິດ​ກະສິກຳ, ກວມ​ປະມານ 3% GDP, ສ້າງ​ວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 2,5 ລ້ານ​ຄົນ. ​ເລື່ອງ ຫວຽດນາມ ກາຍ​ເປັນ​ປະ​ເທ​ດສົ່ງ​ອອກ​ກາ​ເຟຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ​ໄດ້​ສ້າງ​ບາດ​ລ້ຽວ​ໃຫມ່​ເພື່ອ​ພັດທະນາ​ເຄື່ອງ​ໝາຍ​ກາ​ເຟ ຫວຽດນາມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຸດໝາຍ​ສຳຄັນ​ກວ່າ​ສຳລັບ​ຂະ​ແຫນງ​ສົ່ງ​ອອກ​ກາ​ເຟ ຫວຽດນາມ ​ແມ່ນ​ເຮັດ​ແນວ​ໃດ​ຮັກສາ​ທີ່​ຕັ້ງ​ນຳ​ຫນ້າ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດ​ໄດ້.

                                                                                                                                              ​ໂຕ​ຕວນ

ຕອບກັບ

ຂ່າວ/ບົດ​ອື່ນ